ຈະມີການສໍາຣວດຫີນປະດັບ ຢູ່ ຂ.ອັດຕະປື
2014.08.25

ແຂວງ ອັຕຕະປື ເຊັນ ບົດບັນທຶກ ຄວາມ ເຂົ້າໃຈ ອະນຸຍາດ ໃຫ້ ບໍຣິສັດ ເອກກະຊົນ ສຳຣວດ ຄວາມ ເປັນໄປໄດ້ ໃນການ ຂຸດຄົ້ນ ຫີນອ່ອນ ຫີນປະດັບ ຢູ່ເຂດ ພູກາງໂຮງ ບ້ານ ວັງແຄນ ເມືອງ ພູວົງ ເມື່ອ ວັນທີ 20 ສິງຫາ 2014 ນີ້. ປະຈຸບັນ ມີ ທັງໝົດ 8 ບໍຣິສັດ ທີ່ ຈະເລີ່ມ ສຳຣວດ ຫີນອ່ອນ ໃນໄວໆນີ້. ດັ່ງ ເຈົ້າໜ້າທີ່ ແຂວງ ອັຕຕະປຶ ກ່າວວ່າ:
"ສ່ວນຫລາຍນ ຂອງ ຕ່າງປະເທດ ໝົດ ມັນເປັນກຸ່ມ ຂອງ ແຕ່ລະ ບໍຣິສັດ ເນາະ ຖືວ່າຄື ຣັຖເຊັຽ ມັນກະມີ 3 ບໍຣິສັດ ເນາະ ສົມມຸດ ວ່າ ຫັ້ນນະ ເຂົ້າຮ່ວມໃນ ການຂຸດຄົ້ນ ນັ້ນ ຕ້ອງເສັຽ ໃຫ້ ແຂວງ ບໍຣິສັດ ນຶ່ງ 50 ພັນ ປາຍ ບໍ້".
ການສຳຣວດ ຈະໃຊ້ເວລາ 3 ເດືອນ ແຕ່ກໍຂຶ້ນ ຢູ່ກັບວ່າ ບ່ອນໃດ ມີ ຫີນອ່ອນ ແລະ ຫີນປະດັບ ຢູ່ຫລາຍ. ເມື່ອສຳຣວດ ແລ້ວ ກໍຈະ ສົ່ງບົດ ຣາຍງານ ກ່ຽວກັບ ການ ສຳຣວດ ເພື່ອ ຂໍ ສ້າງໂຮງງານ ໃນ ຂັ້ນຕໍ່ໄປ. ທ່ານກ່າວອີກວ່າ ຫາກ ສຳຣວດ ພົບວ່າມີ ຫີນອ່ອນ ຫລື ຫີນປະດັບ ຢູ່ໃນເຂດ ດິນ ຂອງ ປະຊາຊົນ ທາງ ບໍຣິສັດ ກໍ ມີສິດ ຂໍຂຸດຄົ້ນ ໃນເນື້ອທີ່ ດັ່ງກ່າວ ແຕ່ ຈະຕ້ອງມີ ການຈ່າຍ ຄ່າ ຊົດເຊີຍ ໃຫ້ແກ່ ປະຊາຊົນ ທີ່ ເປັນເຈົ້າຂອງ ທີ່ດິນ ແບບສົມເຫດ ສົມຜົລ.
ແຂວງ ອັຕຕະປື ສາມາດ ດຶງດູດ ການ ລົງທຶນໄດ້ ຫຼາຍ ນອກ ຈາກ ໂຄງການ ສຳຣວດ ຫີນອ່ອນ ແລະ ຫີນປະດັບ ແລ້ວ ຜ່ານມາ ກໍມີ ໂຄງການໃຫຽ່ ຄືໂຄງການ ສ້າງ ສນາມບິນ ຂອງ ບໍຣິສັດ ຮອງ ແອງ ຍາລາຍ ຈາກ ວຽດນາມ ທີ່ໃຊ້ທຶນ ກໍ່ສ້າງ 289 ຕື້ ກວ່າກີບ ຊຶ່ງ ການກໍ່ສ້າງ ຄືບໜ້າໄປ ແລ້ວ 70 ເປີເຊັນ.