ຄົນງານລາວກັບຄືນບ້ານຕ້ອງເສັຽ ພາສີ
ຄົນງານ ລາວ ທີ່ ໄປເຮັດວຽກ ຢູ່ ນອກ ປະເທດ ຕ້ອງ ເສັຽພາສີ ພັລທະ ຣາຍໄດ້ ຕາມ ກົດ ຣະບຽບ ຂອງລາວ.
-
ສົມເນ
2015-01-09 -
-
-
Your browser doesn’t support HTML5 audio
ຄົນງານລາວ ທຸກຄົນ ທີ່ ເຮັດວຽກ ຢູ່ ນອກ ປະເທດ ຕ້ອງ ເສັຽພາສີ ຣາຍໄດ້ ຫລື ພາສີ ພັນທະ 3 ແສນ ກີບ ບໍ່ເກີນ ຊຶ່ງ ຕົກ ປະມານ 1200 ບາດ ຕໍ່ຄົນ ຕໍ່ປີ ຕາມ ກົດຣະບຽບ ໃໝ່ ທີ່ ທາງການ ລາວ ຫາກໍ່ອອກ ແລະ ເລີ່ມໃຊ້ ໃນ ປີ 2015 ນີ້ ໂດຍ ມີການ ບັນທຶກ ໄວ້ ຄັກແນ່ ແລະ ກໍບໍ່ແມ່ນ ເກັບ 2000 ບາດ ຄື ດັ່ງທີ່ວ່າ ມີຂ່າວ ອອກມາ ນັ້ນ ແຕ່ຢ່າງໃດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ ໃນ ວັນທີ 9 ມົກຣາ 2015 ນີ້:
"ເປັນ ກົດຣະບຽບ ຂອງ ບ້ານເດີ ເສັຽເປັນປີ ບ້ານເພິ່ນ ໃຫ້ ເກັບແນວນັ້້ນ ເບິ່ງ ສະເພາະ ແຮງງານ ປະຕິບັດ ພັນທະ ເສັຽເປັນປີ ເກັບ ໃຫ້ ຣັຖ ຄຸ້ມຄອງ ເພື່ອວ່າ ຖ້າມັນມີ ບັນຫາ ຫຍັງ ກັບມາ ເພາະວ່າ ຣັຖເຮົາ ປົກປ້ອງເດ ຄື ເຫັນຫັ້ນລະ ເວລາ ສົ່ງກັບ ຫຍັງ ຣັຖ ເຮົາ ກະໄປຮັບ ໄປສົ່ງ ອີ່ຫຍັງ ຫັ້ນນະ".
ທ່ານກ່າວ ຕໍ່ໄປວ່າ ການ ເກັບພາສີ ຣາຍໄດ້ ຂອງ ຄົນງານ ມີມາແຕ່ ດົນແລ້ວ ແຕ່ເກັບຖືກ ກວ່ານີ້ ຄື ຕົກປະມານ 7-8 ຮ້ອຍບາດ. ຢ່າງໃດ ກໍຕາມ ຕາມຄໍາເວົ້າ ຂອງ ຄົນງານ ລາວ ທີ່ ຫາກໍ່ກັບມາ ແຕ່ເຮັດວຽກ ຢູ່ ປະເທດໄທ ແລ້ວ ແມ່ນວ່າ ທາງອໍານາດ ການປົກ ຄອງ ທ້ອງຖິ່ນ ໄດ້ມາເກັບ ຈາກ ພວກຕົນ ຄົນລະ 2000 ບາດ ຊຶ່ງ ກໍບໍ່ເຂົ້າໃຈ ເລີຍວ່າ ເພິ່ນເກັບໄປ ເພື່ອຫຍັງ:
"2 ພັນບາດ ຖືກຕ້ອງ ແລ້ວ ເສັຽຕາມ ກໍານົດ ຖ້າບໍ່ໄດ້ ເສັຽຢູ່ບ້ານ ເພິ່ນກະໃຫ້ ໄປເສັຽ ຢູ່ແຂວງ ບໍ່ເຂົ້າໃຈ ຂັ້ນມາ ຫາເງິນ ຫາທອງ ຍັງເກັບ ເອົານໍາ ທຸກທໍ່ໃດ ແຫ່ງຊໍ້າ ຫວະ ໃຫ້ ພໍ່ບ້ານ ພໍ່ບ້ານ ກໍໄດ້ ຄໍາສັ່ງ ຈາກເຂດ ຈາກເມືອງ ຈາກ ແຂວງ ແຕ່ເພິ່ນວ່າ ໃຫ້ເສັຽ ເປັນປີ".
ຄົນງານ ລາວ ຜູ້ນີ້ ຍັງເລົ່າ ໃຫ້ຟັງຕື່ມ ວ່າ ນອກຈາກ 2000 ບາດ ແລ້ວ ຢູ່ບາງບ້ານ ບາງເຂດ ຜູ້ທີ່ມາ ເກັບນັ້ນ ຍັງເກັບເອົາ ນໍາເພີ່ມ ອີກ 50 ພັນ ກີບ ເປັນຄ່າຍ່າງ ເກັບ. 2 ພັນບາດ ທີ່ ທາງອໍານາດ ການ ປົກຄອງ ທ້ອງຖິ່ນ ເກັບເອົາ ນໍານັ້ນ ເປັນເງິນ ຈໍານວນ ຫລາຍ ສໍາລັບ ພວກເຂົາເຈົ້າ ທີ່ ເຮັດວຽກ ຢູ່ໄທ ສູງສຸດ ກໍໄດ້ແຕ່ ເດືອນ ລະ 8-9 ພັນ ບາດ; ເສັຽຄ່າ ເຊົ່າຫ້ອງ ຄ່າກິນ ຄ່າຢູ່ ອອກ ຊ່ວຍກັບ ໝູ່ ກໍຕົກ ເດືອນລະ ພັນ ກວ່າ ບາດ; ສົ່ງໃຫ້ ຄອບຄົວ ພໍ່ແມ່ ທີ່ ຢູ່ທາງ ເມືອງ ລາວ ກໍເປັນ ສ່ວນໃຫຍ່; ຈົ່ງໄວ້ ໃຊ້ຈ່າຍ ຕອນຈໍາເປັນ ສໍາລັບ ຕົນເອງ ບາງເດືອນ ກໍເຫລືອ ບໍ່ຮອດພັນ. ຫາກຢາກ ກັບ ຄືນລາວ ກໍຕ້ອງມີ ເງິນຄ່າລົດ ເປັນ ພັນ ຫລື ພັນກວ່າ ບາດ ຈຶ່ງ ໄປ ຮອດບ້ານ ຮອດເຮືອນ.