ຣັຖບານລາວ ຍອມຮັບ ຣັຖວິສາຫະກິຈ ສ້າງໜີ້ສິນ
ທາງການລາວຈະເລັ່ງປະຕິຮູບ ຣັຖວິສາຫະກິຈ ໂດຍສະເພາະ ຣັຖວິສາຫະກິຈຂະນາດໃຫຍ່ ທີ່ສ້າງໜີ້ສິນ ຈຳນວນຫຼາຍ ທັງການສໍ້ຣາດບັງຫຼວງ ຈາກກຸມຣັຖວິສາຫະກິຈຈຳນວນນຶ່ງ ຊຶ່ງລະບົບເອື້ອອຳນວຍໃຫ້ພະນັກງານໃຊ້ອຳນາດໄປໃນທາງທີ່ຜິດ.
-
ໄຊຍາ
2021-11-07 -
-
-
Your browser doesn’t support HTML5 audio
ຣັຖບານລາວຈະເລັ່ງປະຕິຮູບ ບັນດາຣັຖວິສາຫະກິຈທີ່ປັດຈຸບັນມີຢູ່ 7 ຣັຖວິສາຫະກິຈ ຂນາດໃຫຍ່ເນື່ອງຈາກໄລຍະຜ່ານມາຣັຖບານແຕ່ລະສມັຍ ໄດ້ລົງທຶນໄປຈຳນວນຫຼາຍເພື່ອ ພັທນາເສຖກິຈ-ສັງຄົມຂອງປະເທດ ແລະຍັງເປັນຖານລາຍຮັບສຳຄັນໃຫ້ກັບຣັຖບານ ແຕ່ຣັຖວິສາຫະກິຈຈຳນວນນຶ່ງ ໄດ້ສ້າງໜີ້ສິນຢ່າງມະຫາສານຕົກເປັນພາຣະ ໃຫ້ແກ່ຣັຖບານລາວ ມາຮອດປັດຈຸບັນນີ້. ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກ່າວໃນກອງປະຊຸມສມັຍສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 1 ພຶສຈິການີ້ວ່າ:
“ໄລຍະທີ່ຜ່ານມາ ຣັຖບານແຕ່ລະສມັຍໄດ້ລົງທຶນ ຈຳນວນຫຼາຍໃຫ້ບັນ ດາຣັຖວິສາຫະກິຈແຕ່ຜ່ານມາເຫັນວ່າ ບັນດາຣັຖວິສາຫະກິຈເກືອບທັງໝົດ ດຳເນີນທຸຣະກິຈມີ ປະສິດຕິຜົລແລະຈຳນວນນຶ່ງສ້າງໜີ້ສິນ ມະຫາສານຕົກເປັນພາຣະ ຂອງຣັຖບານດັ່ງນັ້ນການປັບປຸງຣັຖວິສາຫະກິຈ ຕາມທິດປະຕິຮູບຈຶ່ງມີຄວາມສຳຄັນແລະເລັ່ງດ່ວນ.”
ປັດຈຸບັນບັນຫາໜີ້ສິນ ສາທາຣະນະຂອງປະເທດລາວ ນັບມື້ຈະເພີ່ມຂື້ນໂດຍໃນປີ 2020 ທີ່ຜ່ານມາກະຊວງການເງິນ ໄດ້ຣາຍງານວ່າປະເທດລາວ ມີໜີ້ສິນສາທາຣະນະສູງເຖິງ 13 ຕື້ໂດລາຣ໌ສະຫະຣັຖຄຄິດເປັນ 72% ຂອງ GDP (Gross Domestic Product-ຜລິຕພັນມວນລວມຂອງປະເທດ) ສ່ວນຫຼາຍຈະເປັນໜີ້ສິນທີ່ຣັຖບານລາວ ກູ້ຢືມຈາກຕ່າງປະເທດເພື່ອນຳມາລົງທຶນ ໃນໂຄງການພັທນາເສຖກິຈ-ສັງຄົມ ຂອງປະເທດ ເປັນຕົ້ນໂຄງການເສັ້ນທາງຣົດໄຟລາວ-ຈີນ, ໂຄງການທາງດ່ວນ, ໂຄງການເຂື່ອນໄຟຟ້າ ແລະໂຄງການກໍ່ສ້າງພື້ນຖານ ເຂດຊົນນະບົດ.
