ບາງບັນຫາ ຂອງທາງດ່ວນ ວຽງຈັນ-ວັງວຽງ

ມະນີຈັນ
2020.12.29
ບາງບັນຫາ ຂອງທາງດ່ວນ ວຽງຈັນ-ວັງວຽງ ຈຸດເກັບເງິນ ທາງດ່ວນວຽງຈັນ-ວັງວຽງ ໃນເຂດນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ເດືອນທັນວາ 2020. ​ໂດຍ: TS
RFA

ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊຶ່ງມິ 4 ເລນ ກວ້າງ 23 ແມັດ ໄລຍະທາງປະມານ 110 ກິໂລແມັດ ມູລຄ່າການກໍ່ສ້າງ 1 ພັນ 200 ລ້ານໂດລາສະຫະຣັຖ ຈັດພິທີເປີດຢ່າງເປັນທາງການໃນມື້ວັນທີ 20 ທັນວານີ້ ຊຶ່ງເລື່ອນຈາກເດີມ ທີ່ກໍານົດໃສ່ວັນຊາດ 2 ທັນວາ, ແລະກໍໄດ້ໃຫ້ປະຊາຊົນໃຊ້ ແລະເສັຍຄ່າທາງ ພາຍຫລັງທີ່ໃຫ້ໃຊ້ຟຣີ 3 ມື້ ແຕ່ວັນທີ 21 ຫາ 23 ທັນວາ. ແຕ່ມາຮອດມື້ນີ້ ປາກົດວ່າ ໄດ້ເກີດຫລາຍບັນຫາ ທີ່ຜູ້ໃຊ້ທາງເສັ້ນນັ້ນ ຢາກໃຫ້ທາງການປັບປຸງແກ້ໄຂ, ອີງຕາມຄໍາເວົ້າຂອງຊາວນະຄອນຫລວງ ທ່ານນຶ່ງ ທີ່ໄດ້ພາລູກຫລານທົດລອງ ໃຊ້ທາງດ່ວນນັ້ນວ່າ ມີຄວາມສະດວກກວ່າໃຊ້ເສັ້ນທາງທັມດາ ຄືເສັ້ນທາງເລກທີ 13 ຫລາຍໜ້ອຍປານໃດ ແຕ່ກໍຄວນມີການແກ້ໄຂຫລາຍຢ່າງຢູ່ ເປັນຕົ້ນເຣື່ອງຄວາມປອດພັຍ, ຣົດຕິດ ແລະການເສັຍຄ່າທາງກໍແພງ.

ທ່ານເວົ້າຕໍ່ RFA ໃນມື້ວັນທີ 28 ທັນວານີ້ວ່າ ໄດ້ເດີນທາງໄປດ້ວຍຣົດໃຫຍ່ທັມດາ ຊຶ່ງກ່ອນອື່ນກໍຫວັງວ່າ ຈະມີຄວາມສະດວກ, ຣົດໄດ້ແລ່ນແບບສະບາຍ ບໍ່ມີຣົດຕິດ ແລະຈະໄດ້ເສັຽຄ່າທາງແສນປາຍກີບ ບ່ອນດຽວ ກໍແລ່ນໄປເຖິງວັງວຽງ. ແຕ່ສະພາບຄວາມເປັນຈິງ ບໍ່ໄດ້ເປັນຄືແນວນັ້ນ. ແຕ່ລະຈຸດເກັບຄ່າຜ່ານທາງ ຊຶ່ງມີທັງໝົດ 8 ຈຸດ. ສໍາລັບຣົດເກັງທັມດາແມ່ນໄດ້ເສັຍແຕ່ລະຈຸດ 8 ພັນກີບ, ຣົດແຕ່ລະປະເພດ ໄດ້ເສັຍຄ່າທາງຕ່າງກັນ, ບໍ່ຄືກັນກັບທີ່ເປັນຂ່າວ:

“ໄປມື້ກ່ອນ ມາມີືວານນີ້ເດ໋ ໂອ໋ຫລາຍອັນບົກຜ່ອງ ຄວາມປອດພັຍກະບໍ່ມີ ເກັບສະຖານີລະ 8 ພັນ ມີ 8 ສະຖານີບ່ອນເກັບເງິນຫັ້ນນະ ໂອ໋ຫລາຍອັນ ເສັຽແຕ່ຄ່າທາງກັບນັ້ນຊື່ໆ ເສັຽເປັນ 2-3 ແສນລະໄປກັບ.”

