ຊາວບ້ານໜັກໃຈຄ່າທາງດ່ວນ ວຽງຈັນ-ວັງວຽງ
2020.12.22

ທາງດ່ວນ ຈາກ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ເປີດໃຊ້ຢ່າງເປັນທາງການແລ້ວ ໃນມື້ວັນທີ 20 ທັນວາ 2020 ນີ້, ແລະ ເປີດໃຫ້ປະຊາຊົນ ໃຊ້ບໍຣິການ ທາງດ່ວນ ແບບບໍ່ເສັຽຄ່າຜ່ານທາງ ຕັ້ງແຕ່ວັນທີ 21 ຫາ 23 ທັນວາ ນີ້.
ໃນມື້ເປີດພິທີທາງດ່ວນຕອນນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ໄດ້ກ່າວໃນຕອນນຶ່ງວ່າ:
“ທາງດ່ວນຊ່ວງທີ 1 ເລີ່ມຈາກນະຄອນຫຼວງວຽງຈັນ ແລະມີປາຍທາງສິ້ນສຸດ ຢູ່ເມືອງວັງວຽງ ຊຶື່ງເປັນເມືອງທ່ອງທ່ຽວ ຈະສ້າງສິ່ງ ອໍານວຍຄວາມສະດວກໃຫ້ການຄົມນາຄົມຂົນສົ່ງ ສ້າງທາງເລືອກໃຫ້ແກ່ປະຊາຊົນ ແລະພາກທຸຣະກິຈ ຮວມເຖິງນັກທ່ອງທ່ຽວ.”
ອີງຕາມຣາຍງານຂ່າວທ້ອງຖິ່ນຂອງລາວ ໃນວັນທີ 21 ທັນວາ 2020 ຊຶ່ງເປັນມື້ທໍາອິດ ທີ່ບໍ່ເກັບຄ່າຜ່ານທາງດ່ວນນັ້ນປາກົດວ່າ ມີປະຊາຊົນ ຂັບຣົດຂຶ້ນທາງດ່ວນຫຼາຍ ເຮັດໃຫ້ເກີດ ບັນຫາຣົດຕິດ ເປັນໄລຍະໆ.
ຫຼັງຈາກ 3 ມື້ ທີ່ເປີດໃຫ້ແລ່ນ ແບບບໍ່ໄດ້ເສັຍຄ່າ ຊຶ່ງມີປະຊາຊົນຫຼວງຫຼາຍ ພາກັນໄປໃຊ້ເສັ້ນທາງດ່ວນນີ້ແລ້ວ ກໍຈະໄດ້ເສັຽຄ່າທາງ ທັງໄປແລະກັບ 130,000 ກີບ. ແຕ່ຜູ້ໃຊ້ຣົດ ຫຼາຍຄົນ ຍັງຢາກໃຫ້ຫຼຸດ ຄ່າຜ່ານທາງລົງ ຍ້ອນເຫັນວ່າຄ່າຜ່ານທາງ ທີ່ຖືກກໍານົດ ອອກມານັ້ນ ແພງ, ດັ່ງຜູ້ໃຊ້ຣົດທ່ານນຶ່ງ ເວົ້າຕໍ່ RFA ໃນມື້ວັນທີ 21 ທັນວານີ້ວ່າ:
“ກະຫຼາຍຢູ່ຊ່ວງນີ້ ມັນກະຂະເຈົ້າໄປທ່ຽວພັກຜ່ອນ ຄັນໄປທາງດ່ວນນີ້ ປະມານ 2 ຊົ່ວ ໂມງ ທາງດ່ວນ ກະວ່າຢາກແພງໜ້ອຍນຶ່ງ ຖ້າເປັນໄປໄດ້ ຂ້ອຍກະຢາກໃຫ້ໄປ 50 ພັນ ນີ້ກະພໍແລ້ວ ກັບ 50 ພັນພໍໄປພໍມາໄດ້ຢູ່.”
