ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ຄືບໜ້າ
ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ມີຄວາມຄືບໜ້າ ແລະດໍາເນີນໄປຢ່າງຊັກຊ້າ ນັບແຕ່ຣັຖບານລາວ ໄດ້ປະກາດແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈການບິນລາວ ຈໍານວນ 9 ທ່ານ ໃນມື້ວັນທີ 18 ສິງຫາ 2022 ທີ່ຜ່ານມາ ຈົນມາຮອດປັດຈຸບັນ.
-
ສຸພັດຕາ
2023-05-12 -
-
-
Your browser doesn’t support HTML5 audio
ນັບແຕ່ຣັຖບານລາວ ໄດ້ປະກາດແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈການບິນລາວ ຈໍານວນ 9 ທ່ານ ໃນມື້ວັນທີ 18 ສິງຫາ 2022 ທີ່ຜ່ານມາ ເພື່ອຄົ້ນຄວ້າ, ກໍານົດທິດທາງໂຄງສ້າງດ້ານການເງິນ-ການບັນຊີ, ການດໍາເນີນທຸຣະກິຈ, ພັທນາອົງກອນ ແລະບຸກຄະລາກອນ ຈົນມາຮອດປັດຈຸບັນ ແຜນການດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ ແລະດໍາເນີນໄປຢ່າງຊັກຊ້າ.
ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການແຕ່ງຕັ້ງ ຄະນະປະຕິຮູບ ກໍແມ່ນຄົນພາຍໃນຂອງຣັຖບານ ຈຶ່ງເຮັດໃຫ້ແຜນການປະຕິຮູບ ຣັຖວິສາຫະກິຈການບິນລາວ ບໍ່ມີຄວາມໂປ່ງໃສ ສະນັ້ນແລ້ວ ກໍຮຽກຮ້ອງໃຫ້ຣັຖບານລາວ ມີການຕິດຕາມກວດກາ ແຜນການປະຕິຮູບຢ່າງຕໍ່ເນື່ອງ ບໍ່ໃຫ້ມິດງຽບໄປລ້າໆ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ພຶສພາ ນີ້ວ່າ:
“ມັນກະເຫັນແກ່ພັກແກ່ພວກ ແກ່ເງິນອັນດຽວນ່າ ມັນກະຍາກຢູ່ ອັນເຣື່ອງຄວາມໂປ່ງໃສນິ ເຮັດຫຍັງກະຢາກໃຫ້ ມີຄວາມປອດໂປ່ງ ແຕ່ວ່າ ມັນກະບໍ່ເຄັ່ງຄັດ ເຣື່ອງການປະຕິບັດກົດລະບຽບໂດຍຜູ້ຕິດຕາມ.”
ຊາວລາວຜູ້ນີ້ ຍັງກ່າວອີກວ່າ ນັບແຕ່ມີການປະຕິຮູບ ຣັຖວິສາຫະກິຈການບິນລາວ ຈົນມາຮອດປັດຈຸບັນນີ້ ຍັງບໍ່ທັນເຫັນຣັຖບານລາວ ຣາຍງານຄວາມຄືບໜ້າໃດໆ ກ່ຽວກັບແຜນການປະຕິຮູບເທື່ອ ທັງເຣື່ອງເສັ້ນທາງການບິນ, ການໃຫ້ບໍຣິການ, ມາຕຖານຂອງສນາມບິນ ແລະຣາຍງານການເງິນ.
ຊາວລາວອີກຜູ້ນຶ່ງ ໃນແຂວງສວັນນະເຂດ ກ່າວວ່າ ການບິນລາວ ຖືເປັນຣັຖວິສາຫະກິຈ ທີ່ສ້າງຣາຍຮັບ ໃຫ້ກັບປະເທດຢ່າງຫຼວງຫຼາຍ ເນື່ອງຈາກມີຜູ້ໃຊ້ບໍຣິການເປັນຈໍານວນຫຼາຍ ແລະນັບມື້ຈະເພີ່ມຂຶ້ນເລື້ອຍໆ ແຕ່ກໍບໍ່ຮູ້ວ່າ ຣາຍຮັບທັງໝົດຮົ່ວໄຫຼໄປທາງໃດ ເພາະໄລຍະທີ່ຜ່ານມາ ບໍ່ມີການກວດສອບ.
ແນວໃດກໍຕາມ ທ່ານເອງ ບໍ່ມີຄວາມເຊື່ອໝັ້ນ ຕໍ່ແຜນການປະຕິຮູບ ຂອງຄະນະປະຕິຮູບຣັຖວິສາຫະກິຈການບິນລາວ ເນື່ອງຈາກ ຄະນະປະຕິຮູບທັງໝົດ ແມ່ນຖືກແຕ່ງຕັ້ງໂດຍຣັຖບານລາວ ແທນທີ່ຣັຖບານ ຈະຈ້າງບໍຣິສັດ ຫຼື ບຸກຄົນພາຍນອກ ທີ່ມີຄວາມຮູ້, ຄວາມສາມາດ, ປະສົບການສູງ ເຂົ້າມາຊ່ອຍໃນການບໍຣິຫານວຽກ ແລະພັທນາອົງກອນ ໃຫ້ເກີດຄວາມໂປ່ງໃສທີ່ສຸດ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຈົ້າຮູ້ເບາະ ກວດສອບ ມັນບໍ່ໂປ່ງໃສ ເຂົ້າໃຈເບາະ ທັມມະດານີ້ເດີ້ ມັນເຮັດໃຫ້ຄົນໄປທ່ຽວ ແລ້ວເງິນສະພັດ ມັນກະມາເນາະ ເງິນເຂົ້າປະເທດເນາະ ນີ້ແຫຼະວ່າ ຄວາມຮູ້ບໍ່ມີ.”
