ການບິນລາວ ຢາກຂາຍຫຸ້ນ ໃຫ້ເອກຊົນ

ຈຳປາທອງ
2018.05.25
F-LAOAIR ສາຍການບິນລາວ
SS/RFA

ຣັຖວິສາຫະກິດ ການບິນລາວ (Lao Airlines) ທີ່ປະສົບກັບ ບັນຫາການເງິນ ເຮັດໃຫ້ ຣັຖບາລ ສປປລາວ ມີແຜນ ທີ່ຈະຂາຍຫຸ້ນ ໃຫ້ ເອກກະຊົນ ເພື່ອເຮັດ ໃຫ້ທຸຣະກິດການບິນລາວ ມີປະສິດທິພາບ, ໄດ້ມາຕຖານສາກົລ ແລະ ມີກໍາໄຣເພີ້ມຂຶ້ນ, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິດ ການບິນລາວ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສພາ ນີ້ວ່າ:

"ທາງຣັຖບາລ ເພີ່ນກໍມີແຜນປັບປຸງ ການບິນລາວ ເພື່ອໃຫ້ຂາຍຫຸ້ນ ຂອງການບິນລາວອອກ ຜ່ານມາ ກໍມີຫລາຍບໍຣິສັດ ສົນໃຈ ເຂົ້າມາ ແຕ່ວ່າ ການຄັດເລືອກ ຜ່ານການຄັດເລືອກ ການເຈຣະຈາກັນແລ້ວ ຖືວ່າ ບໍ່ມີຄວາມສາມາດເປັນໄປໄດ້ນ່າ ກໍເລີຍໄດ້ໂຈະ ແລ້ວຖືວ່າ ລົບລ້າງໝົດແລ້ວ ກໍາລັງເລີ້ມຕົ້ນ ຊອກເຈົ້າໃໝ່ ເຂົ້າມາຖືຫຸ້ນເຈົ້າ."

ນາງກ່າວຕື່ມ ອີກວ່າ ທີ່ຜ່ານມາ ມີບໍຣິສັດລົງທຶນ 4 ບໍຣິສັດຢູ່ 4 ປະເທສ ຄື ບໍຣິສັດຈີນ, ເກົາຫລີໃຕ້, ຍີ່ປຸ່ນ ແລະ ຝຣັ່ງເສດ ໃຫ້ຄວາມສົນໃຈ ທີ່ຈະຊື້ຫຸ້ນ ສາຍການບິນລາວ. ແຕ່ຜ່ານ ການເຈຣະຈາ ກັບທາງຣັຖບາລ ສປປລາວ ແລ້ວ ເຫັນວ່າ ບໍຣິສັດ ທັງ 4 ແຫ່ງນັ້ນ ບໍ່ມີຄວາມສາມາດເຮັດໄດ້ ຕາມເງື່ອນໄຂ ຝ່າຍລາວ ຈຶ່ງເຮັດໃຫ້ ການທີ່ຈະຊື້ຫຸ້ນນັ້ນ ລົ້ມເລີກໄປ.

ທີ່ຜ່ານມາ ຣັຖບາລ ສປປລາວ ບໍ່ຕ້ອງການ ທີ່ຈະຂາຍ ກິຈການ ສາຍການບິນລາວ ທັງໝົດ ໃຫ້ບໍຣິສັດເອກກະຊົນ ພຽງແຕ່ ຕ້ອງການ ຂາຍຫຸ້ນສ່ວນນຶ່ງ ໃຫ້ບໍຣິສັດ ທີ່ສົນໃຈ ເຂົ້າມາຮ່ວມທຶນ ເພື່ອຫວັງ ຈະເຮັດໃຫ້ກິຈການ ສາຍການບິນລາວ ມີປະສິດ​ທິພາບຫລາຍຂຶ້ນ ເທົ່ານັ້ນ.
ເມື່ອປີກາຍ ສາຍການບິນລາວ ມີຜູ້ໂດຍສານ ໃຊ້ບໍຣິການ 9 ແສນປາຍຄົນ, ຊຶ່ງໃນນັ້ນ ເປັນູຜູ້ໂດຍສານຕ່າງປະເທສ 5 ແສນປາຍຄົນ ຄື ເພີ້ມຂຶ້ນ ຈາກປີກ່ອນ ປະມານ 10%.

ປັດຈຸບັນ ສາຍການບິນລາວ ມີເຮືອບິນ Airbus 320s – 4 ລໍາ ແລະ ເຮືອບິນ ATR - 9 ລໍາ. ມີຖ້ຽວບິນ ຣະຫວ່າງປະເທສ ກັບ 6 ປະເທສ ຄື ຈີນ, ວຽດນາມ, ກັມພູຊາ, ໄທ, ມາເລເຊັຍ ແລະ ເກົາຫລີໃຕ້. ສ່ວນຖ້ຽວບິນຣະຫວ່າງ ລາວ ແລະ ສິງກະໂປ ສາຍການບິນລາວ ແຈ້ງເຊົາ ໃຫ້ບໍຣິການໄປແລ້ວ ເມື່ອຕົ້ນປີ ທີ່ຜ່ານມາ, ຕາມຂ່າວ ຂອງສາຍການບິນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.