ບົດບາດແມ່ຍິງລາວໃນ ການຄ້າ ແລະ ທຸຣະກິຈ

ແມ່ຍິງລາວ ໄດ້ມີໂອກາດ ເປັນເຈົ້າຂອງ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ ຫຼາຍຂຶ້ນ.

ບັນດາແມ່ຍິງລາວ ທີ່ເປັນນັກທຸຣະກິດ, ຄົນງານແລະນັກສຶກສາ ຖ່າຍຮູປຮ່ວມກັນ ໃນໂອກາດ ໄປທັສນະສຶກສາ ໂຮງງານ ທີ່ ປະເທດຍິ່ປຸ່ນ Screen captured from japantimes.co.jp/news/

ແມ່ຍິງລາວເປັນເຈົ້າຂອງທຸຣະກິດ ຂນາດນ້ອຍ ແລະຂະໜາດກາງ ຫຼື SME ເກືອບຮອດ 60% ຂອງທຸຣະກິດ SME ທັງໝົດໃນລາວ ຄື; ເພີ່ມຂຶ້ນຈາກປີ 2015 ເຖິງ 30%. ແມ່ຍິງລາວມີທຸຣະກິດຫຼາຍຂຶ້ນ ສ່ວນນຶ່ງກໍຍ້ອນ ໄດ້ຮັບການສນັບສນູນ ຈາກ ຣັຖບານລາວ ທີ່ຕ້ອງການ ໃຫ້ແມ່ຍິງລາວມີບົດບາດ ໃນການມີສ່ວນຮ່ວມພັທນາເສຖກິດຫຼາຍຂຶ້ນ ເພື່ອເຮັດໃຫ້ປະເທສຊາດ ຫຼຸດພົ້ນຈາກການດ້ອຍພັທນາ ໃນປີ 2020. ດັ່ງເຈົ້າໜ້າທີ່ ສະພາການຄ້າແຫ່ງຊາຕລາວ ກ່າວໃນມື້ວັນທີ 22 ພຶສຈິກາ ນີ້ວ່າ:

“ຄັນເວົ້າເຣື່ອງ SME ນີ້ ໜ້າຈະເຖິງ 60% ຂອງ SME ທັງໝົດທີ່ເຈົ້າຂອງເປັນແມ່ຍິງ ທີ່ເປັນຜູ້ຍິງ Owner ກໍມີຫຼາຍໂຄງການຢູ່ ສະພາ ການຄ້າເຮົາ ບໍ່ແມ່ນແຕ່ຕົວດຽວນີ້ ມີຫຼາຍອັນຢູ່ທີ່ວ່າມີ ມີສະປອນເຊີ້ ສະໜັບສະໜູນເຂົາເຈົ້າ International Organization.”

ທ່ານກ່າວຕື່ມວ່າ ແມ່ຍິງລາວທີ່ຫັນມາເຮັດທຸຣະກິດ ຂນາດນ້້ອຍ ແລະຂນາດກາງນັ້ນ ສ່ວນຫຼາຍກໍຈະເປັນຮ້ານເສີມສວຍ ເຊັ່ນ: ແຕ່ງຊົງຜົມ, ຮ້ານຂາຍຂອງຂວັນ ຂອງຝາກທີ່ລະລຶກ ສຳລັບນັກທ່ອງທ່ຽວ. ນອກນັ້ນກໍຍັງມີ ທຸຣະກິດ ຮ້ານອາຫານ ແລະ ຮ້ານກາເຟນຳດ້ວຍ.

ເມື່ອວັນທີ 2 ຕຸລາ 2017 ຜ່ານມານີ້ ສະຫະຣັຖອະເມຣິກາ ກໍໄດ້ຊ່ວຍສ້າງຕັ້ງສູນສົ່ງເສີມ ນັກທຸຣະກິດແມ່ຍິງລາວ, ສູນດັ່ງກ່າວ ຈະເປັນ ບ່ອນພັທນາ ແນວຄິດໃໝ່ ດ້ານທຸຣະກິດ ແລະ ສະໜັບສະໜຸນ ການເຕີບໃຫຍ່ ຂອງທຸຣະກິດ ທີ່ມີຢູ່ໃນ ປັດຈຸບັນ, ຮວມໄປເຖິງ ການຝຶກ ອົບຮົມໃນດ້ານຕ່າງໆ ເປັນຕົ້ນ ການບໍຣິຫານ ທຸຣະກິດ-ການເງິນ ການອອກແບບເວັບໄຊ໋ ແລະ ດ້ານພາສາອັງກິດ ນຳດ້ວຍ.

ເຈົ້າໜ້າທີ່ທ່ານດຽວກັນນີ້ ຍັງເວົ້າຕື່ມວ່າ ນອກຈາກສະຫະຣັຖອະເມຣິກາແລ້ວ ຣັຖບານລາວ ຍັງໄດ້ຮັບທຶນ ສະໜັບສະໜຸນ ຈາກອົງການ ສາກົນຕ່າງໆ ເພື່ອສົ່ງເສີມ ໃຫ້ແມ່ຍິງລາວ ຮູ້ເຮັດທຸຣະກິດຫຼາຍຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org