ຄົນງານລາວ ສ່ວນຫຼາຍ ບໍ່ສາມາດເຂົ້າ ສູ່ປະກັນສັງຄົມ
ວຽກງານ ພາກກະເສຕ ຫຼືກຸ່ມທີ່ໃຊ້ແຮງງານ ສ່ວນຫຼາຍ ບໍ່ຢູ່ໃນລະບົບ ປະກັນສັງຄົມ, ເປັນຄົນງານ ຣາຍມື້ ບໍ່ມີສວັສດີການສັງຄົມ, ມັກຖືກ ເອົາລັດ ເອົາປຽບ, ນາຍຈ້າງ ມັກໃຊ້ຊ່ອງວ່າງ ທາງກົດໝາຍ ເອົາປຽບລູກຈ້າງ.
-
ອາວະຣີ
2021-11-25 -
-
-
Your browser doesn’t support HTML5 audio
ຄົນງານລາວ ສ່ວນຫຼາຍ ບໍ່ຢູ່ໃນລະບົບປະກັນສັງຄົມ ເຮັດວຽກເປັນຄົນງານຣາຍວັນຣາຍມື້ ໄປ ຫຼືບໍ່ກໍຮັບ ເໝົາ ບໍ່ມີສວັດດີການຫຍັງ ແລະມັກຖືກເອົາລັດເອົາປຽບໂດຍ ສະເພາະ ຖືກ ເອົາລັດເອົາປຽບຈາກນາຍຈ້າງນັກລົງທຶນຕ່າງປະເທດ ຊຶ່ງມີທັງຈີນ ວຽດນາມແລະໄທ, ອີງຕາມຄວາມເວົ້າຂອງຄົນງານ ແລະເຈົ້າໜ້າທີ່ລາວ.
ຄົນງານລາວຄົນນຶ່ງ ຊຶ່ງຄືກັບຄົນລາວອື່ນໆ ບໍ່ປະສົງບອກຊື່ ໄດ້ກ່າວກ່ຽວກັບເຣື່ອງນີ້ກັບ ວິທະຍຸເອເຊັຍເສຣີໃນວັນທີ່ 25 ພຶສ ຈິກາ 2021 ນີ້ວ່າ:
“ກ້ວຍຫັ່ນ ເຂົາກໍ່ປູກຫຼາຍ ຫຼາຍນິຄົມ ພໍ່ແມ່ປະຊາຊົນກໍບໍ່ມີບ່ອນທຳມາ ຫາກິນ ກໍ່ຈຳເປັນເນາະ ບາງມື້ກໍ່ແບບເຮັດວຽກຮັບເໝົາ ແບບເຮັດວຽກເປັນວັນ ເຂົາກໍໄປຫຼາຍຢູ່ ໄປສູ່ມື້ຫັ່ນແຫຼະ ບໍ່ວ່າບ້ານໃດ ເມືອງໃດກໍໄປໝົດ ມີແຕ່ໄປ ໄປເຮັດວຽກ ເຮັດໄປຫັ່ນແຫຼະ ແຕ່ວ່າບໍ່ມີແບບສວັດດີການ.”
ຄົນງານຢູ່ສວນກ້ວຍຈີນແຫ່ງນຶ່ງໃນລາວ ທີ່ບໍ່ປະສົງອອກຊື່ແລະສຽງ ກໍກ່າວວ່າ ເຈົ້າຂອງ ສວນກ້ວຍ ຈ້າງເຂົາແຕ່ລະມື້ໄປ ບໍ່ຈ້າງເປັນຄົນງານຖາວອນ ບໍ່ໄດ້ຈ່າຍຄ່າປິ່ນປົວສຸກຂະ ພາບ ໃຊ້ຄົນງານເຮັດວຽກເກີນເວລາເລື້ອຍໆ ແລະກໍບໍ່ຈ່າຍຄ່າເກີນເວລາ; ຄົນງານບໍ່ມີ ສັນຍາຈ້າງງານກັບນາຍຈ້າງຢ່າງຄັກແນ່.
ເຈົ້າໜ້າທີ່ອົງການຈັດຕັ້ງທາງສັງຄົມທ່ານນຶ່ງ ກໍຢືນຢັນວ່າ ຄົນງານລາວສ່ວນຫຼາຍ ບໍ່ມີ ສັນຍາກັບນາຍຈ້າງ.
“ສ່ວນຫຼາຍກໍລົມກັນໃນນາມຊື່ໆ; ເອີເນາະ ບໍ່ໄດ້ມີການຕົກລົງ ພວກຂະເຈົ້າກໍຊອກຫາຫຼັກການອ້າງອີງຫຼາຍຢ່າງເນາະ ທີ່ຈະຍົກຂື້ນມາເວົ້າຫັ່ນໜ່າ ເພື່ອຢາກຈ່າຍໜ້ອຍ ຈັງຊີ້ຫັ່ນນ່າ.”
ເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມນາງນີ້ ອະທິບາຍວ່າ ໃນເມື່ອບໍ່ມີສັນຍາຈ້າງ ພວກຄົນ ງານກໍບໍ່ມີສິດໄດ້ຮັບສວັສດີການທາງສັງຄົມ ແນວໃດຈາກນາຍຈ້າງ; ທາງນາຍຈ້າງ ກໍປະ ຫຍັດເງິນ ບໍ່ຈຳເປັນຕ້ອງຈ່າຍຄ່າສວັດດີການຫຍັງໃຫ້ແກ່ຄົນງານ ຖ້າຈະເວົ້າແລ້ວ ພວກ ຄົນງານເປັນຝ່າຍເສັຍປຽບ ຖືກເອົາລັດເອົາປຽບ. ສາເຫດ ກໍຍ້ອນຄົນງານ ຮູ້ເທົ້າບໍ່ເຖິງ ການ ບໍ່ຮູ້ກົດໝາຍແຮງງານ; ນາຍຈ້າງພັດສລາດ ຮູ້ກົດໝາຍແຕ່ບໍ່ປະຕິບັດ.