ສ່ວນປະເທດທີ່ລາວຕິດໜີ້ສູງສຸດ ແມ່ນປະເທດຈີນປະມານ 5 ຕື້ປາຍໂດລາຣ໌ສະຫະຣັຖ ຮອງລົງມາຄືທະນາຄານພັທນາເອເຊຽ ຫຼື Asian Development Bank (ADB) ປະມານ 900 ລ້ານໂດລາຣ໌, ທະນາຄານໂລກ ຫຼື World Bank ປະມານ 600 ລ້ານໂດລາຣ໌ສະຫະຣັຖ, ປະເທດໄທຍປະມານ 500 ລ້ານໂດລາຣ໌ສະຫະຣັຖ ແລະອື່ນໆ ອີກຈຳນວນນຶ່ງ.
ນຶ່ງໃນ 7 ຣັຖວິສາຫະກິຈ ທີ່ມີໜີ້ສິນຫຼາຍທີ່ສຸດຄືຣັຖວິສາຫະກິຈໄຟຟ້າລາວ ຊຶ່ງມີໜີ້ສິນປະມານ 300 ລ້ານໂດລາຣ໌ສະຫະຣັຖ ໃນນັ້ນເປັນໜີ້ປະເທດໄທຍປະມານ 200 ລ້ານໂດລາຣ໌ສະຫະຣັຖ ເນື່ອງຈາກກູ້ຢືມເງິນ ມາລົງທຶນໃນໂຄງການກໍ່ສ້າງເຂື່ອນໄຟຟ້າຕ່າງໆ ທົ່ວປະເທດ ຕາມແຜນພັທນາເສຖກິຈ-ສັງຄົມ ຂອງຣັຖບານລາວ. ເຈົ້າໜ້າທີ່ຣັຖວິສາຫະກິຈໄຟຟ້າລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ພຶສຈິການີ້ວ່າ:
“ກະທົບຫຼາຍຢ່າງຫັ້ນແຫຼະບາດນີ້ມາຊ່ວງໂຄວິດນີ້ສະພາບເສຖກິຈລາວທຸກມື້ນີ້ມັນຢູ່ໃນສະພາວະສຸກເສິນແລ້ວເວົ້າງ່າຍ ໆ ສ່າ ທຸກມື້ນີ້ກາໃຊ້ແຕ່ໜີ້ຫັ້ນແຫຼະເງິນເດືອນກາຖືກຕັດຖືກຫັກໄປຫຼາຍພາກສ່ວນເວົ້າເຣື່ອງໜີ້ສາທາຣະນະຮ່ວມກັບໄທຍຫັ້ນນ່າ ໄຟຟ້າກາກວມເອົາໄປ 7 ພັນລ້ານບາດ ປະມານ 200 ລ້ານໂດລາ ລະບັນຫາມັນເກີດຈາກຄົນພາຍໃນເຮົາເອງຄົນພາຍໃນໄຟຟ້າເຮົາເອງ.”
ສາເຫດທີ່ສຳຄັນ ທີ່ເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ມີໜີ້ສິນຢ່າງມຫາສານແບບນີ້ ຍ້ອນສ້າງເຂື່ອນໄຟຟ້າ ໄປແລ້ວບໍ່ສາມາດຜລິດໄຟຟ້າ ໄດ້ຕາມຄາດໝາຍເພາະປະເຊີນກັບສະພາບ ອາກາດປ່ຽນແປງບາງປີເຂື່ອນບໍ່ມີນໍ້າ ບໍ່ສາມາດຜລິດໄຟຟ້າໄດ້ ຫຼືສ້າງເຂື່ອນໄຟຟ້າສຳເຣັດແລ້ວ ແຕ່ບໍ່ມິີຄົນຮັບຊື້ໄຟຟ້າ ຈຳເປັນຕ້ອງຜລິດໄຟຟ້າຖີ້ມໄປລ້າໆ .
