ນ້ຳມັນລາວລົງຣາຍເຊັນສ້າງ ທໍ່ ນ້ຳມັນ

ສິດນີ
2014.10.23
F-Laos ນ້ຳມັນລາວລົງຣາຍເຊັນສ້າງ ທໍ່ ນ້ຳມັນ
RFA

ການສ້າງ ທໍ່ ສົ່ງນ້ຳມັນ ທີ່ ມີຄວາມຍາວ ປະມານ 290 ກິໂລແມັດ ຈະ ສົ່ງນ້ຳມັນ ຈາກ ທ່າເຮືອ ຫົງລາ ແຂວງ ກວງບິນ ພາກກາງ ຂອງ ວຽດນາມ ມາສູ່ ແຂວງຄຳມ່ວນ ຂອງລາວ ໄດ້ລົງນາມ ກັນ ໃນ ວັນພຸດ ຣະຫວ່າງ ຣັຖບານ ລາວ ກັບ ບໍຣິສັດ ນ້ຳມັນ ຈາກ ປະເທດ ສໂລວັກເກັຽ ທີ່ ເມືອງດົງຮົວ ນະຄອນ ຫລວງ ແຂວງ ກວງບິນ.

ຣັຖບານ ລາວ ແລະ ກຸ່ມ ນັກທຸຣະກິດ ລາວ ຫລາຍຄົນ ຜູ້ທີ່ຮ່ວມ ຫຸ້ນ ຈະລົງທືນ 100% ໃນ ໂຄງການ ດັ່ງກ່າວ ໃນມູນຄ່າ ປະມານ 300 ຫາ 500 ລ້ານ ໂດລາ ສະຫະຣັດ ທີ່ ໂຄງການ ນີ້ ຕ້ອງການ. ການສົ່ງ ນ້ຳມັນ ຜ່ານທໍ່ ນ້ຳມັນ ດັ່ງກ່າວ ຈາກ ທ່າເຮືອ ຫົງລາ ຂອງ ວຽດນາມ ມາຫາ ແຂວງ ຄຳມ່ວນ ຂອງລາວ ເຫັນວ່າ ເປັນເສັ້ນທາງ ທີ່ ສະດວກ ແລະ ສັ້ນ ທາງ ບໍຣິສັດ ໄດ້ກ່າວ ຄວາມຂອບໃຈ ໃນພິທີ ລົງນາມ ດັ່ງກ່າວ.

ໂຄງການ ດັ່ງກ່າວ ຄາດວ່າ ຈະຫລຸດຜ່ອນ ຄ່າຂົນສົ່ງ ນ້ຳມັນ ແລະ ຄ້ຳປະກັນ ຄວາມ ປອດພັຍ ແລະ ການ ຂາດເຂີນ ນ້ຳມັນ ໃນລາວ ໄດ້ດີຂື້ນ ອິງຕາມ ການຣາຍງານ ຂອງ ຫນັງສືພິມ ວຽດນາມ express. ນອກ ຈາກນັ້ນ ໂຄງການ ທໍ່ນ້ຳມັນ ແຫ່ງນີ້ ຍັງຈະຍົກ ຣະດັບ ການຄ້າ ຣະຫວ່າງ ສອງ ປະເທດ ແລະ ການພັທນາ ອຸດສາຫະກັມ ນ້ຳມັນ ລາວໃຫ້ ມີ ປະສິດ ທິພາບ ສູງຂື້ນ. ສາງເກັບ ນ້ຳມັນ ທີ່ ເມືອງ ທ່າຫົງລາ ຈະສາ ມາດ ກັກຕຸນ ນ້ຳມັນ ໄດ້ ປະມານ 3 ຫາ 5 ແສນ ແມັດກິບ ແລະ ສາງ ທີ່ ແຂວງ ຄຳມ່ວນ ປະມານ 1 ຫາ 2 ແສນ ແມັດກິບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.