ຊາວລາວທີ່ຫວ່າງງານ ຊອກຫາວຽກ ຍາກ

ຄົນງານລາວ ຍັງຊອກຫາ ວຽກເຮັດງານທຳ ຍາກຢູ່ ໃນປັດຈຸບັນ ແລະ ຜູ້ປະກອບການ ທຸຣະກິຈ ກໍຈ້າງ ຄົນງານໜ້ອຍລົງ ໃນຂະນະທີ່ ການຣະບາດ ຂອງໂຄວິດ-19 ຍັງສືບຕໍ່.

ຄົນງານລາວ ຈຳນວນນຶ່ງ ທີ່ປະເທດໄທຍ ຕຽມເດີນທາງ ກັບບ້ານ ທີ່ປະເທດລາວ ພາຍຫຼັງ ທີ່ບໍ່ມີວຽກເຮັດ, ວັນທີ 31 ເດືອນມີນາ 2020. ເຈົ້າໜ້າທີ່ຣົດໄຟ ແຫ່ງປະເທດໄທຍ

ທາງດ້ານ ເຈົ້າໜ້າທີ່ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກ່າວວ່າ: ປັດຈຸບັນ ການຟື້ນຟູ ກິຈການ ຂອງບັນດາ ຜູ້ປະກອບການ ແລະ ການຈ້າງງານ ໃນແຕ່ລະແຂວງ ຍັງບໍ່ທັນ ມີຫຼາຍ ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ເຊິ່ງກົມຄຸ້ມຄອງ ແຮງງານ ກຳລັງ ຢູ່ລະຫວ່າງ ການຮີບໂຮມ ຂໍ້ມູນ ຫົວໜ່ວຍ ທຸຣະກິຈ ແລະ ລູກຈ້າງ ທີ່ໄດ້ຮັບ ຜົລກະທົບ ເພື່ອເປັນຖານຂໍ້ມູນ ໃນການສ້າງ ແຜນການຊ່ອຍເຫຼືອ ໃນຂັ້ນຕໍ່ໄປ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ດຽວນີ້ ພວກເຮົາ ກະຊິໄດ້ເຂົ້າໄປ ເພາະວ່າ ດຽວນີ້ຫັ້ນ ຊິເອົາ ຕາມລະບຽບ ມັນກໍ ບໍ່ໄດ້ເນາະ ອັນນີ້ ມັນກໍ ເນື່ອງຈາກວ່າ ສະພາບ ໂຄວິດ-19 ມັນກະທົ່ວປະເທດ ທົ່ວໂລກ ຫັ້ນແຫລະ ທີ່ເຮົາ ໄດ້ພົບພໍ້ ຫັ້ນນ່າ. ຈັ່ງຊັ້ນແລ້ວ ພວກເຮົາ ຈະມີວິທີການ ແນວໃດ ດຽວນີ້ ກໍຍັງເປັນ ບັນຫາຢູ່ ທີ່ເຮົາ ຕ້ອງໄດ້ ແກ້ໄຂນີ້.”

ທ່ານກ່າວຕື່ມວ່າ ປັດຈຸບັນ ກົມຄຸ້ມຄອງ ແຮງງານ ໄດ້ມີ ການຈັດ ຝຶກອົບຮົມ ອາຊີບ ໃຫ້ແກ່ ຄົນແຮງງານລາວ ທີ່ໄດ້ຮັບ ຜົລກະທົບ ຈາກການຫຼຸດ ຊົ່ວໂມງ ເຮັດວຽກລົງ ຫຼື ບໍ່ມີ ວຽກເຮັດງານທຳ ເປັນຕົ້ນ ຝືກການຕັດຍິບ, ການປຸງແຕ່ງ ອາຫານ, ຊ່າງໄຟຟ້າ ແລະ ຊ່າງສ້ອມແປງ ເຄື່ອງຈັກ. ແຕ່ຢ່າງໃດກໍຕາມ, ການຈັດ ອົບຮົມ ໃນເມືອງຕ່າງໆ ອາດມີ ຄວາມແຕກຕ່າງກັນ ຂຶ້ນຢູ່ກັບ ງົບປະມານ ຂອງແຕ່ລະເມືອງ.

