ຄົນງານລາວໃນປະເທດ ຍັງຖືກນາຍຈ້າງເອົາປຽບ

ພິທີປິດຝຶກອົບຮົມສີມີແຮງງານ ສ້ອມແປງ ຣົຖຈັກ, ແຂວງໄຊສົມບູນ, ວັນທີ 1 ສິງຫາ 2016.
ພິທີປິດຝຶກອົບຮົມສີມີແຮງງານ ສ້ອມແປງ ຣົຖຈັກ, ແຂວງໄຊສົມບູນ, ວັນທີ 1 ສິງຫາ 2016. (ຮູບພາບ: ພແນກແຮງງານ ແລະ ສວັດດີການສັງຄົມ ແຂວງໄຊສົມບູນ)

0:00 / 0:00

ມາຮອດປັດຈຸບັນ ຄົນງານລາວຈໍານວນຫລາຍ ທີ່ເຮັດວຽກຢູ່ພາຍໃນປະເທດ ຍັງຖືກນາຍຈ້າງເອົາລັດເອົາປຽບດ້ວຍຫລາຍຮູບແບບ ແລະສິດທິຂອງພວກເຂົາເຈົ້າ ກໍຍັງບໍ່ຖືກປົກປ້ອງເທົ່າທີ່ຄວນ ເຖິງແມ່ນວ່າ ທາງການລາວຈະໄດ້ປະກາດໃຊ້ກົດໝາຍວ່າດ້ວຍແຮງງານເພື່ອປົກປ້ອງສິດຂອງພວກເຂົາເຈົ້າມາແລ້ວກໍຕາມ. ການບໍ່ໄດ້ຮັບເງິນເດືອນຈາກນາຍຈ້າງ ກໍເປັນບັນຫາທີ່ມັກເກີດຂຶ້ນ ກັບຄົນງານໃນພາກອຸດສາຫະກໍາ ທັງທີ່ບໍ່ມີສີມືແຮງງານ ຫລືມີສີມືແຮງງານໜ້ອຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 20 ມົກກະຣານີ້.

“ພວກທີ່ເຮັດວຽກ ໂດຍທີ່ນາຍຈ້າງບໍ່ຈ່າຍເນາະ ອັນທີ່ 2 ມາກໍ ເງິນເດືອນເຂົາບໍ່ຈ່າຍຕາມປົກຕິ ຕາມທີ່ສັນຍາກັນໄວ້ເນາະ ອໍໂຕນີ້ຈະເວົ້າເຣື່ອງເປັນກັມກອນ ຢູ່ທັງໃນຣະບົບແລະນອກຣະບົບ ກໍມີເບິດເນາະ ໂຮງງານກໍມີເນາະ ຫລືໄປເຮັດວຽກຢູ່ຕາມຮ້ານຄ້່ບໍ່ ຫລືວ່າເປັນເດັກເສີບທົ່ວໆໄປ.”

ທ່ານກ່າວຕື່ມວ່າ ບັນຫາການຂູດຮີດແຮງງານ ໂດຍສະເພາະການບໍ່ຈ່າຍຄ່າແຮງງານຕາມ ສັນຍານັ້ນ ເກີດຂຶ້ນກັບຄົນງານ ທັງທີ່ເຮັດວຽກໃນລະບົບ ແລະນອກລະບົບ. ເວົ້າສະເພາະກໍຣະນີຄົນງານເພດຊາຍ ແມ່ນມັກເກີດຂຶ້ນກັບຜູ້ທີ່ເຮັດວຽກເປັນກໍາກອນກໍ່ສ້າງ ແລະຄົນງານໃນພາກການກະເສດ. ສ່ວນຄົນງານເພດຍິງ ມັກເກີດຂຶ້ນກັບຜູ້ທີ່ເຮັດວຽກເປັນຄົນງານໃນໂຮງງານຕັດຫຍິບ ຫລື ບໍລິການຕາມຮ້ານອາຫານຕ່າງໆ.

ເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບກົດໝາຍວ່າດ້ວຍແຮງງານນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ຄົນງານລາວຈໍານວນຫລາຍ ຖືກນາຍຈ້າງບັງຄັບໃຫ້ເຮັດວຽກເກີນເວລາ ທີ່ກົດໝາຍວ່າດ້ວຍແຮງງານກໍານົດ ໂດຍບໍ່ໄດ້ຮັບຄ່າແຮງງານເພີ່ມ ຫລືບໍ່ຄົບຕາມຈໍານວນ ທີ່ນາຍຈ້າງ ແລະລູກຈ້າງ ໄດ້ຕົກລົງກັນໄວ້.

