ຊາວບ້ານ ບໍ່ຮັບ ຄ່າຊົດເຊີຽ ທາງດ່ວນ 1
ເຈົ້າຂອງດິນ ປະຕິເສດ ຄ່າເວນຄືນ ທີ່ດິນ ເນື່ອງຈາກ ທາງໂຄງການ ສ້າງທາງດ່ວນ ເລກ 1 ສເນີລາຄາ ຕ່ຳກວ່າ ທີ່ຕົນຊື້ມາ ພ້ອມນີ້ ດິນ ທີ່ທາງໂຄງການ ຕ້ອງການ ແມ່ນຢູ່ນອກ ເຂດເສັ້ນ ທາງດ່ວນ ຜ່ານໂດຍກົງ.
-
ຈຳປາທອງ
2021-09-24 -
-
-
Your browser doesn’t support HTML5 audio
ມາເຖິງປັດຈຸບັນ ຊາວບ້ານ ຢ່າງໜ້ອຍ 22 ຄອບຄົວ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງ ທາງດ່ວນ ນະຄອນຫຼວງ ວຽງຈັນ ເລກ 1 ຄື ເສັຽດິນໄປນັ້ນ ກໍຍັງບໍ່ຍອມຮັບ ເອົາເງິນ ຄ່າຊົດເຊີຍ ຈາກເຈົ້າຂອງ ໂຄງການ ດັ່ງກ່າວ ຍ້ອນໃຫ້ ໜ້ອຍເກີນໄປ ຄື ຈະໃຫ້ ຕາແມັດລະ 150,000 ກີບ ໃນຂະນະທີ່ ການຊື້-ຂາຍ ດິນ ທົ່ວໄປ ໃນປັດຈຸບັນ ຢູ່ທີ່ປະມານ 300,000 ກີບຕໍ່ຕາແມັດ ດັ່ງປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກັນຍານີ້ວ່າ:
“ໂອ ຍັງໆ ເຂົາໃຫ້ ຄ່າຊົດເຊີຽໜ້ອຍ ແລ້ວເຮົາຍັງ ບໍ່ທັນຮັບເທື່ອ ເພາະວ່າ ຄ່າຊົດເຊີຍ ມັນໜ້ອຍໂພດ ມັນບໍ່ຄຸ້ມ ເຮົາບໍ່ຮັບດອກ ອັນນັ້ນ ເພິ່ນໃຫ້ ແມັດກາເຣນຶ່ງ 150,000 ກີບ ແລ້ວເຮົາ ບໍ່ພໍໃຈເອົາ ກໍຍັງ ບໍ່ທັນເອົາເທື່ອ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຄອບຄົວ ຂອງຕົນ ຈະຍັງບໍ່ທັນ ຮັບເອົາ ຄ່າຊົດເຊີຍ ທີ່ດິນກໍຕາມ, ແຕ່ທາງ ເຈົ້າໜ້າທີ່ ໂຄງການກໍໄດ້ຂໍໃຫ້ ຄອບຄົວ ຂອງຕົນ ຍ້າຍອອກ ຈາກດິນນັ້ນ ແລະ ບໍ່ອະນຸຍາດ ໃຫ້ຕົນ ເຂົ້າໄປ ປຸກເຮືອນໃສ່, ເຮັດໃຫ້ ຄອບຄົວ ຂອງຕົນຕ້ອງ ໄດ້ໄປ ເຊົ່າຫ້ອງແຖວ ໃນນະຄອນຫຼວງ ວຽງຈັນ ຢູ່ໃນ ປັດຈຸບັນ.