ໃນຂນະດຽວກັນ, ພະນັກງານ ໃນພາກທຸຣະກິຈ ຮ້ານອາຫານ ຢູ່ນະຄອນຫຼວງວຽງຈັນ ຄົນນຶ່ງ ກ່າວວ່າ: ນັບຕັ້ງແຕ່ ປີກາຍມາ ເຈົ້າຂອງ ທຸຣະກິຈ ກໍໄດ້ເປີດ ທຸຣະກິຈ ໃນໄລຍະນຶ່ງ ແລະ ໄດ້ກັບມາ ເປີດບໍຣິການ ອີກຕື່ມ ເທື່ອນຶ່ງ ເມື່ອຕົ້ນປີ ທີ່ຜ່ານມາ. ແຕ່ເຂົາເຈົ້າ ກໍຫຼຸດຊົ່ວໂມງ ເຮັດວຽກ ຫຼື ມື້ເຮັດວຽກ ຂອງພະນັກງານ ລົງເຄິ່ງນຶ່ງ ຕາມທີ່ເປັນ ຂ່າວກ່ອນໜ້ານີ້, ດັ່ງທ່ານກ່າວວ່າ:

“ປົກກະຕິແລ້ວ ເຮົາຈະມາວຽກຫັ້ນ ເຕັມເດືອນເນາະ ແຕ່ວ່າ ດຽວນີ້ ເຮົາມາວຽກ ມີແຕ່ 15 ມື້ຊີ້ນ່າ. ເຮົາໄລ່ ເປັນມື້ເນາະ ເຈົ້າມາວຽກ ຈັກມື້ ກໍໄດ້ຕາມນັ້ນ. ສົມມຸດວ່າ ເງິນເດືອນ ເຈົ້າ 500 ກະເອົາມາ ຫານ 30 ມື້ ເຈົ້າກໍໄດ້ 5 ມື້. ມາ 10 ມື້ ເຈົ້າກໍໄດ້ 10ມື້ ຊີ້ນ່າ.”

ໃນຂະນະ ທີ່ພະນັກງານ ໃນພາກ ທຸຣະກິຈ ຮ້ານອາຫານ ຢູ່ ນະຄອນຫຼວງວຽງຈັນ ອີກຄົນນຶ່ງ ກໍຢືນຢັນວ່າ ປັດຈຸບັນ ລາວເອງ ກໍໄດ້ຫຼຸດຊົ່ວໂມງ ແລະ ມື້ເຮັດວຽກລົງ ແລະ ໄດ້ຄ່າຈ້າງ ໜ້ອຍລົງດ້ວຍ, ດັ່ງຍານາງ ກ່າວວ່າ:

“ວ່າ ປົກກະຕິ ເຮົາ ຈະເຮັດ ເຕັມເດືອນເນາະ ແຕ່ວ່າ ດຽວນີ້ ເຮົາຈະໄດ້ ເຮັດແຕ່ 15 ມື້. ຄ່າຈ້າງແຮງງານ ຫຼຸດລົງຫຼາຍໂອ.”

ທາງດ້ານເຈົ້າຂອງ ທຸຣະກິຈ ໂຮງແຮມ ຢູ່ນະຄອນ ຫຼວງພຣະບາງ ທ່ານນຶ່ງ ກໍກ່າວວ່າ ຕັ້ງແຕ່ ມີການແຜ່ຣະບາດ ຂອງໂຄວິດ-19 ເປັນຕົ້ນມາ ລາວເອງ ກໍໄດ້ເຊົາຈ້າງ ພະນັກງານ ຈຳນວນ 20 ຄົນແລ້ວ ແລະ ຍັງບໍ່ທັນມີ ແຜນການ ທີ່ຈະເປີດ ກິຈການ ຄືນອີກເທື່ອນຶ່ງ ແລະ ຍັງບໍ່ຮູ້ວ່າ ຈະກັບມາ ຈ້າງພະນັກງານ ອີກຫຼືບໍ່ ເພາະຕ້ອງໄດ້ ລໍຖ້າ ສະຖານະການ ໃຫ້ທຸກຢ່າງ ດີຂຶ້ນກ່ອນ ເທົ່ານັ້ນ, ດັ່ງທ່ານກ່າວວ່າ:

“ວ່າ ແຜນແທ້ ບໍ່ມີເທື່ອ. ກໍບໍ່ຮູ້ວ່າ ໂຄວິດ-19 ມັນຊິໝົດ ຍາມໃດ ຂ້ອຍຄິດວ່າ ໝົດປະເທດ ບໍ່ມີຜູ້ໃດ ມີແຜນການ ວ່າຊິເປີດ ຍາມໃດ ເຣື່ອງທຸຣະກິຈ ເພາະວ່າ ມັນບໍ່ມີແຂກ.”

ສ່ວນເຈົ້າຂອງ ທຸຣະກິຈ ໂຮງແຮມ ອີກທ່ານນຶ່ງ ກໍກ່າວວ່າ: ປັດຈຸບັນ ໂຮງແຮມ ຂອງລາວເອງ ກໍຍັງເປີດ ໃຫ້ບໍຣິການຢູ່ ແຕ່ຈຳເປັນ ຕ້ອງຫຼຸດຈຳນວນ ພະນັກງານລົງ ຈາກທີ່ເຄີຍ ຈ້າງ 35 ຄົນ ໃຫ້ເຫຼືອແຕ່ 15 ຄົນ ແລະ ຫຼຸດມື້ເຮັດວຽກ ເຫຼືອເຄິ່ງນຶ່ງ ແລະ ເປັນໄປບໍ່ໄດ້ເລີຍ ທີ່ຈະເປີດຮັບ ພະນັກງານ ເພີ່ມຕື່ມ, ດັ່ງທ່ານກ່າວວ່າ:

“ອ່າ ຈະເຮັດແບບນີ້ ຕໍ່ໄປ. ຍັງບໍ່ຮູ້ວ່າ ສະຖານະການ ຊິເປັນແບບໃດ. ຖ້າມັນດີຂຶ້ນ ແລ້ວ ຈະປັບປຸງ ເພີ່ມຕື່ມ. ຖ້າມັນແນວນີ້ໄປ ກໍຈະສ່ຳນີ້.”

ໃນວັນທີ 13 ສິງຫາ 2021 ອົງກອນ ແຮງງານສາກົນ International Labour Organization (ILO) ໄດ້ອອກ ບົດຣາຍງານ ເຣື່ອງການແຜ່ຣະບາດ ຂອງໂຄວິດ-19 ແລະ ຕລາດແຮງງານ ອ່າຊຽນ ທີ່ກ່ຽວຂ້ອງ ກັບຜົລກະທົບ ແລະ ນະໂຍບາຍ ການຕອບໂຕ້ ເຊິ່ງລະບຸວ່າ ການແຜ່ຣະບາດ ຂອງໂຄວິດ-19 ຕັ້ງແຕ່ ປີກາຍ ມາຮອດ ປັດຈຸບັນ ໄດ້ສົ່ງ ຜົລກະທົບ ຕໍ່ເສຖກິຈ ແລະ ຕລາດແຮງງານ ໃນອ່າຊຽນ ເຮັດໃຫ້ ຄົນງານ ມີຊົ່ວໂມງ ເຮັດວຽກ ແລະ ຄ່າແຮງງານ ຫຼຸດລົງ ເຊິ່ງຮ່ວມເຖິງ ປະເທດລາວດ້ວຍ.

ກ່ຽວກັບ ເຣື່ອງນີ້, ເຈົ້າໜ້າທີ່ ສິດທິ ແຮງງານລາວ ທີ່ບໍ່ຂຶ້ນກັບ ຣັຖບານລາວ ທ່ານນຶ່ງກ່າວວ່າ: ຣັຖບານລາວ ແລະ ພາກສ່ວນທຸຣະກິຈ ຈະຕ້ອງ ຮ່ວມມືກັນ ຊອກຫາ ແນວທາງ ໃນການແກ້ໄຂ ບັນຫາ ດັ່ງກ່າວ.

