ຄົນງານລາວກັບບ້ານສລອງ ປີໃໝ່

ຄົນງານ ລາວ ໃນ ປະເທດ ເພື່ອນບ້ານ ພາກັນ ເດີນທາງ ກັບບ້ານ ເພື່ອສລອງ ບຸນປີໃຫມ່ ຄືດັ່ງ ທຸກໆປີ ຢ່າງຄຶກຄື້ນ.

ຄົນງານລາວ ທີ່ກໍາລັງເດີນທາງ ກັບເມືອບ້ານ ສລອງບຸນປີໃໝ່ Citizen Journalist

ທີ່ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 1 ທີ່ ແຂວງໜອງຄາຍ ມີບັນຍາກາດ ຄຶກຄື້ນ ໃນຊ້ວງນີ້ ເພາະ ບັນດາ ຄົນງານລາວ ຈາກ ປະເທດ ເພື່ອນບ້ານ ກັບເມືອບ້ານ ສລອງບຸນ ປີໃຫມ່ ຢ່າງຫຼວງຫຼາຍ ແລະ ກໍຕາມດ່ານ ເຂົ້າ-ອອກ ແຫ່ງຕ່າງໆ ກໍເຊັ່ນກັນ. ໃນຂນະ ດຽວກັນ ຄົນງານໄທ ທີ່ເຮັດວຽກ ໃນລາວ ກໍພາກັນ ກັບ ປະເທດໄທ ໃນວັນ ສລອງ ປີໃຫມ່.

ບຸນປີໃຫມ່ລາວ ຫຼື ວັນສົງການ ຂອງໄທ ເປັນວັນ ສຳຄັນ ຂອງ ຊາວໄທ ແລະ ຊາວລາວ ມາແຕ່ ດຶກດຳບັນ ເປັນ ວັນທ້ອນໂຮມ ຄອບຄົວ ຍາດພີນ້ອງ ຫມູ່ຄນະ ມີການ ກິນດື່ມ ສນຸກສນານ ຮ່ວມກັນ.

ດ່ານກວດຄົນ ເຂົ້າເມືອງ ຣະຫວ່າງ ສອງປະເທດ ໄດ້ເພີ້ມ ພະນັກງານ ກວດກາ ແລະ ໃຫ້ຄວາມ ສະດວກ ແກ່ ນັກທ່ອງທ່ຽວ ແລະ ປະຊາຊົນ ໃນການ ເດີນທາງ ເພື່ອ ຄວາມປອດພັຍ.

ຢູ່ໃນ ປະເທດໄທ ໃນມື້ສລອງບຸນ ສົງການ ມື້ດຽວ ມີຄົນ ເສັຽຊີວີດ ຈາກ ອຸບັດຕິເຫດ ຕາມທ້ອງຖນົນ ແລ້ວ 52 ຄົນ ແລະ ໄດ້ຮັບ ບາດເຈັບ 431 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org