ຕາມຄໍາເວົ້າຂອງຊາວນະຄອນຫລວງ ທ່ານນີ້ແລ້ວແມ່ນວ່າ ຣົດປະເພດກະບະຣົດ pick up ແມ່ນເກັບແນວນຶ່ງ ຄືທັງຂາໄປ ແລະຂາກັບ ໄດ້ເສັຍຄ່າທາງເຖິງ 2 ແສນປາຍກີບ ເຂົາໄລ່ເຂົ້າເປັນຣົດບັນທຸກ. ເວົ້າສະເພາະຣົດຂອງທ່ານທີ່ເປັນຣົດເກັງນ້ອຍທັມດາ ແມ່ນໄດ້ເສັຽຈຸດນຶ່ງ 8 ພັນກີບ ທັງໄປ ແລະກັບ ລວມແລ້ວກໍໄດ້ເສັຍ 128,000 ກີບ. ສໍາລັບຣົດຕູ້ 12 ບ່ອນນັ່ງ ໄດ້ເສັຍເພິ່ມຂຶ້ນອີກ ເຫັນວ່າວ່າໄດ້ເສັຍຫລາຍໂພດ. ເວົ້າແຕ່ເຣຶ່ອງເສັຍຄ່າທາງ ກໍໜັກໃຈແລ້ວ. ແລະເຣື່ອງຄວາມສະດວກ ທີ່ຄາດຫວັງວ່າຈະໄດ້ແລ່ນ ສະບາຍ ບໍ່ມີຣົດຕິດ ຈາກນະຄອນຫລວງວຽງຈັນ ໄປເຖິງວັງວຽງ ກໍປະມານ 50 ນາທີ ຫລື 1 ຊົ່ວໂມງບໍ່ເກີນນັ້ນ ກໍເປັນອີກເຣື່ອງນຶ່ງ ທີ່ສ້າງຄວາມຜິດຫວັງ ໃຫ້ແກ່ພວກຕົນ, ຍ້ອນມີຣົດຕິດ. ຕອນຂາອອກຈາກນະຄອນຫລວງ ເຂົ້າທາງດ່ວນ ຢູ່ເຂດບ້ານສີເກີດ ຣົດກໍຕິດ ບາງຄົນກໍຕິດເປັນຊົ່ວໂມງ, ເປັນ 2 ຊົ່ວໂມງ ຫລືຫລາຍກວ່ານັ້ນ. ແລະກ່ອນຈະເຂົ້າໄປເຖິງວັງວຽງ ຣົດກໍມາຕິດຫລາຍແບບດຽວກັນນັ້ນ, ທ່ານກ່າວ:

“ມັນກະມີບັນຫາ ຢູ່ບ່ອນເຂົ້າວັງວຽງ 2 ຊົ່ວໂມງ ມາເຂົ້າວຽງຈັນພີ້ ກະຕິດ 2 ຊົ່ວໂມງ ກະຣະບົບເກັບເງິນເກັບຄໍາ ເພິ່ນຍັງມີບັນຫາ ບໍ່ຄ່ອງແຄ້ວ ຍັງບໍ່ໄດ້ມີການ ບໍຣິຫານກັນລະອຽດນ່າ ...ຕໍ່ຄິວຫລືຣົດຕິດນີ໋ແມ່ນຍ້ອນຣະບົບເພິ່ນ ເກັບເງິນວ່າແຊ້ນສະເນາະ... ຣະບົບເກັບເງິນ ແຕ່ວ່າແມ່ນເຣື່ອງຄວາມປອດພັຍບໍ່ມີ ...ຄວາມປອດພັຍພັຍໝາຍເຖິງຈັ່ງໃດ? ມັນຍັງມີສັດສາວາສິ່ງນ່າ ມັນຍັງມີຣົດຕັອກໆນ່າ ຂຶ້ນໃຊ້ທາງດ່ວນ ຣົດໄຖນາເດີນຕາມຫັ້ນນ່າ.”  