ໂຄງການ ກໍ່ສ້າງທາງດ່ວນນີ້ ຕ້ອງການ ດິນສງວນ ທັງໝົດ 100 ເຮັກຕາຣ໌ ແລະ ໄດ້ຮັບ ອະນຸມັດ ຈາກພາກສ່ວນ ທາງການ ທີ່ກ່ຽວຂ້ອງ ໄປແລ້ວ. ແຕ່ເຈົ້າຂອງ ໂຄງການດັ່ງກ່າວ ຍັງຕ້ອງການ ດິນຫຼາຍກວ່າ ນັ້ນອີກ ໂດຍໃຊ້ ໂຄງການ ໄປອ້າງ ເອົາດິນ ຂອງປະຊາຊົນຕື່ມ ແລະ ໃຫ້ຄ່າຊົດເຊີຽຕໍ່າ, ເຮັດໃຫ້ ປະຊາຊົນ ບໍ່ຢາກເສັຽດິນ ແລະ ບໍ່ເອົາ ຄ່າຊົດເຊີຽນັ້ນ ດັ່ງຊາວບ້ານ ຜູ້ທີ່ທາງ ໂຄງການ ສເນີ ຄ່າຊົດເຊີຽ ໃຫ້ກ່າວ ໃນມື້ດຽວກັນ ນີ້ວ່າ:
“ທາງດ່ວນ ເພິ່ນອະນຸມັດ ມາແລ້ວນໍ ແລ້ວບາດນີ້ ບໍຣິສັດນໍ ທີ່ຮັບເໝົາ ທາງດ່ວນຫັ້ນ ຢາກໄດ້ເພີ່ມ ເຮັດໂຄງການ ມາຖືກດິນ ພວກຂ້ອຍນໍ ແລ້ວໃຫ້ ຄ່າຊົດເຊີຽຖືກໆ ວ່າຊັ້ນໄປ໋ ຂ້ອຍຊື້ມາ ລາຄາ 1,000 ບາດ ແຕ່ມາໃຫ້ຂ້ອຍ ມີແຕ່ 500 ບາດ (ຕໍ່ແມັດມົນທົນ) ຊີ້ ມັນກໍຕາຍ ລະນໍ.”
ໃນຂະນະດຽວກັນ ກໍມີຊາວບ້ານ ຫຼາຍຄອບຄົວ ທີ່ຍັງ ບໍ່ຮັບເອົາເງິນ ຈາກທາງໂຄງການນັ້ນ ຍ້ອນພວກເຂົາເຈົ້າ ເຊື່ອວ່າ ດິນຂອງພວກຕົນ ຢູ່ນອກແຜນການ ກໍ່ສ້າງ ຂອງໂຄງການ ທາງດ່ວນ ຊຶ່ງທາງພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການ ໄດ້ອະນຸມັດໃຫ້ ດັ່ງຊາວບ້ານຜູ້ນຶ່ງ ທີ່ມີດິນ ຢູ່ໄກ ຈາກທາງດ່ວນ ປະມານ 1 ກິໂລແມັດ ເວົ້າວ່າ:
“ບໍ່ໄດ້ເອົາ ບໍ່ເອົາ ຂອງຂ້ອຍ ບໍ່ໄດ້ຖືກ ທາງດ່ວນນໍ ຖືວ່າ ບ່ອນຂ້ອຍ ມັນບໍ່ໄດ້ຖືກນໍ ເຖິງຈະໄດ້ຫຼາຍ ຂ້ອຍກໍບໍ່ເອົາ ບ່ອນຂ້ອຍ ບໍ່ຖືກທາງດ່ວນ ເພາະວ່າມັນ ມັນຢູ່ອອກຫ່າງ ຈາກທາງດ່ວນ ປະມານ 800 ແມັດ ຫຼື ເກືອບກິໂລແມັດໂນ້ນ.”
ເມື່ອກ່ອນໜ້ານີ້ ປະຊາຊົນ ຜູ້ທີ່ບໍ່ຮັບເອົາ ເງິນຄ່າຊົດເຊີຍ ຈາກເຈົ້າຂອງ ໂຄງການ ທີ່ສເນີໃຫ້ນັ້ນ ມັກຖືກທາງໂຄງການ ມາບຸກລຸກ ທີ່ດິນ ແລະ ກົດດັນ ໃຫ້ຮັບເອົາ ຄ່າຊົດເຊີຽຢູ່ເລື້ອຍ ແຕ່ຫຼັງຈາກ ຣັຖບານ ອອກແຈ້ງ ສັ່ງຫ້າມ ກໍບໍ່ເຫັນ ມາອີກ ດັ່ງຊາວບ້ານ ທີ່ບໍ່ຍອມ ຮັບເອົາ ຄ່າຊົດເຊີຽ ອີກຜູ້ນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກັນຍານີ້ວ່າ:
“ເພິ່ນ ກໍບໍ່ເຫັນ ມາບຸກລຸກ ເພິ່ນກະບໍ່ໄດ້ ເຮັດຫຍັງ ແລ້ວນະ ອ້ອມຂ້າງ ກະຊິ ຄືກັນ ຫັ້ນແຫລະ ຄື ຄັ້ງທໍາອິດ ເຂົາເຈົ້າ ກໍມາແຈ້ງການນໍ ເອີ ເຂົາເຈົ້າ ກະມາບຸກລຸກ. ຫຼັງຈາກນັ້ນແລ້ວ ທາງຂັ້ນເທິງ ເພິ່ນຫັ້ນນະ ທາງຣັຖບານ ເພິ່ນ ກໍແຈ້ງການ ຫຼັງຈາກ ເພິ່ນ ແຈ້ງການແລ້ວ ກໍບໍ່ເຫັນມາ.”
