ຄົນລາວຈໍາໜ່າຍເງິນໂດລ້າ ປອມ ຖືກຈັບ
2014.06.26

ຜູ້ຊາຍ ຄົນລາວ ທີ່ ມີເງິນ ໂດລາ ປອມ ເພື່ອທໍາ ການ ແຈກຈ່າຍ ຂາຍ ແລກ ເງິນບາດ ຖືກຈັບ ທີ່ ຫນອງຄາຍ ປະເທດ ໄທ.
ຕຳຫຣວດ ໄທ ທີ່ ແຂວງ ຫນອງຄາຍ ໄດ້ຈັບກຸມ ຄົນລາວ ຜູ້ນຶ່ງ ກຳລັງ ຂາຍແລະ ແລກປ່ຽນ ເງິນ ໂດລາປອມ ໃຫ້ ນັກທ່ອງທ່ຽວ ໃນເຂດ ດ່ານກວດ ຄົນເຂົ້າ ເມືອງ ຝັ່ງໄທ.
ນາຍ ກຸ ອະນຸລັກ ອາຍຸ 50 ປີ ຄົນລາວ ສະມາຊິກ ຂອງ ກຸ່ມ ອັນຕະພານ ຄ້າເງິນ ໂດລາ ປອມ ຖືກຈັບ ໂດຍ ເຈົ້າຫນ້າທີ່ ຕຳຫຣວດ ຄົນເຂົ້າເມືອງ ຂອງໄທ ໃນຂນະທີ່ ລາວ ນັ່ງ ຢູ່ຮ້ານ ກາເຟ ໃກ້ກັບ ບໍຣິເວນ ຂົວ ມິຕພາບ ລາວ-ໄທ ທີ່ ແຂວງ ຫນອງຄາຍ.
ຫລັງຈາກ ການຈັບກຸມ ເຈົ້າຫນ້າທີ່ ໄທ ໄດ້ກວດເຫັນ ເງິນ ປອມ ໃບ ຮ້ອຍໂດລາ ຢ່າງນ້ອຍ 189 ໃບ ໃນກະເປົາ ຂອງເຂົາ ມູນຄ່າ ໃນທ້ອງຖນົນ ຢ່າງນ້ອຍ 6 ແສນ ບາດ ຖ້າຫາກວ່າ ລາວ ສາມາດ ຂາຍໄດ້ ທັງໝົດ.
ຈາກການ ສອບສວນ ຜູ້ຕ້ອງຫາ ຈຶ່ງຮູ້ວ່າ ເງິນປອມ ດັ່ງກ່າວ ແມ່ນຜລິດ ຢູ່ແຂວງ ນ່ານນິງ ຂອງ ຈີນ. ເງິນປອມ ດັ່ງກ່າວ ໄດ້ສົ່ງເຂົ້າມາ ສປປລາວ ຜ່ານ ແຂວງ ຫລວງ ນ້ຳທາ.
ນາຍ ອານຸລັກ ໄດ້ຂາຍ ໂດລາ ປອມ ດັ່ງກ່າວ ໃຫ້ຄົນໄທ ໃບລະ 700 ບາດ ແລະ ຖືກ ເຈົ້າຫນ້າທີ່ ໄທ ຈັບໄດ້ ກ່ອນທີ່ລາວ ຈະສ້າງ ຄວາມ ເສັຽຫາຍ ໃຫ້ແກ່ ຫລາຍໆ ຄົນ. ໃນ ປັດຈຸບັນ ທາງການ ແຂວງ ຫນອງຄາຍ ກຳລັງ ທຳການ ສືບສວນ ຫາທີ່ມາ ທີ່ໄປ ແລະ ພັກພວກ ຂອງ ນາຍ ກຸ ກ່ອນຈະສົ່ງ ຟ້ອງສານ ເພື່ອ ດຳເນີນ ຄະດີ ຕໍ່ໄປ.