ທາງຣົຖໄຟ ລາວ-ຈີນ ສ້າງໜີ້ກວ່າ 1.5 ຕື້ໂດລາ ໃຫ້ລາວ

ຣົຖໄຟລາວ-ຈີນ ຂະບວນ ລ້ານຊ້າງ ຈອດລໍຖ້າຜູ້ໂດຍສານ ຕຣຽມເດີນທາງໄປພາກເໜືອຂອງລາວ. ວັນທີ 4 ທັນວາ 2021.
ຣົຖໄຟລາວ-ຈີນ ຂະບວນ ລ້ານຊ້າງ ຈອດລໍຖ້າຜູ້ໂດຍສານ ຕຣຽມເດີນທາງໄປພາກເໜືອຂອງລາວ. ວັນທີ 4 ທັນວາ 2021. (RFA)

0:00 / 0:00

ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ມູນ​ຄ່າ​ ເກືອບ 6 ຕື້​ ໂດ​ລາ ໂດຍ​ມີ​ ຣັ​ຖ​ບານລາວ​ຖື​ຮຸ້ນ 30 ເປີ​ເຊັນ ສ່ວນ​ວ່າຈີນ ຖື​ຮຸ້ນ 70 ເປີ​ເຊັນ. ແຕ່ ເງິນ​ທີ່​ຣັ​ຖ​ບານ​ລາວເອົາ​ມາ​ລົງ​ທຶນ ​ໃສ່​ໂຄງ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ໃນ​ອັດ​ ຕ​ຣາ​ສ່ວນ 30 ເປີ​ເຊັນ ສ່ວນ​ຫຼາຍ​ເປັນ​ເງິນ​ກູ້​ຢືມ​ ຈາກ​ຈີນ ຊຶ່ງ​ຄິດ​ເປັນ​ມູນ​ຄ່າ ​ປະ​ມານ 1.5 ຕື້​ໂດ​ລາ ບວກ​ໃສ່​ກັບ ເງິນ​ງົ​ບ​ປະ​ມານ​ຈຳ​ປີ​ ຂອງ​ຣັ​ຖ​ບານ​ລາວ 250 ລ້ານ​ໂດ​ລາ. ເວ​ບ​ໄຊ​ຂ່າວ ທີ່​ຊື່​ວ່າ www.thinkchina.sgໄດ້​ຣ​າຍ​ງານ​ວ່າ ລາວ​​ໄດ້​ກູ້​ຢືມ​ເງິນ​ ​ມູນ​ຄ່າ​ປະ​ມານ 1.5 ຕື້​ໂດ​ລາ ໃນ​ອັດ​ຕ​ຣາ​ດອກ​ເບັ້ຽ 2.3 ເປີ​ເຊັນ ຕໍ່​ປີ ຊຶ່ງ​ໄລ​ຍະ​ການພັກ​ໜີ້ 5 ປີ. ຫຼັງ​ຈາກ 5 ປີ ແລ້ວຣັ​ຖ​ບານລາວ​ ຈະ​ຕ້ອງ​ໄດ້​ຈ່າຍ​ໜີ້​ຄືນ​ໃຫ້​ຈີນ ລວມ​ທັງ​ດອກ​ເບັ້ຽ. ໃນ​ເບື້ອງ​ຕົ້ນ ຣັ​ຖ​ບານ​ລາວ ຈະ​ຕ້ອງຈ່າຍ​ໜີ້ທີ່​ຢືມ​ມາ​ເຮັດ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ໃນ​ມູນ​ຄ່າ 80 ປາຍ​ລ້ານ​ໂດ​ລາ ຊຶ່ງ​ລວມ​ທັງ​ຕົ້ນທີ່​ຢືມ​ມາ ແລະ ດອກ​ເບັ້ຽ​ທີ່​ຈະ​ຕ້ອງ​ຈ່າຍ ຖ້າ​ວ່າໄລ​ຍະ​ການ​ຈ່າຍ​ໜີ້ 30 ປີ.

ນັກ​ທຸ​ຣ​ກິຈ​ທ່ານ​ນຶ່ງ ລາວ ທ່ານ​ນຶ່ງ ທີ່ບໍ່​ປ​ະ​ສົງ​ອອກ​ຊື່ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 26 ມົກ​ກະ​ຣາ 2022 ວ່າ:

“[ດອກ​ເບັ້ຽ] 34.5 ລ້ານ ໂດ​ລາ ຕ່ຳ​ສຸດ ລະ​ມັນ​ກະ​ລົດ​ລົງ​ໄປ​ເລື້ອຍໆ ໜີ້ 1.5 ຕື້​ໂດລາ ກະ 50 ລ້ານ ຕໍ່​ປີ ງວດ​ທຳ​ອິດ ສົມ​ມຸດ​ວ່າ ງວດ​ທຳ​ອິດ 1,500 ລ້ານ ໂດ​ລາ [1.5 ຕື້​ໂດ​ລາ] ມາ​ຫານ​ໃຫ້ 30 ປີ ມັນ​ກະ​ອອກ 50 ລ້ານ​ໂດ​ລາ.

ນັກ​ທຸ​ຣະ​ກິຈ ທ່ານນີ້ ກ່າວ​ຕ​ຕື່ມ​ອີກວ່າ:

“ສະ​ເພາະ​ດອກ​ເບັ້ຽແຕ່​ລະ​ປີ​ຈະ​ຄ່ອຍ​ຫຼຸດ​ລົງ ໃນ​ຂະ​ນະ ຣັ​ຖ​ບານ​ລາວ ຈະ​ຕ້ອງ​ຈ່າຍຕົ້ນ​ທຶນ​ທີ່​ຢືມໄປ​ນັ້ນ​ຄື​ເກົ່າ.”

ແຕ່​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ອີກ​ກໍ​ຄື ຖ້າ​ຣັ​ຖ​ບານ​ລາວ ຈ່າຍ​ໜີ້ບໍ່​ທັນ​ຕາມ​ກຳ​ນົດ​ເວ​ລາ,ຣັ​ຖ​ບານ​ລາວ​ຈະ​ຕ້ອງ​ຖືກ​ປັບ​ໃໝ.

ນັກ​ທຸ​ຣະ​ກິຈ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ມັນ​ຢູ່​ທີ່​ວ່າ ປັບ​ໃໝ​ໃດ​ບາດນີ້ ບໍ່​ຈ່າຍ ບໍ່​ຈ່າຍ ຈ່າຍບໍ່​ຕົງ ຫຼື​ວ່າ ເລື່ອນ​ໄປ​ນີ້ ທະ​ນາ​ຄານ​ມັນ​ຕ້ອງ​ມີ​ປັບ​ໃໝ​ໃດ ຕາມ​ສັນ​ຍາ​ເຂົາ ເຂົາ​ຊິ​ປັບ​ໃໝ​ຈັ່ງ​ໃດ ເຂົາ​ຊິ​ປັບ​ໃໝ​ດອກ​ເບາະ ຫຼື​ຊິ​ປັບ​ໃໝ​ທັງ​ຕົ້ນ​ທັງ​ດອກ ເຮົາ​ວ່າ ມັນ​ເປັນ​ຫຼັກ​ສາ​ກົນ​ໃດ ຄັນ​ບໍ່​ປັບ​ໃໝ​ເຈົ້າ ເຈົ້າ​ຊິ​ຈ່າຍ​ຍາມ​ໃດ​ກະ​ໄດ້​ຕົ່ວ ຂ້ອຍ​ກະ​ມີ​ພາ​ລະ​ຄື​ກັນ.”

ເຈົ້າ​ໜ້າ​ທີ່​ທາງກ​ານ​ລາວ ມີ​ແຜນ​ການເອົາ​ບໍ່​ແຮ່ ຄ້ຳ​ປະ​ກັນ ໃນ​ການ​ຢືມ​ເງິນມາ​ເຮັດ​ໂຄງ​ການ​ ທາງ​ຣົ​ຖ​ໄຟ​ລາວ-ຈີນ.

ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອາ​ດີ​ດ​ຮອງນາ​ຍົກ​ຣັ​ຖ​ຕ​ຣີ ຂອງ​ລາວ ເຄີຍ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ​ສະ​ພາ​ແຫ່ງ​ຊາດ ກ່ອນ​ທີ່​ຈະ​ເຣີ່ມ​ໂຄງ​ການ ທາງ​ຣົ​ຖ​ໄຟ ​ລາວ-ຈີນ ​ວ່າ:

“ຫຼັງຈາກຄິດໄລ່ແລ້ວ, ພວກເຮົາເຫັນວ່າ ພວກເຮົາຈະສາມາດຈ່າຍໜີ້ໄດ້ ຍ້ອນວ່າ ພວກເຮົາມີບໍ່ແຮ່ Potash 5 ແຫ່ງ ແລະ ຖ້າພວກເຮົາຂຸດຄົ້ນບໍ່ແຮ່ນັ້ນ ແລະ ເອົາລາຍຮັບຈາກມັນ ພວກເຮົາຈະບໍ່ມີບັນຫາໃນການໃຊ້ໜີ້ຄືນພາຍໃນ 5 ປີ ແທນທີ່ຈະໃຊ້ເວລາ 30 ປີ.”

