ໄມ້ເຖື່ອນຖືກຍຶດຢູ່ດ່ານ ບ້ານມອມ
ເຈົ້າໜ້າທີ່ ດ່ານ ບ້ານມອມ ເມືອງສິງ ແຂວງຫລວງນ້ຳທາ ຍຶດໄມ້ເຖື່ອນ ເກືອບ 4,000 ແມັດກ້ອນ.
-
ອຸ່ນແກ້ວ ສຸກສະຫວັນ
2017-08-10 -
-
-
Your browser doesn’t support HTML5 audio
ໃນຕົ້ນເດືອນກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ຕຳຣວດ ດ່ານບ້ານມອມ ເມືອງສິງ ແຂວງຫລວງນ້ຳທາ ໄດ້ຢຶດໄມ້ ເກືອບ 4 ພັນແມັດກ້ອນ ແລະ ຈັບຜູ້ຕ້ອງ ສົງໃສໄດ້ 6 ຄົນ ທີ່ ເປັນຄົນລາວ 4 ຄົນ ແລະ ຄົນຈີນ 2 ຄົນ ໃນຂນະທີ່ກຳລັງ ລັກລອບ ຂົນໄມ້. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນ້ຳທາ ທ່ານນຶ່ງໄດ້ ກ່າວວ່າ:
ຕຳຣວດ ຕມ ສົມທົບກັບກອງກວດກາ ປະຈຳດ່ານບ້ານມອມ ອັນນີ້ ຂະເຈົ້າຢຶດໄດ້ເນາະ 3,934 ແມັດກ້ອນ ລະແມ່ນມອບໃຫ້ອັນ ຄນະ ສະເພາະກິດ ຂັ້ນແຂວງ ແລ້ວດຽວນີ້ ກຳລັງເກັບກຳ ຂໍ້ມູນ ດຳເນີນຄະດີ ຢູ່ນະ ເຈົ້າໆ ແມ່ນລະຈຳນວນ 6 ຄົນຖືກເອົາກັກຂັງ ຢູ່ຄ້າຍ ດັດສ້າງ".
ຜູ້ຖືກຈັບທີ່ເປັນຄົນລາວທັງໝົດ ອາໃສຢູ່ເມືອງສິງ ແລະ ຄົນຈີນອີກສອງຄົນ ອາໃສຢູ່ແຂວງຕິດກັນກັບ ຫຼວງນ້ຳທາ. ປັດຈຸບັນເຈົ້າໜ້າທີ່ ສືບສວນສອບສວນ ໄດ້ກັກຂັງ ຜູ້ຕ້ອງຫາ ເຫລົ່ານັ້ນ ຢູ່ຄ້າຍດັດສ້າງ ແຂວງຫລວນ້ຳທາ ເພື່ອສືບສວນ ສອບສວນ ອີກຫລາຍອາທິດ ເພາະຄົນຈີນ ອີກສອງຄົນ ເວົ້າພາສາລາວ ບໍ່ໄດ້.
ນອກຈາກນີ້ ໃນເດືອນມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ ດ່ານບໍ່ເຕັນ ໄດ້ຈັບຢຶດ ລົດໄມ້ 8 ຄັນ, ແຕ່ບໍ່ມີການເປີດເຜີຍ ຈຳນວນໄມ້ ແລະໃນ ເດືອນພືສພາ ເຈົ້າໜ້າທີ່ ອົງການກວດກາ ຣັຖບານ ກໍສາມາດຢຶດຣົດໄມ້ ທີ່ຜິດກົດໝາຍໄດ້ 27 ຄັນຢູ່ດ່ານພູເກືອ ເມືອງພູວົງ ແຂວງ ອັດຕະປື, ແຕ່ຈົນມາເຖີງ ປັດຈຸບັນ ກໍຍັງບໍ່ສາມາດ ສະຫລຸບຈຳນວນໄມ້ ທີ່ຢຶດໄດ້.