"ຢູ່ນໍາໂຮງງານນີ້ກໍ ການເອົາລັດເອົາປຽບນີ້ກໍຈະແມ່ນເຣື່ອງ ການເຮັດ OT ບໍ່ ໃຫ້ຂະເຈົ້າເຮັດກາຍໂມງ ໂດຍທີ່ວ່າບໍ່ໄດ້ຄ່າຈ້າງທີ່ເໝາະສົມ ບໍ່ຈ່າຍຄ່າແຮງງານ ໃຫ້ເປັນເດືອນຈັ່ງຊີ້ ແລ້ວກໍເກັບຄ່າແຮງງານນັ້ນໄວ້ ວັນເວລາທີ່ຂະເຈົ້າຂໍຈັ່ງຊີ້ ຂະເຈົ້າຈະໄດ້ຕາມທີ່ເງິນເດືອນຂອງຂະເຈົ້າບໍ່. "

ແລະວ່າ ທີ່ຜ່ານມາ ຄົນງານລາວຈໍານວນຫລາຍ ບໍ່ມີຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍແຮງງານ ແລະສວັດດິການສັງຄົມຕ່າງໆ ທີ່ພວກເຂົາເຈົ້າຄວນຈະໄດ້ຮັບ ໂດຍສະເພາະ ຊົນເຜົ່າໃນເຂດຫ່າງໄກ ທີ່ໄດ້ຍ້າຍເຂົ້າມາເຮັດວຽກຢູ່ໃນຕົວເມືອງ, ເຂດອຸດ ສາຫະກໍາ ຍ້ອນບໍ່ຮູ້ພາສາລາວດີ. ເມື່ອຖືກຂູດຮີດແຮງງານ ພວກເຂົາເຈົ້າກໍບໍ່ສາມາດເຂົ້າເຖິງຂະບວນການຍຸຕິທໍາໄດ້ພໍເທົ່າໃດ.

ອີງຕາມກົດໝາຍວ່າດ້ວຍແຮງງານ ມາດຕຣາ 51, ເວລາເຮັດວຽກປົກຕິ ຈະຕ້ອງບໍ່ກາຍ 6 ມື້ຕໍ່ອາທິດ, ເຮັດວຽກບໍ່ກາຍ 8 ຊົ່ວໂມງຕໍ່ມື້, ມີເວລາພັກຜ່ອນບໍ່ຫລຸດ 60 ນາທີ. ແລະມາດຕຣາ 114 ຣະບຸວ່າ ມື້ປົກກະຕິ ຫາກມີການເຮັດວຽກເພີ່ມໂມງ ລະຫວ່າງ 17:00 ໂມງຫາ 22:00 ໂມງ ນາຍຈ້າງຈະຕ້ອງຈ່າຍຄ່າແຮງງານ ເພີ່ມຈາກອັດຕຣາຈ້າງງານປົກຕິ 150%. ສ່ວນການເຮັດວຽກລະຫວ່າງ 22:00 ໂມງຫາ 6:00 ໂມງ ຕ້ອງຈ່າຍເພີ່ມ 200%. ແລະມາດຕຣາ 115 ຣະບຸວ່າ ມື້ພັກປະຈໍາອາທິດ ແລະມື້ພັກທາງຣັຖການ ຫາກມີການເຮັດວຽກເພີ່ມໂມງ ລະຫວ່າງ 6:00 ໂມງ ຫາ 16:00 ໂມງ ຕ້ອງຈ່າຍຄ່າແຮງງານເພີ່ມ 250%, ລະຫວ່າງ 16:00​ ໂມງຫາ 22:00 ໂມງ ຕ້ອງຈ່າຍຄ່າຈ້າງແຮງງານເພີ່ມ 300% ແລະລະຫວ່າງ 22:00 ໂມງຫາ 6:00 ໂມງຕ້ອງຈ່າຍເພີ່ມ 350%.

ປະຊາຊົນຢູ່ແຂວງຜົ້ງສາລີຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 20 ມົກກະຣານີ້ວ່າ ທີ່ຜ່ານມາ ທາງການລາວໄດ້ອະນຸຍາດໃຫ້ບໍຣິສັດຕ່າງປະເທດ ໂດຍສະເພາະບໍຣິສັດເອກກະຊົນຈີນ ເຂົ້າມາດໍາເນີນທຸຣະກິດຢູ່ລາວ ຊຶ່ງບໍຣິສັດຈີນນີ້ ຈະມີຫົວໜ້າເປັນຄົນຈີນ ແລະເປີດຮັບສມັກເອົາຄົນງານລາວ ເຂົ້າໄປເຮັດວຽກ. ເມື່ອຄົນງານລາວເຮັດວຽກງານິດພາດ ບໍ່ຖືກໃຈ ກໍມັກຖືກຄົນຈີນທໍາຮ້າຍຮ່າງກາຍ ໂດຍບໍ່ໄດ້ຮັບການຄຸ້ມຄອງທາງກົດໝາຍ.