ຊາວລາວອີກຄົນນຶ່ງ ເວົ້າວ່າ ຫຼັງຈາກເຫັນແຈ້ງການ ຄ່າທາງດ່ວນຕັ້ງ ແຕ່ນະຄອນຫຼວງວຽງຈັນ ມາຮອດວັງວຽງ ມີຣາຄາ ຖ້ຽວລະ 65 ພັນກີບ ລວມຂາໄປແລະຂາກັບ 130 ພັນກີບນັ້ນ ຕົນກໍຄິດວ່າ ເປັນຣາຄາທີ່ແພງຢູ່ຄືກັນ:
“3 ມື້ນີ້ ແມ່ນໄປຟຣີ ແລ້ວຫຼັງຈາກ 23 ໄປ 24 ແມ່ນເສັຽເງິນ ຈາກເຮົາໄດ້ຍິນຂໍ້ມູລມານັ້ນ ໄປມາຫັ້ນ ໄປຫັ້ນ 65 ພັນກີບ ມາກໍ 65 ພັນ ກະແພງຢູ່ ມັນແພງ ແຕ່ວ່າ ມັນຮອດໄວ ທາງປົກຕິກະໄປໄດ້ຢູ່ ມັນກະທັມດາ ມັນກະມີຂຸມແດ່ ບໍ່ຂຸມແດ່ ແຕ່ວ່າມັນເຊົ້າ 4 ຊົ່ວໂມງພຸ້ນນະ.”
ຊາວລາວຫຼາຍຄົນເຫັນວ່າ ຄ່າບໍຣິການຂຶ້ນທາງດ່ວນ ຈາກນະຄອນຫຼວງວຽງຈັນ ຫາເມືອງວັງວຽງ ຍັງເປັນຣາຄາທີ່ສູງຢູ່ ເມື່ອທຽບ ໃສ່ກັບສະພາບເສຖກິຈໃນປັດຈຸບັນ ທີ່ໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19, ດັ່ງຊາວລາວ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ:
“ກະວ່າ ຢາກສູງໜ້ອຍນຶ່ງຢູ່ ເພາະວ່າ ມັນກະຊ່ວງນີ້ ມັນກະໂຄວິດເນາະ ມັນກະບໍ່ຄ່ອຍໄດ້ອອກປານໃດ ເພາະວ່າ ເຮົາໄປທາງດ່ວນ ຢາກສູງໜ້ອຍນຶ່ງຫັ່ນນະ, 110,000-120,000 ກະພໍຟັງຢູ່.”
ຊາວລາວສ່ວນນຶ່ງ ມີຄວາມເຫັນວ່າ ເຖິງແມ່ນວ່າ ຄ່າບໍຣິການຜ່ານທາງດ່ວນນີ້ ຈະຂ້ອນຂ້າງສູງ ແຕ່ກໍຄິດວ່າ ສົມເຫດສົມຜົລຢູ່ ຍ້ອນເປັນທາງດີ ແລະໃຊ້ເວລາເດີນທາງໄປ-ມາໜ້ອຍລົງ, ດັ່ງຍານາງເວົ້າວ່າ:
“ໃນຄວາມເປັນຈິງ ຖາມວ່າແພງບໍ່ ກະຂ້ອນຂ້າງສູງ ແຕ່ວ່າເປັນຣາຄາ ທີ່ຍອມຮັບໄດ້ ເພາະວ່າ ຕ້ອງຄິດໄລ່ໃສ່ການບໍາຣຸງຮັກສາ ດູແລຕ່າງໆ ລະກະຫຼາຍອັນຫຼານແນວເນາະ ຄິດວ່າໂອເຄ ເປັນຣາຄາທີ່ຍອມຮັບໄດ້ ກະຄິດວ່າຢ່າງໜ້ອຍສຸດ ກະປະຢັດເວລາ ທີ່ສຸດແລ້ວເນາະ.”
