ຊາວໜຸ່ມລາວຫຼາຍຄົນ ເຣີ່ມ ຢຸດຮຽນ ກ່ອນຈົບ
2021.08.05
ຊາວໜຸ່ມລາວຫລາຍຄົນ ພາກັນອອກໂຮງຮຽນ ແລະແຕ່ງດອງແຕ່ຍັງນ້ອຍກ່ອນວັຍອັນຄວນ ເຮັດໃຫ້ມີບັນຫາທາງດ້ານສຸຂພາບ ຈະເຣີນພັນ ແລະມີຂໍ້ຈໍາກັດ ໃນການມີວຽກເຮັດງານທໍາ.
ນັກຮຽນຊັ້ນມັທຍົມປີທີ 4 ຢູ່ເມືອງວິລະບູລີ ແຂວງສວັນນະເຂດ ເວົ້າວ່າ ບັນຫາການແຕ່ງດອງໄວກ່ອນ ເວລາອັນຄວນ ແລະມີລູກ ແຕ່ຍັງນ້ອຍ ຈະພົບເຫັນໃນທຸກລຸ້ນຂອງນັກຮຽນ ແຕ່ຊັ້ນມັທຍົມ 1 ຫາ ມັທຍົມ 7 ແລະເປັນບັນຫາທີ່ໜ້າເປັນຫ່ວງ ແລະວ່າ ໝູ່ ຮ່ວມຊັ້ນຂອງຕົນ ທີ່ເປັນນັກຮຽນຍິງ 2 ຄົນ ໄດ້ອອກໂຮງຮຽນ ທັ້ງໆທີ່ຍັງຮຽນບໍ່ຈົບຊັ້ນ ຍ້ອນໄປແຕ່ງດອງ ກັບຜູ້ຊາຍ ທີ່ມີອາຍຸ ລຸ້ນລາວຄາວດຽວກັນ ແລ້ວຖືພາມານ. ເຖິງແມ່ນວ່າ ເວລາຮຽນຢູ່ຊັ້ນ ມ. 1 ຫາ ມ. 4 ຈະໄດ້ຮຽນເຣື່ອງການ ຄວບຄຸມກໍາເນີດ ແລະ ການວາງແຜນຄອບຄົວ 5 ນາທີ 10 ນາທີ ກ່ອນຈະຮຽນວິຊາໂລກອ້ອມຕົວ ແຕ່ນັກຮຽນກໍບໍ່ເຂົ້າໃຈ ເພາະບໍ່ໄດ້ຮຽນລະອຽດ ຍ້ອນບໍ່ແມ່ນວິຊາຫລັກ ດັ່ງນັ້ນຈຶ່ງເກີດບັນຫາຕາມມາ ດັ່ງນັກຮຽນຜູ້ນີ້ເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ສິງຫາ ນີ້ວ່າ:
“ເວົ້າງ່າຍໆ ກໍຄືເຂົາເຈົ້າກໍສອນຢູ່ ແຕ່ວ່າບໍ່ໄດ້ເວົ້າແບບລະອຽດ ວ່າປ້ອງກັນແນວໃດ ຕ້ອງເຮັດອິຫຍັງຫັ້ນນ່າ. ເວົ້າງ່າຍໆພາສາ ລາວເຮົາເລີຍນະ ປະມານວ່າເຂົາມີແຟນອິຫຍັງ ໄປນໍາກັນຫລາຍອິຫຍັງ ຕິດແຮງ ແລ້ວກໍອອກເລີຍ ສ່ວນຫລາຍອອກໂຮງຮຽນ ຍ້ອນມີລູກຫັ້ນແຫລະ.”
ນັກຮຽນຜູ້ນີ້ເວົ້າຕື່ມວ່າ ຫາກບໍ່ຢາກໃຫ້ນັກຮຽນລຸ້ນນ້ອງຖັດໄປ ປະສົບກັບບັນຫາການຖືພາມານ ແລະແຕ່ງດອງແຕ່ຍັງນ້ອຍພາກສ່ວນ ທາງການ ທີ່ກ່ຽວຂ້ອງຕ້ອງໄດ້ກໍານົດ ຫລັກສູດ ເພດສຶກສາ ເຂົ້າໃນຕາຕະລາງຮຽນຢ່າງໜ້ອຍ 1 ຫລື 2 ຊົ່ວໂມງຕໍ່ສັປດາ.
ພ້ອມກັນນັ້ນນັກສຶກສາ ຈາກແຂວງສວັນນະເຂດ ກໍເວົ້າເຖິງບັນຫາ ທີ່ເກີດຂຶ້ນກັບຊາວໜຸ່ມລາວ ເຊັ່ນການຫວ່າງງານ ແລະການໄປ ເປັນຄົນງານນອກຣະບົບ ທີ່ບໍ່ສວັດດິການ, ບໍ່ມີປະກັນສັງຄົມ ຊຶ່ງເປັນບັນຫາທີ່ໜ້າເປັນຫ່ວງ.