ນອກຈາກນີ້ການບໍຣິຫານງານ ຂອງເຈົ້າໜ້າທີ່ຣະດັບສູງ ແລະບຸກຄະລາກອນພາຍໃນ ຈຳນວນນຶ່ງກໍຍັງເຮັດວຽກແບບບໍ່ມີປະສິທິພາບ ມັກສວຍໂອກາດໃຊ້ຕຳແໜ່ງໜ້າທີ່ ເພື່ອຣະເມີດກົດໝາຍ ແລະສໍ້ຣາດບັງຫຼວງ.
ຂນະທີ່ເຈົ້າໜ້າທີ່ ອົງການກວດກາແຫ່ງຣັຖ ກ່າວວ່າທີ່ຜ່ານມາເກືອບຈະບໍ່ມີໜ່ວຍງານໃດ ໄປຕິດຕາມກວດກາບັນດາໂຄງການ ລົງທຶນຕ່າງໆ ຂອງ ຣັຖວິສາຫະກິຈ ເຮັດໃຫ້ມີພະນັກງານບາງຄົນ ສວຍໃຊ້ຕຳແໜ່ງ ໜ້າທີ່ຂອງຕົນເອງໂກງເງິນໂຄງການ. ແຕ່ໄລຍະ 5 ປີມານີ້ ອົງການກວດກາແຫ່ງຣັຖ ໄດ້ລົງໄປກວດກາ ບັນດາພະນັກງານທຸກຂັ້ນ ຈຶ່ງພົບເຫັນເງິນຮົ່ວໄຫຼ ເປັນຈຳນວນຫຼາຍ.
ສະນັ້ນແລ້ວຣັຖບານລາວ ຕ້ອງໃຫ້ສິດແລະອຳນາດ ອົງການກວດກາແຫ່ງຣັຖ ໄດ້ປະຕິບັດໜ້າທີ່ ກວດກາບັນດາໂຄງການລົງທຶນຕ່າງໆ ທັງໃນສ່ວນຂອງຣັຖວິສາຫະກິຈ ແລະໂຄງການຣະດັບກະຊວງ ຈະຊ່ອຍໃຫ້ຣັຖບານລາວ ສາມາດຈັດເກັບລາຍຮັບໄດ້ຫຼາຍຂື້ນ ແລະນຳໄປສຳລະໜີ້ສິນ ໄດ້ຕາມແຜນການຄາດໝາຍ. ເຈົ້າໜ້າທີ່ອົງການກວດກາແຫ່ງຣັຖກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ພຶສຈິການີ້ວ່າ:
“ຄັນເຮົາບໍ່ມີການເຄື່ອນໄຫວກວດກາວິສາຫະກິຈກາງ່າຍເຄີຍລັກ 10 ມັນກາລັກ 11 ລັກ 12 ໄປເລີຍ ໆ ແລ້ວບາດນີ້ທຳມະດາໂຄງການລົງທຶນຂອງຣັຖປະຈຳ ຫັ້ນນ່າຫຼັກ ໆ ແລ້ວເຣື່ອງອາກອນນີ້ມັນຕ້ອງໄລ່ລຽງໄລ່ລຽງເຣື່ອງຜົລປໂຍດແລ້ວມາແບ່ງສັນປັນສ່ວນກັນຫັ້ນແຫຼະ.”