ນອກ​ຈາກນີ້, ທາງ​ການ​ລາວ ແລະ ຈີນ ກຳ​ລັງ​ປຶກ​ສາ​ຫາ​ລື​ກັນ ເພື່ອ​ທີ່​ຈະ​ສ້າງ​ຕັ້ງ​ກອງ​ພັນ​ຣົ​ຖ​ໄຟ ນັ້ນ​ກໍ​ຄື ການ​ສ້າງ​ຕັ້ງ ​ກອງ​ທະ​ຫານ​ທີ່​ຈະ​ມາ​ຮັກ​ສາ ​ຄວາມ​ປອດ​ໄພທາງ​ຣົ​ຖ​ໄຟ.

ບຸກ​ຄົນ​ທີ່​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ທະ​ຫານ​ລະ​ດັບ​ສູງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 25 ມົກ​ກະ​ຣາ 2022 ວ່າ:

“ເຈົ້າ​ໜ້າ​ທີ່​ລາວ ແລະ ຈີນ ກຳ​ລັງ​ປຶກ​ສາ​ຫາ​ລື​ກັນ​ເຣື່ອງ​ການ​ສ້າງ​ຕັ້ງ​ກອງ​ພັນທະ​ຫານ ເພື່ອ​ເອົາ​ມາຮັກ​ສາ​ຄວາມ​ປອດ​ໄພ​ຕາມ​ທາງ​ຣົ​ຖ​ໄຟ, ແຕ່ ກໍ​ຍັງ​ບໍ່​ທັນ​ມີ​ຂໍ້​ສ​ລຸບ​ອອກ​ມາ ຍ້ອນ​ວ່າ ຍັງ​ມີ​ບັນ​ຫາ​ຢູ່​ທີ່​ງົ​ບ​ປະ​ມານ​ທີ່​ເອົາ​ມາ​ຈ່າຍ​ເງິນ​ເດືອນ​ໃຫ້​ພະ​ນັກ​ງານ​ທະ​ຫານ ທີ່​ຈະ​ມາ​ເຮັດ​ວຽກ​ຮັກ​ສາ​ຄວາມ​ປອດ​ໄພ​ຕາ​ມ​ທາງ​ຣົ​ຖ​ໄຟ.”

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ ​ທີ່​ທະ​ຫານ​ລະ​ດັບ​ສູງ ໄດ້​ກ່າວ​ຕື່ມ​ອີກວ່າ ວ່າ:

“ຈຳ​ນວນເຈົ້າ​ໜ້າ​ທີ່​ທະ​ຫານ​ທີ່​ຈະ​ມາ​ຮັກ​ສາ​ຄວາມ​ປອດ​ໄພ​ຕາມ​ທາງ​ຣົ​ຖ​ໄຟ ຈະ​ຕ້ອງ​ມີ​ຢ່າງ​ໜ້ອຍ 1,000 ຄົນ​ຂຶ້ນ​ໄປ ໃນ​ຂະ​ນະ​ທີ່​ຣັ​ຖ​ບານບໍ່​ມີ​ງົບ​ປະ​ມານ​ທີ່​ຈະ​ມາ​ຈ່າຍ​ສິ່ງ​ເຫຼົ່າ​ນີ້.”

ໃນ​ເດືອນ​ທັນ​ວາ 2021 ທີ່​ຜ່ານ​ມາ, ວິ​ທະ​ຍຸ​ກະ​ຈ່າຍ​ສຽງ​ແຫ່ງ​ຊາດ ໄດ້​ສະ​ເໜີ​ຂ່າວ ໄດ້ອ້າງ ຄຳ​ເວົ້າ ທ່ານ ​ພັນຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ​ທີ່ໄດ້​ກ່າວວ່າ ທາງ​ຣົ​ຖ​ໄຟ​ລາວ-ຈີນ ເປັນ​ຄວາມ​ມຸ້ງ​ມາດ​ປາ​ຖ​ນາ​ຂອງ​ຄົນ​ລາວ.

ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ກ່າວ ໃນ​ເດືອນ​ທັນ​ວາ 2021 ຕອນ​ນຶ່ງ ​ວ່າ:

“ກະ​ຂ້ອຍ​ມີ​ລະ​ມັນ​ຜິດ​ອີ່​ຫຍັງ ທາງ​ຣົ​ຖ​ໄຟ ກໍ​ທາງ​ຣົ​ຖ​ໄຟ ແມ່ນ​ຮັບ​ໃຊ້​ມະ​ນຸດ ຮັບ​ໃຊ້​ການ​ຂົນ​ສົ່ງ​ສິນ​ຄ້າ ຮັບ​ໃຊ້​ການ​ຄ້າ ການ​ທ່ອງ​ທ່ຽວ ຂັ້ນ​ມີ​ຜູ່​ມາ​ໂຈມ​ຕີ. ຂັ້ນ​ມີ​ຜູ່​ມາ​ໂຈມ​ຕີ ເວົ້າ​ລະວ່າ ລາວ​ເຮົາ​ເປັນ​ໜີ້​ສິນ​ຂອງ​ຈີນຫຼາຍ ຍ້ອນ​ທາງ​ຣົ​ຖ​ໄຟ ມັນ​ບໍ່​ແມ່ນ ຜູ້​ທີ່​ຕິດ​ໜີ້​ລະ​ແມ່ນ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ລາວ-ຈີນ ກະ​ໝາຍ​ຄວາມ​ວ່າ ແມ່ນ​ບໍ​ຣິ​ສັດ ເປັນ​ຜູ່​ຕິດ​ໜີ້ ບໍ​ຣິ​ສັດ ຈະ​ເປັນ​ຜູ່​ຫາ​ເງິນ​ມາ​ເພື່ອ​ໃຊ້​ໜີ້ ໂດຍ​ການ​ອູ້ມ​ຊູ ຍູ້​ໜູນ​ຂອງ​ຣັ​ຖ​ບານ​ລາວ-ຈີນ.”

ນອກ​ຈາກນີ້ ປະ​ຊາ​ຊົນຜູ້​ທີ່​ເສັຽ​ທີ່​ດິນ​ໃຫ້​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ບໍ່​ສາ​ມາດ​ໄປ​ຊື້​ທີ່​ດິນຢູ່​ບ່ອນ​ໃໝ່​ໄດ້.

ປະ​ຊາ​ຊົນ​ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ ນຶ່ງ ຜູ້​ທີ່​ເສັຽ​ທີ່​ດິນ​ໃຫ້​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 26 ມົກ​ກະ​ຣາ 2022 ວ່າ:

“ໂຄງ​ການກວມ​ເອົາ​ທີ່​ດິນ 1,000 ປາຍ​ ຕາ​ລາງ​ແມັດ ແລະ ໄດ້​ຮັບ​ຄ່າ​ຊົດ​ເຊີຍ 100,000 ປາຍ ກີບ​ຕໍ່​ຕາ​ລາງ​ແມັດ ແຕ່ ບໍ່​ສາ​ມາດໄປ​ຊື້​ທີ່​ດິນ​ບ່ອນ​ໃໝ່​ໄດ້ ຍ້ອນ​ວ່າ ລາ​ຄາ​ທີ່​ດິນ​ດຽວນີ້ແພງກວ່າ​ຄ່າ​ຊົ​ດ​ເຊີຍ.”

ບາງ​ຄົນ​ກໍ​ມີ​ຊີ​ວິດ​ການ​ເປັນ​ຢູ່​ປ່ຽນ​ແປງໄປຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ເສັຽ​ທີ່​ດິນ​ໃຫ້​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ.ບາງ​ຄົນ ຈາກ​ທີ່​ເຄີຍ​ເຮັດ​ນາ​ໄດ້​ເຂົ້າ​ກິນປີ​ລະ ​90 ເປົ໋າ​ປ່ານ ຄິດ​ເປັນ​ມູນ​ຄ່າ ເກືອບ 30 ລ້ານ ກີບ ຕໍ່​ປີ, ແຕ່​ ຫຼັງ​ຈາກ​ເສັຽ​ທີ່​ດິນ​ໄປ​ແລ້ວ ເຂົາ​ເຈົ້າ​ກໍ​ບໍ່​ສາ​ມາດ​ຫາ​ລາຍ​ຮັບ​ຫຍັງ​ໄດ້​ເລີຍ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ​ທີ່​ເສັຽດິນ​ໃຫ້​ທາງ​ຣົ​ຖ​ໄຟ​ລາວ-ຈີນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 26 ມົກ​ກະ​ຣາ 2022 ວ່າ:

“ແຕ່​ກີ້​ດິນ​ເຮົາ​ກະ​ລ້ຽງ​ປູ​ລ້ຽງ​ປາ ເຮັດ​ໄຮ່​ເຮັດ​ນາ​ກິນ ດຳ​ໄຮ່​ດຳ​ນາ​ກິນ ຄື​ວ່າ​ເຮັດ​ນາ​ສອງ​ຣະ​ດູ ນາ​ປີ​ນາ​ແຊງ​ຈັ່ງ​ຊີ້​ນ່າ ນາ​ປີ ນາ​ແຊງ ເຮົາ​ໄດ້​ຂາຍ​ເຂົ້າ​ຂາຍ​ນ້ຳ ເສ​ຖ​ກິ​ຈ ພໍ​ພຽງ​ເຮົາ​ກະ​ມີ​ພໍ​ຢູ່ ພໍ​ກິນ​ເນາະ ນາ​ແຊງ​ເຮົາ​ກະ​ເຮັດ ນາ​ປີ ເຮົາ​ກະ​ເຮັດ ດິນ​ດຳ​ນ້ຳ​ຊຸ່ມ ດິນ​ທີ່​ວ່າ ໂຕ​ເຮົາ​ຖືກ​ໂຄງ​ການ​ຫັ້ນ​ນ່າ ນາ​ປີ​ເຮົາ​ກະ​ໄດ້ 50 ເປົ໋າ​ປ່ານ ນາ​ແຊງ​ເຮົາ​ກະ​ໄດ້​ຢູ່ 40 ເປົ໋າ​ປ່ານ ເຮົາ​ກະ​ໄດ້​ພໍ​ຢູ່​ພໍ​ກິນ ເຮົາ​ບໍ່​ໄດ້​ເຮັດ​ນາ​ກິນ ເຮົາ​ກະ​ໄປ​ຊື້​ເຂົ້າ​ກະ​ໂລ​ມາ​ກິນ​ດຽວນີ້.”

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານນີ້ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ອີກວ່າ:

"ຍ້ອນ​ຫຍັງ​ຫວະ​ຕິ ທີ່​ເຮົາ​ໄປ​ຖືກ​ໂຄງ​ການ ເຮົາ​ກໍ​ເລີຍ​ເປັນ​ທຸກ​ດຽວນີ້ ເຮົາ​ຢືມ​ເງິນນອກ​ລະ​ບົບ​ມາ​ຊື້​ຢູ່​ຊື້​ດິນ​ດຽວນີ້​ນະ ລະ​ປະ​ຊາ​ຊົນ​ກະ​ເປັນ​ທຸກ ແຕ່ກີ້ນີ້ບໍ່​ຖືກ​ໂຄງ​ການປະ​ຊາ​ຊົນ​ກະ​ເກັບ​ຜັກ​ເກັບ​ມື່ ຂາຍ​ປູ​ຂາຍ​ປາ ເກັບ​ໝາກບວບ​ຂາຍ​ເຮົາ​ກະ​ມີ​ກິນ ເສ​ຖ​ກິ​ຈ​ພໍ​ພຽງ ແຕ່​ວ່າ ດິນ​ຖືກ​ໂຄງ​ການ​ປະ​ຊາ​ຊົນ​ນີ້​ທຸກ​ເພາະ​ວ່າ ເພິ່ນ​ວ່າ ຊິ​ຈ່າຍ​ເງິນ​ແຕ່​ວັນ​ຊາດ​ທີ 2 ທັນ​ວາ ເພິ່ນ​ກະ​ຍັງ​ບໍ່​​ຈ່າຍ​ເງິນ​ໃຫ້​ປະ​ຊາ​ຊົນ."

