ຄົນງານເຖື່ອນຈາກວຽດນາມຢູ່ ສວັນນະເຂດ
ຄົນງານ ວຽດນາມ ເຂົ້າມາ ເຮັດວຽກ ແບບ ບໍ່ມີໃບ ອະນຸຍາດ ໃນແຂວງ ສວັນນະເຂດ ເກືອບຮອດ 5 ພັນ ຄົນ.
-
ສິດນີ
2016-10-06 -
-
-
Your browser doesn’t support HTML5 audio
ປັດຈຸບັນ ມີຄົນງານ ວຽດນາມ ທີ່ເຮັດວຽກ ໂດຍບໍ່ມີ ອະນູຍາດ ຢູ່ແຂວງ ສວັນນະເຂດ ເກືອບຮອດ 5 ພັນຄົນ ທາງການແຂວງ ຈຳເປັນ ຕ້ອງໄດ້ກົດດັນ ໃຫ້ຄົນກຸ່ມນີ້ ກັບຄືນປະເທດ ເພື່ອບໍ່ໃຫ້ ມາຍາດວຽກ ຂອງຄົນງານລາວ ພາຍໃນແຂວງ. ດັ່ງ ເຈົ້າຫນ້າທີ່ ແຮງງານ ແຂວງ ສວັນນະເຂດ ຜູ້ບໍ່ປະສົງ ອອກຊື່ ທ່ານນື່ງ ເວົ້າຕໍ່ ເອເຊັຽ ເສຣີ ໃນວັນທີ 6 ຕຸລາ ນີ້ວ່າ:
"ສ່ວນຫລາຍເຂົາ ເຂົ້າມາແບບໃຊ້ ປັສປອດ ຫລື ແບບຄ້າຍໆ ບໍເດີປາສ ເຂົ້າມາແລ້ວ ຫລີ້ຊ່ອນ ສະຖິຕິ ທີ່ວ່າເຮົາ ເກັບກຳໄດ້ ຕົ້ນເດືອນ 9 ນີ້ 2,333 ຄົນ ສະເພາະທີ່ ຂື້ນທະບຽນເດ ແລະ ບັດນີ້ ສະເພາະ ທີ່ບໍ່ຂື້ນ ທະບຽນ ເກັບກຳ ສະຖິຕິ ໄດ້ 4 ພັນປາຍ".
ທ່ານກ່າວຕື່ມວ່າ ການລັກລອບ ເຂົ້າມາຂອງຄົນ ງານວຽດນາມ ນີ້ມີມາ ແຕ່ດົນແລ້ວ ຂະເຈົ້າເຂົ້າມາ ແບບ ນັກທ່ອງທ່ຽວ ຜ່ານດ່ານ ລາວບາວ ຫລັງຈາກນັ້ນ ກໍລັກເຮັດວຽກ ຕາມບ່ອນທີ່ ຕ້ອງການ ຄົນງານ. ທີ່ຜ່ານມາ ທາງການແຂວງ ກໍບໍ່ຄ່ອຍ ເອົາໃຈໃສ່ ປານໃດ ຍ້ອນວ່າ ວຽກທີ່ ຂະເຈົ້າເຮັດນັ້ນ ເປັນວຽກ ກໍ່ສ້າງ ເຮັດຮ້ານ ອາຫານ ແລະ ຄາຣາໂອເຄະ ສ່ວນຫຼາຍ ຄົນລາວ ບໍ່ເຮັດ.
ແຕ່ໃນລະຍະ ຫລັງໆມານີ້ ຄົນວຽດນາມ ແຮ່ງພາກັນ ເຂົ້າມາຫຼາຍຂຶ້ນ ເຮັດວຽກ ແລະ ດຳເນີນ ທຸຣະກິດ ທຸກຢ່າງ ທີ່ຄົນລາວ ເຮັດ ທາງການແຂວງ ຈື່ງມີການ ເຂັ້ມງວດ ກວ່າເກົ່າ ແລະ ຫຼາຍຄົນ ກໍຖືກສົ່ງ ກັບຄືນ ວຽດນາມ:
"ສ່ວນຫລາຍນີ້ ເຂົາມາແບບວ່າ ເປີດອູ່ສ້ອມຣົດ ເຮັດ ຮ້ານອາຫານ ເຮັດເສີມສວຍ ເວົ້າງ່າຍໆແຫຼະ ເຂົາມາເຮັດ ໃຫ້ການ ທຳມາຫາກີນ ຂອງຄົນລາວ ເຮົາບໍ່ໄດ້ ເຕັມເມັດ ເຕັມຫນ່ວຍ ເພາະວ່າ ເຣື້ອງ ການຄ້າຂາຍ ເຂົານີ້ ຄືວຽດນາມ ນີ້ສົມມຸດວ່າ ຮ້ານຄົນລາວ ເຮົາຂາຍ ຢ່າງນ້ອຍ 5 ພັນ ແຕ່ຄົນວຽດນາມ ຈະຂາຍສອງພັນ ຫລື ສາມພັນ ມັນຕິດ ຣາຄາ ຂອງຄົນລາວ ເຮົາລົງ".
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ທາງການ ໄດ້ກົດດັນໃຫ້ກັບ ປະເທດແລ້ວ ກວ່າ 1 ພັນຄົນ ສ່ວນເຫລືອ ປະມານ 3 ພັນກວ່າຄົນ ກຳລັງ ຢູ່ໃນການ ສືບສວນ ຢູ່.