ແຮງງານຂ້າມຊາຕ ກັບການຄຸ້ມຄອງ ທາງກົດໝາຍ
ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງແຮງງານ ແລະສວັດດີການສັງຄົມ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ເພື່ອຕຣຽມໂຕເຂົ້າຮ່ວມກອງປະຊຸມອາຊ້ຽນ ວ່າດ້ວຍແຮງງານຂ້າມຊາຕ ຄັ້ງທີ 16 ຢູ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊັຽ ໃນວັນທີ 25-26 ຕຸລາ ນີ້.
-
ສຸພັດຕາ
2023-10-10 -
-
-
Your browser doesn’t support HTML5 audio
ໃນເດືອນກັນຍາ ທີ່ຜ່ານມາ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງແຮງງານ ແລະສວັດດີການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນປຶກສາຫາລື ເພື່ອຕຣຽມໂຕເຂົ້າຮ່ວມກອງປະຊຸມອາຊ້ຽນ ວ່າດ້ວຍແຮງງານຂ້າມຊາຕ ຄັ້ງທີ 16 ພາຍໃຕ້ແນວຄິດ “ການເພີ່ມປະສິດທິພາບ ທາງກົດໝາຍ ສໍາລັບແຮງງານເຄື່ອນຍ້າຍ ໃນອາຊ້ຽນ” (Enhancing the effectiveness of legal pathways for labor migration in ASEAN) ຢູ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊັຽ ໃນວັນທີ 25-26 ຕຸລາ ນີ້.
ທີ່ີຜ່ານມາ ຄົນງານລາວ ໄດ້ເດີນທາງໄປເຮັດວຽກຢູ່ປະເທດໄທຍ ຫຼາຍທີ່ສຸດ ຖ້າຫາກທຽບໃສ່ປະເທດ ອື່ນໆ ໃນພາກພື້ນອາຊ້ຽນ ແຕ່ຢ່າງໃດກໍຕາມ ການປະສານງານ ລະຫວ່າງເຈົ້າໜ້າທີ່ຣັຖ ຍັງບໍ່ທັນສະດວກ ອີກທັງ ຄ່າໃຊ້ຈ່າຍ ໃນການແລ່ນເອກກະສານ ເພື່ອເດີນທາງໄປເຮັດວຽກຢູ່ໄທຍ ຍັງຂ້ອນຂ້າງສູງ ສະນັ້ນ ຈຶ່ງເຮັດໃຫ້ຄົນງານລາວຈໍານວນນຶ່ງ ໃຊ້ວິທີການລັກຂ້າມໄປເຮັດວຽກຢູ່ໄທຍ ສົ່ງຜົນໃຫ້ພວກຂະເຈົ້າ ບໍ່ໄດ້ຮັບການຄຸ້ມຄອງຕາມກົດໝາຍ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ຕຸລາ 2023 ນີ້ວ່າ:
“ຕາມແຜນເຮົານີ້ ກໍຢາກເຮັດ MOU ກັບປະເທດໄທຍເນາະ ເພື່ອຢາກໃຫ້ປົກປ້ອງ ກ່ຽວກັບແຮງງານເຄື່ອນຍ້າຍ ລະຫວ່າງສອງປະເທດ ກໍຢາກໃຫ້ມີໂຕນີ້ ເພາະວ່າມັນຍັງບໍ່ມີເນາະ ອັນນຶ່ງ ອັນທີ່ສອງ ກໍຄື ກ່ຽວກັບນິຕິກັມ ເອກກະສານ MOU ເພາະວ່າ ໄດ້ປະຊຸມກັບ 3 ຝ່າຍ ເພິ່ນກໍຍັງໄດ້ປັບຕື່ມເນາະ ກ່ຽວກັບສັນຍາແຮງງານ, ສັນຍາ MOU ບໍ່ ໄປເຮັດວຽກຢູ່ຕ່າງປະເທດ.”
