ເປີດໃຫ້ ຄົນງານລາວ ກູ້ຢືມເງິນ ຈ່າຍຄ່າບຣິການ ດອກເບັ້ຽຕ່ຳ
ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ລົງນາມສັນຍາ ຄວາມຮ່ວມມືກັບ ທະນາຄານພັທນາລາວ ຈຳກັດ ໃນການສນອງເງິນກູ້ ໃກ້ແກ່ຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ສາມາດເຂົ້າເຖິງ ແຫຼ່ງທຶນ ດອກເບັ້ຽຕໍ່າ.
-
ໄຊຍາ
2022-09-19 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 16 ກັນຍາ ຜ່ານມາ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ລົງນາມສັນຍາ ຄວາມຮ່ວມມືກັບ ທະນາຄານພັທນາລາວ ຈຳກັດ ໃນການສນອງເງິນກູ້ ໃກ້ແກ່ຄົນງານລາວ ພາຍໃນໄລຍະເວລາ 3 ປີນີ້ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທຍ, ເກົາຫຼີໃຕ້ ແລະ ຢີ່ປຸ່ນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ດອກເບັ້ຽຕໍ່າ. ໃນຂະນະທີ່ຄົນງານລາວ ກໍເຫັນດີ ນຳຍ້ອນທີ່ຜ່ານມາ ຕ້ອງກູ້ເງິນນອກລະບົບ ຊຶ່ງມີດອກເບັ້ຽ ໃນອັດຕຣາສູງ ປະມານ 10-20% ຂອງ ຈຳນວນເງິນທີ່ໄດ້ກູ້ຢືມ.
ດັ່ງຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ກັນຍາ 2022 ນີ້ວ່າ:
“ນອກລະບົບຢ່າງດຽວ ດອກເບັ້ຽມັນກໍສູງ. ຄັນມັນເອົາແບບເປັນບຸກຄົນ ມັນກໍເອົາ 100 ລະ 20 ພຸ້ນແຫຼະ. ເອົ້າອີ່ຫຼີໄດ໋ ຖ້າວ່າເອົານຳບຸກຄົນ ທີ່ວ່າເຮົາຕ້ອງການເງິນດ່ວນ ຊີ້ນ່າ, ຂູດຮີດກັນ ໂດຍສະເພາະເລີຍນ່າ ແບບວ່າ 100 ລະ 20 ພຸ້ນໄດ່. ຊິເອົານຳຄົນທີ່ວ່າ ຂະເຈົ້າອອກເງິນກູ້ ໃຫ້ກໍປະມານ 100 ລະ 10. ກໍຢືມນໍາໝູ່ ນຳເພື່ອນທັມມະດາ ຈັ່ງຊີ້ແຫຼະ ມັນບໍ່ຄ່ອຍມີໃຜໄປກູ້ດອກ ນອກຈາກເຮັດທຸຣະກິຈ.”
ທີ່ຜ່ານມາ ຄົນງານລາວທີ່ສົນໃຈ ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ແຕ່ບໍ່ທັນໄດ້ມີເງິນທຶນ ສຳລັບການແລ່ນເອກສານ ແລະຈ່າຍຄ່າດຳເນີນການ ໃຫ້ແກ່ບໍຣິສັດ ຈັດຫາງານ ມັກໃຊ້ວິທີກູ້ເງິນ ຈາກຍາດພີ່ນ້ອງ, ຄົນຮູ້ຈັກກັນ ຫຼື ຄົນປ່ອຍເງິນກູ້ ນອກລະບົບ ດ້ວຍການນຳຣົຖຈັກໄປຈຳ ຫຼື ນຳໃບຕາດິນ ໄປຄໍ້າປະກັນ. ຈາກນັ້ນຈຶ່ງນໍາເງິນ ຄ່າຈ້າງແຮງງານ ມານໍາໃຊ້ຜ່ອນສຳຣະຄືນ ເຈົ້າໜີ້.
ດັ່ງຄົນງານລາວ ທີ່ສົນໃຈເດີນທາງ ໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ອີກທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສົມມຸດວ່າ 4,000 ບາທເນາະ ເຂົາຈະໄລ່ອອກມາເດືອນ 1 ກໍ 400 ບາທ ເຊັ່ນວ່າ ມັນຈະມີເປັນເອກສານ ຫຼືເຊັ່ນວ່າເປັນພວກພາຫະນະ ພວກຣົຖຈັ່ງຊີ້ນ່າ ຄັນໃບຕາດິນຫັ້ນ ມັນແບບວ່າ ຄັນເອົາຫຼາຍ ມັນກໍບໍ່ແມ່ນວ່າ ສົມມຸດວ່າເຮົາຮອດ 10 ລ້ານນີ້ ມັນກໍບໍ່ເຖິງ ໃບຕາດິນດອກ ເອົາມາຄໍ້າສື່ໆ ຈັ່ງຊີ້ນ່າ.”