ສໍາລັບຄະນະປະຕິຮູບ ຣັຖວິສາຫະກິຈການບິນລາວ ຈໍານວນ 9 ທ່ານ ເຊິ່ງຖືກແຕ່ງຕັ້ງຂຶ້ນ ໃນມື້ວັນທີ 18 ສິງຫາ 2022 ປະກອບມີ:
- ທ່ານ ດຣ. ພູທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຫົວໜ້າຄະນະ
- ທ່ານ ງາມປະສົງ ເມືອງມະນີ ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວໜ້າຄະນະ.
- ທ່ານ ຄຳຫຼ້າ ພົມມະວັນ, ຜູ້ອຳນວຍການໃຫຍ່ ຣັຖວິສາຫະກິຈການບິນລາວ ເປັນຄະນະ.
- ທ່ານ ດຣ. ຍານາງ ແສງອາລຸນ ອິນມີໄຊ ຮອງຫົວໜ້າກົມປະຕິຮູບ ຣັຖວິສາຫະກິຈ ແລະ ການປະກັນໄພ ກະຊວງການເງິນ.
- ທ່ານ ອາລຸນຈັນໃສ ບຸນໄຊທິບ ຮອງຫົວໜ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ.
- ທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ.
- ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າ ກົມຄຸ້ມຄອງການບັນຊີ ກະຊວງການເງິນ.
- ທ່ານ ຮອງສາສດາຈານ ທອງເພັດ ຈັນທະພິວົງ ຮອງຄະນະບໍດີ ຄະນະເສຖສາດ ແລະ ບໍລິຫານທຸຣະກິຈ ມະຫາວິທະຍາໄລແຫ່ງຊາຕ, ກັມມະການອິສຣະ.
- ຍານາງ ພອນສະຫວັນ ສິດທິເດດ ຮອງຫົວໜ້າສູນຄົ້ນຄວ້ານະໂຍບາຍ ພັທນາວິສາຫະກິຈ ແລະ ການເຊື່ອມໂຍງສາກົລ, ສະຖາບັນຄົ້ນຄວ້າ ເສຖກີຈ-ສັງຄົມແຫ່ງຊາຕ, ກັມມະການອິສຣະ ເປັນຄະນະ.
ຂະນະທີ່ ເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງ ກ່າວວ່າ ປັດຈຸບັນ ແຜນການປະຕິຮູບ ຣັຖວິສາຫະກິຈການບິນລາວ ກໍພວມຢູ່ໃນຂັ້ນຕອນການດໍາເນີນງານ ເຊິ່ງຄະນະປະຕິຮູບ ໄດ້ເນັ້ນໄປໃນເຣື່ອງຂອງ ການປັບໂຄງສ້າງອົງກອນ, ການປັບຕໍາແໜ່ງບຸກຄະລາກອນພາຍໃນ ແລະໂຄງສ້າງດ້ານການເງິນ, ການຈັດເກັບຣາຍຮັບ-ຣາຍຈ່າຍ ໃຫ້ມີປະສິດທິພາບ ແລະບໍ່ເກີດການຮົ່ວໄຫຼ ຄືດັ່ງທີ່ຜ່ານມາ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ແຕ່ວ່າ ນະຕອນນີ້ແມ່ນ ເພິ່ນກໍາລັງດໍາເນີນ ເພິ່ນຈະເນັ້ນໄປທີ່ ໂຄງສ້າງອົງກອນ ແລ້ວກະ ໂຄງສ້າງທາງດ້ານການເງິນ ລວມເຖິງ ບຸກຄະລາກອນນໍາ ຊ່ວງນີ້ເພິ່ນໜ້າຈະກໍາລັງ ດໍາເນີນຂັ້ນພື້ນຖານ.”
ທ່ານກ່າວຕື່ມອີກວ່າ ການປະຕິຮູບ ຣັຖວິສາຫະກິຈການບິນລາວ ຖືວ່າ ຍັງຂ້ອນຂ້າງຊັກຊ້າຫຼາຍສົມຄວນ ເພາະໂຄງສ້າງອົງກອນ ແລະບຸກຄະລາກອນພາຍໃນ ຂ້ອນຂ້າງຊັບຊ້ອນ, ພະນັກງານບາງຄົນ ກໍຍັງເຮັດວຽກບໍ່ເປັນວຽກປານໃດ ແຕ່ໄດ້ເຂົ້າມາເຮັດວຽກ ຍ້ອນຖືກຄົນພາຍໃນຊັກຊວນ.
