ຍົກເລີກເງືອນໄຂ ການເດີນທາງ ເຂົ້າ-ອອກ ປະເທດ

ຣັຖບານລາວ ຜ່ອນຜັນມາຕການ ແລະເງືອນໄຂ ທີ່ເຮັດໃຫ້ ການເຂົ້າ-ອອກ ປະເທດ ເປັນເຣື່ອງຫຍຸ້ງຍາກ ໃນເມື່ອກ່ອນ ມາຕອນນີ້ ຣັຖບານລາວ ໄດ້ຍົກເລີກເງືອນໄຂ ເຫຼົ່ານັ້ນແລ້ວ ແຕ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຍັງງຽບເຫງົາ ເພາະຈີນ ຍັງດຳເນີນມາຕການ ໂຄວິດເປັນສູນຢູ່.

ການເດີນທາງເຂົ້າ-ອອກ ຢູ່ດ່ານສາກົລ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ນຶ່ງ, ແຂວງໜອງຄາຍ ປະເທດໄທຍ, ວັນທີ 2 ກໍຣະກະດາ 2022. RFA

ຣັຖບານລາວ ຍຸຕິມາຕການ ເຂົ້າ-ອອກ ປະເທດ ທີ່ມີເງື່ອນໄຂຫຍຸ້ງຍາກ ສໍາລັບຜູ້ຄົນ ທັງຄົນລາວ ແລະຄົນຕ່າງປະເທດ ເປັນຕົ້ນຄົນງານລາວ ເພື່ອເຮັດໃຫ້ການເດີນທາງ ເຂົ້າ-ອອກ ປະເທດກັບມາເປັນປົກກະຕິ ຄືກັນກັບກ່ອນໂຄວິດ-19 ຣະບາດ ອີງຕາມຂໍ້ມູນຈາກ ຜົນກອງປະຊຸມ ຂອງຣັຖບານ ປະຈໍາເດືອນກັນຍາ ທີ່ໄດ້ຈັດຂຶ້ນໃນມື້ວັນທີ 22 ແລະ 23 ກັນຍາທີ່ຜ່ານມານີ້ ເພາະກ່ອນໜ້ານີ້ ເຖິງແມ່ນວ່າທາງການລາວ ຈະເປີດປະ ເທດຢ່າງເຕັມຮູບແບບແລ້ວກໍຕາມ ແຕ່ກໍຍັງມີເງື່ອນໄຂຫລາຍຢ່າງ ທີ່ເຮັດໃຫ້ ການເຂົ້າ-ອອກ ປະເທດ ຍັງຫຍຸ້ງຍາກຫລາຍຢູ່ ຄົນລາວບໍ່ສາມາດ ໄປເຮັດວຽກຢູ່ໄທຍ ໄດ້ສະດວກ. ເຊັ່ນເມື່ອຄົນງານລາວ ຈະໄປເຮັດວຽກຢູ່ໄທຍ ຕ້ອງມີນາຍຈ້າງຮອງຮັບ ຫລື ຕ້ອງຜ່ານ MOU ຮວມເຖິງມີການກວດຫາ ເຊື້ອໂຄວິດ-19 ແລະເອກສານອື່ນໆຫລາຍຢ່າງ ທີ່ມີລາຍຈ່າຍຂ້ອນຂ້າງສູງ.

ເຈົ້າໜ້າທີ່ແຮງງານ ແລະສວັດດິການສັງຄົມ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ກັນຍານີ້ວ່າ:

ເພິ່ນມາປະເມີນແລ້ວຕັ້ງແຕ່ເດືອນ 3 ມາເນາະ ນີ້ມາຮອດ 6 ເດືອນເນາະຖືວ່າ ສະຖານະການມັນເຣີ່ມເຂົ້າສູ່ ສະພາວະປົກຕິແລ້ວ. ສະນັ້ນເນາະໃຫ້ກະຊວງ ແຮງງານ ຫລຸດຂັ້ນຕອນຕ່າງໆ ເອກສານ ຫລືວ່າເງື່ອນໄຂຕ່າງໆຫັ້ນລົງ ເພື່ອໃຫ້ການເຂົ້າອອກປະເທດ ມັນວ່ອງໄວຂຶ້ນ. ຊ່ວງນຶ່ງທີ່ວ່າ ມີເອົາແຮງງານໄປເຮັດວຽກນີ້ ມີຄ່າກວດໂຄວິດ-19, ຄ່າປະກັນພັຍ, ຄ່າທີ່ພັກຢູ່ໄທຍເບາະ ອີ່ຫຍັງຈັ່ງຊີ້ ມັນເປັນ ຕົ້ນທຶນທີ່ສູງເນາະ.