ເຖິງ​ວ່າ ທາງ​ການ​ລາວ ແລະ ຈີນ ໄດ້​ເປີດ​ນຳ​ໃຊ້ ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນຄວາມ​ຍາວ 400 ປາຍ ກິ​ໂລ​ແມັດ ຢ່າງ​ເປັນ​ທາງ​ການ​ແລ້ວ​ກໍ​ຕາມ, ແຕ່ ກຳ​ຍັງ​ມີ​ປະ​ຊາ​ຊົນ​ອີກ​ຫຼາຍ​ຄອບ​ຄົວ ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ທີ່​ເຂົາ​ເຈົ້າ​ໄດ້​ເສັຽ​ທີ່​ດິນ​ໃຫ້​ໂຄງ​ການ ຫຼື ບໍ່​ໄດ້​ຮັບ​ຄ່າ​ເວນ​ຄືນ​ທີ່​ດິນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ກໍ​ບໍ່​ໄດ້​ອອກ​ມາ​ເປີດ​ເຜີຍ​ເຖິງ​ສາ​ເຫດ​ຄວາມ​ຊັກ​ຊ້າການຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນໃຫ້​ແກ່​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ແຕ່​ຢ່າງ​ໃດ. ແຕ່ ມີ​ຄົນ​ປຽບ​ທຽບ​ໂຄງ​ການ​ຣົ​ຖ​ໄຟ​ລາວ-ຈີນ ໃນ​ປັດ​ຈຸ​ບັນ ​ຄ້າຍ​ຄື​ກັບ ການ​ແຂ່ງ​ຂັນ​ກິ​ລາ​ ຊີ​ເກ​ມ​ສ ໃນ​ປີ 2009 ທີ່​ປະ​ເທດ​ລາວ​ເປັນ​ເຈົ້າ​ພາບ. ມັນເປັນ​ຄັ້ງ​ທຳ​ອິດ​ທີ່​ລາວ ສາ​ມາດ​ເປັນ​ເຈົ້າ​ພາບ​ໃນ​ການ​ຈັດ​ການ​ແຂ່ງ​ຂັນ​ມະ​ຫະ​ກັມ​ກິ​ລາໃນ​ເຂດ​ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ການ​ຈັດ​ງານ​ດັ່ງ​ກ່າວ, ຣັ​ຖ​ບານ​ລາວ ຕ້ອງ​ໄດ້ຢືມ​ເງິນ​ຈີນປະ​ມານ 100 ລ້ານ ໂດ​ລາ ມາ​ສ້​າງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ຢູ່ ຫຼັກ 16 ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ ເພື່ອ​ຮອງ​ຮັບ​ພິ​ທີ​ເປີດ​ການ​ແຂ່ງ​ຂັນ​ກະ​ລາ​ຊິ​ເກມ​ສ, ແຕ່ ຣັ​ຖ​ບານ​ລາວ ຕ້ອງ​ເອົາ​ທີ່​ດິນ​ເຂດ​ບຶ​ງ​ທາດຫລວງປະ​ມານ 300 ເຮັກ​ຕາ ໃຫ້​ຈີນ​ມາ​ສຳ​ປະ​ທານ​ເຮັດ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ. ຈົນ​ໃນ​ເວ​ລາ​ນັ້ນ ບາງ​ສຳ​ນັກ​ຂ່າວ​ຂອງ​ລາວ ໄດ້​ລາຍ​ງານ​ຂ່າວ ໂດຍ​ສ​ເນີ​ຫົວ​ຂໍ້​ວ່າ: "ລາວ​ໃຫ້​ດິນ ຈີນ​ໃຫ້​ເດີ່ນ [ເດີ່ນໝາຍ​ເຖິງ​ສ​ນາມ​ກິ​ລາ​ແຫ່ງ​ຊາດ]."

ນອກ​ຈາກນີ້ ບໍ​ຣິ​ສັດ ຮ່ວງ​ແອ່ງ​ຍາ​ລາຍຂອງວຽດ​ນາມ ກໍ​ຮັບ​ສ້າງ​ບ້ານ​ພັກ​ນັກ​ກິ​ລາ ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫງ​ຊາດ ເຂດ​ດົງ​ໂດກ ມູນ​ຄ່າ​ປະ​ມານ 19 ລ້ານ​ໂດ​ລາ, ແຕ່​ ລາວ​ຕ້ອງ​ໃຫ້ ບໍ​ຣິ​ສັດ ດັ່ງ​ກ່າວ​ສຳ​ປະຕັດ​ໄມ້ແລະ ທານ​ທີ່​ດິນຫຼາຍກວ່າ 10,000 ເຮັກ​ຕາ ​ຢູ່​ເມືອງ​ພູ​ວົງ​ແຂວງ​ອັດ​ຕະ​ປື ເປັນ​ເວ​ລາບໍ່​ຕໍ່າກວ່າ 50 ປີ ອີ​ງ​ຕາມ​ຂໍ້​ມູນ​ຈາກນັກ​ທຸ​ຣະ​ກິຈຢູ່​ແຂວງ​ອັດ​ຕະ​ປື.