"ແຮງງານບາງເທື່ອນີ້ກໍ ໄປທໍາງານເນາະ ບາງເທື່ອກໍຜິດພາດ ແລ້ວກໍມີການໂຕ້ຖຽງ ເກີດທຸບຕີນະດຽວນີ້ ທຸບຕີຕ່ອຍຕີ ບາດເຈັບສາຫັດ ດຽວນີ້ນີ໋ຄະດີດັ່ງກ່າວນີ້ ກໍຍັງບໍ່ໄດ້ໄກ່ເກັ່ຽສໍາເຣັດ ນະດຽວນີ້ ຢູ່ຕາມບໍຣິສັດທັມດານີ້ແຫລະ ສ່ວນຫລາຍເປັນບໍຣິສັດຕ່າງປະເທດນີ້ເຂົ້າມານີ້ ການຄຸ້ມຄອງກົດໝາຍລາວເຮົາ ຍັງບໍ່ທັນໜັກແໜ້ນ. "

ເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບກົດໝາຍວ່າດ້ວຍແຮງງານອີກທ່ານນຶ່ງ ກໍເວົ້າວ່າ ປັດຈຸບັນ ກະຊວງແຮງງານ ແລະສວັດດິການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ໃນລະຫວ່າງການຮວບ ຮວມຂໍ້ມູນ ກ່ຽວກັບບັນຫາການຂູດຮີດແຮງງານ ຢູ່ພາຍໃນລາວ ເພື່ອນໍາໃຊ້ເຂົ້າໃນການແກ້ໄຂກົດໝາຍວ່າດ້ວຍແຮງງານ ເພື່ອຄຸ້ມຄອງສິດທິຂອງຄົນງານລາວ ບໍ່ໃຫ້ຖືກເອົາລັດເອົາປຽບຈາກນາຍຈ້າງ ແລະປ້ອງກັນບໍ່ໃຫ້ພວກເຂົາເຈົ້າ ຕົກເປັນເຫຍື່ອຂອງການຄ້າມະນຸດ ເນື່ອງຈາກການຂູດຮີດແຮງງານ ແມ່ນເປັນອີກກໍຣະນີນຶ່ງ ທີ່ເຂົ້າຂ່າຍການຄ້າມະນຸດ, ດັ່ງທີ່ທ່ານກ່າວວ່າ:

“ໂຕນີ້ ຂູດຮີດແຮງງານເຮົານີ້ ອັນນີ້ເຮົາກໍຈະເປັນການຄ້າມະນຸດ ຄືກັນ ໂຕນີເຮົາກໍາລັງຈະປັບປຸງ ກົດໝາຍໃໝ່ຂຶ້ນໃໝ່ ເພາະວ່າເຮົາເຫັນບັນຫາທີ່ມັນເກີດຂຶ້ນ ແລ້ວກໍຊ່ອງຫວ່າງຂອງກົດໝາຍມັນຍັງມືຢູ່ລະ.”

ທີ່ຜ່ານມາ ທາງການລາວ ພະຍາຍາມແກ້ໄຂບັນຫາຄົນງານລາວ ທີ່ຖືກນາຍຈ້າງເອົາລັດເອົາປຽບ ແລະບໍ່ສາມາດເຂົ້າເຖິງຂະບວນການຍຸຕິທໍາໄດ້. ແຕ່ຍັງເຮັດໄດ້ບໍ່ພໍເທົ່າໃດ ຍ້ອນໜ່ວຍງານທີ່ກ່ຽວຂ້ອງຂອງທາງການ ຍັງບໍ່ສາມາດຮວບຮວມຈໍານວນຄົນງານລາວ ທີ່ຖືກນາຍຈ້າງເອົາລັດເອົາປຽບໄດ້ຢ່າງຄັກແນ່ເທື່ອ,ອີງຕາມຄາເວົ້າຂອງທ່ານ ຄໍາຈັນ ສີວັນທອງ ຮອງຫົວໜ້າກົມຄຸ້ມຄອງແຮງງານ ຕໍ່ກອງປະຊຸມກ່ຽວກັບສິດທິຂອງຄົນງານກໍ່ສ້າງ ໃນນະ ຄອນຫລວງວຽງຈັນ ຊຶ່ງເປັນສ່ວນນຶ່ງຂອງ “ໂຄງການສນັບສນູນກິຈກໍາຮາກຫຍ້າ ຜ່ານເຄືອຄ່າຍນາຍຈ້າງ ແລະຄົນງານລະຫວ່າງປະເທດ” ໄດ້ຮັບການສນັບສນູນຈາກຣັຖບານຍີ່ປຸ່ນ ຜ່ານມູນນິທິແຮງງານສາກົລແຫ່ງປະເທດຍີ່ປຸ່ນ ເມື່ອວັນທີ 19 ມົກກະຣານີ້.