ພໍ່ຄ້າລາວຂາຍເຂົາບໍ່ໄດ້ ຍ້ອນມີ ຄູ່ແຂ່ງ ຈາກວຽດນາມ
ແມ່ຄ້າ-ພໍ່ຄ້າ ລາວ ຂາຍເຂົ້າສານ ຢູ່ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ຂາຍ ເຂົ້າບໍ່ໄດ້ ຍ້ອນ ພໍ່ຄ້າ-ແມ່ຄ້າ ວຽດນາມ ນໍາເອົາເຂົ້າ ຣາຄາຖືກ ມາຈໍາໜ່າຍ.
-
ອຸ່ນແກ້ວ ສຸກສະຫວັນ
2019-09-03 -
-
-
Your browser doesn’t support HTML5 audio
ແມ່ຄ້າ-ພໍ່ຄ້າ ລາວ ທີ່ຂາຍເຂົ້າສານ ເພດເຂົ້າໜຽວ ຢູ່ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ຂາຍເຂົ້າບໍ່ໄດ້ ຍ້ອນວ່າ ພໍ່ຄ້າ-ແມ່ຄ້າ ຈາກວຽດນາມ ນຳເຂົ້າສານຈາກວຽດນາມເຂົ້າມາຂາຍແຂ່ງ ໃນລາຄາທີ່ຖືກກວ່າ.
ໂດຍປົກກະຕິແລ້ວ ພໍ່ຄ້າ ແມ່ຄ້າລາວ ຂາຍໃນລາຄາໝື່ນລະ 1 ແສນ 10 ພັນ ກີບ ໃນຂະນະທີ່ເຂົ້າວຽດນາມຂາຍໃນລາຄາໝື່ນລະ 80 ພັນກີບ. ແມ່ຄ້າຂາຍເຂົ້າ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ກັນຍາ ວ່າ:
"ເຂົ້າລາວບໍ່ມີປັນຍາຊື້ເດີ ຄົນທຸກຄົນຍາກກິນບໍ່ໄດ້ ມີແຕ່ໝື່ນລະແສນ ເຂົ້າລາວນະ ບາດນີ້ເຂົ້າວຽດເຂົາຂາຍໄດ້ 80 [ພັນກີບ] ລາຄາຖືກ ເຂົ້າລາວນີ້ ບໍ່ໄດ້ເລີຍ ແພງຫລາຍ ເຂົ້າລາວ ລະເຂົາເຈົ້ານຳເຂົ້າວຽດ ເຂົ້າມາ."
ເຂົ້າໜຽວລາຄາສູງ ຍ້ອນວ່າ ໃນປີ 2018 ເກີດນ້ຳຖ້ວມ ເຮັດໃຫ້ເຂົ້າຂາດຕລາດ, ດັ່ງແມ່ຄ້າທ່ານນີ້ ກ່າວຕື່ມອີກວ່າ:
"ທົບເຄິ່ງເລີຍຂຶ້ນລາຄາ 2-3 ເທື່ອ ປີກາຍນີ້ນ້ຳຖ້ວມ, ເພິ່ນປ່ອຍນ້ຳເຂື່ອນເດ້ ຍ້ອນເຂື່ອນແຕກເດ້ ຕອນນັ້ນເຂື່ອນແຕກ ແລ້ວ ຢ້ານເຂື່ອນ ນ້ຳງື່ມ ແຕກ ກໍເລີຍປ່ອຍ ນ້ຳກໍເລີຍຖ້ວມນາແຖວ ແຂວງວຽງຈັນໝົດເລີຍ ບໍ່ມີເຂົ້າ ເຮັດໃຫ້ເຂົ້າແພງເລີຍ."
ປັດຈຸບັນ ກະຊວງອຸດສາຫະກັມ ແລະການຄ້າ ກຳລັງວາງແຜນຄວບຄຸມລາຄາເຂົ້າຢູ່ ເພື່ອໃຫ້ຊາວຄ້າຂາຍ ຂອງລາວສາມາດ ຂາຍເຂົ້າໄດ້, ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ເວົ້າເລື້ອງເຂົ້າປີນີ້ ມັນສູງນ່າ ມັນກໍຂຶ້ນກວ່າເກົ່າ ຍັງບໍ່ຮູ້ສາເຫດ ເພິ່ນກໍຍັງລົມກັນຢູ່ ມັນຫລາຍອັນ ກະທົບໃສ່ກັນ ຜແນກກະສິກັມເພິ່ນຍັງ ຊິຄິດໄລ່ອົງປະກອບຕົ້ນທຶນ ການຜລິດ ເພາະວ່າ ການຄ້າຕ້ອງໄດ້ຖ້າເອົານ້ຳເພິ່ນ ເຂົາເຈົ້າຕ້ອງເປັນຜູ້ຄິດໄລ່ ຕົ້ນທຶນກໍມີແຕ່ໄວໆນີ້ ແຫຼະ ເພິ່ນກໍວ່າຊັ້ນ."
ລາຄາເຂົ້າສານປະເພດເຂົ້າໜຽວໃນປີ 2018 ໝື່ນລະ 60 ພັນກີບ ແຕ່ໃນປີນີ້ ໝື່ນລະ 110,000 ກີບ ຈຶ່ງເຮັດໃຫ້ເຂົ້າຂາຍ ບໍ່ອອກ ສະນັ້ນ ພໍ້ຄ້າ ແມ່ຄ້າ ວຽດນາມ ຈຶ່ງສວຍໂອກາດ ນຳເຂົ້າມາຂາຍໃນລາຄາຖືກ.