ເສຖກິດລາວກໍາລັງຊ້າລົງ

ຈໍາປາທອງ
2014.04.30
F-Laos ທະນາຄານ ແຫ່ງ ສປປລາວ ສົ່ງເສີມໃຫ້ ໃຊ້ເງິນກີບ
Citizen Journalist

 

ເສຖກິດ ຂອງລາວ ຂຍາຍຕົວ ໃນປີນີ້ ກໍຄືປີ ຜ່ານມາ ຊ້າລົງ ຊຶ່ງ ທະນາຄານ ໂລກ ວ່າ ລວມຍອດ ມູນຄ່າ ຜລິຕພັນ ພາຍໃນ ຫລື GDP ຂອງລາວ ອາຈໄດ້ ປະມານ 7.2 ສ່ວນຮ້ອຍ ແລະ ທະນາຄານ ພັທນາ ເອເຊັຽ ກໍວ່າ ຈະໄດ້ ປະມານ 7.3 ສ່ວນຮ້ອຍ ໝາຍຄວາມ ວ່າ ຈະບໍ່ໄດ້ ຕາມ ເປົ້າໝາຍ ທີ່ ຣັຖບາລ ວາງເອົາໄວ້ ຢູ່ ໃນແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ ຄືວ່າ ຈະໃຫ້້ໄດ້ 8 ສ່ວນຮ້ອຍ ຂຶ້ນໄປ ແລະ ທ່ານ ສາຍເລືອດ ລາວ ຜູ້ຕາງໜ້າ ຂະບວນ ການ ລາວ ເປັນລາວ ຍຸກໃໝ່ ກໍຕີ ຣາຄາ ໄປ ທໍານອງ ດຽວກັນ ກັບ 2 ສະຖາບັນ ການເງິນ ດັ່ງກ່າວ ຍ້ອນມີ ສາເຫດ ທັງ ໃນຕົວ ແລະ ນອກຕົວ ອັນ ໝາຍເຖິງ ໄດ້ຮັບ ຜົລ ກະທົບ ຈາກ ເສຖກິດ ໂລກ ແລະ ຣາຍຮັບ ຂອງ ງົບປະມານ: ....ສຽງ...

ລາວຍຸກໃໝ່ ຕອນທີ 1 ແລະ ຕອນ ສຸດທ້າຍ ຈະໄດ້ ນໍາສເນີ ທ່ານ ກ່ຽວກັບ ໂຄງການ ລົງທຶນ ຕ່າງໆ ຮວມທັງ ການສ້າງ ເຂດ ເສຖກິດ ພິເສດ ເຂດ ເສຖກິດ ສະເພາະ, ໂຄງການ ປູກ ຢາງພາຣາ ຂອງ ຕ່າງປະເທສ ຢູ່ ລາວ.

ທ່ານ ສາຍເລືອດ ລາວ ເປັນນັກ ປັນຍາຊົນ ລາວ ຜູ້ນຶ່ງ ຢູ່ ສະຫະຣັຖ ອະເມຣິກາ ທີ່ ສົນໃຈ ແລະ ຕິດຕາມ ສະພາບການ ໃນລາວ ບໍ່ວ່າ ທາງດ້ານ ເສຖກິດ, ການຄ້າ ການ ລົງທຶນ ແລະ ການເມືອງ ຢ່າງໃກ້ຊິດ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.