ຄ່າຊົດເຊີຍທີ່ດິນສ້າງຖນົນ 450 ປີ
2014.09.23
ເຈົ້າໜ້າທີ່ ຊັພຍາກອນ ແລະ ສິ່ງແວດລ້ອມ ເປິດເຜີຍ ວ່າ ມາຮອດ ປັຈຈຸບັນ ຍັງມີ ປະຊາຊົນ ທີ່ ບໍ່ຍອມຮັບ ເອົາເງິນ ຄ່າຊົດເຊີຍ ທີ່ ທາງການ ຈະຈ່າຍໃຫ້ ສໍາລັບ ດິນ ທີ່ທາງການ ນໍາໄປ ສ້າງຖນົນ 450 ປີ ນັ້ນ ຍ້ອນເຫັນວ່າ ຄ່າຊົດເຊີຍ ບໍ່ສົມເຫດ ສົມຜົນ. ດັ່ງ ເຈົ້າ ໜ້າທີ່ ກ່າວວ່າ:
“ທາງ 450 ປີ ຍັງ ຍັງ ປະຊາຊົນ ຍັງ ບໍ່ຮັບເອົາ ມັນຫລາຍ ເມືອງເດ ເມືອງພູນນະ ບໍ່ຍັງຫລາຍ ແຫລ້ວ ເມືອງ ໄຊທານີ ເກືອບໝົດ ແລ້ວ ມີເມືອງ ໄຊເສດຖາ ກັບເມືອງ ຫາດຊາຍຟອງ”.
ທ່ານວ່າ ໂຄງການ ກໍ່ສ້າງທາງ 450 ນີ້ ມີການນໍາໃຊ້ ດິນ ຂອງ ປະຊາຊົນ ໃນ 3 ເມືອງ ໃນ ນະຄອນ ຫລວງ ວຽງຈັນ ຄື: ເມືອງ ໄຊທານີ ເມືອງ ໄຊເສດຖາ ແລະ ເມືອງ ຫາດຊາຍຟອງ ຊື່ງ ຜແນກ ຊັພຍາກອນ ແລະ ສີ່ງແວດລ້ອມ ເປັນຜູ້ ຮັບຜິດຊອບ ໃນການ ຈ່າຍຄ່າ ດິນ ຊົດເຊີຍ ໃຫ້ ປະຊາຊົນ ໂດຍ ມີເອກສານ ກໍານົດວ່າ ຈະຈ່າຍ 20,000ກິບ ຕໍ່ ຕາຣາງແມັດ ສໍາລັບ ດິນທີ່ມີ ທາງເຂົ້າເຖິງ ສ່ວນດິນທີ່ ບໍ່ມີທາງ ເຂົ້າເຖິງ ຈະຈ່າຍໃຫ້15,000 ກິບ ຕໍ່ ຕາຣາງແມັດ ແຕ່ ປະຊາຊົນ ບາງກຸ່ມ ເຫັນວ່າ ຄ່າຊົດເຊີຍ ບໍ່ເໝາະສົມ ຊຶ່ງ ພວກເຂົາເຈົ້າ ໄດ້ສເນີ ຕໍ່ ທາງການວ່າ ຢາກໄດ້ ຄ່າຊົດເຊີຍ 25,000 ຕໍ່ ຕາຣາງແມັດ ສໍາລັບດິນ ທີ່ເຂົ້າເຖີງ ແລະ 20,000 ກິບ ຕໍ່ ຕາຣາງແມັດ ສໍາລັບ ດິນທີ່ ເຂົ້າບໍ່ເຖີງ.
ເຈົ້າໜ້າທີ່ ທ່ານດຽວກັນ ກ່າວ ຕໍ່ໄປວ່າ ປັຈຈຸບັນ ຍັງມີ ປະຊາຊົນ ຫລາຍກວ່າ 200 ຄົນ ທີ່ ບໍ່ຍອມ ຮັບເອົາເງິນ ຄ່າ ຊົດເຊີຍ ຈາກທາງ ການ ຊື່ງ ທາງການ ກໍຈະໄດ້ ສົ່ງໜັງສື ເພື່ອເອີ້ນ ຜູ້ກ່ຽວ ເຂົ້າມາ ໂອ້ລົມ ເພື່ອຫາທາງ ແກ້ໃຂ ບັນຫາ ແລະ ຈະໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ ໝົດທຸກຄົນ ໂດຍ ໄວທີ່ສຸດ.
ທາງ 450 ປີ ຊື່ງ ເຣີ້ມແຕ່ ຂົວ ມິຕພາບ ເຖີງ 4 ແຍກ ໄຟແດງ ຫລັກ 9 ທາງເຂົ້າ ມະຫາ ວິທຍາລັຍ ແຫ່ງຊາດ ຫຼື ຖນົນ ດົງໂດກ ເຣີ້ມ ກໍ່ສ້າງ ແຕ່ປີ 2008 ສ້າງ ສໍາເຣັດ ໃນປີ 2010 ມີຄວາມຍາວ 20 ກິໂລແມັດ.