ພ້ອມດຽວກັນນັ້ນ ທ່ານຍັງປຽບທຽບ ເຖິງເຣື່ອງຄວາມສະດວກ ແລະຄວາມຫຍຸ້ງຍາກສູ່ຟັງວ່າ ໃນມື້ເພິ່ນເປີດແບບບໍ່ໄດ້ເສັຍຄ່າທາງ ຣົດບໍ່ຄ່ອຍຕິດ ແລ່ນມີແຕ່ 50 ນາທີກໍຮອດວັງວຽງ ແຕ່ຕໍ່ມາແມ່ນຣົດຕິດຫລາຍ. ຕາມທາງດ່ວນເສັ້ນນີ້ ມີທາງອອກ ທາງເຂົ້າ ຮວມທັງເພື່ອແວ່ດື່ມນໍ້າດື່ມໃນ ແວ່ຈອດຣົດພັກຫລິ້ນ ເຊັ່ນຮອດໂພນໂຮງ ເພິ່ນກໍເຮັດທາງອອກແວ່ ແລ້ວກໍເຂົ້າມາໃໝ່ໄປຕໍ່.

“ແລ່ນມື້ເຂົາເປີດຟຣີ ໄປ 50 ນາທີ 110 ຫລັກຈາກໜອງແຕ່ງ ສີເກີດ ມື້ນັ້ນບໍ່ມີຣົດ ບາດໄປວັ່ງກີ້ນີ໋ລະໂອ໋ຍ ຕິດໄປຕັ້ງແຕ່ທາງຂຶ້ນ ...ສິຕິດຕໍ່ໄປລະນໍ໋ຕາມເບິ່ງ?... ຕາມວ່ານີ໋ກະເບິ່ງໆໄປ ເພິ່ນກະສິປັບປຸງຢູ່ເດ໊ ຣະບົບເກັບເງິນເກັບຄໍາ ຣົດລາງພາ ຫານະບໍ່ໄດ້ມາຕຖານ ບໍ່ໃຫ້ຂຶ້ນເດ໋ ຕໍ່າກວ່າ 350CC ກະບໍ່ໃຫ້ຂຶ້ນ. ຣົດທີ່ວ່າເກົ່າ ບໍ່ຮັບປະກັນ ກະບໍ່ໃຫ້ຂຶ້ນ ມີຈະລາຈອນກວດຢູ່ພີ້ ປາກທາງພີ້. ກວດຢູ່ບ່ອນທາງຂຶ້ນທາງດ່ວນ.”

ທ່ານເວົ້າວ່າ ຣົດຂອງທ່ານມັນນ້ອຍ ແລ່ນທາງດ່ວນ ກັບແລ່ນທາງທັມດາຄືແຕ່ກ່ອນ ລວມໆແລ້ວກໍຢາກວ່າພໍປານກັນ ຄັນເວົ້າເຖິງຣາຍຈ່າຍທັງໄປ ແລະກັບ. ຖ້າໄປທາງດ່ວນ ທັງຄ່ານໍ້າມັນ, ຄ່າທາງດ່ວນ ກໍຕົກຢູ່ປະມານ 250,000 ກີບ. ຄັນເຮົາໄປທາງທັມດາ ກະໝົດປະມານ 200,000 ປາຍກີບ. ແຕ່ວ່າ ຄວາມສະ ດວກມັນກະຕ່າງກັນ, ຄັນເພິ່ນແກ້ໄຂເຣື່ອງຣະບົບ ການບໍຣິຫານຄຸ້ມຄອງ ຈັດການຕ່າງໆໄດ້ດີ ຮວມທັງເຣື່ອງຄວາມປອດພັຍ ເຣື່ອງສັດລ້ຽງເຂົ້າໄປໃນທາງດ່ວນ, ການເກັບເງິນຄ່າທາງ.

