ເຈັ້ຽສໍບໍ່ຄົບເງິນເດືອນຈຶ່ງຊ້າ

ມະນີຈັນ
2014.11.19
F-kip ການຈ່າຍເງິນເດືອນ ໃຫ້ ພນັກງານ-ຣັຖກອນ ຊ້າ
LPDR

 

ເຈົ້າໜ້າທີ່ ກະຊວງ ການເງິນ ຂອງ ລາວ ເປີດເຜີຍ ວ່າ ການທີ່ ຫຼາຍ ແຂວງ ຈ່າຍເງິນ ເດືອນ ພນັກງານ ຣັຖກອນ ຊ້າ ຍ້ອນວ່າ ມີຫຼາຍ ຫ້ອງການ ຢາກໃຫ້ ຈ່າຍ ພ້ອມກັນ 3 ເດືອນ ເພື່ອໃຫ້ໄດ້ ເງິນ ເປັນກ້ອນ ບາງ ຫ້ອງການ ກໍສົ່ງ ເອກສານ ສເນີຈ່າຍ ເງິນ ເດືອນ ຊ້າ. ດັ່ງທ່ານ ເວົ້າວ່າ:

"ຫ້ອງການ ກ່ຽວຂ້ອງ ເຮັດ ໃບສເນີ ມາຊ້າ ເຊັນ ແຜນຊ້າ ມີຫຼາຍ ເຫດຜົລເດ້ ປະກອບ ກັນ ເພາະວ່າ ມີຫຼາຍ ຫ້ອງການ ເຂົາກໍວ່າ ເອົາ 3 ເດືອນເດ້ ແລ້ວກໍມີ ຫຼາຍ ສາເຫດ ອັນໜຶ່ງ ເຂົາກໍ ເດືອນ ດຽວ ມັນກະເທີນ ມັນກໍເອົາ ເປັນງວດ ໂລດ ຕາມ ເຂົາເວົ້າ".

ທ່ານກ່າວ ຕໍ່ໄປວ່າ ການຈ່າຍ ເງິນເດືອນ ຊ້າ ນອກຈາກ ເຫດຜົລ ທີ່ວ່າ ນັ້ນແລ້ວ ກໍຍັງເປັນ ຍ້ອນ ຫຼາຍແຂວງ ບໍ່ສາມາດ ເກັບຣາຍ ຮັບໄດ້ ຕາມ ເປົ້າໝາຍ ເຮັດໃຫ້ ບໍ່ມີເງິນ ຈ່າຍ ພຽງພໍ ແລະ ທັງ ມີການ ປ່ຽນຣະບົບ ຈ່າຍເງິນ ເດືອນ ໃໝ່ ໂດຍ ທີ່ ຫ້ອງການ ສຶກສາ ທິການ ແລະ ກິລາ ແລະ ຫ້ອງການ ສາທາຣະນະສຸຂ ບໍ່ ໄດ້ຈ່າຍ ເງິນເດືອນ ຜ່ານ ຫ້ອງການ ການເງິນ ແຂວງ ແລະ ບາງແຂວງ ຍັງມີ ຄວາມ ສັບສົນ ຢູ່.

ທ່ານວ່າ ສ່ວນຫຼາຍ ແລ້ວ ເງິນເດືອນ ທີ່ ທາງ ກະຊວງ ຈ່າຍໃຫ້ ແຕ່ ລະແຂວງ ຈະ ບໍ່ມີການ ຫລ້າຊ້າ ແຕ່ຄວາມ ສັບສົນ ຈະເກີດຂຶ້ນ ພາຍໃນ ແຂວງ ເອງ ຈຶ່ງ ພຍາຍາມ ແກ້ໄຂ ໂດຍໃຫ້ ການອົບຮົມ ເຈົ້າໜ້າທີ່ ໃນ ແຕ່ລະ ແຂວງ. ບັນຫາ ການຈ່າຍ ເງິນເດືອນ ຊ້າ ເປັນບັນຫາ ທີ່ ພນັກງານ ແລະ ຣັຖກອນ ໃນຫລາຍ ແຂວງ ຍັງວິພາກ ວິຈານ ກັນຢູ່ ເຊັ່ນ ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ສວັນນະເຂດ ໄດ້ຮັບເງິນ ເດືອນ ຊ້າເກີນ 2 ເດືອນ ອັນສ້າງ ຄວາມ ເດືອດຮ້ອນ ໃຫ້ ຄອບຄົວ ຂອງ ເຂົາເຈົ້າ ທີ່ ບໍ່ມີ ອາຊີບເສີມ ບໍ່ມີເງິນ ຈັບຈ່າຍ ພຽງພໍ ໃນ ແຕ່ລະເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.