ເມື່ອ 2 ປີຜ່ານມາ ພາຍຫລັງມີການຣະບາດຂອງໂຄວິດ-19 ມານີ້ ຊາວໜຸ່ມລາວຫລາຍຄົນບໍ່ມີວຽກເຮັດງານທໍາ, ມີແຕ່ຢູ່ກັບລູກກັບ ເມັຍ ແລະຊາວໜຸ່ມຈໍານວນນຶ່ງ ກໍໄປເປັນຄົນງານ ນອກຣະບົບ ເປັນຕົ້ນພະນັກງານເສີບ, ຄົນຮັບຈ້າງຂາຍເຄື່ອງ, ເປັນແມ່ບ້ານ ທີ່ ບໍ່ມີປະກັນສັງຄົມ ຢູ່ນະຄອນຫລວງວຽງຈັນ ແລະ ຢູ່ປະເທດໄທຍກໍມີ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ເພາະວ່າບາງຄົນນີ້ ກໍຈົບມາແຕ່ວຽດ ຈົບຢູ່ໃສກໍຢ່າ ແຕ່ວ່າເຮົາມາເບິ່ງຄວາມເປັນຈິງແລ້ວ ມັນແບບບໍ່ມີວຽກເຮັດເລີຍ. ຄືມາເບິ່ງດຽວ ນີ້ຫັ້ນເສຖກິດມັນບໍ່ດີ ຄືບາງຄົນຈົບມາກໍມາ ຂາຍເຄື່ອງອອນລາຍບໍ໋ ເຂົ້າເປັນຣັຖກອນແທບສິບໍ່ມີ ບໍ່ມີເລີຍ ຄືແບບໝູ່ນ້ອງສ່ວນຫຼາຍ ເຂົາເຈົ້າໄປເຮັດວຽກຢູ່ໄທຍບໍ໋ ຢູ່ວຽງບໍ໋ ໄປຫາແບບຮັບຈ້າງເປັນເດັກເສີບ ເງິນເດືອນສູງ ເງິນເດືອນຂັ້ນຕໍ່າ ກໍລ້ານຫ້າ ລ້ານ 8 ເນາະ ຕອນຊ່ວງໂຄວິດຍັງບໍ່ມາ ແຕ່ຊ່ວງນີ້ນ້ອງກໍບໍ່ຮູ້.”
ນາງກ່າວຕື່ມວ່າ ຫາກພາກສ່ວນທີ່ກ່ຽວຂ້ອງຂອງທາງການ ມີນະໂຍບາຍສົ່ງເສີມ ໃຫ້ຊາວໜຸ່ມທີ່ໄດ້ປຣິນຍາຕຣີ ມີວຽກເຮັດງານທໍາ ກໍຈະສາມາດແກ້ໄຂບັນຫາ ທີ່ວ່ານີ້ໄດ້ຈໍານວນ ບໍ່ໜ້ອຍ.
ແລະນັກສຶກສາຈາກແຂວງຈໍາປາສັກ ກໍເວົ້າວ່າ ຕາມຄວາມເປັນຈິງແລ້ວ ການຊອກຫາວຽກເຮັດງານທໍາ ໃນໄລຍະນີ້ຖືວ່າຫຍຸ້ງຍາກ ທີ່ສຸດ, ຊາວໜຸ່ມຕົກງານຫຼາຍ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນຜົລກະທົບຈາກ ການຣະບາດຂອງໂຄວິດ-19, ສ່ວນນຶ່ງກໍຍ້ອນວິຊາ ແລະ ຄວາມສາມາດ ຂອງຊາວໜຸ່ມ ທີ່ບໍ່ກົງກັບຄວາມຕ້ອງການ ຂອງນາຍຈ້າງ ດັ່ງນັກສຶກສາ ຜູ້ນີ້ເວົ້າຕໍ່ ວິທຍຸເອເຊັຍເສຣີໃນມື້ວັນທີ 5 ສິງຫາ ນີ້ວ່າ:
“ກໍຄືຄາໂຄວິດນີ້ແຫຼະ ຊ່ວງນີ້ອິຫຍັງກໍບໍ່ໄດ້ ໃຜກໍຂັດຂ້ອງ ໃນຊ່ວງໂຄວິດນີ້ແຫຼະ. ດຽວນີ້ ອັນພວກເອກຊົນ ເຂົາບໍ່ຮັບພະນັກງານເດ໋ ເຂົາກໍບໍ່ມີວຽກເຮັດ ເຂົາກໍຢູ່ລ້າໆສ່ວນຫຼາຍນະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ເວົ້າວ່າ ສົກຮຽນປີ 2019-2020 ຢູ່ແຂວງນີ້ມີ ນັກຮຽນ ອາຍຸແຕ່ 12 ປີ ຫາ 18 ປີ ຄືເປັນນັກຮຽນຊັ້ນ ມັທຍົມຕົ້ນ ແລະ ມັທຍົມປາຍ ອອກໂຮງຮຽນກ່ອນຮຽນຈົບ ຊັ້ນເຖິງ 39.49%. ໃນນັ້ນເປັນຍິງ 21.53%. ແລະວ່າ ການອອກໂຮງຮຽນທີ່ວ່ານັ້ນ ເຮັດໃຫ້ມີຄວາມເປັນໄປໄດ້ສູງ ທີ່ຈະເຮັດໃຫ້ພວກ ເຂົາເຈົ້າແຕ່ງດອງ ມີລູກແຕ່ຍັງນ້ອຍ ແລະເປັນຄົນງານນອກຣະບົບ ຍ້ອນຄວາມທຸກຍາກ ແລະຮີດຄອງປະເພນີ ໂດຍສະເພາະ ຊົ່ນເຜົ່າ ທີ່ໃຫ້ລູກແຕ່ງດອງ ແຕ່ຍັງນ້ອຍ ແລະຫາຢູ່ຫາກິນຊ່ອຍກັນ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ຈໍານວນ 1 ສ່ວນ 3 ຫັ້ນແຫລະ ເອົາຜົວຈໍານວນ 2 ສ່ວນ 3 ເຂົາກໍໄປຊອກວຽກເຮັດງານທໍາ ຢູ່ບ່ອນຫັ້ນບ່ອນນີ້. ບາງຄົນກໍອອກ ຊ່ວຍພໍ່ແມ່ ເຮັດໄຮ່ເຮັດນາ ຈັ່ງຊີ້ແຫລະ. ບາງຄົນ ກໍໄປຢູ່ບ່ອນເຮັດວຽກຕ່າງໆ ບາງເທື່ອໄດ້ດີ ກໍບໍ່ໄດ້ນັ້ນແຫລະ ກໍຍ້ອນຄອບຄົວ ທຸກຍາກ ເຂົາກໍອອກໂຮງຮຽນໄປ. ຄອບຄົວມີກິນມີຢູ່ ເຂົາກໍບໍ່ອອກໂຮງຮຽນ.”
ຂ່າວຣາຍງານວ່າ ໃນໂອກາດວັນຊາວໜຸ່ມສາກົນປີນີ້ ພາກສ່ວນທີ່ກ່ຽວຂ້ອງຂອງທາງການລາວ ຈະບໍ່ມີການສເລີມສລອງເນື່ອງຈາກ ຍັງຢູ່ໃນໄລຍະເຝົ້າຣະວັງ ແລະປ້ອງກັນການແຜ່ຣະບາດ ຂອງໂຄວິດ-19, ຈະມີແຕ່ອົງການຈັດຕັ້ງ ສາກົນ ຫລື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຈັດສໍາມະນາທາງອອນລາຍ, ເຜີຍແຜ່ຮູບພາບ ແລະ ວິດິໂອ ກ່ຽວກັບຂໍ້ມູນຕ່າງໆ ທີ່ເວົ້າເຖິງຊາວໜຸ່ມນັ້ນ.
ກະຊວງສຶກສາທິການ ແລະກິລາຂອງລາວ ໄດ້ຣາຍງານເມື່ອປີກາຍວ່າປີ 2019 ມີນັກຮຽນ ມ. ຕົ້ນ ແລະ ມ. ປາຍ ອອກໂຮງຮຽນ 9.5%. ເພື່ອຈະປ່ຽນແປງບັນຫາສຸຂພາບທາງເພດ ແລະສຸຂພາບຈະເຣີນພັນ ຂອງຊາວໜຸ່ມລາວ ໄປໃນທິດທາງທີ່ດີຂຶ້ນ ທາງການ ລາວ ໄດ້ໃຫ້ຄໍາໝັ້ນສັນຍາ ໃນກອງປະຊຸມສາກົລ ຄັ້ງທີ 25 ກ່ຽວກັບການພັທນາ ປະຊາກອນ ຫລື ICPD25 ວ່າ ຈະເພີ່ມອັດຕຣາ ສ່ວນການຄຸມກໍາເນີດແບບທັນສມັຍ ສໍາລັບຊາວໜຸ່ມອາຍຸແຕ່ 15 ປີຫາ 19 ປີໃຫ້ໄດ້ເຖິງ 45% ພາຍໃນປີ 2025 ແລະ ພາຍໃນ ປີ 2030 ຈະຍຸຕິ ຄວາມຮຸນແຮງທາງເພດ ໂດຍສຸມໃສ່ແກ້ໄຂບັນຫາ ການແຕ່ງດອງ ແຕ່ຍັງນ້ອຍ ຂອງເຍົາວະຊົນ ແລະຊາວໜຸ່ມ ພ້ອມທັງຈະມີການຮຽນ ການສອນ ຫລັກສູດເພດສຶກສາ ແບບຄົບຖ້ວນ ນໍາດ້ວຍ.