ຍານາງກ່າວຕື່ມວ່າ ໃນໄລຍະ 2-3 ປີທີ່ຜ່ານມານີ້ ກົມຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ຈັດທໍາ ບົດປະເມີນຜົລກະທົບ ຂອງການສ້າງກົດໝາຍ ວ່າດ້ວຍການຈັດຫາງານ ໂດຍມີເປົ້າໝາຍນຶ່ງ ເພື່ອຮັບປະກັນ ໃຫ້ຜູ້ຊອກຫາວຽກເຮັດງານທໍາ ໃນທຸກໄວ ແລະທຸກກຸ່ມຄົນ ໂດຍສະເພາະ ຜູ້ຊອກຫາວຽກເຮັດງານທໍາໃນພື້ນທີ່ຫ່າງໄກສອກຫຼີກ, ຄົນພິການ, ໄວໜຸ່ມ, ຜູ້ສູງອາຍຸ ແລະຜູ້ທີ່ມີສີມືແຮງງານຕໍ່າ ເຂົ້າເຖິງໂອກາດ ໃນການມີວຽກເຮັດງານທໍາຢ່າງເທົ່າທຽມ.
ເນື່ອງຈາກການເດີນທາງມາເຮັດວຽກຢູ່ໄທຍ ຕາມລະບົບ MOU ມີຄ່າໃຊ້ຈ່າຍ ຂ້ອນຂ້າງສູງ ອີກທັງ ປະເທດລາວ ແລະໄທຍ ຍັງມີຊາຍແດນຕິດຈອດກັນ ຈຶ່ງເຮັດໃຫ້ຄົນງານລາວຈໍານວນຫຼາຍ ເດີນທາງມາເຮັດວຽກໄລຍະສັ້ນ ດ້ານການກະເສດຢູ່ໄທຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ການວ່າຈ້າງແຮງງານບໍ ແມ່ນຫຍັງຫັ້ນນ່າ ມັນຈະໄດ້ເສັຍພັນທະອາກອນ ເຂົ້າບໍຣິສັດຈັດຫາງານເນາະ ສ່ວນຫຼາຍຂະເຈົ້າ ຈຶ່ງລັກລອບເຂົ້າໄປເອງຫັ້ນນ່າ ເຂົາເອີ້ນວ່າ ເຂົາບໍ່ຢາກຜ່ານບໍຣິສັດຈັດຫາງານ ເພາະວ່າໄດ້ເສັຍພັນທະໃຫ້ຂະເຈົ້າຫັ້ນນ່າ ຍົກໂຕຢ່າງ (ໄປເຮັດວຽກຢູ່ໄທຍ) ຜູ້ນຶ່ງ ກໍຖືວ່າ 5,000-6,000 ບາທ ພຸ້ນແຫຼະ ຍົກໂຕຢ່າງ ຄືເກົາຫລີຫັ້ນນ່າ ຄືເກົາຫລີ ມາຊອກເອົາແຮງງານເອງ ມັນຈະບໍ່ມີບັນຫາໃດ໋.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ມີຫົວໜ່ວຍທຸຣະກິຈຈໍານວນນຶ່ງ ເຄື່ອນໄຫວບໍຣິການຈັດຫາຄົນງານລາວ ໄປເກົາຫລີໃຕ້ແບບຜິດກົດໝາຍ ເຮັດໃຫ້ຄົນງານລາວ ບໍ່ໄດ້ຮັບການຄຸ້ມຄອງ, ເສັຍຄ່າບໍຣິການສູງເກີນຈິງ, ບາງຄົນ ຈ່າຍເງິນແລ້ວແຕ່ບໍ່ໄດ້ໄປເຮັດວຽກ, ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສ ສະນັ້ນ ທາງການລາວ ແລະທາງການເກົາຫລີໃຕ້ ຈຶ່ງເຊັນ MOU ລະຫວ່າງເມືອງຕໍ່ເມືອງແທນ ເພື່ອໃຫ້ຄົນງານລາວ ສາມາດລົງທະບຽນເພື່ອສມັກເຮັດວຽກຢູ່ເກົາຫລີໃຕ້ ຜ່ານເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ຂອງແຕ່ລະເມືອງໄດ້ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປ ລົງທະບຽນຢູ່ນະຄອນຫຼວງວຽງຈັນ ຜ່ານນາຍໜ້າ.
ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະຮັບຮູ້ແລ້ວ ວ່າ ຄ່າແລ່ນເອກກະສານ ໃນການເດີນທາງມາເຮັດວຽກຢູ່ໄທຍ ແບບຖືກກົດໝາຍ ແມ່ນມີຄ່າໃຊ້ຈ່າຍສູງ ແຕ່ຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວນີ້ໄດ້ ສະນັ້ນ ຖ້າຫາກຕ້ອງການນໍາເຂົ້າຄົນງານລາວ ແບບຖືກກົດໝາຍ ກໍຢາກໃຫ້ນາຍຈ້າງໃນປະເທດປາຍທາງ ຊ່ອຍອອກຄ່າໃຊ້ຈ່າຍ ໃນການແລ່ນເອກກະສານ ໃຫ້ແກ່ຄົນງານກ່ອນໃນເບື້ອງຕົ້ນ ຈາກນັ້ນ ຈຶ່ງຄ່ອນຫັກເງິນຄ່າຈ້າງໃນແຕ່ລະເດືອນ ຈາກຄົນງານລາວຄືນ.
ດັ່ງຄົນງານລາວ ທີ່ເຮັດວຽກນໍາບໍຣິສັດຈີນ ຢູ່ໄທຍ ນາງນຶ່ງ ກ່າວວ່າ:
“ບໍຣິສັດທີ່ວ່າ ຮັບຂະເຈົ້າໄປເດ້ ເພາະວ່າ ຄົນຈີນຂະເຈົ້າ ບໍຣິສັດຈີນຂະເຈົ້າ ອອກຄ່າໃຊ້ຈ່າຍໃຫ້ຂະເຈົ້າເບິດເລີຍ ແລ້ວຂະເຈົ້າຈະໄດ້ໄປສະບາຍ ແມ່ນ ກໍຊ່ວງໄປໄທຍຫັ້ນແຫຼະ ໄປເຮັດວຽກຢູ່ໄທຍ ເພາະວ່າບໍຣິສັດຈີນ ຂະເຈົ້າຕ້ອງການຄົນ ແຮງງານຄົນລາວ ແຮງງານລາວ ທີ່ວ່າຂະເຈົ້າສົນໃຈ ຂະເຈົ້າກໍໄປ ແລ້ວຂະເຈົ້າໄລ່ຄືນໃຫ້ ເບື້ອງຕົ້ນ ກໍຕ້ອງມີພາສປອດ ແລ້ວກໍຕ້ອງມີ ວີຊ້າ ປະມານນີ້.”
ນາງກ່າວຕື່ມວ່າ ປັດຈຸບັນ ສໍາລັບຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ໄທຍ ແບບໄລຍະສັ້ນ ພວກຂະເຈົ້າໃຊ້ວີຊ້າທ່ອງທ່ຽວ ແຕ່ຕ້ອງເສັຍຄ່າໃຊ້ຈ່າຍໃນການເດີນທາງ ເພື່ອມາຕໍ່ອາຍຸວີຊ້າທຸກເດືອນ ສ່ວນຄົນງານລາວ ທີ່ເດີນທາງມາເຮັດວຽກແບບຖືກກົດໝາຍ ຕາມລະບົບ MOU ຈະມີຄ່າໃຊ້ຈ່າຍປະມານ 18,000-20,000 ບາທ/ຕໍ່ຄົນ ແລະສໍາລັບຄົນງານລາວ ທີ່ບໍ່ມີເງິນ ພວກຂະເຈົ້າກໍຈໍາເປັນຕ້ອງໄປກູ້ຢືມເງິນນອກລະບົບ ເຊິ່ງມີອັດຕຣາດອກເບັ້ຍ 10-20%.