ເມື່ອຖາມເຖິງ ສະພາບການທ່ອງທ່ຽວ ຢູ່ເມືອງວັງວຽງໃນໄລຍະທີ່ມີ ທາງດ່ວນນີ້ ທ່ານບອກວ່າ ຮູ້ສຶກວ່າ ມີຊີວິດຊີວາຂຶ້ນຫລາຍ. ທຸຣະກິດໂຮງແຮມ ຮ້ານອາ ຫານ ກໍຄຶກຄັກຂຶ້ນມາຫລາຍເຕີບ ເຖິງແມ່ນວ່າຍັງມີຫລາຍຮ້ານຈະປິດຢູ່ກໍຕາມ. ຍ້ອນຊາວນະຄອນຫລວງວຽງຈັນ ພາກັນມາທ່ອງທ່ຽວເມືອງວັງວຽງ ເພື່ອຊ່ວຍກັນຟື້ນຟູເສຖກິດທີ່ຊຸດໂຊມລົງຫລາຍ ຍ້ອນການຣະບາດຂອງເຊື້ອພະ ຍາດໂຄວິດ-19, ທ່ານກ່າວ. ແລະວ່າ “ເມືອງວັງວຽງ ຕັ້ງແຕ່ຄ່າເປີດທາງດ່ວນມານີ້ ເສຖກິດຟື້ນຟູຂຶ້ນແດ່ ເຖິງແມ່ນວ່າ ທາງການຍັງບໍ່ໃຫ້ເຮັດງານມະໂຫລານໃດໆເທື່ອ ກໍຕາມ. ມັນຖືກວັນເສົາ ວັນອາທິດແດ່ ຜູ້ບໍ່ເຄີຍເຫັນກໍຢາກເຫັນ, ຜູ້ເຄີຍເຫັນກໍຢາກພາພີ່ນ້ອງໄປ ເບິ່ງ. ທ່ານເວົ້າວ່າ “ສໍາລັບນັກທ່ອງທ່ຽວຕ່າງປະເທດ ກໍມີ ແຕ່ຫາກມີໜ້ອຍ ຄື ເປັນພວກທີ່ຕົກຄ້າງ ພວກເຮັດວຽກຢູ່ນະຄອນຫລວງ. ສ່ວນຫລວງຫລາຍກະແມ່ນຄົນໄປຈາກນະຄອນຫລວງວຽງຈັນໄທເຮົານີ້ລະ.” ຄົນຈໍານວນນຶ່ງ ກໍມີ package ທ່ອງທ່ຽວພິເສດ ທີ່ໄດ້ຫລຸດຣາຄາພັກໂຮງແຮມຊັ້ນດີລົງເຖິງເຄິ່ງນຶ່ງ.

ແລະອີງຕາມ ຄໍາເວົ້າຂອງຊາວນະຄອນຫລວງ ນາງນຶ່ງ ທີ່ໄປນອນແຮມຄືນຢູ່ວັງວຽງ ເມື່ອວັນທີ 26 ທັນວານັ້ນ ແລ້ວແມ່ນວ່າ  ເວົ້າເຖິງເຣື່ອງການເດີນ ຕາມທາງດ່ວນ ນາງຮູ້ສຶກເປັນຫ່ວງນໍາເຣື່ອງຄວາມປອດພັຍ ຕາມເສັ້ນທາງດ່ວນ ທີ່ນາງໄດ້ເຫັນດ້ວຍຕາຂອງຕົນເອງ ຄືມີເດັກນ້ອຍຍ່າງຂ້າມທາງດ່ວນ 2 ຄົນ.

“ເຫັນແຕ່ເດັກນ້ອຍ 2 ຄົນ ທັມດາທາງດ່ວນກະບໍ່ມີ ເດັກນ້ອຍແລ່ນຂ້າມທາງເນາະ ຕອນຂາໄປ ເດັກນ້ອຍແລ່ນຂ້າມທາງ 2 ຄົນ.”

ສ່ວນເຣື່ອງທີ່ມີຂ່າວວ່າ ມີງົວ ມີແບ້ ມີໝາແມວ ຫລືຮົ້ວຖືກມ້າງ ຢູ່ບາງເຂດ ເວລາໄປນັ້ນ ນາງບໍ່ເຫັນ. ສ່ວນເຣື່ອງ ຣົດຕິດ ນາງເວົ້າວ່າ ຕອນຂາອອກ ທາງດ່ວນ ຢູ່ເຂດສີເກີດນັ້ນ ຣົດນາງກໍຕິດຕັ້ງເຄິ່ງຊົ່ວໂມງ, ກ່ອນຈະເຂົ້າເຖິງວັງວຽນ ຣົດກໍຕິດຫລາຍ. ແລະຂາກັບໃນມື້ຕໍ່ມາ ກ່ອນຈະເຂົ້າມາໃນນະຄອນ ຫລວງໄດ້ຣົດກໍຕິດຢູ່ສີເກີດນັ້ນເຖິງ 2 ຊົ່ວໂມງ. 

