ພະນັກງານຣັຖທຸກຄົນ ຈະໄດ້ຮັບເງິນອຸດໝູນ ຈາກຣັຖບານ ຊ່ວຍບັນເທົາ

ສຸພັດຕາ
2024.03.26
ພະນັກງານຣັຖທຸກຄົນ ຈະໄດ້ຮັບເງິນອຸດໝູນ ຈາກຣັຖບານ ຊ່ວຍບັນເທົາ ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ສິນຄ້າຫຼາຍຢ່າງ ຂຶ້ນລາຄາຢ່າງເນື່ອງນິດ (TS) ວັນທີ 18 ເດືອນສິງຫາ ປີ 2023.
RFA

ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ເລຂທີ 612/ຫສນຍ ລົງວັນທີ 25 ເດືອນມີນາ ປີ 2024 ເຣື່ອງທິດຊີ້ນໍາ ການອຸດໜູນເງິນຄ່າຄອງຊີບ ໃຫ້ພະນັກງານຣັດ, ທະຫານ, ຕໍາຣວດ ພະນັກງານບໍານານ ແລະຜູ້ເສັຍອົງຄະ ຈໍານວນ 150,000 ກີບຕໍ່ຄົນ ໃນທົ່ວປະເທດ ໂດຍເລີ່ມງວດທີ 1 ປີ 2024 ເປັນຕົ້ນໄປ, ດັ່ງເຈົ້າໜ້າທີ່ພາກຣັດ ທີ່ກ່ຽວຂ້ອງ ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ມີນາ ນີ້ວ່າ ເຖິງແມ່ນວ່າ ຈະເປັນຈໍານວນເງິນບໍ່ຫຼາຍ ໃນຍຸກເສຖກິຈ-ການເງິນ ໃນລາວ ທີ່ຍັງບໍ່ທັນດີຂຶ້ນເທື່ອນີ້ ແຕ່ກໍຖືວ່າ ເປັນການຊ່ອຍເຫຼືອ ດ້ານຄ່າໃຊ້ຈ່າຍໃນລະດັບນຶ່ງ ເຊິ່ງຄາດວ່າ ຈະເລີ່ມຈັດຕັ້ງປະຕິບັດ ໃນໄລຍະເດືອນເມສາ ຫຼື ເດືອນພຶສພາ ປີ 2024 ນີ້:

“ແມ່ນແລ້ວ ທາງຣັຖບານເຂົາເຈົ້າສເນີຕໍ່ສະພາເນາະ ໃຫ້ພະນັກງານຣັຖກອນ, ທະຫານ, ຕໍາຣວດ ໂອ້ ເຣື້ອງກຸ້ມ ມັນກະບໍ່ກຸ້ມແຫຼະເນາະ ເສຖກິຈລາວ ຍັງຕົກຕໍ່າຫຼາຍ ກໍເລີຍເພີ່ມໂຕນີ້ຂຶ້ນມາ ເປັນຄ່າໃຊ້ຈ່າຍ ເພີ່ມເງິນ, ຄ່ານໍ້າ, ຄ່າໄຟ ຄ່າເດີນທາງຊື່ໆ ເພິ່ນຍັງບໍ່ທັນເລີ່ມ ເພິ່ນຫາກະມີຂໍ້ຕົກລົງອອກມາເນາະ ເພິ່ນຈະເລີ່ມ ເດືອນ 4 ເດືອນ 5 ນີ້.”

ຂະນະທີ່ ເຈົ້າໜ້າທີ່ຕໍາຣວດ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວ ກ່ຽວກັບເຣື່ອງດັ່ງກ່າວນີ້ວ່າ ທ່ານກໍໄດ້ຮັບຊາບ ເຖິງຂໍ້ຕົກລົງ ການແຈ້ງການດັ່ງກ່າວແລ້ວ ແຕ່ຣັຖບານ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ແຕ່ເຫັນວ່າ ທາງຣັຖບານ ຈະເລີ່ມໃຫ້ເງິນອຸດໜູນ ພະນັກງານຣັຖກອນ ໃນທົ່ວປະເທດ ໄລຍະເດືອນເມສາ ເຊິ່ງກໍຖືວ່າ ເປັນເຣື່ອງທີ່ດີ ທີ່ຣັຖບານ ຍັງມີການຊ່ອຍເຫຼືອ ເງິນອຸດໝູນ ໃຫ້ແກ່ພະນັກງານຣັຖກອນ, ທະຫານ, ຕໍາຣວດທຸກຄົນ ໃນໄລຍະເສຖກິຈ-ການເງິນ ຂອງປະເທດລາວ ຕົກຕໍ່າຢູ່ນີ້ ເຖິງແມ່ນວ່າ ຈະເປັນເງິນບໍ່ຫຼາຍກໍຕາມ ກໍຖືວ່າ ເປັນເຣື່ອງທີ່ໜ້າຊົມເຊີຍ ທີ່ເພິ່ນພຍາຍາມແກ້ໄຂ ເພີ່ມເງິນອຸດໝູນໃຫ້ພະນັກງານຣັດ ທຸກຄົນ:

“ເພິ່ນມີຂໍ້ຕົກລົງມາ ແຕ່ວ່າ ຍັງບໍ່ທັນໄດ້ປະຕິບັດເທື່ອ ຕາມແຈ້ງການ ແມ່ນເພິ່ນໃຫ້ປະຕິບັດພາຍໃນໄຕມາດ 2 ຊິແມ່ນເລີ່ມປະມານ ເດືອນ 4 ພະນັກງານ, ທະຫານ, ຕໍາຣວດ ທົ່ວໄປເທດໄດ້ໝົດ ປີນີ້ ເພິ່ນເພີ່ມໃຫ້ກໍດີແລ້ວ ຊົມເຊີຍເພ່ິນ ຂອບໃຈເພິ່ນ ຊ່ອຍແກ້ໄຂຊີວິດການເປັນຢູ່ ຂອງພະນັກງານທະຫານ ຕໍາຣວດຫັ້ນແຫຼະ ຈຸນເຈືອກັນໄປຊັ້ນຜູ້ນ້ອຍ ຈົນຮອດຜູ້ໃຫຍ່ສຸດ ກໍຖືວ່າ ໄດ້ສເມີກັນ 150,000 (ກີບ).”

ໃນຂະນະທີ່ ພະນັກງານຣັຖກອນ ອີກທ່ານນຶ່ງ ກໍກ່າວວ່າ ກໍໄດ້ຮັບຮູ້ ການແຈ້ງການດັ່ງກ່າວນີ້ ແລ້ວເຊັ່ນກັນ ກໍຖືວ່າ ເປັນເຣື່ອງທີ່ດີຢູ່ ທີ່ທາງພາກຣັດ ເພິ່ນພຍາຍາມ ເພີ່ມເງິນອຸດໝູນ ໃຫ້ພະນັກງານຣັດທຸກຄົນ ແຕ່ກໍຍັງຖືວ່າ ເງິນຈໍານວນ 150,000 ກີບຕໍ່ຄົນ ກໍໜ້ອຍຢູ່ ເພາະຢູ່ລາວ ຄ່າຄອງຊີບສູງ, ສິນຄ້າກໍແພງຫຼາຍ ເຊິ່ງກໍເພີ່ມຈາກເງິນເດືອນມາບໍ່ເທົ່າໃດ ປັດຈຸບັນ ພະນັກງານຣັດຫຼາຍຄົນ ກໍຫາອາຊີບເສີມທາງອື່ນນໍາດ້ວຍ ເຖິງຈະຢູ່ລອດໄດ້:

“ກະດີກວ່າບໍ່ຂຶ້ນຫັ້ນແຫຼະ ແຕ່ວ່າ ມັນຂຶ້ນກໍ ມັນກໍບໍ່ເພີ່ມເທົ່າໃດເນາະ 150,000 (ກີບ) ມັນກໍຍັງໜ້ອຍ ມາເພີ່ມເຕີມ ມັນກໍບໍ່ເທົ່າໃດດອກ ປຽບໃສ່ຄ່າຄອງຊີຍໃນແຕ່ລະວັນ ມັນຖີບໂຕຂຶ້ນສູງຫຼາຍເນາະ ອັນໃດກໍແພງໝົດນ່າ ເງິນເດືອນມັນບໍ່ພໍກິນເນາະ ຫາທາງອື່ນນໍາ.”  

ພ້ອມດຽວກັນນີ້ ພະນັກງານຣັຖກອນ ອີກນາງນຶ່ງ ກໍກ່າວວ່າ ກໍບໍ່ໄດ້ຮູ້ສຶກດີໃຈ ເພາະເງິນຈໍານວນ 150,000 ກີບ ທີ່ພາກຣັດເພິ່ນຈະເພີ່ມ ເປັນເງິນອຸດໝູນໃຫ້ ກໍຖືວ່າໜ້ອຍ ໃນຍຸກເຂົ້າຍາກໝາກແພງນີ້ ບວກໃສ່ເງິນເດືອນ ລ້ານປາຍ ຫາ 2 ລ້ານປາຍກີບ ກໍບໍ່ໄດ້ກຸ້ມກິນ ເຊິ່ງຫຼາຍຄົນ ກໍຫາອາຊີບເສີມເຮັດ ເພື່ອໃຫ້ສາມາດຢູ່ລອດ ມີຄ່າໃຊ້ຈ່າຍກຸ້ມຕໍ່ເດືອນໄດ້:

“ຄັນຖາມຂ້ອຍ ມັນກະໜ້ອຍຢູ່ແລ້ວ ຈະກຸ້ມຢູ່ກຸ້ມກິນອີ່ຫຍັງສໍ່ານັ້ນ ຊິດີ ມັນກໍບໍ່ດີແຫຼ້ວ ຄ່າຄອງຊີບມັນແພງ ບໍ່ມີອາຊີບອື່ນເສີມ ຈະກິນແນວໃດ ເດືອນນຶ່ງລ້ານປາຍ 2 ລ້ານ ຈັ່ງຊີ້ ມັນກໍບໍ່ກຸ້ມ ບໍ່ເກື້ອຢູ່ແລ້ວ.”

ເຖິງຢ່າງໃດກໍຕາມ ການເພີ່ມເງິນອຸດໝູນດັ່ງກ່າວນີ້ ຣັຖບານ ໄດ້ມອບໃຫ້ ກະຊວງການເງິນ ເປັນເຈົ້າການ ສົມທົບກັບ ຫ້້ອງວ່າການສໍານັກງານນາຍົກຣັຖຕຣີ ຮ່າງໜັງສືສເນີ ໃນນາມຣັຖບານ ເພື່ອສເນີ ຄະນະປະຈໍາສະພາ ແຫ່ງຊາຕ ພິຈາລະນາ ຕົກລົງ ການຍົກເລີກອາກອນລາຍໄດ້ ແລະປະກັນສັງຄົມ ຈາກການເພີ່ມເງິນອຸດໝູດດັ່ງກ່າວ ເປັນອັນສະເພາະ.

ນອກຈາກນີ້ ພາຍຫຼັງການຈັດຕັ້ງປະຕິບັດ 6 ເດືອນ ຕົ້ນປີ 2024 ມອບໃຫ້ກະຊວງພາຍໃນ ຮີບຮ້ອນ ສົມທົບກັບກະຊວງການເງິນ, ກະຊວງແຮງງານ ແລະສວັດດີການສັງຄົມ ແລະພາກສ່ວນກ່ຽວຂ້ອງ ປະເມີນການຈັດຕັ້ງປະຕິບັດເງິນເດືອນ ແລະເງິນອຸດໝູນຜ່ານມາ ເພື່ອຄົ້ນຄວ້າມາຕການປັບປຸງ ດັດປັບ ດັດຊະນີເງິນເດືອນ ພາຍໃນປີ 2025 ແລະໃນໄລຍະຍາວ ໃຫ້ເໝາະສົມ ຕາມແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ສບັບເລຂທີ 143/ຫສນຍ ລົງວັນທີ 28 ເດືອນກັນຍາ ປີ 2023 ແລ້ວຣາຍງານ ຣັຖບານ.

ແລະມອບໃຫ້ກະຊວງການເງິນ ສົມທົບກັບ ກະຊວງສຶກສາທິການ ແລະກິລາ ຮີບຮ້ອນ ຄິດໄລ່ ແລະປະຕິບັດນະໂຍບາຍ ຄຣູອາສາສມັກ ຫຼື ສັນຍາຈ້າງ ທີ່ວ່າ ຈະມີການໃຫ້ເງິນເດືອນ ຕາມມະຕິຕົກລົງ 09/ລບ ແລ້ວ ຣາຍງານແຜນການຈັດຕັ້ງປະຕິບັດ ຕໍ່ຣັຖບານດ່ວນ.

ກ່ອນໜ້ານີ້ ໃນວັນທີ 2 ເດືອນຕຸລາ ປີ 2023 ຣັຖລາວ ກໍໄດ້ແຈ້ງການ ເພີ່ມເງິນອຸດໝູນຄ່າຄອງຊີບ ໃຫ້ແກ່ພະນັກງານຣັຖກອນ ທີ່ໄດ້ເງິນເດືອນຕໍ່າກວ່າ 1,700,000 ກີບ ເຊິ່ງການຄິດໄລ່ເງິນອຸດໝູນ ກໍຈະແຕກຕ່າງກັນໄປ ຫຼາຍຄົນທີ່ໄດ້ຮັບ ກໍເປັນເງິນບໍ່ໄດ້ຫຼາຍ ເພີ່ມຂຶ້ນມາໜ້ອຍນຶ່ງ ບໍ່ຕ່າງຈາກຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.