ເພື່ອຂໍຮູ້ ກ່ຽວກັບ ເຣື່ອງຄ່າຊົດເຊີຽ ທີ່ດິນ ໃຫ້ປະຊາຊົນ ຊຶ່ງໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງທາງດ່ວນ ທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ຄນະຮັບຜິດຊອບ ແກ້ໄຂ ແລະ ຊົດເຊີຽ ຜົລກະທົບ ຈາກ ໂຄງການ ກໍ່ສ້າງ ທາງດ່ວນ ນະຄອນຫຼວງ ວຽງຈັນ ເລກ 1 ແຕ່ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ ຄໍາເຫັນ ໃນຂະນະທີ່ ປະຊາຊົນ ຫຼາຍຄອບຄົວ ຊຶ່ງໄດ້ຮັບ ຜົລກະທົບນັ້ນ ຍັງປະຕິເສດ ທີ່ຈະຮັບ ຄ່າຊົດເຊີຽ ຍ້ອນຄ່າຊົດເຊີຽ ທີ່ທາງເຈົ້າຂອງ ໂຄງການ ສເນີໃຫ້ ຕໍ່າກວ່າ ລາຄາດິນ ຕົວຈິງຫຼາຍ.
ແລະ ເຈົ້າໜ້າທີ່ ທາງການ ຢູ່ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ກໍຍັງບໍ່ມີ ຂໍ້ມູນຄັກວ່າ ທາງໂຄງການ ກໍ່ສ້າງ ທາງດ່ວນ ໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ໝົດແລ້ວ ຫຼືຍັງ ດັ່ງທີ່ ທ່ານກ່າວ ແບບສັ້ນໆ ຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ອໍ ອັນນີ້ ກໍຍັງບໍ່ຮູ້ ຄັກເນີ ແລ້ວກໍຍັງບໍ່ໄດ້ ໄປເກັບກໍາ ນໍວ່າ ໄດ້ໝົດ ຫຼືວ່າ ຫຍັງຫັ້ນນະ ຍັງບໍ່ໄດ້ຮູ້ ນໍາເພິ່ນຊີ້ນ່າ.”
ແຕ່ເຖິງຢ່າງໃດ ກໍຕາມ, ເມື່ອກ່ອນໜ້ານີ້ ຄື ໃນເດືອນທັນວາ 2020, ທ່ານ ພູໂຂງ ບັນນາວົງ, ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຫົວໜ້າ ຜແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ກໍໄດ້ກ່າວ ຕໍ່ກອງປະຊຸມ ສມັຍສາມັນ ຄັ້ງທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວ່າ:
“ໂຕທາງດ່ວນຫັ້ນ ແມ່ນຖືວ່າ ຈະແຈ້ງແລ້ວ, ມີແຕ່ໂຕ ໂຄງການປິ່ນອ້ອມ ຖືວ່າ ເຈຣະຈາ ໄດ້ເທົ່າໃດ ຈ່າຍເທົ່າໃດ ກໍຖືວ່າ ແມ່ນຂຶ້ນກັບ ການເຈຣະຈາ ລະຫວ່າງ ເຈົ້າຂອງບໍຣິສັດ. ສະນັ້ນ ການດໍາເນີນ ຊູ່ມື້ນີ້ ເອົາການເນັ້ນໃສ່ ໂຕທາງດ່ວນ ເປັນຫລັກ. ກໍເຮັດໄປ ຄວບຄູ່ກັບ ໂຕໂຄງການ ປິ່ນອ້ອມ ເພາະມັນ ຕິດພັນ ແຕ່ວ່າ ກໍໄດ້ ເຈຣະຈາ ໄປນໍາ.”
ໂຄງການ ກໍ່ສ້າງ ທາງດ່ວນ ນະຄອນຫຼວງວຽງຈັນ ເລກ 1 ມູນຄ່າ 200 ລ້ານໂດລາຣ໌ ສະຫະຣັຖ, ເປັນໂຄງການ ທີ່ບໍຣິສັດ ທາງດ່ວນວຽງຈັນ ເລກ 1 ຈໍາກັດ ເປັນຜູ້ລົງທຶນ, ເຣີ່ມກໍ່ສ້າງ ມາຕັ້ງແຕ່ ເດືອນກຸມພາ 2020 ຈາກເຂດເສຖກິຈ ສະເພາະ ບຶງທາດຫຼວງ ໄປຫາ ດົງໝາກຄາຍ, ມີຄວາມຍາວ 15 ກິໂລແມັດ, ຄາດວ່າ ຈະສໍາເຣັດ ໃນຕົ້ນປີ 2023.