ໃນຂນະດຽວກັນ ຊາວບ້ານອີກຄົນນຶ່ງ ເວົ້າວ່າ ໄລຍະນີ້ ຣົດຫຼາຍຄັນ ພາກັນຂຶ້ນ ທາງດ່ວນດັ່ງກ່າວ ເພື່ອໄປມາຣະຫວ່າງ ນະຄອນຫຼວງວຽງຈັນ ກັບເມືອງວັງວຽງ ແລະເມືອງໂພນໂຮງຢູ່ກໍຕາມ ແຕ່ເຊື່ອວ່າ ເມື່ອການປັບປຸງ ເສັ້ນທາງເລຂທີ 13 ເໜືອ ທີ່ເປ່ເພ ແລະໄປ-ມາຫຍຸ້ງຍາກ ໃນປັດຈຸບັນນີ້ສໍາເຣັດ ຈົນກາຍເປັນທາງດີ ແລະໄດ້ມາຕຖານແລ້ວ ກໍອາຈເຮັດໃຫ້ ຜູ້ຄົນໃຊ້ ບໍຣິການທາງດ່ວນໜ້ອຍລົງ ແລະກັບມາໃຊ້ເສັ້ນທາງເລຂທີ 13 ເໜືອ ຄືເກົ່າ:
“ຕໍ່ໄປທາງເລຂທີ 13 ຕັ້ງແຕ່ ເສັ້ນດົງໂດກ ຫາເມືອງ ໂພນໂຮງ ຂະເຈົ້າສິເຮັດທາງຄອນນກຣິດ ມັນກະນ່າຈະຫຼຸດລົງເຄິ່ງນຶ່ງ ເພາະວ່າຊ່ວງນີ້ ເສັ້ນທາງເລຂທີ 13 ມັນບໍ່ຄ່ອຍສະດວກ.”
ແລະທາງດ້ານເຈົ້າໜ້າທີ່ ທີ່ຂຶ້ນກັບຂແນງການທ່ອງທ່ຽວ ແຂວງວຽງຈັນ ທ່ານນຶ່ງກໍເວົ້າເຖິງ ຄ່າຜ່ານທາງດ່ວນນັ້ນ ວ່າບໍ່ແພງ ຄັນທຽບໃສ່ຫຼາຍຢ່າງ ເປັນຕົ້ນ ຊ່ອຍຫຼຸດຄ່ານໍ້າມັນຣົດ ແລະເຮັດໃຫ້ເວລາເດີນທາງ ສັ້ນລົງ, ດັ່ງທ່ານກ່າວຕໍ່ RFA ໃນມື້ວັນທີ 21 ທັນວາ ນີ້ວ່າ:
“ບໍ່ ກະພໍດີເນາະ ຄັນທຽບແລ້ວຫັ້ນນະ ມັນໄດ້ໃຈເດ໋ ບໍ່ແພງ ເພາະວ່າໄປແລ້ວ ກັບມີແຕ່ແສນປາຍນຶ່ງ ໄປຖ້ຽວນຶ່ງມີແຕ່ 60 ພັນປາຍນຶ່ງ ຈາກນະຄອນຫຼວງ ໄປຫາວັງວຽງເດ໋ ເພາະວ່າ ມັນສະດວກຫຼາຍ ດີກວ່າເຮົາໄປທາງກະຕຸກກະຕັກ ໃຊ້ເວລາ 2-3 ຊົ່ວໂມງ ມັນກະກິນນໍ້າມັນເຮົາ ໄປບັກຫຼາຍໆເດ໋.”
ແຕ່ເຖິງຢ່າງໃດກໍຕາມ ເມື່ອກ່ອນໜ້ານີ້ ຜູ້ປະກອບການ ດ້ານການຂົນສົ່ງໂດຍສານ ແລະທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ຄ່າບໍຣິການທາງດ່ວນນີ້ ສູງ ແລະກໍແພງກວ່າ ຄ່າບໍຣິການທາງດ່ວນ ຢູ່ປະເທດໄທຍ, ດີແທ້ ຄວນຫຼຸດລົງມາເປັນ 60,000 ກີບຕໍ່ຖ້ຽວ ດັ່ງຍານາງເວົ້າວ່າ:
“ຄ່າບໍຣິການທາງດ່ວນຫັ້ນ ມັນຂ້ອນຂ້າງສູງ ຄັນປຽບ ທຽບ ກັບເຄີຍໄປທ່ຽວຢູ່ໄທຍ ມັນກະຖືວ່າສູງໃດ໋ ເພາະຢູ່ໄທຍ ໜ້າຈະປະມານ 60 ບາດ ອິຫຍັງປະມານນີ້ ຄິດວ່າໜ້າຈະໄປຖ້ຽວປະມານ 60,000 ໄປກັບ 120,000 ໜ້າຈະພໍດີ.”
