ເງິນກີບຕົກຕໍ່າສິນຄ້າແພງຂຶ້ນ
ເງິນກີບ ລາວ ເຟີ້ ໃນ ຣະຍະ ຫົກເດືອນ ທີ່ ຜ່ານມາ ເຖິງ 6.27 ສ່ວນຮ້ອຍ ເຟີ້ ກວ່າ ຣະຍະ ເວລາ ດຽວກັນ ເມື່ອ ປີກາຍ ເຖິງ 1.32 ສ່ວນຮ້ອຍ.
-
ອະວາຣີ
2014-04-27 -
-
-
Your browser doesn’t support HTML5 audio
ເງິນກີບ ລາວ ເຟີ້ ໃນ ຣະຍະ ຫົກເດືອນ ທີ່ ຜ່ານມາ ເຖິງ 6.27 ສ່ວນຮ້ອຍ ເຟີ້ ກວ່າ ຣະຍະ ເວລາ ດຽວກັນ ເມື່ອ ປີກາຍ ເຖິງ 1.32 ສ່ວນຮ້ອຍ. ໜັງສືພິມ ທາງການ ຂອງ ລາວ ຣາຍງານ ເມື່ອປີກາຍ ເງິນລາວ ເຟີ້ພຽງ ແຕ່ 4.85 ສ່ວນຮ້ອຍ. ເງິນ ເຟີ້ ແປວ່າ ຣາຄາ ສິນຄ້າ ແພງຂຶ້ນ.
ສາເຫດ ໃຫ້ພາ ໃຫ້ເງິນກີບ ເຟີ້ ໃນຣະຍະ ຫ້າຫົກ ເດືອນ ທີ່ຜ່ານມາ ກໍແມ່ນ ຣາຄາ ອາຫານ ການກິນ ສູງຂື້ນ; ຕົວຢ່າງ ຣາຄາ ຊິ້ນງົວ ແລະ ຊິ້ນຄວາຍ ແພງຂື້ນ ເປັນ 80,000 ກີບ ຕໍ່ນຶ່ງ ກິໂລ ໃນຣະຍະ ສລອງ ບຸນປີໃໝ່ ລາວ ທີ່ຫາ ກໍ ຜ່ານມາ.
ເຫດການ ເງິນກີບ ເຟີ້ ໄດ້ເຮັດໃຫ້ຜູ້ມີ ຣາຍໄດ້ຕ່ຳ ໄດ້ຮັບ ຄວາມເດືອດຮ້ອນ. ຕາມຄ່າ ຄອງຊີບ ປັດຈຸບັນ ຜູ້ໄດ້ຮັບ ເງິນເດືອ ນບໍ່ເຖິງ ລ້ານ ກີບ ຈະບໍ່ສາມາດ ລ້ຽງກຸ້ມ ຕົນເອງ ໂດຍ ສະເພາະ ຢູ່ໃນເຂດ ນະຄອນ ຫລວງ ວຽງຈັນ.
ເຖິງຢ່າງໃດ ກໍດີ ໜັງສືພິມ ຊິນຫົວ ຂອງຈີນ ຣາຍງານ ວ່າ ເສຖກິດ ຂອງລາວ ກໍຂຍາຍ ຕົວຢູ່ ເຊັ່ນການ ສົ່ງອອກ ເພິ້ມຂື້ນ ເປັນ 1.1 ຕື້ ດອນລ່າ ສະຫະຣັຖ ເພິ້ມຂື້ນ 25 ສ່ວນຮ້ອຍ ໃນຣະຍະ ຫົກເດືອນ ທີ່ຜ່ານມາ ເມື່ອທຽບໃສ່ ຣະຍະ ເວລາ ດຽວກັນ ໃນປີກາຍ. ແຕ່ໃນ ຂະນະ ດຽວກັນ ເທດລາວຍັງ ກໍຍັງຂາດ ດູນການຄ້າ ຢ່າງໜັກ ຄືນັບແຕ່ ເດືອນຕຸລາ ປີກາຍ ຈົນເຖິງ ເດືອນ ມິນາ ປີນີ້ ລາວ ນຳເຂົ້າ ສິນຄ້າ ເຖິງ 1.9 ຕື້ ດອນລ່າ ແປວ່າ ລາວຂາດເຂີນດູນການຄ້າເຖິງ 800 ລ້ານດອນລ່າສະຫະຣັຖ. ລາວຂາດດູນການຄ້າ ແປວ່າ ລາວ ຊື້ສິນຄ້າ ຈາກ ຕ່າງປະເທດ ຫລາຍກວ່າ ສົ່ງ ສິນຄ້າ ອອກ. ເມື່ອເດືອນກ່ອນ ທະນາຄານ ໂລກ ຄາດຄະເນ ວ່າ ປີນີ້ ເສຖກິດ ຂອງລາວ ຈະ ຂຍາຍຕົວ ພຽງແຕ່ 7.3 ສ່ວນຮ້ອຍ; ແຕ່ ທາງການ ລາວ ຄາດວ່າ ຈະຂຍາຍ 7.8%.