ຄົນລາວສົນໃຈ ໄປເຮັດວຽກໄລຍະຍາວ ດ້ານກະສິກຳ ທີ່ປະເທດຢີ່ປຸ່ນ

ຄົນລາວຈຳນວນໜຶ່ງ ເດີນທາງໄປເຮັດວຽກ ໄລຍະຍາວດ້ານກະສິກຳຢູ່ປະເທດຢີ່ປຸ່ນ ຍ້ອນໄດ້ລາຍໄດ້ດີ ຂະນະດຽວກັນຜູ້ທີ່ໄດ້ຮັບຄັດເລືອກ ໃຫ້ເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ຈະຕ້ອງໄດ້ຮຽນຮູ້ພາສາຢີ່ປຸ່ນຂັ້ນພື້ນຖານກ່ອນ ເຊິ່ງຖືເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ຄົນງານລາວ ບາງຄົນພາດໂອກາດນີ້.

ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນບັນຍາກາດ ພາຍໃນງານຕະຫລາດນັດພົບແຮງງານ ປີ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພະຈິກ ປີ 2022. RFA

ແຮງງານລາວຈຳນວນໜຶ່ງ ສົນໃຈເດີນທາງໄປເຮັດວຽກໄລຍະຍາວດ້ານກະສິກຳ ຢູ່ປະເທດຢີ່ປຸ່ນຍ້ອນໄດ້ລາຍໄດ້ດີກ່ອນຄ່າແຮງງານຂັ້ນຕໍ່າຢູ່ລາວ ປະມານ 10 ເທົ່າ. ອີກທັງການໄປເຮັດວຽກຢູ່ຢີ່ປຸ່ນ ມີສະຫວັດດີການແລະໂອກາດ ໃນການມີຄຸນນະພາບຊີວິດທີ່ດີກ່ວາປະເທດລາວ. ດັ່ງແຮງງານລາວຢູ່ນະຄອນຫຼວງວຽງຈັນທີ່ສົນໃຈເດີນທາງໄປເຮັດວຽກຢູ່ຢີ່ປຸ່ນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 07 ຕຸລາ 2024 ວ່າ.

“ຢູ່ລາວມັນຫາເງິນຍາກກໍ່ເລີຍວ່າ ຢາກໄປຫາເງິນຢູ່ພຸ້ນຂອງຢີ່ປຸ່ນຫັ້ນຈະໄດ້ໜ້ອຍກ່ວາເກົາຫຼີ ໄດ້ຍິນຂະເຈົ້າວ່າມີແຕ່ເງິນເດືອນ 20 ປາຍລ້ານຜູ້ທີ່ວ່າຂະເຈົ້າເຄີຍໄປຂະເຈົ້າວ່າໄປຢີ່ປຸ່ນດີກ່ອນໄປເກົາຫຼີ ເພາະວ່າສະຫວັດດີການຂະເຈົ້າດີກ່ອນເກົາຫຼີເນາະ ຖ້າສົມມຸດວ່າເຮົາໄປຢູ່ດົນແລ້ວເຮົາຈະໄດ້ໃບຂຽວ ໃບຫຍັງ ໄວ້ໄປຢູ່ຢີ່ປຸ່ນຫັ້ນນ່າ.

ຂະນະດຽວກັນ ຜູ້ທີ່ໄດ້ຮັບຄັດເລືອກໃຫ້ເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ພວກເຂົາເຈົ້າຈະຕ້ອງໄດ້ຮຽນຮູ້ພາສາຢີ່ປຸ່ນຂັ້ນພື້ນຖານ ກ່ອນເຊິ່ງຖືເປັນອຸປະສັກໜຶ່ງທີ່ເຮັດໃຫ້ແຮງງານລາວບາງຄົນ ພາດໂອກາດນີ້. ດັ່ງແຮງງານລາວຢູ່ແຂວງຫົວພັນທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ຢີ່ປຸ່ນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ.

“ຕອນນີ້ຢາກສະມັກໄປ ມີນ້ອງຊາວສະມັກວຽກໄປຢີ່ປຸ່ນ ແຕ່ວ່າໂຕພາສາຍັງບໍ່ໄດ້ດີກໍ່ໄປໄທກັນໝົດບ້ານຫັ້ນແຫຼະ. ເອີ ກໍ່ຢາກໄປຢູ່ທີ່ວ່າຫາຢູ່ນີ້ກໍ່ຄືວ່າຕອນນີ້ເງິນເຟີ້, ແຕ່ວ່າເຮົາກໍ່ຢາກໄປຢູ່ໄປຮຽນຮູ້ໄປສິ່ງໃໝ່ໆ ໃຫ້ແກ່ໄທເຮົານີ້ນ່າ.

ສຳຮັບແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ຢີ່ປຸ່ນຈະໄດ້ຮັບເງິນເດືອນຂັ້ນພື້ນຖານ ປະມານ 25 ລ້ານກີບ/ຄົນເຊິ່ງໃນຈຳນວນນີ້ ແມ່ນບໍ່ລວມເງິນລ່ວງເວລາ. ສະນັ້ນຈຶ່ງຖືວ່າເປັນລາຍໄດ້ຂ້ອນຂ້າງສູງເມື່ອທຽບໃສ່ການເຮັດວຽກ ຢູ່ລາວທີ່ມີອັດຕາຄ່າຈ້າງຂັ້ນຕໍ່າປະມານ 1.6 ລ້ານກີບ/ເດືອນ ແລະເຖິງແມ່ນວ່າບາງຫົວໜ່ວຍແຮງງານ ຈະໃຫ້ຄ່າຈ້າງ 2.5-4.0 ລ້ານກີບ/ເດືອນກໍ່ຖືວ່າຍັງໜ້ອຍຫຼາຍ ແລະບໍ່ສອດຄ່ອງກັບຄ່າຄອງຊີບຢູ່ລາວໃນປັດຈຸບັນ. ດັ່ງພະນັກງານບໍລິສັດຈັດຫາງານ ຢູ່ນະຄອນຫຼວງວຽງຈັນກ່າວວ່າ:

“ຂຶ້ນຢູ່ກັບເຣດເງິນອີກບາດໜຶ່ງເນາະ ຖ້າຕີເປັນເງິນນີ້ກໍ່ຈະເລີ້ມຕົ້ນປະມານ 24-25 ລ້ານ ບໍ່ໆ ໂອທີແມ່ນແຍກຕ່າງຫາກເນາະບໍ່ໆ ຈະລວມໃນນີ້ເປັນເງິນເດືອນພື້ນຖານສື່ໆ ກາເສດກໍ່ຈະປະມານນັ້ນເນາະກາເສດກໍ່ຈະກ່ຽວກັບການປູກຜັກ ໄປເຮັດຢູ່ສວນຜັກເນາະແລ້ວມັນກໍ່ຈະມີວຽກຫັ້ນນ່າ ແລ້ວກໍ່ຈະມີວຽກບໍລິການອ່າບໍລິການກໍ່ຈະເປັນສົມມຸດວ່າ ເຮົາເຮັດຢູ່ໂຮງແຮມເນາະວຽກອະນາໄມວຽກຫຍັງໂນ້ນນີ້.”

ຖ້າເວົ້າເຖິງຄ່າຈ້າງແຮງງານຂັ້ນຕໍ່າ ຂອງແຮງງານລາວທີ່ເຮັດວຽກຢູ່ຢີ່ປຸ່ນແຕ່ລະຄົນ ໄດ້ຮັບຄ່າຈ້າງແຮງງານບໍ່ຄືກັນຂຶ້ນຢູ່ກັບໜ້າວຽກ ແລະຄ່າຄອງຊີບໃນແຕ່ລະພື້ນທີ່. ເຖິງວ່າຈະມີແຮງງານລາວຈຳນວນໜຶ່ງ ໃຫ້ຄວາມສົນໃຈແຕ່ຈຳນວນທີ່ປະເທດຢີ່ປຸ່ນ ເປີດຮັບໃນແຕ່ລະໄລຍະຂ້ອນຂ້າງໜ້ອຍຫຼາຍ. ດັ່ງເຈົ້າໜ້າທີ່ເຮັດວຽກກ່ຽວກັບການຈັດສົ່ງແຮງງານ ໄປຕ່າງປະເທດກ່າວວ່າ.

“ແຕ່ຢີ່ປຸ່ນເພິ່ນກໍ່ບໍ່ໄດ້ເອົາໄປຫຼາຍຄືເກົາຫຼີ ຂະເຈົ້າເອົາໄປເທື່ອລະໜ້ອຍ 1-2 ຄົນຂຶ້ນຢູ່ກັບໜ້າວຽກເນາະແລ້ວກໍ່ຂຶ້ນແຕ່ລະເຂດເນາະແຕ່ລະເມືອງຄ່າຈ້າງມັນຈະບໍ່ຄືກັນຄືໂຕຢ່າງວ່າຢູ່ເຂດນອກຈັ່ງຊິເນາະຄ່າຄອງຊີບມັນຈະຖືກລົງໃນເມືອງນີ້ແຖວໂຕກຽວແນ່ຄ່າຄອງຊີບຂະເຈົ້າສູງຊິເນາະອັນນີ້ເງິນເດືອນພື້ນຖານຂັ້ນຕໍ່ານ່າຈະຢູ່ປະມານ 170,000 ຫາ 180,000 ເຢນປະມານ 25,4-26,9 ລ້ານກີບ/ຄົນ/ເດືອນ.”