ແຕ່ຍານາງເວົ້າວ່າ ຖ້າຫາກທາງດ່ວນ ເປີດໃຊ້ຢ່າງເປັນທາງການແລ້ວ ທາງບໍຣິສັດ ກໍຈະຫັນໄປໃຊ້ ເພື່ອປະຢັດເວລາ ຄືຈະໃຊ້ ເວລາພຽງແຕ່ 1 ຊົ່ວໂມງເຄິ່ງ ຊຶ່ງປົກກະຕິ ໄປຕາມເສັ້ນທາງເລຂທີ 13 ຈະໃຊ້ເວລາເຖິງ 4 ຊົ່ວໂມງ, ແຕ່ກໍຈະປັບຄ່າໂດຍສານ ຂຶ້ນຕື່ມ ເພື່ອໃຫ້ສອດຄ່ອງ ກັບການເສັຍຄ່າໃຊ້ບໍຣິການ ທາງດ່ວນນີ້.
ແລະຜູ້ປະກອບການ ບໍຣິສັດຂົນສົ່ງໂດຍສານແຫ່ງນຶ່ງ ກໍເຫັນວ່າ ຄ່າບໍຣິການ ທາງດ່ວນດັ່ງກ່າວ ກໍປົກກະຕິບໍ່ໄດ້ແພງຫຼາຍ ຊຶ່ງທາງ ບໍຣິສັດ ຈະໃຊ້ບໍຣິການທາງດ່ວນນີ້ນໍາ ໂດຍຈະບໍ່ຂຶ້ນຄ່າໂດຍສານ.
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ຮ່ວມທຶນພັທນາ ລາວ-ຈີນ ຈໍາກັດ ຊຶ່ງເປັນຜູ້ສັມປະທານ ແລະລົງທຶນ ສ້າງ ເພື່ອຖາມຣາຍຣະອຽດເພີ້ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ທາງດ່ວນແຫ່ງນີ້ ມີໄລຍະທາງ 109 ກິໂລແມັດ. ທາງດ່ວນຈາກນະຄອນຫຼວງວຽງຈັນ ຫາເມືອງວັງວຽງ ຕັດຜ່ານ 4 ເມືອງ ຄືເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເມືອງໂພນໂຮງ ເມືອງຫິນເຫີບ ແລະເມືອງວັງວຽງ ແຂວງວຽງຈັນ.
ທາງດ່ວນ ໄດ້ສົ່ງຜົລກະທົບ ຕໍ່ປະຊາຊົນ ເມືອງໂພນໂຮງ 221 ຄອບຄົວ, ເມືອງຫິນເຫີບ 224 ຄອບຄົວ, ເມືອງວັງວຽງ 17 ຄອບຄົວ ແລະເມືອງນາຊາຍທອງ ອີກປະມານ 60 ຄອບຄົວ ເປັນຢ່າງໜ້ອຍ ຊຶ່ງມາຮອດປັດຈຸບັນ ໄດ້ຊົດເຊີຍ ແກ່ຜູ້ຖືກ ຜົລກະທົບໝົດທຸກຄອບຄົວແລ້ວ.
ທາງດ່ວນນີ້ ແມ່ນບໍຣິສັດ ຮ່ວມທຶນພັທນາລາວ-ຈີນ ຈໍາກັດ ເປັນຜູ້ລົງທຶນແລະກໍ່ສ້າງ ມູລຄ່າ 1.2 ຕື້ໂດລາສະຫະຣັຖ. ທາງດ່ວນ ແຫ່ງນີ້ ເປັນສ່ວນນຶ່ງ ຂອງໂຄງການທາງດ່ວນ ຈາກນະຄອນຫຼວງວຽງຈັນ ຫາເຂດບໍ່ເຕັນ ແຂວງຫຼວງນໍ້າທາ ໄລຍະທາງ 460 ກິໂລແມັດ. ທາງດ່ວນສາຍນີ້ ມີ 4 ຊ່ວງ ຄື ຊ່ວງ ທີ 1 ຈາກນະຄອນຫຼວງວຽງຈັນ ຫາເມືອງວັງວຽງ, ຊ່ວງທີ 2 ຈາກເມືອງວັງວຽງ ຫານະຄອນຫຼວງພຣະບາງ, ຊ່ວງທີ 3 ຈາກນະຄອນຫຼວງ ພຣະບາງ ຫາເມືອງໄຊ ແຂວງອຸດົມໄຊ ແລະຊ່ວງທີ 4 ຈາກເມືອງໄຊ ຫາບໍ່ເຕັນ ແຂວງຫຼວງນໍ້າທາ.