ເຕືອນຄົນລາວ ໃຫ້ໄປເຮັດວຽກ ແບບຖືກຕ້ອງ
ເຈົ້າໜ້າທີ່ລາວ ເຕືອນຄົນງານລາວ ໄປເຮັດວຽກຢູ່ໄທ ໃຫ້ຖືກກົດໝາຍ.
-
ໄຊຍາ
2018-02-16 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ກ່າວເຕືອນຄົນລາວ ໃຫ້ໄປເຮັດວຽກ ໃນປະເທດໄທ ຢ່າງຖືກຕ້ອງ ຕາມກົດໝາຍ ເພື່ອຫຼີກຫຼ້ຽງ ການຖືກປັບໃໝ, ດັ່ງທີ່ ທ່ານໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ກຸມພາ ນີ້ວ່າ:
"ທາງອອກ ກະມີແຕ່ວ່າ ເຮັດຖືກຕາມກົດໝາຍ ທາງອອກຕໍ່ໄປໄດ໋ ຄັນເຂົາ ກັບມາໄດ້ ຊິໄປໃໝ່ ກະຕ້ອງໄປໃຫ້ຖືກຕ້ອງ ໄປເຮັດ MOU ຜ່ານ ບໍຣິສັດຈັດຫາງານ ໄປຖືກຕ້ອງໂຕນັ້ນ ຈະຢູ່ໄດ້ເປັນ 4 ປີ ໝົດລະ ເຂົາກະຕໍ່ ໂຕນັ້ນແຫລະ ມັນໄປໃສ ກະໄດ້ ບໍ່ຫຍຸ້ງ ມີແຕ່ 2 ວິທີ ນີ້ແຫລະ ໃຜຢູ່ພຸ້ນແລ້ວ ກໍໄປຫາໜ່ວຍງານ ບໍ່ຊັ້ນກໍຊິເກີດບັນຫາຊໍ້າອີກແບບດຽວກັນຄັນໄປ ບໍ່ຖືກຕ້ອງ ສຳຄັນວິທີແກ້ ກໍຄືເຮັດໃຫ້ມັນຖືກຕ້ອງນັ້ນ ແລ້ວ ເຂົາຊິເຮັດຫຍັງບໍ່ໄດ້ ເຂົາຈະບໍ່ປັບອີຫຍັງເຈົ້າ."
ເມື່ອອາທິດກ່ອນ ມີຄົນງານລາວ 2 ຄົນ ໄດ້ເວົ້າ ຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ຄົນງານລາວຫຼາຍຄົນ ຖືກເຈົ້າໜ້າທີ່ ຕຳຣວດ ປ້ອມກວດຄົນ 3 ປ້ອມ ຮວມທັງປ້ອມ ເມືອງໜອງສູງ ແລະ ເມືອງຄຳສະອີ ແຂວງ ມຸກດາຫານ ຂອງໄທ ເກັບເງິນນໍາປ້ອມລະ 300 ບາດ ໂດຍບໍ່ ໃຫ້ສາ ເຫດ ແລະ ບໍ່ໃຫ້ໃບຮັບເງິນ ທັງໆທີ່ມີ ບັດເຫຼືອງ ຄື ບັດທີ່ໃຊ້ເຮັດວຽກ ແບບຖືກຕ້ອງຕາມກົດໝາຍ ໄດ້ຊົ່ວຄາວຢູ່ໄທ ແຕ່ເຈົ້າໜ້າທີ່ ກົມຄຸ້ມຄອງແຮງງານ ແລ້ວແມ່ນວ່າ ຜູ້ທີ່ມີ ບັດເຫຼືອງ ບໍ່ແມ່ນວ່າ ທາງການໄທ ຈະແຕະຕ້ອງ ອິຫຍັງບໍ່ໄດ້.
ປັຈຸບັນ ຄົນງານລາວ ທີ່ໄປເຮັດວຽກຢູ່ໄທ ແບບບໍ່ຖືກຕ້ອງຕາມກົດໝາຍ ມີທັງໝົດຫຼາຍກວ່າ 150,000 ຄົນ, ເຊີ່ງຈຳເປັນຕ້ອງໄດ້ ປະກອບ ເອກສານ ໃຫ້ຖືກຕ້ອງ ຕາມກົດໝາຍ ບໍ່ໃຫ້ກາຍທ້າຍ ເດືອນມິຖຸນາ ປີນີ້. ຄົນລາວ ໃນປະເທດໄທ ທີ່ບໍ່ມີໜັງສືເຮັດວຽກ ແຕ່ມີ ໜັງສືເດີນທາງຜ່ານແດນ ນັ້ນ, ຈະຕ້ອງກັບຄືນປະເທດ ເພື່ອຈົດທະບຽນແຮງງານ ໃຫ້ຖືກຕ້ອງ, ເຊີ່ງໃຊ້ເວລາ ປະມານ 90 ມື້ ໃນຣະຫວ່າງນັ້ນ ຈະບໍ່ສາມາດ ກັບມາເຮັດ ວຽກຢູ່ໄທໄດ້ ບໍ່ດັ່ງນັ້ນ ຈະຖືກໃໝ.