ເຮັດວຽກຢູ່ໄທເສັຽຄ່າທໍານຽມ ໃຫ້ລາວ
ທາງການ ປົກຄອງ ທ້ອງຖິ່ນ ໃນ ສປປ ລາວ ເກັບເງິນ ຄ່າ ທໍານຽມ ຈາກ ຄອບຄົວ ຂອງ ຄົນງານ ລາວ ຜູ້ ທີ່ໄປ ເຮັດວຽກ ໃນ ປະເທດ ໄທ.
-
ສິດນີ
2015-09-10 -
-
-
Your browser doesn’t support HTML5 audio
ຕາມການ ບອກເລົ່າ ຂອງ ປະຊາຊົນ ທີ່ ບ້ານ ແກ້ງກອກ, ບ້ານ ຫ້ວຍບູລາ ເມືອງ ແກ່ນທ້າວ ແຂວງ ໄຊຍະບູຣີ ວ່າ, ດຽວນີ້ ຫ້ອງການ ພາສີ ເມືອງ ຮ່ວມກັບ ອຳນາດ ການ ປົກຄອງ ບ້ານ ໄດ້ ຕິດຕາມ ລົງໄປ ເກັບເງິນ ຈາກ ປະຊາຊົນ ທີ່ມີ ສະມາຊິກ ຄອບຄົວ ໄປເຮັດ ວຽກ ຢູ່ ປະເທດໄທ, ທີ່ ຍັງມີຊື່ ໃນ ສໍາມະໂນ ຄົວເຮືອນ. ຄ່າທໍານຽມ ເພີ້ມຂຶ້ນ ເປັນ ປີລະ 2,750 ບາດ ຈາກ 2,500 ບາດ ໃນ ປີ ທີ່ຜ່ານມາ. ດັ່ງ ທ່ານ ກ່າວ ໃນຕອນນຶ່ງ ວ່າ:
"ຢູ່ບ້ານ ເມືອງເຮົາ ຈັກເປັນ ແນວໃດ ດຽວນີ້ ຄັນໄປ ເຮັດວຽກ ຢູ່ໄທ ນັ້ນ ຍັງເກັບ ພາສີ, ບໍ່ຄວນ ຊິເກັບ ຄອບຄົວ ຂ້າພະເຈົ້າ ນີ້, ນາຍ ບ້ານ ເຂົ້າມາ ເກັບ 2,500 ບາດ ຕໍ່ປີ ຈັກ ເກັບ ໄປເຮັດຫຍັງ, ແຕ່ມັນ ກໍ່ບໍ່ຢຸດ ຊ່ຳນັ້ນ ການເກັບ ມັນ ເພີ້ມຂຶ້ນ ແຕ່ລະປີ ເນາະ ປີນີ້ ເພີມຂຶ້ນ 2,720 ບາດ ຕໍ່ປີ ປະຊາຊົນ ບໍ່ພໍໃຈ ເປັນ ຢ່າງຍີ່ງ".
ທ່ານ ກ່າວ ຕື່ມວ່າ ການກະທຳ ດັ່ງກ່າວ, ຂອງ ອຳນາດ ການປົກຄອງ ທ້ອງຖິ່ນ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ, ຈຶ່ງ ຢາກຖາມ ມາຍັງ ພາກຣັດ ໃຫ້ກວດກາ ກ່ຽວກັບ ການ ເກັບເງີນ ນີ້ວ່າ, ແມ່ນ ເພື່ອຫຍັງ ກັນແທ້ ແລະ ແຂວງ ອື່ນໆເດ້ ກໍ ເກັບ ແບບດຽວ ກັນບໍ. ເປັນ ຍ້ອນຫຍັງ, ເພາະ ການທີ່ ຄົນງານລາວ ໄປເຮັດວຽກ ຢູ່ ປະເທດໄທ ນັ້ນ ຂະເຈົ້າ ໃຊ້ເງິນ ເຂົາເອງ ເສັຽຄ່າ ເຮັດ ເອກສານ ແລະ ເມື່ອ ມີບັນຫາ ຢູ່ ປະເທດໄທ, ດັ່ງ ການຖືກ ຫຼອກລວງ ແລະ ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລື ໂຮງງານ ນາຣົກ ໃນໄທ ກໍບໍ່ມີ ຫນ່ວຍງານ ໃດ ຂອງ ຣັຖບານ ລາວ ເຂົ້າໄປຊ່ອຍ ຂະເຈົ້າ. ກ່ຽວກັບ ເຣື້ອງ ດັ່ງກ່າວ ປະທານ ບ້ານ ຫ້ວຍບູລາ ອະທິບາຍວ່າ:
"ຂັ້ນແຂວງ ເພີ່ນເຮັດ ມະຕິ ມາວ່າ ເກັບ ອາກອນ ຣາຍໄດ້ ນີ້ ປີນຶ່ງ 6 ແສນ 6 ຫມື່ນ 4 ພັນ ຕໍ່ຄົນ ຜູ້ຖືກຕ້ອງ, ເລີ້ມມາ ແຕ່ປີ ສອງປີ ນີ້, ແຕ່ວ່າ ຖ້າບໍ່ມີ ເອກສານ ລັກໄປ ເສັຽຄຸນສອງ ຂອງ ຜູ້ມີ ເອກສານ 1 ລ້ານ 3 ແສນ 20 ພັນ ແລະ ໄດ້ໄປ ດັດສ້າງ ອີກ 2 ລ້ານ ເບີ່ງ ເອກສານ ຫັ້ນ".
ນອກຈາກ ນັ້ນ ເມື່ອຂະເຈົ້າ ໄປຕໍ່ ຫນັງສື ຫມົດອາຍຸ ຢູ່ ສະຖານທູດ ລາວ ຢູ່ ບາງກອກ ການ ບໍຣິການ ຈາກ ເຈົ້າຫນ້າທີ່ ສະຖານທູດ ກໍບໍ່ດີ ແຖມຍັງ ເວົ້າຈາ ບໍ່ສຸພາບ, ແຕ່ ຕ້ອງການ ເງິນ ຄ່າເຮັດ ຫນັງສື. ກຸ່ມ ຄົນງານລາວ ຢາກ ຮູ້ວ່າ ເງິນ ຈາກ ເຫື່ອແຮງ ຂອງ ພວກຂະເຈົ້າ ທີ່ ທາງການ ລາວ ເກັບ ຈາກ ຄອບຄົວ ຂອງຂະເຈົ້າ ໃນລາວ ນັ້ນ, ກໍເອົາ ເຂົ້າຄັງຫຼວງ ຫລືບໍ ຫລື ອຳນາດ ການປົກຄອງ ທ້ອງຖິ່ນ ຕັ້ງ ຫລັກການ ເກັບເອົາ ມາໃຊ້ ເອງ. ກໍຣຸນາ ໃຫ້ຄວາມ ກະຈ່າງແຈ້ງ ແດ່ ຢ່າ ຂຸດຮີດ ປະຊາຊົນ ຜູ້ທຸກຍາກ ຫຼາຍ.