ທາງການຍຶດໄມ້ເຖື່ອນ
ໃນ 3 ເດືອນ ຜ່ານມາ ທາງການລາວ ຍຶດໄມ້ ທີ່ ຜິດກົດໝາຍ ໄດ້ເປັນເປັນ ຈໍານວນ ຫຼວງຫຼາຍ ຢູ່ແຂວງ ສະຫວັນນະເຂດ
-
ມະນີຈັນ
2016-08-14 -
-
-
Your browser doesn’t support HTML5 audio
ໄມ້ທ່ອນ ຜິດກົດໝາຍ ຈໍານວນ ຫຼວງຫຼາຍ ຖືກ ທາງການ ຍຶດໄດ້ ຢູ່ແຂວງ ສະ ຫວັນນະເຂດ ໃນຣະຍະ 3 ເດືອນຜ່ານມາ ຫລັງຈາກ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ໄດ້ອອກ ຄໍາສັ່ງ ໃຫ້ປາບປາມ ການຕັດໄມ້ ຜິດກົດໝາຍ.ຂ່າວ ວຽງຈັນທາມ ຣາຍງານວ່າ, ໄມ້ທ່ອນ ຜິດກົດໝາຍ ຖືກຍຶດໄດ້ ທີ່ດ່ານ ຊາຍແດນ ສາກົລ ແດນສະຫວັນ-ລາວບາວ ພາຍຫລັງ ທີ່ ເຈົ້າໜ້າທີ່ ກວດ ຣົດຂົນສົ່ງ ທີ່ ພຍາຍາມ ແລ່ນຂ້າມ ຊາຍແດນ ໄປ ວຽດນາມ 2 ຄັ້ງ.
ການຍຶດໄມ້ໄດ້ ຄັ້ງທໍາອິດ ແມ່ນ ໃນວັນທີ 29 ກໍຣະກະດາ ເມື່ອ ເຈົ້າໜ້າທີ່ ກວດຣົດຂົນສົ່ງ ເຄື່ອງໄມ້ ເພື່ອນຳໄປ ວາງ ສະແດງ ຢູ່ ເມືອງດານັງ ປະເທດ ວຽດນາມ. ໃນນັ້ນ ເຈົ້າໜ້າທີ່ ບໍ່ພຽງແຕ່ ກວດເບິ່ງ ເອກສານ ຂົນສົ່ງເຄື່ອງຂອງ ເທົ່ານັ້ນ ແຕ່ຫາກຍັງ ໄດ້ສັ່ງໃຫ້ ພວກພໍ່ຄ້າ ທີ່ນໍາ ເຄື່ອງໄປນັ້ນ ອອກຈາກຣົດ ແລ້ວກວດພົບ ໄມ້ ທີ່ບໍ່ມີ ເອກສານ 9.1 ແມັຕກ້ອນ ຊຶ່ງ ຊຸກເຊື່ອງໄວ້.
ພ້ອມກັນນັ້ນ ກໍຍັງພົບ ໂຖດອກໄມ້ ທີ່ເຮັດດ້ວຍ ໄມ້ ແລະ ໄມ້ທ່ອນ ແປຮູບ ຜິດກົດໝາຍ ທັງໝົດ 396 ກິໂລ ນໍາອີກ. ແລະ ເມື່ອວັນທີ 2 ສິງຫາ ນີ້ ເຈົ້າໜ້າທີ່ ກໍໄດ້ຍຶດໄມ້ ເກດສນາ ທີ່ບໍ່ມີ ເອກສານ 34 ທ່ອນ ໜັກ 450 ກິໂລ ທີ່ຖືກ ຊຸກເຊື່ອງ ໄວ້ ໃນຣົດເມ ໄປວຽດນາມ ຢູ່ດ່ານ ຊາຍແດນສາກົລ ແດນສະຫວັນ-ລາວບາວ ນັ້ນອີກ.ກ່ຽວກັບ ການຍຶດ ໄມ້ ຜິດກົດໝາຍ ໄດ້ນັ້ນ ທ່ານ ຄໍາລວຍ ຍາດຕິວົງ ຫົວໜ້າ ຂແນງ ກະສິກັມ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ເວົ້າວ່າ ເປັນຜົນຈາກ ຄວາມເຂັ້ມແຂງ ຂອງ ທາງການ ໃນການ ປາບປາມ ການຕັດໄມ້ ຜິດກົດໝາຍ ໃນລາວ.