ມາຮອດປັດຈຸບັນ ທະນາຄານພັທນາລາວ ຈຳກັດ ເປີດບໍຣິການ ໃຫ້ແກ່ຜູ້ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ສາມາດກູ້ຢືມເງິນໄດ້ແລ້ວ. ໂດຍທະນາຄານ ຈະອຸນຍາດໃຫ້ຄົນງານລາວ ສາມາດກູ້ຢືມເງິນໄດ້ຕາມເງື່ອນໄຂ ທີ່ກຳນົດ ຊຶ່ງໃກ້ຄຽງກັບຄ່າໃຊ້ຈ່າຍ ທີ່ຈຳເປັນຕ້ອງໃຊ້ ໃນການແລ່ນເອກສານ ແລະຄ່າບໍຣິການ ຂອງບໍຣິສັດຈັດຫາງານ ທັງນີ້ຄົນງານຈະຕ້ອງຜ່ອນສຳຣະ ໃຫ້ສຳເຣັດພາຍໃນ 10 ເດືອນພ້ອມຈ່າຍອັດຕຣາດອກເບັ້ຽ 1% ປາຍຕໍ່ເດືອນ ພາຍຫຼັງໄດ້ຮັບຄ່າຈ້າງ ແຮງງານຈາກການເຮັດວຽກ ຕັ້ງແຕ່ເດືອນທຳອິດ.
ດັ່ງເຈົ້າໜ້າທີ່ ທະນາຄານພັທນາລາວ ຈຳກດ ທ່ານນຶ່ງກ່າວວ່າ:
“ອ່າຕອນນີ້ກໍເຣີ່ມໄດ້ເລີຍເນາະ ຕ້ອງມີຫຼັກຖານຣາຍລະອຽດ ຂອງຄົນງານລາວໃນການຍື່ນ ສເນີກູ້ກໍຕ້ອງອີງຕາມປະເທດ ທີ່ໄປເຮັດວຽກ ຄັນຄືໄປໄທຍ ເພິ່ນນີ້ຈະອະນຸມັດວົງເງິນບໍ່ເກີນ 10 ລ້ານກີບຕໍ່ຄົນ ກໍຄືບໍ່ເກີນ 20,000 ບາທຕໍ່ຄົນ. ເກົາຫຼີໃຕ້ ກໍນ່າຈະອະນຸມັດແຕ່ວົງເງິນ 5,000 ຫຼຽນ. ຢີ່ປຸ່ນກໍຕາມ ການສເນີກໍຢູ່ທີ່ປະມານ 5,000 ຫຼຽນນີ້ແຫຼະ. ແມ່ນໆ ດອກເບັ້ຽກໍປະມານ ອັດຕຣາດອກເບັ້ຽ ຂອງພວກເຮົາກໍປະມານ 1% ປາຍຕໍ່ເດືອນ.”
ສຳລັບຜູ້ທີ່ຈະສາມາດ ກູ້ຢືມເງິນຈາກ ທະນາຄານພັທນາລາວ ຈຳກັດ ໄດ້ນັ້ນ ພວກເຂົາເຈົ້າຈະຕ້ອງມີ ນາຍຈ້າງຈາກປະເທດປາຍທາງ ແລ້ວຢ່າງຄັກແນ່ ຈຶ່ງຈະໄດ້ຮັບການພິຈາຣະນາ ໃຫ້ກູ້ຢືມເງິນ ຈາກນັ້ນເມື່ອສາມາດກູ້ຢືມເງິນໄດ້ແລ້ວ ຄົນງານກໍຈະຕ້ອງນຳເອກສານ ສ່ວນບຸກຄົນ ແລະເງິນຈຳນວນດັ່ງກ່າວນີ້ມາຍື່ນຕໍ່ ບໍຣິສັດຈັດຫາງານ ທີ່ໄດ້ຮັບການຮັບຮອງ ຈາກທາງການລາວ ເພື່ອດຳເນີນການ ຄັດເລືອກ ແລະຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ.
