ມາເລເຊັຽ, ໄທຍ ມີແຜນເຊື່ອມຕໍ່ ຣົຖໄຟ ສູ່ທາງຣົຖໄຟ ລາວ-ຈີນ

ຂະບວນຣົຖໄຟສິນຄ້າລາວ-ຈີນ ທີ່ພວມເດີນທາງເຂົ້າສູ່ສະຖານີ ນະຄອນຫຼວງວຽງຈັນ ອັນເປັນສະຖານີຂົນສົ່ງສິນຄ້າ ຈາກໄທຍມາລາວ ແລ້ວໄປສູ່ຈີນ ແລະ ຈາກຈີນມາລາວ ແລ້ວໄປສູ່ໄທຍ (TS), ເດືອນພຶສພາ 2022.
ຂະບວນຣົຖໄຟສິນຄ້າລາວ-ຈີນ ທີ່ພວມເດີນທາງເຂົ້າສູ່ສະຖານີ ນະຄອນຫຼວງວຽງຈັນ ອັນເປັນສະຖານີຂົນສົ່ງສິນຄ້າ ຈາກໄທຍມາລາວ ແລ້ວໄປສູ່ຈີນ ແລະ ຈາກຈີນມາລາວ ແລ້ວໄປສູ່ໄທຍ (TS), ເດືອນພຶສພາ 2022. (Photo: RFA)

0:00 / 0:00

ຣັ​ຖ​ບານ​ມາ​ເລ​ເຊັຽ ແລະ ໄທ​ຍ ມີ​ແຜນຈະ​ເຊື່ອມ​ຕໍ່​ທາງ​ຣົ​ຖ​ໄຟ ຂອງ​ຕົນມາ​ໃສ່ ທາງ​ຣົ​ຖໄຟ​ ລາວ-ຈີນ ໃນ​ອະ​ນາ​ຄົຕ ເຊິ່ງມີ​ໄລ​ຍະ​ທາງ​ທັງ​ໝົດປະ​ມານ 2,000 ກິ​ໂລ​ແມັດ ອີງ​ຕາມ​ການ​ຣາຍ​ງານ ​ຂອງ​ສຳ​ນັກ​ຂ່າວບາງກອກ​ໂພ​ສຕ໌ ​ຂອງ​ໄທ​ຍ ໃນ​ວັນ​ທີ 18 ສິງ​ຫາ 2022.

ມີ​ການ​ຄຳ​ນວນ​ອອກ​ມາ​ວ່າ ການ​ເດີນ​ທາງ​ດ້ວຍ​ຣົ​ຖ​ໄຟ ​ຈາກ​ມາ​ເລ​ເຊັຽມາ​ຮອດ​ປະ​ເທດ​ລາວ ຈະ​ໃຊ້​ເວ​ລາປະ​ມານ 70 ຊົ່ວ​ໂມງ.

ໃນ​ວັນ​ທີ 15 ສິງ​ຫາ ທີ່​ຜ່ານ​ມາ, ຜູ້​ວ່າ​ການ​ຣົ​ຖ​ໄຟ​ແຫ່ງ​ປະ​ເທດ​ໄທ​ຍ ແລະ ຜູ້​ວ່າ​ການ​ຣົ​ຖ​ໄຟ​ຂອງ​ມາ​ເລ​ເຊັຽ ໄດ້​ເປີດ​ພິ​ທີທົດ​ລອງແລ່ນ​ ຂບວນ​ຣົຖ​ໄຟ​ຂົນ​ສົ່ງ​ສິນ​ຄ້າ ຈຳ​ນວນ 20 ຕູ້ ຄອ​ນ​ເທນ​ເນີຣ໌ ຜ່ານ​ດ່ານປາ​ດັງ​ເຊ​ຊາ​ຣ໌ ຢູ່​ຊາຍ​ແດນ​ມາ​ເລ​ເຊັຽ-ໄທ​ຍ ມາ​ຮອດ ແຂວງ​ໜອງ​ຄາຍ. ຣົ​ຖ​ໄຟ​ຂບວນ​ດັ່ງ​ກ່າວ ແລ່ນ​ຈາກ​ປະ​ເທດ​ມາ​ເລ​ເຊັຽ ໃນ​ວັນ​ທີ 12 ສິງ​ຫາ ແລະ ມາ​ຮອດ​ແຂວງ​ໜອງ​ຄາຍ ໃນ​ວັນ​ທີ 17 ສິງ​ຫາ.