ເຈົ້າໜ້າທີ່ເຮັດວຽກກ່ຽວກັບຈັດສົ່ງແຮງງານໄປຕ່າງປະເທດກ່າວຕື່ມວ່າສຳລັບວຽກງານທີ່ເປີດຮັບຄົນງານຍີງແມ່ນກ່ຽວກັບງານຜະລິດອາຫານອາຍຸບໍ່ເກີນ 30 ປີ, ຈົບ ມ.ປາຍຂຶ້ນໄປ, ບໍ່ມີຮອຍສັກແລະມີສຸຂະພາບແຂງແຮງ. ສ່ວນວຽກງານທີ່ເປີດຮັບແຮງງານຊາຍຄືວຽກງານດ້ານກະສິກຳຮັບອາຍຸບໍ່ເກີນ 33 ປີ, ຄຸມເຄື່ອງຈັກແລະງານນໍາໃຊ້ເຄື່ອງຈັກຈະຕ້ອງຈົບ ມ.7 ຂຶ້ນໄປທັງນີ້ແຕ່ລະວຽກງານຈະກະຈາຍຢູ່ຕາມເມືອງແລະແຂວງຕ່າງໆ ຂອງປະເທດຢີ່ປຸ່ນ.

ສ່ວນວຽກງານທີ່ນາຍຈ້າງຢີ່ປຸ່ນ ຕ້ອງການໃຫ້ຄົນງານລາວໄປເຮັດວຽກນໍານັ້ນໄດ້ມີ ການກຳນົດຄຸນນະສົມບັດຂອງແຮງງານລາວຢ່າງຈະແຈ້ງເປັນຕົ້ນເພດ, ອາຍຸ ແລະ ວຸດທິການສຶກສາ. ດັ່ງພະນັກງານອີກບໍລິສັດ ຈັດຫາງານຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ມັນຈະມີທັງວຽກຜູ້ຊາຍແລະວຽກຜູ້ຍີງເນາະມີແຕ່ຕິດຕາມເພຈເນາະຄືຖ້າວ່າມີໜ້າວຽກເຮົາກໍ່ສິສະມັກລົງເນາະແຕ່ຖ້າວ່າໃນກໍລະນີຮຽນໄປພ້ອມເຮັດວຽກໄປພ້ອມເຮົາຈະມີທຸກໆ ປີຊ່ວງນີ້ເນາະແມ່ນທາງບໍລິສັດຫັ້ນນ່າກໍ່ມີເຂົ້າມາເລື້ອຍໆ ຫັ້ນນ່າສ່ວນຫຼາຍຈະເປັນທືນຈະເຈົ້າສົນໃຈທືນໄປຮຽນພ້ອມເຮັດວຽກຫຼາຍກ່ວາ.”

ອີງຕາມການລາຍງານຂອງສະພາແຫ່ງຊາດລາວໃນເດືອນເມສາ 2024 ທີ່ຜ່ານມານີ້ລະບຸວ່ານັບແຕ່ປີ 2024 ຈົນເຖິງປີ 2029 ປະເທດຢີ່ປຸ່ນຕ້ອງການແຮງງານຕ່າງປະເທດທີ່ມີທັກສະສູງ 800,000 ຄົນເປັນຕົ້ນຂະແໜງການຂົນສົ່ງທາງບົກ, ທາງລົດໄຟ, ປ່າໄມ້ ແລະ ອຸດສາຫະກຳປ່າໄມ້.

ອີງຕາມການລາຍງານຂອງ ທ່ານ ບຸນສວນ ໄຊຍະສີນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດກະຊວງແຮງງານ ແລະສະຫວັດດີການສັງຄົມລະບຸວ່າໃນລະຫວ່າງປີ 2022 ຫາເດືອນມິຖຸນາ 2023 ທາງການລາວສາມາດຈັດສົ່ງແຮງງານໄປເຮັດວຽກທີ່ປະເທດຢີ່ປຸ່ນໄດ້ທັງໝົດ 720 ຄົນໃນນີ້ເປັນເພດຍີງ 255 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org