ການສຳຣວດປະຊາກອນ ລາວ ປີ 2015
ຄົນງານ ລາວ ທີ່ ເຮັດວຽກ ຢູ່ໄທ ແລະ ບໍ່ໄດ້ ກັບ ສປປປ ລາວ ໃນຊ່ວງ ການສຳຣວດ ປະຊາກອນ ຍັງຈະມີ ຊື່ ຢູ່ໃນ ສໍາມະໂນ ຄົວ ຄືເກົ່າ.
-
ມະນີຈັນ
2014-10-31 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ອະທິບາຍ ວ່າ ຕັ້ງແຕ່ ວັນທີ 1 ມິນາ 2015 ໄປ ຈະມີການ ເລີ່ມ ສຳຣວດ ປະຊາກອນ ຄັ້ງໃໝ່ ໃນທົ່ວ ປະເທດ ຫາກ ຄົນງານ ລາວ ທີ່ ໄປເຮັດວຽກ ຢູ່ໄທ ບໍ່ໄດ້ກັບ ເມືອບ້ານ ໃນຊ່ວງນັ້ນ ທາງ ເຈົ້າໜ້າທີ່ ສຳຣວດ ຈະບັນທຶກ ຜູ້ທີ່ບໍ່ຢູ່ ໄວ້ ໃນອີກ ບັນຊີ ໜຶ່ງ ຕ່າງຫາກ ພ້ອມທັງຈະ ບັນທຶກ ໄວ້ວ່າ ເປັນຫຍັງ ຈຶ່ງບໍ່ໄດ້ ມາສເນີຕົວ ແລະ ຍັງຈະຢູ່ ໃນຈໍານວນ ສໍາມະໂນ ຄົວ ຄືເກົ່າ:
"ຢູ່ກະຢ່າ ບໍ່ໄດ້ຢູ່ ກະບໍ່ເປັນ ຫຍັງເນາະ ເພິ່ນ ກະໝາຍ ແຕ່ວ່າຄົນ ບໍ່ມີໜ້າຢູ່ ໄປຫາເງິນ ກະໝາຍວ່າ ໄປຫາເງິນ ຢູ່ໄທ ແລ້ວກະແລ້ວ ໝາຍຕິກໄວ້ ຕ່າງຫາກນະ ໃນປຶ້ມ ຕ່າງຫາກ ມີແຕ່ ວ່າເພິ່ນ ບໍ່ຢູ່ຊື່ໆ ບໍ່ໄດ້ຕັດ ອອກ".
ທ່ານກ່າວ ຕໍ່ໄປວ່າ ຄົນງານລາວ ທີ່ ໄປເຮັດວຽກ ຢູ່ໄທ ແຕ່ບໍ່ສາມາດ ກັບເມືອບ້ານ ໄດ້ ໃນຊ່ວງ ສຳຣວດ ນັ້ນ ບໍ່ຕ້ອງ ກັງວົນ ເພາະ ເມື່ອກັບມາ ກໍສາມາດ ໄປແຈ້ງ ຕໍ່ນາຍບ້ານ ໄດ້ ແຕ່ ວ່າ ຫາກຜູ້ໃດ ສາມາດ ເດີນທາງ ກັບບ້ານໄດ້ ກໍເປັນການດີ ເພາະ ຈະສະດວກ ແກ່ ການສຳຣວດ.
ປັຈຈຸບັນ ຫລາຍໆບ້ານ ໄດ້ສຳຣວດ ປະຊາກອນ ພາຍໃນບ້ານ ສຳເຣັດ ແລ້ວ ຍັງເຫລືອ ພຽງແຕ່ ຈະສົ່ງໂຕເລກ ໃຫ້ພາກສ່ວນ ກ່ຽວຂ້ອງ ແລະ ໃຫ້ ເຈົ້າໜ້າທີ່ ສົມທົບກັບ ເຈົ້າໜ້າທີ່ ຂັ້ນ ບ້ານ ລົງພື້ນທີ່ ຮິບໂຮມ ຂໍ້ມູລ ແຕ່ລະ ຄອບຄົວ ອີກເທື່ອໜຶ່ງ.
ໜັງສືພິມ ທາງການລາວ ຣາຍງານວ່າ ຄົນງານ ລາວ ຢູ່ໄທ ຫລາຍຄົນ ກັງວົນວ່າ ຫາກຕົນ ບໍ່ໄດ້ກັບ ເມືອບ້ານ ໃນຊ່ວງ ສຳຣວດ ປະຊາກອນ ກໍອາຈກາຍ ເປັນຄົນ ຕົກລົ່ນ ຊຶ່ງການ ສຳຣວດ ປະຊາກອນ ໃນປີ 2015 ປາກົດວ່າ ຄົນງານລາວ ໃນໄທ ຫລາຍຄົນ ໄດ້ກັບຄືນ ເມືອ ລາວ.