ເຈົ້າໜ້າທີ່ອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກສະເພາະກັບບັນຫາແຮງງານອີກນາງນຶ່ງ ກ່າວກ່ຽວກັບບັນນາຍຈ້າງບໍ່ຍອມປະຕິບັດຕາມກົດໝາຍວ່າ:
“ກໍຣະນີວ່າ ບໍ່ປະ ຕິບັດຕາມກົດຣະບຽບສັນຍາຂອງລາວ ທາງການເພິ່ນກໍຊິຟ້ອງໄດ້ ປັບໃໝໄດ້ ແລ້ວກໍສັ່ງ ໃຫ້ຢຸດກິດຈະການຂອງເຈົ້າ ຢຸດກິດຈະການໄປຊົ່ວຄາວ ຈົນກວ່າຂະເຈົ້າຊຳຣະສະສາງ ໝົດເບື້ອງຫຼັງ ແລ້ວເຂົາຈື່ງຄອຍດຳເນີນກິດຈະກນຂອງຂະເຈົ້າຕໍ່.”
ສ່ວນເຈົ້າໜ້າທີ່ກະຊວງແຮງງານແລະສວັດດີການສັງຄົມ ອະທິບາຍວ່າ ການມີສັນຍາຈ້າງຫຼືບໍ່ນັ້ນ ຂື້ນກັບການຕົກລົງກັນຣະຫວ່າງຄົນງານແລະນາຍຈ້າງ:
“ສ່ວນຫຼາຍແລ້ວແມ່ນລູກຈ້າງກັບນາຍຈ້າງຫັ່ນຕົກລົງກັນເອງເນາະ ອັນທີ່ວ່າເປັນສັນຍາຮັບເໝົາວ່າ ອັນສ່ວນນີ້ ເທົ່ານັ້ນລ້ານ ເທົ່ານີ້ລ້ານຊິຫັ່ນໜາ.”
ກ່ຽວກັບບັນຫາຄົນງານຖືກເອົາລັດເອົາປຽບນີ້ ຍານາງຄຳຈັນ ພົມແສງສວັນ ຮອງປະທານ ສູນກາງແນວລາວສ້າງຊາດ ກໍໄດ້ສເນີຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງທີ່ຫາກໍຜ່ານມາວ່າ:
“ຈຳນວນນຶ່ງໄປຊອກເຮັດວຽກນຳໂຄງການຂອງຕ່າງປະເທດ ເຮັດວຽກຢູ່ສວນ ກ້ວຍ ຢູ່ທ້ອງຖິ່ນຕ່າງໆຫຼືອອກໄປເຮັດວຽກຢູ່ຕ່າງປະເທດ ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ບໍ່ ມີຄວາມຮູ້ ຖືກນາຍຈ້າງເອົາປຽບ ບໍ່ຈ່າຍເງິນເດືອນ ບໍ່ຈ່າຍຄ່າແຮງງານ ບໍ່ຮັບຜິດຊອບຕໍ່ ການປະກັນໄພສຸກຂະພາບ ຖືກກັກກັນບໍຣິເວນ ຖືກໄລ່ອອກ; ສະພາບດັ່ງກ່າວນີ້ ເກີດມີ ເຣື່ອງໆຢູ່ໃນສັງຄົມພວກເຮົາ ຂໍສເນີໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ພິຈາຣະນາແກ້ໄຂ ດ່ວນ.”
ເມື່ອເດືອນພຶສາພາປີນີ້ ວິທະຍຸເອເຊັຍເສຣີ ຣາຍງານວ່າ ທ້າວຂຽວ ອາຍຸ 18 ປີ ຢູ່ແຂວງຊຽງຂວາງ ໄປເຮັດວຽກເປັນກັມມະກອນຣາຍມື້ຢູ່ສວນກ້ວຍຈີນ ທີ່ແຂວງບໍ່ຣິຄຳໄຊ ບໍ່ດົນເສັຍຊີວິດ. ເພື່ອນຄົນງານສ່ວນຫຼາຍ ເຊື່ອວ່າ ທ້າວຂຽວເສັຍຊີວິດຍ້ອນສານເຄມີ. ທາງເຈົ້າຂອງສວນກ້ວຍ ກໍບໍ່ໄດ້ພິສູດການເສັຍຊີວິດຂອງຜູ້ກ່ຽວ ແລະກໍບໍ່ໄດ້ຈ່າຍເງິນ ຊ່ວຍເຫຼືອແນວໃດໃຫ້ແກ່ຄອບຄົວຂອງຜູ້ຕາຍ.
ກະຊວງແຮງງານແລະສວັດດີການສັງຄົມ ຣາຍງານວ່າ ປັດຈຸບັນ ປະເທດລາວ ມີຄົນງານ ເຖິງ 83 ສ່ວນຮ້ອຍຂອງຄົນງານທັງໝົດໃນທົ່ວປະເທດ ເຂົ້າບໍ່ເຖິງລະບົບສວັດດີການສັງ ຄົມຂອງຣັດ ມີຄົນງານພຽງ 17 ສ່ວນຮ້ອຍເທົ່ານັ້ນ ໄດ້ເຂົ້າຢູ່ໃນລະບົບປະກັນສັງຄົມ ໃນ ນັ້ນ 7 ສ່ວນຮ້ອຍ ເປັນຄົນງານໃນທຸຣະກິດເອກກະຊົນ ສ່ວນທີ່ເຫຼືອ 10 ສ່ວນຮ້ອຍເປັນ ພະນັກງານຂອງຣັດ.