ສ່ວນຄວາມຄິດ ຄວາມເຫັນ ຂອງປະຊາຊົນຈຳນວນນຶ່ງ ກ່ຽວກັບເຣື່ອງນີ້ກໍເຫັນວ່າ ປັດຈຸບັນຣັຖວິສາຫະກິຈຕ່າງໆ ບໍ່ເຄີຍເປີດເຜີຍຂໍ້ມູນເຣື່ຶຶອງລາຍຮັບ-ລາຍຈ່າຍ ເພື່ອໃຫ້ປະຊາຊົນສາ ມາດຕິດຕາມກວດສອບ ຊຶ່ງເຮັດໃຫ້ລາຍຮັບ-ລາຍຈ່າຍຕ່າງໆ ເກີດການຮົ່ວໄຫຼຈົນກາຍເປັນໜີ້ມຫາສານ ແລະສເນີໃຫ້ບັນດາຣັຖວິສາຫະກິຈ ທັງໝົດເປີດເຜີຍລາຍຮັບ-ລາຍຈ່າຍທຸກໂຄງການ ເພື່ອຄວາມໂປ່ງໃສ່ ແລະກວດສອບໄດ້. ປະຊາຊົນ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ພຶສຈິກາ ນີ້ວ່າ:
“ມັນກໍບໍ່ເຫັນວ່າ ເພິ່ນນີ້ແຈ້ງຂ່າວໃຫ້ປະຊາຊົນ ຮັບຮູ້ນຳ ວ່າມັນໄດ້ທໍ່ໃດແນວນັ້ນ ແນວນີ້ເປີເຊັນທໍ່ໃດມີແຕ່ວ່າ ໄດ້ຍິນແຕ່ວ່າລາຍຮັບ ແຕ່ລະເດືອນບໍ່ໄດ້ເຂົ້າທະນາຄານ.”
ປະຊາຊົນອີກທ່ານນຶ່ງ ກໍເຫັນວ່າຢາກໃຫ້ຣັຖບານລາວ ເລັ່ງທວງໜີ້ຈາກໂຄງການຕ່າງໆ ແລະພະນັກງານຣັຖ ບາງຄົນທີ່ສໍ້ຣາດບັງຫຼວງ ໄປເພື່ອທ້ອນໂຮມນຳ ໄປສຳລະໜີ້ສາທາຣະນະເພາະໂຕເລກໜີ້ສາທາຣະນະ ຂອງປະເທດເພີ່ມຂຶື້ນ. ປະຊາຊົນ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ພືສຈິການີ້ວ່າ:
“ຖ້າວ່າເພິ່ນເລັ່ງທວງໄດ້ ກໍຈະເປັນລາຍຮັບຄັນເພີ່ມຂື້ນຕິກໆ ແຮງຍາກແຜນຊິຈັດເກັບໜີ້ ບໍ່ມີແດ່ເພີ່ມຂື້ນກໍຂື້ນແຕ່ໂຕເລກຫັ້ນແຫຼະເກັບບໍ່ໄດ້.”
ແນວໃດກໍຕາມ ຣັຖບານລາວກໍບໍ່ໄດ້ເປີດເຜີບ ຣາຍລະະອຽດວ່າ ຈຳນວນຣັຖວິສາຫະກິຈໃດ ແດ່ມີຈຳນວນໜີ້ສິນຫຼາຍ-ນ້ອຍຊໍ່າໃດ ແລະເປັນໂຄງການລົງທຶນໃດ ທີ່ສ້າງພາຣະໃຫ້ກັບຣັຖບານ ແລະປະເທດ.
ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ຂອງລາວ ໄດ້ເວົ້າວ່າ ຈະດຳເນີນປະຕິຮູບໄປຄຽງຄູ່ກັບການກວດກາ ໝາຍຄວາມວ່າຈະບໍ່ລໍຖ້າໃຫ້ການກວດກາສຳເຣັດ ແລ້ວຈຶ່ງປັບປຸງ. ຈະດຳເນີນຄູ່ຂະໜານກັນໄປ ຖ້າເວລາໃດຜົລການກວດກາພົບ ເຫັນມີບັນຫາທີ່ຕິດພັນກັບພະນັກງານ-ບຸກຄະລາກອນກໍຈະດຳເນີນການ ແກ້ໄຂຕາມກົດໝາຽຢ່າງເຂັ້ມງວດ ແລະເດັດຂາດ.