ແມ່ຄ້າທົ່ງຂັນຄຳຖືກຂູ່ໃຫ້ເຊັນ ເອກສານ

ສິດນີ
2014.05.02
F-market ແມ່ຄ້າທົ່ງຂັນຄຳ ຖືກສັ່ງໃຫ້ເຊົາ ຕັ້ງແຜງຂາຍຂອງ ຢູ່ບ່ອນຫວງຫ້າມ
Citizen Journalist

 

ຫລັງຈາກ ເຈົ້າຫນ້າທີ່ ຈັດສັນ ຄວາມເປັນ ຣະບຽບ ຮຽບຮ້ອຍ ຫນີໄປ ເຈົ້າຫນ້າທີ່ ຕຳຣວດ ເມືອງ ຈັນທະບູຣີ ນະຄອນ ຫລວງ ວຽງຈັນ ຫລາຍຄົນ ກໍເຂົ້າມາ ບອກກຸ່ມ ແມ່ຄ້າ ອີກວ່າ ບໍ່ໃຫ້ ພວກຂະເຈົ້າ ຂາຍເຄື່ອງ ຕາມແຄມ ຖນົນ ຕິດກັບ ຕລາດ ທົ່ງຂົນຄຳ ອີກ ເດັດຂາດ ໃຫ້ ຂະເຈົ້າ ອອກຈາກ ທີ່ນັ້ນ ໂດຍດ່ວນ ພ້ອມທັງ ຂູ່ວ່າ ຈະຖືກ ຈັບກຸມ ຖ້າ ບໍ່ອອກໄປ ແລະ ໃຫ້ເຊັນ ໃນບົດ ບັນທືກ.

"ບໍ່ຕ້ອງເຊັນ ດອກ ເຈົ້າບໍ່ໃຫ້ ຂ້ອຍນັ່ງ ຂ້ອຍ ກໍບໍ່ຢູ່ ແຕ່ຂ້ອຍ ເວົ້າຄວາມມ່ວນ ກະໄດ້ ຂ້ອຍກະ ຄົນລາວ ຄືກັນນ່າ ຂ້ອຍຮູ້".

ກ່ອນຫນ້ານີ້ ເຈົ້າຫນ້າທີ່ ຈັດສັນ ນະຄອນ ຫລວງ ວຽງຈັນ ກໍເຂົ້າມາ ນາບຂູ່ ພວກຂະເຈົ້າ ກ່ອນແລ້ວ ຈົນເກີດ ການປະທະ ກັນ ທາງ ຄາຣົມ ຢ່າງ ຮຸນແຮງ ເຈົ້າຫນ້າທີ່ ໄດ້ດ່າວ່າ ກຸ່ມແມ່ຄ້າ ຢ່າງບໍ່ໃວ້ ຫນ້າ ແລະ ກໍບໍ່ເປັນ ການຮັບໃຊ້ ປະຊາຊົນ ຜູ້ຫາເຊົ້າ ກິນຄ່ຳ ຂອງ ເຈົ້າຫນ້າທີ່ ລາວ ແຕ່ຢ່າງໃດ.

ຣັຖບານລາວ ຄວນຈັດສັນ ບ່ອນຂາຍ ທີ່ ຖາວອນ ໃຫ້ແກ່ ພວກຂະເຈົ້າ  ເພາະເຂົາ ຫາລ້ຽງ ຄອບຄົວ ດ້ວຍການ ຄ້າຂາຍ ບໍ່ໄດ້ສໍ້ໂກງ ໃຜ ປາສຈາກ ການຄ້າຂາຍ ຂະເຈົ້າ ກໍບໍ່ມີຣາຍໄດ້ ເພື່ອ ລ້ຽງ ຄອບຄົວ ປະເທດ ທີ່ ສີວິໄລ ເຂົາຈະບໍ່ເຮັດ ແບບນັ້ນ ຕໍ່ ປະຊາຊົນ ຂອງຕົນ. ສື່ສັງຄົມ ທັງຫລາຍ ໃນລາວ ຕ້ອງການ ຢາກໃຫ້ ຣັຖບານລາວ ແກ້ໄຂ ບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.