ເວົ້າເຖິງການເກັບຄ່າທາງດ່ວນ, ອີງຕາມຣາຍງານຂ່າວວຽງຈັນທາຍ ວັນທີ 28 ທັນວາ 2020, ການເສັຍຄ່າທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ທີ່ມີຄວາມຍາວ 110 ກິໂລແມັດ ແມ່ນຢູ່ໃນຣະຫວ່າງ 600 ກີບຫາ 2,000 ກີບຕໍ່ກິໂລແມັດ ຂຶ້ນຢູ່ກັບປະເພດຂອງຍານພາຫານະ. ໃນນັ້ນ ບໍຣິສັດຮ່ວມພັທນາທາງດ່ວນລາວ-ຈີນ ໄດ້ກໍານົດໃຫ້ຈ່າຍເປັນກິໂລແມັດ ຄື 600 ກີບສໍາລັບ ຣົດນໍ້າໜັກບໍ່ເກີນ 2 ຕັນ, 1,000 ກີບສໍາລັບຣົດນໍ້າໜັກເກີນ 2 ຫາ 5 ຕັນຄື, 1,400 ກີບ ສໍາລັບຣົດນໍ້າໜັກເກີນ 5 ຫາ 10 ຕັນ, ແລະ 2,000 ກີບສໍາລັບ ຣົດນໍ້າໜັກ 10 ຫາ 15 ຕັນ. ສໍາລັບຣົດໂດຍສານ ຄ່າທາງກໍານົດໃຫ້ເສັຍເປັນກິໂລແມັດ ຄືແຕ່ 600 ກີບຫາ 2,000 ກີບຂຶ້ນຢູ່ກັບຈໍານວນທີ່ນັ່ງ. ຣົດບໍ່ເກີນ 7 ທີ່ນັ່ງເສັຽ 600 ກີບ. ຣົດ 8-9 ທີ່ນັ່ງເສັຽ 1,000 ກີບ. ຣົດ 20 ຫາ 39 ທີ່ນັ່ງ ເສັຽ 1,400 ກີບ ແລະຣົດ 40 ທີ່ນັ່ງຂຶ້ນເມືອ ແມ່ນ 2,000 ກີບ. ຣົດທັງໝົດຈະຖືກສັ່ງນໍ້າໜັກ ກ່ອນເຂົ້າທາງດ່ວນ.

ແລະເມື່ອວັນທີ 24 ທັນວານີ້ ມີຣາຍງານວ່າ ຄະນະກັມການບໍຣິຫານ ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ມີຄວາມກັງວົນນໍາເຣື່ອງຄວາມປອດພັຍ ພາຍ ຫລັງທີ່ໄດ້ພົບເຫັນ ຮົ້ວກັນທາງຖືກມ້າງເພ ແລະຣົດໄຖນາແລ່ນ, ງົວ ແບ້ ໝາ ແມວ ກໍຍ່າງຕາມທາງດ່ວນ.  

ທາງດ່ວນຊ່ວງນີ້ ເປັນຊ່ວງທໍາອິດ ຂອງໂຄງການ ທາງດ່ວນຈາກນະຄອນ ຫລວງວຽງຈັນເຖິງບໍ່ເຕັນ ແຂວງຫລວງນໍ້າທາ ຊາຍແດນລາວ-ຈີນ ໄລຍະທາງທັງໝົດ 460 ກິໂລແມັດ. ຊ່ວງທີ່ 2 ແຕ່ວັງວຽງ ຫານະຄອນຫລວງພຣະບາງ, ຊ່ວງທີ່ 3 ແຕ່ນະຄອນຫລວງພຣະບາງ ຫາເມືອງໄຊ ແຂວງອຸດົມໄຊ ແລະຊ່ວງທີ 4 ຈາກເມືອງໄຊ ຫາບໍ່ເຕັນ ແຂວງຫລວງນໍ້າທາ.

ທາງດ່ວນລາວ-ຈີນ ຊ່ວງນະຄອນຫລວງວຽງຈັນ-ວັງວຽງ, ຣັຖບານລາວ ຖືຮຸ້ນ 5% ແລະກຸ່ມບໍຣິສັດ Yunnan ຂອງຈີນ ຫລື YCIH ຖືຮຸ້ນ 95%, ສັມປະ ທານ 50 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.