ຂ.ຫຼວງນໍ້າທາກວດກາຣົດ ເຖື່ອນ

ມະນີຈັນ
2015.08.06
F-car ແຂວງ ຫລວງນໍ້າທາ ເລັ່ງກວດກາ ຍານ ພາຫະນະ ທີ່ນຳເຂົ້າ ບໍ່ຖືກຕ້ອງ
RFA/VD

ແຂວງ ຫຼວງນໍ້າທາ ເລັ່ງ ກວດກາ ຍານ ພາຫະນະ ທີ່ ນຳເຂົ້າ ບໍ່ຖືກຕ້ອງ ຕາມ ຣະບຽບ ກົດໝາຍ, ປັດຈຸບັນ ຣົດ ດັ່ງກ່າວ ມີຢູ່ ກວ່າ 500 ຄັນ ພາຍໃນ ແຂວງ.

ຫລັງຈາກ ກະຊວງ ການເງິນ ອອກ ແຈ້ງການ ເລກທີ 2070/ກງ ລົງວັນທີ 25 ມິຖຸນາ 2015, ແລະ ຂໍ້ຕົກລົງ ຂອງ ເຈົ້າແຂວງ ເລກທີ 339/ຈຂ, ກໍຍັງມີ ຣົດ ນຳເຂົ້າ ທີ່ ບໍ່ ຖືກຕ້ອງ ຕາມ ຣະບຽບ ກົດໝາຍ ຫຼາຍເຖິງ 70 ສ່ວນຮ້ອຍ ຂອງ ຣົດ ທັງໝົດ ພາຍໃນ ແຂວງ.

ທ່ານ ກອນແສງ ຄັນທະວົງ ຮອງ ຜແນກ ການເງິນ ແຂວງ ຫຼວງນ້ຳທາ, ແລະ ທັງເປັນ ຄນະ ສະເພາະກິດ ກວດກາ ຣົດ ທີ່ ບໍ່ມີ ເອກກະສານ ຖືກຕ້ອງ, ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຈັ່ງຊັ້ນລະ ສະພາບ ການນໍາເຂົ້າ ຣົດ ນີ້ ຈະເຫັນວ່າ ການຊື້ຂາຍ ຣົດໃຫຍ່ ຣົດຈັກ ເນາະ, ທີ່ ບໍ່ຖືກຕ້ອງ ຫັ້ນ ເອີ ເຫັນວ່າ ຢູ່ພາຍໃນ ແຂວງ ຫຼວງນໍ້າທາ ຖືວ່າ ມີ ຈໍານວນ ຫຼວງຫຼາຍ ເນາະ ມີ ທ່າອ່ຽງ ເພີ້ມຂຶ້ນ, ຖືວ່າ ມາເບິ່ງ ຕາມ ສະຖິຕິ, ທີ່ວ່າ ພວກເຮົາ ມີຂໍ້ມູນ ນັ້ນເນາະ, ທີ່ວ່າ ເຂົາເຈົ້າ ມາແຈ້ງ ຫັ້ນນ່າ ມີຫຼາຍ ສົມຄວນ ທີ່ ບໍ່ທັນມາ ແຈ້ງ ນໍາຄນະ ສະເພາະກິດ ຫັ້ນນ່າ".

ອີງຕາມ ສະຖິຕິ ຂອງ ໜ່ວຍ ສະເພາະກິດ, ທີ່ເຮັດໃຫ້ ວຽກ ກວດກາ ຣົດ ທີ່ ບໍ່ຖືກ ກົດໝາຍ, ມີຣົດ ກວ່າ 500 ຄັນ ຢູ່ພາຍໃນ ແຂວງ ແລະ ຜູ້ທີ່ມີ ຣົດ ບໍ່ຖືກ ຣະບຽບ ການ, ສ່ວນຫຼາຍ ແມ່ນ ພະນັກງານ-ຣັຖກອນ,ທະຫານ, ຕຳຣວດ. ຣົດ ເຫລົ່ານັ້ນ ສ່ວນຫລາຍ ແມ່ນ ຣົດ ເກັງ ມາແຕ່ ໄທ.

ວິທີການ ລັກລອບ ແມ່ນ ຂົນຂ້າມ ທາງເຮືອ, ສ່ວນທີ່ ມາຈາກ ຈີນ ສ່ວນຫລາຍ ແມ່ນ ຣົດເກັງ ຜ່ານ ເຂົ້າມາ, ທາງ ດ່ານ ຊາຍແດນ ຕິດກັບ ຈີນ. ຫລັງຈາກ ຂົນເຂົ້າມາ ແລ້ວ ກໍ່ໄປເຮັດ ເອກກະສານ ແລະ ທະບຽນ ປອມ, ໄດ້ຈ່າຍ ໜ້ອຍພຽງ ຄັນລະ 10 ຫາ 15 ລ້ານ ກີບ ຕ່ຳກວ່າ ການເສັຍ ໃຫ້ ຣັຖ ຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.