ດັ່ງ ພນັກງານ ບໍຣິສັດ ຈັດຫາງານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:
“ຕ້ອງໄປພົວພັນ ນຳທະນາຄານເລີຍ ແຫຼະທະນາຄານພັທນາລາວ. ແມ່ນໆ ມີແຕ່ທະນາຄານດຽວເປັນທະນາຄານ ດຽວທີ່ປ່ອຍເງິນກູ້ບໍ່ເກີນ 10 ລ້ານຕິ. ເຊັນສັນຍາມື້ວັນສຸກ (16 ກັນຍາ 2022) ຫັ້ນນ່າ ເຈົ້າຕ້ອງມີງານກ່ອນ ມີງານມີນາຍຈ້າງກ່ອນ ແລ້ວຈຶ່ງເຂົ້າໄປຫາເພິ່ນ ແລ້ວເອົາຊື່ນາຍຈ້າງ ງານຫຍັງ ລາຍໄດ້ເທົ່າໃດ ສວັດດີການຈັ່ງໃດ ເຮັດວຽກຈັກປີແລ້ວ ເພາະວ່າ ຈະຕ້ອງຈ່າຍດອກເບັ້ຽ ເພິ່ນເດ້.”
ໃນຂະນະດຽວກັນ ທີ່ຜ່ານມາຄົນງານລາວ ທີ່ເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ຈຳນວນນຶ່ງ ທີ່ບໍ່ມີເງິນຄ່າແລ່ນເອກສານ ແລະຈ່າຍຄ່າບໍຣິການ ໃຫ້ແກ່ບໍຣິສັດ ຈັດຫາງານນັ້ນ ກໍສາມາດເດີນທາງ ໄປເຮັດວຽກຢູ່ຕ່າງປະເທດໄດ້ ຍ້ອນນາຍຈ້າງທາງເບື້ອງໄທຍ ຊ່ອຍອອກຄ່າໃຊ້ຈ່າຍ ໃຫ້ກ່ອນເຄິ່ງນຶ່ງ ຂອງຈຳນວນຄ່າໃຊ້ຈ່າຍ ປະມານ 20,000 ບາທໄທຍ ຈາກນັ້ນນາຍຈ້າງ ກໍຈະເຣີ່ມຫັກເງິນເດືອນ ຂອງຄົນງານລາວໄປເລື້ອຍໆ ຈົນຄົບຈຳນວນ.
ດັ່ງພນັກງານ ບໍຣິສັດ ຈັດຫາງານ ຢູ່ແຂວງພາກໃຕ້ ອີກນາງນຶ່ງກ່າວວ່າ:
“ຢູ່ລາວນີ້ກໍປະມານ 15,000 ບາທ ຫຼືວ່າ 18,000 ບາທ ຢູ່ໄທຍ ກໍຊິປະມານ 5,000-6,000 ບາທ ຫັ້ນແຫຼະເນາະ. ເຂົາຈະບໍ່ໃຫ້ກາຍ 20,000 ບາທ ດອກ ກໍຣະນີບໍ່ມີເງິນ ເຂົາຊິໄປຢືມກັນເອງຫັ້ນນ່າເນາະ. ກໍຣະນີນາຍຈ້າງ ບໍ່ອອກເງິນໃຫ້ຈັກກີບເນາະ ກໍຣະນີມີຄົນງານ ຄັນນັ້ນນ່າ ຢາກໄປເຮັດວຽກ ແລ້ວບາດນີ້ເຂົາຕ້ອງໄປກູ້ເງິນ ດ້ວຍໂຕເອງ ເຂົາບໍ່ຮູ້ວ່າ ເຂົາໄປເອົາຢູ່ທາງບ້ານ ເຂົາຫັ້ນນ່າ ສ່ວນຫຼາຍກໍນາຍຈ້າງເພິ່ນອອກໃຫ້ ທາງໂຮງງານ ໂຮງຫຍັງ ເພິ່ນຊິອອກໃຫ້.”