ສໍາລັບສາເຫດສໍາຄັນ ທີ່ເຮັດໃຫ້ຄົນງານລາວຈໍານວນຫຼວງຫຼາຍ ສົນໃຈເດີນທາງໄປເຮັດວຽກຢູ່ໄທຍ ຍ້ອນຄ່າຈ້າງແຮງງານໃນປະເທດຂ້ອນຂ້າງຕໍ່າ ແລະບໍ່ສອດຄ່ອງ ກັບຄ່າຄອງຊີບ ຈົນເຮັດໃຫ້ວຽກງານຫຼາຍຂແນງການ ໃນປະເທດລາວ ປະສົບບັນຫາຂາດແຄນຄົນງານທີ່ມີສີມືແຮງງານ ໄປເຮັດວຽກນໍາ, ດັ່ງຊ່າງກໍ່ສ້າງ ທີ່ເຮັດວຽກນໍາໂຄງການກໍ່ສ້າງ ຂອງນັກລົງທຶນຊາວຈີນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ລາຄາ ແບບເທົ່ານັ້ນແຫຼະ ສ່ວນຫຼາຍເຂົາຈ້າງລາຄາຕໍ່າ ຊ່າງກໍ່, ຊ່າງໂບກຫັ້ນກໍ ລາຄາກໍປະມານ 3 ແສນເນາະ 3 ແສນກີບ ເອີ່ ແມ່ນແຫຼະຕໍ່ມື້ ແມ່ນແຫຼະກິນຢູ່ນໍາ ກັມມະກອນກໍປະມານ ແສນປາຍ ແສນຫ້າ-ແສນຫົກ ເອີ່ ງານປູນງານເຫຼັກຫັ້ນແຫຼະ ແມ່ນແຫຼະ ພວກທີ່ມີສີມື ກໍ 3 ແສານ ອໍ (ໂຄງການກໍ່ສ້າງຫຼາຍແຫ່ງ) ຢູ່ລາວນີ້ ກໍຍັງຫຼາຍ ລາຄາແບບເຂົາຈ້າງແຮງງານຕໍ່າ ຊ່າງເຫຼັກນີ້ກໍ ຖ້າຄົນລາວຈ້າງນີ້ ມັນບໍ່ແພງເນາະ.”
ສໍາລັບການປະຊຸມອາຊ້ຽນ ວ່າດ້ວຍແຮງງານເຄື່ອນຍ້າຍ ຄັ້ງທີ 16 ທີ່ຈະຈັດຂຶ້ນນີ້ ມີ 2 ຫົວຂໍ້ຍ່ອຍ ປະກອບມີ 1. ການປັບປຸງໂຄງການເຄື່ອນຍ້າຍແຮງງານ ໃນອາຊ້ຽນ ເປັນຕົ້ນ ລະບົບໃບອະນຸຍາດເຮັດວຽກ, ຂໍ້ຕົກລົງ ວ່າດ້ວຍແຮງງານເຄື່ອນຍ້າຍ ທັງພາຍໃນ ແລະ ລະຫວ່າງປະເທດ, ແລະທັງແບບໄລຍະສັ້ນ ແລະໄລຍະຍາວ, ມີປະສິດທິພາບ ແລະຄວາມປອດໄພ ແລະມີຄ່າໃຊ້ຈ່າຍ ທີ່ເໝາະສົມ, ແລະ 2. ຕລາດແຮງງານ ແລະການຄາດການ ຮວມເຖິງ ການພັທນາສີມືແຮງງານໃຫ້ແກ່ຄົນງານ ໂດຍສະເພາະເພດຍິງ.