ເຈົ້າ​ໜ້າ​ທີ່​ປະ​ຈຳ​ສ​ຖານ​ນີ​ຣົ​ຖ​ໄຟ​ ແຂວງ​ໜອງ​ຄາຍ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ເປັນການ ທົດ ສອບ ແລ່ນ ມາ ຈາກ ມາ ເລ ເຊັຽ ຊື່ໆ ເປັນ ຂບວນ ຣົ ໄຟ ຕູ້ ຕອ ເທນ ເນີຣ໌ ເປົ່າ ຊື່ໆ. ຍັງ ບໍ່ ທັນ ຂົນ ສົ່ງ ສິນ ຄ້າ. ໄດ້ ທົດ ລອງ ແລ່ນ ແລະ ຣົ ໄຟ ກໍ ແລ່ນ ຕາມ ປົກ ຕິ. ແລ່ນ ທົດ ລອງວ່າ ຈະ ໃຊ້ ໄລ ຍະ ເວ ລາ ຈັກ ມື້, ຈາກ ມາ ເລ ເຊັຽ ຮອດ ໜອງ ຄາຍ ຍັງ ບໍ່ ທັນ ກຳ ນົດ ວ່າ ຈະ ເຣີ່ມ ຂົນ ສົ່ງ ສິນ ຄ້າແບບ ເປັນ ທາງ ການມື້ ໃດ ເປັນ ພຽງ ການ ທົດ ລອງ ແລ່ນ ເທົ່າ ນັ້ນ ."

ໃນ​ຂະ​ນະ​ທີ່ ບໍ​ຣິ​ສັດ ໃຫ້​ບໍ​ຣິ​ການ​ຂົນ​ສົ່ງ​ສິນ​ຄ້າ​ບາງ​ແຫ່ງ ທີ່​ມີ​ພື້ນ​ທີ່​ເກັບ​ເຄື່ອງ​ຢູ່​ເຂດ​ໂລ​ຈິ​ສ​ຕິກສ໌ ທ່​າ​ບົກ-ທ່າ​ນາ​ແລ້ງ ນ​ະ​ຄອນ​ຫລວງວຽງ​ຈັນ ກໍ​ຕ​ຣຽມ​ພ້ອມທີ່​ຈະ​ໃຫ້​ບໍ​ຣິ​ການຂົນ​ສົ່ງ​ສິນ​ຄ້າ ຜ່ານ​ຣົ​ຖ​ບັນ​ທຸກ​ ໂດຍ​ຜ່ານ​ປະ​ເທດ​ໄທ​ຍ ນັ້ນ​ຈະ​ມີ​ຕົ້ນ​ທຶນ​ສູງ.

ພະ​ນັກ​ງານ​ບໍ​ຣິ​ການ ຂົນ​ສົ່ງ​ສິນ​ຄ້າ​ແຫ່ງ​ນຶ່ງ ໃນ​ເຂດ​ໂລ​ຈິ​ສ​ຕິກສ໌ ​ທ່າ​ບົກ-ທ່າ​ນາ​ແລ້ງ ໄດ້​ກ່າວ​ວ່າ:

" ມີໆ ! ເຈົ້າ ສິນ ຄ້າ ທີ່ ໄປ ຈາກ ຈີນ ກັບ ມາ ເລ ເຊັຽ ກະ ມີ ນ່າ ເພາະ ວ່າ ເຮົາ ກຳ ລັງ ເປີດ ທາງ ແຕ່ ຈີນ ໄປ ມາ ເລ ເຊັຽ ກະ ໄດ້ ຫຼື ວ່າ ຈີນ ໄປ ມາ ເລ ເຊັຽ ກະ ມີ . ສ່ວນ ຫຼາຍ ມັນ ກະ ເນັ້ນ ທາງ ຣົ ນ່າ ຂົນ ສົ່ງ ທາງ ຣົ ໄຟຂອງ ໄທ ຍນີ້ ເຮົາ ນີ້ບໍ່ ໄດ້ ອັນ ນັ້ນ ເທື່ອ ນ່າ, ເພາະ ວ່າ ຂບວນ ໄທ ກັບ ຈີນ ຍັງ ບໍ່ ສາ ມາດ ເຊື່ອ ມຕໍ່ ກັນ ໄດ້ ."

ສ່ວນ​ວ່າ ຜູ້​ປະ​ກອບ​ການຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ ລາວ, ໄທ​ຍ ແລະ ຈີນ ຍັງ​ບໍ່​ທັນ​ຮູ້​ຣາຍ​ລະ​ອຽດ​ເຣື່ອງນີ້. ຜູ້​ປະ​ກອບ​ການ​ຂົນ​ສົ່ງ​ສິນ​ຄ້າ ນາງ​ນຶ່ງ ໄດ້​ກ່າວ​ວ່າ:

" ຍັງ ບໍ່ ຮູ້ ຄື ກັນ ເພາະ ເຮົາ ກໍ ຊອກ ຫາ ບ່ອນ ທີ່ ວ່າ ມັນ ໄປ ໄດ້ ​, ເພາະ ວ່າ ເຮົາ ກະ ຊອກ ຜູ້ ມາ ຮ່ວມ ທຸ ຣະ ກິຈຫຍັງ ຫັ້ນ ແຫຼະ. ທາງ ເຮົາ ກະ ມາ ແຕ່ ຈີນ ມາ ລາວ, ແຕ່ ຈີນ ມາ ລາວ ຫັ້ນ ແມ່ນ ມັນ ມີ ບາງ ສ່ວນ ທີ່ ວ່າ ໃສ່ ເຄື່ອງ ໃສ່ ຣົ ໄຟ ມາ ເປັນ ປະ ເພດ ເຄື່ອງ ໃຫຍ່ ."

ການ​ສົ່ງ​ອອກ​ ຫຼື ນຳ​ເຂົ້າ ສິນ​ຄ້າ ໂດຍ ຜ່ານ​ທາງຣົ​ຖ​ຂົນ​ສົ່ງ ​ຈະ​ມີ​ຄ່າ​ໃຊ້​ຈ່າຍ​ສູງ ເພາະ​ວ່າ ນ້ຳ​ມັນ​ແພງ.

ທ່ານ ສະ​ຣິດ​ພົນ ວິ​ຊິດ​ວົງ ປະ​ທານ​ຜູ້​ປະ​ກອບ​ການ​ຣຸ້ນ​ໃໝ່ ຫໍ​ການ​ຄ້າ​ແຂວງໜອງ​ຄາຍ ໄດ້​ກ່າວ​ວ່າ:

" ການ ສົ່ງ ອອກ ຫຼື ນຳ ເຂົ້າ ສິນ ຄ້າ ຈະ ໄດ້ ຜົ ໂຍດ ເພື່ອ ທີ່ ຈະ ປະ ຢັດ ເຣື່ອງ ຄ່າ ຂົນ ສົ່ງ ເທົ່າ ທີ່ ເຮົາ ເຫັນ ໂຕ ເລຂ ໄລ ຍະ ຜ່ານ ມາ ການ ຂົນ ສົ່ງ ດ້ວຍຣົ ບັນ ທຸກກໍ ຈະ ຜັນ ຜວນ ຕາ ມລາ ຄາ ນ້ຳ ມັນ ເຊິ່ງ ປັດ ຈຸ ບັນ ລາ ຄາ ນ້ຳ ມັນ ຂ້ອນ ຂ້າງ ມີ ລາ ຄາ ສູງ. ຕົ້ນ ທຶນ ການ ຂົນ ສົ່ງ ກໍ ສູງ ຂຶ້ນ ໄປ ດ້ວຍ, ດັ່ງ ນັ້ນ ຖ້າ ສາ ມາດ ທີ່ ຈະ ໃຊ້ ຣົ ໄຟ ແທນໄດ້ ກໍ ເຫັນ ວ່າ ແມ່ນ ເຣື່ອງ ທີ່ ດີ ."

ປັ​ດ​ຈຸ​ບັນ ຢູ່​ໃນ​ເຂດ​ໂລ​ຈິ​ສ​ຕິກສ໌ ທ່າ​ບົກ-ທ່າ​ນາ​ແລ້ງ ມີ​ບໍ​ຣິ​ສັດ ທີ່​ໃຫ້​ບໍ​ຣິ​ການ ດ້ານ​ການ​ຂົນ​ສົ່ງສິນ​ຄ້າ​ແຜ່ນ​ແດນ ຫຼັກໆ 3 ບໍ​ຣິ​ສັດ ຄື ບໍ​ຣິ​ສັດ ສິດ​ທິ​ໂລ​ຈິ​ສ​ຕິກ​ລາວ​ ຈຳ​ກັດ, ບໍ​ຣິ​ສັດ ລໍ​ວົງ​ຄຳ ຂົນ​ສົ່ງ ແລະ ບໍ​ຣິ​ການ​ ສ​ຖານ​ນີ​ຂົນ​ສົ່ງ​ສິນ​ຄ້າ ຈຳ​ກັດ​ຜູ້​ດຽວ, ແລະ ບໍ​ຣິ Speed Logistics and Transportation Laos. ແຕ່​ລະ​ບໍ​ຣິ​ສັດ ໄດ້​ເຊົ່າ​ພື້ນ​ທີ່ ຢູ່​ເຂດ​ໂລ​ຈິ​ສ​ຕິກສ໌ ແລະ ມີ​ສາງ​ເກັບ​ສິ​ນ​ຄ້າ ເພື່ອ​ເຮັດ​ໜ້າ​ທີ່​ຄ່ຽນ​ຖ່າຍ​ສິນ​ຄ້າ ແລະ ອຳ​ນວຍ​ຄວາມ​ສະ​ດວກ ແກ່​ການກວດ​ກາ​ສິນ​ຄ້າ ຂອງ​ເຈົ້າ​ໜ້າ​ທີ່ ກ່ອນ​ທີ່​ຈະ​ນຳ​ເຂົ້າ ຫຼື ສົ່ງ​ອອກ ໄປ​ຕ່າງ​ປະ​ເທດ.

ກ່ອ​ນ​ໜ້າ​ນີ້ ທ່ານ ຊະ​ຍະ​ທັນ ພົມ​ສອນ ປ​ລັດ​ກະ​ຊວງ​ຄົມ​ນາ​ຄົມ ຂອງ​ໄທ​ຍ ກໍ​ໄດ້​ປະ​ຊຸມ​ກັບ ທ່ານ Isham Ishak ປ​ລັດ​ກະ​ຊວງ​ຄົມ​ນາ​ຄົມ ຂອງ​ມາ​ເລ​ເຊັຽ ພ້ອມ​ກັບ​ບໍ​ຣິ​ສັດ​ຕ່າງໆ ຂອງ​ປະ​ເທດ​ແກ້​ຄຽງ ເພື່ອ​ປຶກ​ສາ​ຫາ​ລື ​ຊອກ​ຫາ​ຊ່ອງ​ທາງ ໃນ​ການກໍ່​ສ້າງ​ຈຸດ​ເຊື່ອມ​ຕໍ່ ​ທາງ​ຣົ​ຖ​ໄຟ​ຂອງ 2 ປະ​ເທດ.