ເຖິງແມ່ນວ່າ ທະນາຄານພັທນານລາວ ຈຳກັດ ຈະເປີດໃຫ້ຄົນງານລາວ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ຢືມເງິນໄດ້ແລ້ວ ແຕ່ຄົນງານລາວ ຈຳນວນຫຼາຍ ແລະເຈົ້າໜ້າທີ່ຜແນກ ແຮງງານ ແລະສວັດດີການສັງຄົມ ຢູ່ໃນຫຼາຍເມືອງ ແລະຫຼາຍແຂວງ ພັດຍັງບໍ່ທັນໄດ້ຮັບຮູ້ຂ່າວສານ ດັ່ງກ່າວນີ້ເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຈັດສົ່ງຄົນງານ ໄປເຮັດວຽກ ຢູ່ຕ່າງປະເທດ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ:
“ສນອງເງິນກູ້ອັນນີ້ ເຮົາກໍຍັງບໍ່ທັນຮູ້ເທື່ອ ທາງໂບຣກເກີ້ຣ໌ (Broker) ນີ້ເຂົາກໍອອກເງິນໃຫ້ກ່ອນ ຈັ່ງຊີ້ຫັ້ນນ່າ ມັນແລ້ວແຕ່ເດີ້ໂຕນີ້ ບາງເທື່ອກໍອອກໃຫ້ເບິດ ຈັ່ງຊິຫັ້ນນ່າ ແລ້ວກໍຈະໃຫ້ທາງແຮງງານ ຫຼັງຈາກເພິ່ນໄປເຮັດວຽກແລ້ວ ເພິ່ນກໍຈະໃຫ້ພໍ່ໃຫ້ແມ່ ເພິ່ນມາຈ່າຍຈັ່ງຊີ້ຫັ້ນນ່າ.”
ອີງຕາມການຣາຍງານຂອງ ທ່ານ ສຸລິຍາ ຄຳວົງສາ ຮອງຫົວໜ້າ ກົມຈັດຫາງານ ກະຊວງ ແຮງງານ ແລະ ສວັດດີການສັງຄົມ ທີ່ກ່າວໃນພິທີລົງນາມ ສັນຍາຄວາມຮ່ວມມື ລະຫວ່າງ ກະຊວງແຮງງານ ແລະສວັດດີການສັງຄົມ ແລະ ທະນາຄານພັທນາລາວ ຈຳກັດ ໃນຄັ້ງນີ້ວ່າ ຈະຊ່ອຍໃຫ້ຄົນງານລາວເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ແບບຖືກກົດໝາຽ, ເຂົ້າເຖິງແຫຼ່ງທຶນ ດອກເບັ້ຽຕໍ່າ, ສາມາດເປີດບັນຊີທ ນາຄານຂອງໂຕເອງ ກ່ອນອອກເດີນທາງ ເພື່ອຄວາມສະດວກ ໃນການໂອນເງິນ ຄ່າແຮງງານກັບຄືນປະເທດ ອີກທັງຣັຖບານ ກໍຈະສາມາດຮີບໂຮມ ຂໍ້ມູນກ່ຽວກັບ ການໄປເຮັດວຽກ ຢູ່ຕ່າງປະເທດ ຂອງຄົນງານລາວ ເພື່ອນໍາໃຊ້ໃນການກຳນົດ ນະໂຍບາຍ ແລະນິຕິກັມ ທີ່ກ່ຽວຂ້ອງ. ທັງນີ້ໃນແຕ່ລະເດືອນ ຄົນງານລາວສາມາດ ສ້າງລາຍໄດ້ເຂົ້າປະເທດ ໄດ້ປະມານ 4,55 ລ້ານໂດລ້າຣ໌ສະຫະຣັຖ.
ໃນປີ 2021 ທີ່ຜ່ານມາ ມີຜູ້ຫວ່າງງານ ພາຍໃນປະທດລາວ ຈຳນວນ 496,000 ຄົນ ຫຼື ປະມານ 21.8% ຂອງຄົນລາວ ທີ່ຢູ່ໃນວັຍອອກແຮງງານ ຊຶ່ງເພີ່ມຂຶ້ນຈາກ ປີ 2020 ທີ່ມີຄົນຫວ່າງງານ ຈຳນວນ 439,082 ຄົນ ຫຼື ຄິດເປັນ 9.24% ໂດຍໃນຈຳນວນ ຜູ້ຫວ່າງງານ ທີ່ເພີ່ມຂື້ນດັ່ງກ່າວນີ້ ແມ່ນເປັນຄົນງານລາວ ທີ່ເດີນທາງກັບ ມາຈາກຕ່າງປະເທດ ຈຳນວນ 56,918 ຄົນ ຊຶ່ງມີສາເຫດ ມາຈາກການປິດປະເທດ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ຄົນງານລາວ ຖືກເລີກຈ້າງງານ ແລະພາກັນຫຼັ່ງໄຫຼ ກັບຄືນມາພູມລຳເນົາ.