ທ່ານກ່າວຕື່ມວ່າ ພາຍຫລັງທີ່ທາງການລາວ ເປີດປະເທດຕັ້ງແຕ່ ວັນທີ 9 ພຶສພາ ທີ່ຜ່ານມານີ້ ຄົນງານລາວ ພາກັນຫລັ່ງໄຫລ ໄປເຮັດພາສປອຣ໌ຕ (Passport) ເພື່ອທີ່ຈະໄປຊອກວຽກເຮັດ ຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທຍ, ແຕ່ກໍຍັງພົບ ຄວາມຫຍຸ້ງຍາກຫລາຍຢ່າງ ເຮັດໃຫ້ມີຄວາມລ່າຊ້າ. ດັ່ງນັ້ນທາງການ ຈຶ່ງມີມະຕິນີ້ອອກມາ ແລະເຊື່ອວ່າ ຕັ້ງແຕ່ເດືອນຕຸລານີ້ ເປັນຕົ້ນໄປ ຄົນລາວຈະເດີນທາງ ເຂົ້າ-ອອກ ປະເທດຫລາຍຂຶ້ນ ເພາະບໍ່ມີເງື່ອນໄຂ ຫຍຸ້ງຍາກແລ້ວ, ພຽງແຕ່ມີໜັງສືຜ່ານແດນ ຫລືພາສປອຣ໌ຕ ກັບໃບສັກວັນຊິນ ປ້ອງກັນໂຄວິດ-19 ຄົບກໍານົດ ກໍສາມາດເດີນທາງ ໄປ-ມາ ໄດ້ແລ້ວ.

ກ່ອນໜ້ານີ້ ກະຊວງແຮງງານ ແລະສວັດດິການສັງຄົມ ກໍໄດ້ຂໍຄວາມຮ່ວມມື ຈາກຣັຖບານໄທຍ ເພື່ອໃຫ້ຄົນງານລາວ ໄດ້ກັບໄປເຮັດວຽກ ຢູ່ໄທຍໄດ້ເປັນປົກກະຕິ ເພື່ອຫລຸດຜ່ອນ ອັດຕຣາການຫວ່າງງານ ໃນລາວ. ໃນນັ້ນ ໄດ້ຂໍໃຫ້ຫລຸດເງື່ອນໄຂ ຫຍຸ້ງຍາກຕ່າງໆລົງ ແລະທັງຂໍໃຫ້ໂຮງຈັກ, ໂຮງງານ ອຸດສາຫະ ກັມ ໃນໄທຍ ເປີດຮັບຄົນງານລາວ ເພີ່ມຂຶ້ນ ແລະຂໍໃຫ້ ອໍານວຍຄວາມສະດວກ ແກ່ຄົນງານລາວນໍາດ້ວຍ ຊຶ່ງທາງຝ່າຍໄທຍ ກໍໄດ້ຕົກລົງໃຫ້ຄວາມຮ່ວມມື.

ເຈົ້າໜ້າທີ່ ແຮງງານ ແລະສວັດດິການສັງຄົມ ແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ເວົ້າວ່າ ໄດ້ເຫັນມະຕິ ຂອງກອງປະຊຸມ ຣັຖບານທີ່ວ່ານັ້ນແລ້ວ. ທ່ານເຊື່ອວ່າ ຄົນລາວ ຈະພາກັນຫລັ່ງໄຫລ ອອກໄປເຮັດວຽກ ຢູ່ຕ່າງປະເທດເພີ່ມຂຶ້ນ ຍ້ອນເສຖກິຈ ໃນລາວຫຍຸ້ງຍາກ, ເງິນກີບອ່ອນຄ່າ ແລະຄ່າຄອງຊີພສູງຂຶ້ນ.

ແມ່ນເຂົ້າ-ອອກປົກຕິ ກ່ອນໂຄວິດ ຈະສະດວກຂຶ້ນຫລາຍ ຖ້າວ່າການເຂົ້າ ຂອງແຮງງານ ຕ່າງປະເທດ ຢູ່ບ້ານເຮົາ ປັດຈຸບັນນີ້ກະບໍ່ຫລາຍ ຄືແຕ່ກ່ອນ ເພາະວ່າອີງໃສ່ເງິນເຮົາ ມັນອ່ອນຄ່າຫລາຍ ການອອກແຮງງານ ຄືຊິຫລາຍ ກະມີທ່າອ່ຽງຫລາຍ ອີງໃສ່ຄ່າຄອງຊີພ ຢູ່ບ້ານເຮົາກະສູງແດ່ ເງິນເຟີ້ແດ່ ອັດຕຣາແລກປ່ຽນແດ່.

ຄົນງານລາວຜູ້ນຶ່ງ ກໍເວົ້າວ່າ ເປັນເຣື່ອງດີ ທີ່ຈະໄດ້ ເຂົ້າ-ອອກ (ປະເທດ) ລາວໄດ້ສະດວກຂຶ້ນ ຄືມີແຕ່ພາສປອຣ໌ຕ ແລະໃບສັກວັກຊິນ ປ້ອງກັນໂຄວິດ-19 ກໍສາມາດໄປໄທຍໄດ້ແລ້ວ ໂດຍບໍ່ຕ້ອງຜ່ານ ລະບົບ MOU ຫລື ຜ່ານນາຍໜ້າ ທີ່ມີຂໍ້ຫຍຸ້ງຍາກຫລາຍຢ່າງ.