ສ່ວນທາງອົງກອນ ກໍຍັງບໍ່ທັນ ໄດ້ປະສານງານ ກ່ຽວກັບ ແນວທາງ ໃນການແກ້ໄຂ ບັນຫາດັ່ງກ່າວ ກັບໜ່ວຍງານ ກ່ຽວຂ້ອງ ຂອງຣັຖບານລາວເທື່ອ ຍ້ອນຍັງຢູ່ ໄລຍະ ລອ໊ກດາວ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ສິງຫານີ້ວ່າ:

“ມັນຂຶ້ນກັບ ຣັຖບານ ກັບພາກສ່ວນ ເອກະຊົນ (ທາງອົງການ). ບໍ່ໄດ້ສເນີເລີຍ ເພາະວ່າ ດຽວນີ້ ລາວ ຍັງຢູ່ໃນຊ່ວງ ລ໊ອກດາວຢູ່ ລ໊ອກດາວແລ້ວ ທຸຣະກິຈ ບາງອັນ ຂະເຈົ້າ ກໍຕ້ອງໄດ້ ຈັດສັນເວລາ ໃຫ້ພະນັກງານ ມາເຮັດວຽກ ຫັ້ນນ່າ.”

ອີງຕາມ ບົດຣາຍງານ ຂອງແຮງງານສາກົນ, ໃນປີ 2021 ໄດ້ລະບຸວ່າ ພາກພື້ນອ່າຊຽນ ໄດ້ຣາຍງານ ການສູນເສັຽ ຊົ່ວໂມງ ເຮັດວຽກ ຢູ່ທີ່ 6.1% ໃນໄຕຣມາດ ທຳອິດ ແລະ 6.2% ໃນໄຕຣມາດ ທີສອງ ສ່ວນໃນ ໄຕຣມາດ ທີ 3 ແລະ ທີ 4 ຂອງປີ ຄາດວ່າ ສະພາບ ຕລາດແຮງງານ ຈະຍັງບໍ່ດີຂຶ້ນ ເນື່ອງຈາກ ການແຜ່ຣະບາດ ໂຄວິດ-19 ໃນຮອບປັດຈຸບັນ ຍັງສືບຕໍ່ຢູ່.

ທາງດ້ານ ຜູ້ຊ່ອຍ ຜູ້ອຳນວຍການໃຫຍ່ ແລະ ຜູ້ອຳນວຍ ການພາກພື້ນເອເຊັຽ ແລະ ປາຊິຟິກ ຂອງອົງການ ແຮງງານສາກົລ ກ່າວວ່າ: ຈາກວິກິຕ ການຣະບາດ ຂອງໂຄວິດ-19 ໄດ້ສະແດງ ໃຫ້ເຫັນເຖິງ ຄວາມອ່ອນໄຫວ ທາງດ້ານເສຖກິຈ ແລະ ຕລາດແຮງງານ ຢູ່ໃນພາກພື້ນ ບັນດາ ປະເທດ ໃນອ່າຊຽນ ເຊິ່ງຈຳເປັນ ຕ້ອງຈັດຕັ້ງ ນະໂຍບາຍ ແລະ ແຜນການ ທີ່ສົ່ງເສີມ ຄວາມທົນທານ ໃຫ້ແກ່ ວິສາຫະກິຈ ຜູ້ອອກແຮງງານ ແລະ ທຸຣະກິຈ ພາກຄົວເຮືອນ.

ມາຮອດ ທ້າຍເດືອນ ພຶສພາ ປີ 2021 ບັນດາປະເທດ ອ່າຊຽນ ໄດ້ຮ່ວມກັນ ຈັດສັນ ງົບປະມານ ເກືອບ 16% ຂອງ GDP ມາໃຊ້ ໃນການກະຕຸ້ນ ເສຖກິຈ. ແຕ່ເຖິງຢ່າງໃດ ກໍຕາມ, ມັນຍັງມີ ຄວາມຈຳເປັນ ທີ່ຕ້ອງ ປະຕິບັດ ນະໂຍບາຍ ດ້ານການປ້ອງກັນ ທາງສັງຄົມ ການສນັບສນູນ ວິສາຫະກິຈ ການປ້ອງກັນ ແຮງງານ ແລະ ການໃຫ້ຄວາມສຳຄັນ ກັບ ຊັພຍາກອນມະນຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org