ທີ່​ຜ່ານ​ມາ ຣັ​ຖ​ບານ​ມາ​ເລ​ເຊັຽ ເຄີຍຮ້ອງ​ຂໍ ການ​ເຊື່ອມ​ຍົງ​ ທາງ​ຣົ​ຖ​ໄຟ​ຄວາມ​ໄວ​ສູງ ກັບໄທ​ຍ ເພື່ອ​ໃຫ້​ເປັນ​ຈຸດ​ເຊື່ອມ​ຕໍ່​ໄປ​ ຫາທາງ​ຣົ​ຖ​ໄຟ​ ລາວ-ຈີນ.

ອີ​ງ​ຕາມ​ການ​ຣາຍ​ງານ​ ຈາກ​ສື່ມວນ​ຊົນ​ມາ​ເລ​ເຊັຽ, ຣັ​ຖ​ບານ​ໄທ​ຍ ແລະ ມາ​ເລ​ເຊັຽ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ໂຄງ​ການ​ດັ່ງ​ກ່າວ ແລະ ຣັ​ຖ​ບານ​ມາ​ເລ​ເຊັຽ ກໍ​ເຫັນ​ດີ​ກັບ​ແນວ​ຄິດ​ ຂອງ​ຝ່າຍ​ໄທ​ຍ ໃນ​ການ​ສ້າງ​ຕັ້ງ​ຄະ​ນະ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ປຶກ​ສາ​ຫາ​ລື​ ໃນ​ການ​ເຊື່ອ​ຈອດ​ທາງ​ຣົ​ຖ​ໄຟ ​ສິງ​ກະ​ໂປ, ມາ​ເລ​ເຊັຽ ແລະ ໄທ​ຍ ມາ​ສູ່​ເສັ້ນ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ.

ລະ​ຫວ່າງ ວັນ​ທີ 30 ສິງ​ຫາ ຫາ ວັນ​ທີ 1 ກັນ​ຍາ 2022, ເຈົ້າ​ໜ້າ​ທີ່​ທາງ​ການ​ໄທ​ຍ ຈະ​ເດີນ​ທາງ​ມາ​ປະ​ຊຸມ​ກັບ ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ແລະ ພາກ​ເອກ​ຊົນ​ລາວ ເພື່ອ​ຫາ​ລື​ກ່ຽວ​ກັບການ​ເຊື່ອມ​ຕໍ່​ ທາງ​ຣົ​ຖ​ໄຟ ​ໄລ​ຍະ​ທາງ​ ລະ​ຫວ່າງ ນະ​ຄອນ​ຫລວງວຽງ​ຈັນ ກັບ ແຂວງ​ໜອງ​ຄາຍ, ແລະ ເພື່ອ​ເພີ່ມ​ຂີດ​ຄວາມ​ສາ​ມາດ ແລະ ພັ​ທ​ນາ​ລະ​ບົບ​ໂລ​ຈິ​ສ​ຕິກສ໌ ດ້ວຍ​ການ​ຂົນ​ສົ່ງ​ສິນ​ຄ້າ ​ຜ່ານ​ທາງ​ຣົ​ຖ​ໄຟ, ອີງ​ຕາມ​ການ​ຣາຍ​ງານ​ ຂອງ ທ່ານ ສັກ​ສ​ຍາມ ຊິດ​ຊອບ ຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ຄົມ​ນາ​ຄົມ​ ຂອງ​ໄທ​ຍ ໃນ​ວັນ​ທີ 8 ສິງ​ຫາ ທີ່​ຜ່ານ​ມາ.