ພື້ນທີ່ປູກຝັງ ມ.ປາກຊ່ອງ ໜ້ອຍລົງ

ໄມຊູລີ
2018.02.26
f-land ການພັທນາສ້າງສາ ໃນເຂດເມືອງປາກຊ່ອງ ແຂວງຈໍາປາສັກ
RFA/PN

ເນື່ອງຈາກມີການສັມປະທານທີ່ດິນ ໃຫ້ແກ່ ບໍຣິສັດເອກຊົນ ທັງພາຍໃນ ແລະຕ່າງປະເທດຫຼາຍເກີນໄປ ຈຶ່ງສົ່ງຜົນກະທົບ ໃຫ້ ປະຊາຊົນ ຊາວເມືອງປາກຊ່ອງ ບໍ່ມີທີ່ດິນ ພຽງພໍ ໃນການປູກຝັງ ແລະອື່ນໆ, ດັ່ງປະຊາຊົນ ທ່ານນຶ່ງ ຢູ່ແຂວງຈໍາປາສັັກ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 26 ກຸມພາ ນີ້ວ່າ:

“ກໍມີ ຫັ້ນແລ້ວ ຄັນສິເວົ້າແລ້ວ ເຣື້ອງຂໍ້ຫຍຸ້ງຍາກ ສັບສົນກໍຫລາຍ ການເຮັດການທໍານີ້ ດິນນີ້ ຢູ່ໃນຂອບເຂດເຮົາ ມັນບໍ່ມີແລ້ວ ດຽວນີ້ມີ ແຕ່ບໍຣິສັດໝົດບຸກເບີກ ໝາຍຄວາມວ່າ ບໍຣິສັດສັມປະທານ ເຣື້ອງດິນ ເຂື່ອນໄຟຟ້າ ປູກຕົ້ນໄມ້ ປູກກາເຟ ມັນຫຼາຍບໍຣິສັດ ເຂົ້າມານີ້ ເພາະວ່າ ດິນມັນແຮ່ງແຄບລົງ.”

ປະຊາຊົນທ່ານນີ້ເວົ້າຕື່ມວ່າ ພື້ນທີ່ພູພຽງບໍຣິເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ປັຈຈຸບັນ ທາງການໄດ້ ອະນຸຍາດ ໃຫ້ ບໍຣິສັດເອກຊົນ ເຂົ້າມາບຸກເບີກ ເນື້ອທີ່ປູກພຶດຕ່າງໆ, ບາງບໍຣິສັດ ໄດ້ກວມເອົາດິນ ຂອງປະຊາຊົນໄປນໍາ ເຮັດໃຫ້ປະຊາຊົນເສັຽດິນ ສໍາລັບການກະເສດ ແລະວ່າ ບັນຫາດັ່ງກ່າວ ປະຊາຊົນເຄີຍ ຮ້ອງຮຽນໄປຍັງ ທາງການແຂວງຈໍາປາສັກ ແລ້ວ ຂໍໃຫ້ທາງການແຂວງ ຈັດສັນທີ່ດິນ ໃຫ້ ປະຊາຊົນ ເພື່ອເຮັດກະສິກັມ, ປູກສ້າງເຮືອນ, ແລະອາຄານ ແຕ່ມາຮອດ ປັຈຈຸບັນ ກໍຍັງບໍ່ທັນ ແກ້ໄຂເທື່ອ.

ທ່ານວ່ານອກຈາກ ການຈັດສັນທີ່ດິນ ເປັນບັນຫາແກ້ໄຂບໍ່ແລ້ວຈັກເທື່ອ ແລ້ວການຂໍໃບຕາດິນ ຂອງ ປະຊາຊົນ ກໍຍັງພົບ ຄວາມຫຍຸ້ງຍາກ ຫລາຍຂັ້ນຕອນຕື່ມ ຍ້ອນມີຫລາຍພາກສ່ວນ ຮັບຜິດຊອບ. ສ່ວນຫລາຍ ແລ້ວປະຊາຊົນ ເຂົ້າໃຈຜິດ ຄິດວ່າກະຊວງ ກະສິກັມປ່າໄມ້ ເປັນ ຜູ້ຈັດສັນທີ່ດິນໃຫ້, ດັ່ງເຈົ້າໜ້າທີ່ ກະຊວງກະສິກັມແລະປ່າໄມ້ ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 26 ກຸມພາ ນີ້ວ່າ:

“ຖ້າມີດິນ ມັນມີ 3-4 ພາກສ່ວນເນາະ ຫລາຍມັນມີ, ນຶ່ງແຜນການ ສອງລະແມ່ນ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ສາມ ລະແມ່ນ ຜແນກການເງິນແຂວງ ສີ່ ລະແມ່ນ ຜແນກກະສິກັມ ມັນສີ່ມີຂັ້ນຕອນ.”

ກ່ຽວກັບ ບັນຫາເຣື້ອງທີ່ດິນ ຢູ່ ສປປລາວ ຣະຍະຜ່ານມາ ມີປະຊາຊົນ ທົ່ວປະເທດ ໄດ້ຮ້ອງຮຽນ ຜ່ານທາງສາຍດ່ວນ ສະພາແຫ່ງຊາດ 1516 ໂດຍຕລອດ ຊື່ງສ່ວນຫລາຍ ແມ່ນເວົ້າເຣື້ອງ ບັນຫາທີ່ດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.