ສ່ວນສາເຫດສໍາຄັນ ທີ່ເຮັດໃຫ້ຣັຖບານລາວ ຕ້ອງການທີ່ຈະປະຕິຮູບ ຣັຖວິສາຫະກິຈການບິນລາວ ກໍສືບເນື່ອງຈາກ ໃນໄລຍະທີ່ຜ່ານມາ ຣັຖບານແຕ່ລະສມັຍ ລົງທຶນໄປຈໍານວນຫຼາຍເພື່ອພັທນາເສຖກິຈ-ສັງຄົມຂອງປະເທດ ແຕ່ບັນດາຣັຖວິສາຫະກິຈເຫຼົ່ານັ້ນ ພັດສ້າງໜີ້ສິນຢ່າງມະຫາສານ ຕົກເປັນພາຣະໃຫ້ແກ່ຣັຖບານລາວ ມາຮອດປັດຈຸບັນນີ້.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈການບິນລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບັນຫາຫຼັກໆ ກະຄື ທີ່ເຮົາຈະໄດ້ແຈ້ງ ກອງປະຊຸມສະພາ ເຮົາບໍ່ສາມາດເຮັດໄດ້ຕາມແຜນຂອງເຮົາ (ຈັດເກັບຣາຍຮັບ) ແລ້ວກະບໍ່ຖືກຕາມແຜນ ທີ່ເຮົາວາງໄວ້ ອັນນັ້ນແຫຼະ ເປັນປະເດັນຫຼັກໆ.”
ເພື່ອເຮັດໃຫ້ ແຜນການປະຕິຮູບ ຣັຖວິສາຫະກິຈລາວ ເປັນຮູບປະທັມ ແລະບັນລຸຜົນ ຕາມຄາດໝາຍຂອງຣັຖບານລາວ ທະນາຄານໂລກ ຫຼື World Bank ປະຈໍາລາວ ຮ່ວມກັບ ກົມປະຕິຮູບຣັຖວິສາຫະກິຈ ແລະການະປະກັນໄພ ກະຊວງການເງິນ ຈຶ່ງໄດ້ຈັດກອງປະຊຸມສັມມະນາ ກ່ຽວກັບ “ການປະຕິຮູບຣັຖວິສາຫະກິຈ” ທີ່ມີຢູ່ທັງໝົດ 7 ຣັຖວິສາຫະກິຈ.
ຢູ່ກອງປະຊຸມສັມມະນາໃນຄັ້ງນີ້ ທ່ານ ດຣ. ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບຣັຖວິສາຫະກິຈ ແລະການປະກັນໄພ ກະຊວງການເງິນ ໄດ້ຣາຍງານໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ເປັນສ່ວນນຶ່ງຂອງແຜນງານປະຕິຮູບ ການຄຸ້ມຄອງການເງິນພາກຣັຖ ໄລຍະທີ 3 ຂອງທະນາຄານໂລກ ປັດຈຸບັນ ພວມສຸມໃສ່ວຽກການປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ, ຣັຖວິສາຫະກິຈການບິນລາວ, ຣັຖວິສາຫະກິຈນໍ້າມັນເຊື້ອໄຟລາວ, ຣັຖວິສາຫະກິຈ ໂຮງງານຜລິດຢາເລຂ 2 ແລະ ເລຂ 3.
ສ່ວນຄວາມຄືບໜ້າ ການປະຕິຮູບຣັຖວິສາຫະກິຈ ແມ່ນໄດ້ສໍາເຣັດໄປແລ້ວຈໍານວນນຶ່ງ ແລະອີກຈໍານວນນຶ່ງ ພວມຢູ່ໃນການປະຕິຮູບ ໃນປີ 2023 ນີ້ ແຕ່ບໍ່ມີການເປີດເຜີຍຂໍ້ມູນ ໃຫ້ສັງຄົມຮັບຮູ້ເທື່ອ.
ສາເຫດທີ່ຣັຖບານລາວ ຈະຕ້ອງເລັ່ງປະຕິຮູບຣັຖວິສາຫະກິຈ ທັງໝົດນັ້ນ ສືບເນື່ອງຈາກ ສະພາບການເຄື່ອນໄຫວ ຂອງຣັຖວິສາຫະກິຈຂອງລາວ ຍັງບໍ່ມີຄວາມເຂັ້ມແຂງ, ຂາດທຶນຕໍ່ເນື່ອງ ແລະບາງຣັຖວິສາຫະກິຈ ສ້າງໜີ້ສິນໂດຍບໍ່ຄໍານຶງເຖິງ ຄວາມສາມາດ ໃນການຊໍາຣະ ແລະກາຍເປັນພາຣະ ແບກຫາບແກ່ຣັຖບານລາວ, ຂາດການຕິດຕາມປະເມີນຜົລ ແລະຣາຍງານດ້ານການເງິນ ຢ່າງເປັນປົກກະຕິ.