ຕອນນັ້ນຍັງບໍ່ເປີດ ເປັນປົກກະຕິນີ້ ຄົນລາວມັນຫາເຮັດວຽກຢູ່ລາວ ມັນບໍ່ໄດ້ ຄືໄປຢູ່ໄທຍຊີ້ນ່າ ຕ້ອງຜ່ານ MOU ຕ້ອງຜ່ານກົມແຮງງານກ່ອນ ຕ້ອງຜ່ານນາຍໜ້າ ຕ້ອງຜ່ານນາຍຈ້າງ ຢູ່ທາງປະເທດໄທຍ ຕ້ອງເປັນຄົນເດີນເຣື່ອງ ໃຫ້ທັງໝົດ. ເປີດປົກຕິເຮົາໃຊ້ພາສປອຣ໌ຕ ເຫລັ້ມດຽວ ກັບໃບສັກຢາ ເຮົານັ້ນ ເຂົ້າໄປໃນນາມ ນັກທ່ອງທ່ຽວເນາະ.

ທີ່ແຂວງຫລວງພຣະບາງ ຜູ້ປະກອບການທຸຣະກິຈທ່ານນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ຕຸລານີ້ວ່າ ຕັ້ງແຕ່ຣັຖບານ ເປີດປະເທດ ຢ່າງເຕັມຮູບແບບມາ ຄົນເຂົ້າ-ອອກ ປະເທດ ກໍມີຫລາຍຂຶ້ນ, ແຕ່ກໍມີເງື່ອນໄຂ ຫລາຍຢ່າງ ທີ່ເຮັດໃຫ້ນັກທ່ອງທ່ຽວ ຍັງບໍ່ເຂົ້າມາຫລາຍ. ຖ້າຫາກເປີດປະເທດ ເປັນປົກກະຕິ ຄືກ່ອນການຣະບາດ ຂອງໂຄວິດ-19 ກໍຫວັງວ່າ ຈະເຮັດໃຫ້ຜູ້ຄົນເຂົ້າ-ອອກ ປະເທດສະດວກ ແລະມີຄົນມາທ່ຽວລາວ ຫລາຍຂຶ້ນກວ່າທີ່ຜ່ານມາ.

ຊ່ວງວັນຢຸດກໍຈະຫລາຍ ກະຊ່ວງທີ່ວ່າບໍ່ແມ່ນວັນຢຸດ ກໍຈະໜ້ອຍລົງ ມີແຕ່ຄົນໄທຍ ຕ່າງຊາຕກໍສ່ວນໜ້ອຍ ເປີດປົກຕິບໍ່ຫ້າມຫຍັງ ກໍຈະດີຂຶ້ນກ່ອນເກົ່າ.

ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ເຖິງແມ່ນວ່າ ທາງການລາວ ຈະເປີດໃຫ້ຄົນ ເຂົ້າ-ອອກ ປະເທດໄດ້ປົກກະຕິແລ້ວ ກໍຕາມ ແຕ່ທາງດ່ານບໍ່ເຕັນ ຢູ່ແຂວງນີ້ ທີ່ຕິດກັບປະເທດຈີນ ກໍຍັງຈໍາກັດຄົນລາວ ແລະນັກທ່ອງທ່ຽວຜ່ານຢູ່, ມີແຕ່ຣົຖບັນທຸກສິນ ຄ້າ ໄປຈີນເທົ່ານັ້ນ ທີ່ເຂົ້າ-ອອກໄດ້ ຍ້ອນມາຕການ ຂອງຈີນ.

ສໍາລັບນັກທ່ອງທ່ຽວ ຄົນຕ່າງຊາດຈີນຫັ້ນ ທີ່ຈະເຂົ້າມາເພິ່ນຍັງຈໍາກັດຢູ່ ໄດ້ສະເພາະຣົຖຂົນສົ່ງສິນຄ້າຜ່ານເຂົ້າ-ອອກໄດ້ ມາຕການຂອງຈີນ ກ່ຽວກັບການຣະບາດ ພະຍາດນີ້ແຫລະ.  

ເມື່ອກ່ອນໜ້ານີ້ ຄືວັນທີ 15 ພຶສພາຜ່ານມາ ທາງການລາວ ກໍໃຫ້ດ່ານທ້ອງຖິ່ນ ຢູ່ຫລາຍແຫ່ງຂອງລາວ ອະນຸຍາດໃຫ້ ຂົນສົ່ງສິນຄ້າ ຜ່ານເຂົ້າ-ອອກ ໄດ້ເປັນປົກກະຕິ ບໍ່ວ່າຈະເປັນ ການຂົນສົ່ງສິນຄ້າ ທາງທາງນໍ້າ ແລະທາງບົກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org