ໄມ້ເຖື່ອນຈາກຊຽງຂວາງ ໄປ ວຽດນາມ ຖືກຈັບ
2014.08.21

ເຈົ້າໜ້າທີ່ ກວດກາ ປ່າໄມ້ ໄດ້ຈັບກຸມ ພວກ ລັກຕັດໄມ້ ທັງຍຶດໄມ້ ໄດ້ ຫຼາຍຊນິດ ຮວມທັງ ໄມ້ ຫວງຫ້າມ ຢູ່ ບໍຣິເວນ ຊາຍແດນ ລາວ-ວຽດນາມ ໃນ ແຂວງ ຊຽງຂວາງ ເມື່ອ ຕົ້ນເດືອນ ສິງຫາ ນີ້ ພາຍຫລັງທີ່ ພວກເຂົາເຈົ້າ ໄດ້ລັກຕັດ ແລະ ກໍາລັງ ຂົນໄມ້ ຂ້າມ ຊາຍແດນ ໄປ ວຽດນາມ. ດັ່ງ ເຈົ້າໜ້າທີ່ ແຂວງ ຊຽງຂວາງ ເວົ້າວ່າ:
"ໄມ້ຫວງຫ້າມ ໄມ້ດູ່ ໄມ້ຂະຍູງ ໄປແບບ ຊັ້ນຫັ້ນນ່າ ພາຍຫລັງທີ່ ເຮົາມີການ ດໍາເນີນ ຄະດີ ແລ້ວນີ້ ເຮົາກໍໄດ້ ຂຶ້ນບັນຊີ ແລ້ວ ມອບໃຫ້ ຜແນກ ອຸດສາຫະກັມ ການຄ້າ ແຂວງ ພຸ້ນແຫລະ ເປັນຜູ້ ຊື້-ຂາຍ".
ທ່ານກ່າວ ຕໍ່ໄປວ່າ ເຈົ້າໜ້າທີ່ ໄດ້ກວດພົບໄມ້ ດັ່ງກ່າວ ຢູ່ ເມືອງໝອກ ຈໍານວນ 4,700 ແມັດກ້ອນ ຄິດເປັນມູນຄ່າ ຫຼາຍກວ່າ 45 ຕື້ ກີບ. ໄມ້ທີ່ວ່ານີ້ ຖືກ ບໍຣິສັດ ທີ່ໄດ້ຮັບ ສໍາປະທານ ຕັດໄມ້ ຈາກທາງການ ແຂວງ ນັ້ນຕັດ ໂດຍທີ່ຍັງ ບໍ່ທັນໄດ້ ຮັບການ ອະນຸມັດ ຈາກ ຣັຖບາລ ລາວ. ຖືວ່າຜິດ ກົດໝາຍ. ທ່ານວ່າ ການ ຈັບ ບໍຣິສັດ ລັກຕັດໄມ້ ໄດ້ຄັ້ງນີ້ ແມ່ນໄດ້ ຮັບຂໍ້ມູນ ຈາກ ປະຊາຊົນ ທີ່ໄດ້ ໂທຣະ ຊັບ ສາຍດ່ວນ ບອກໃຫ້ຮູ້ ແລ້ວ ກະຊວງ ກະສິກັມ ແລະ ປ່າໄມ້ ຈຶ່ງສົ່ງ ເຈົ້າໜ້າທີ່ ຂອງຕົນ ໄປກວດກາ, ຍຶດໄມ້ ແລະ ຈັບ ຜູ້ຕ້ອງຫາ.
ປັດຈຸບັນ ການລັກຕັດໄມ້ ຢູ່.ລາວ ຍັງມີຫຼາຍ ຈົນໜ້າເປັນ ຫ່ວງ ເຖິງແມ່ນວ່າ ທາງການລາວ ຈະໄດ້ ປາບປາມ ຂະບວນ ລັກຕັດໄມ້ ນັ້ນກໍຕາມ. ທີ່ຜ່ານມາ ອົງການ ສິ່ງ ແວດລ້ອມ EIA ເຄີຍໄດ້ ຣາຍງານວ່າ ຂະບວນ ລັກຕັດໄມ້ ຜິດກົດໝາຍ ຢູ່ ສປປ ລາວ ນັ້ນມີສ່ວນ ພົວພັນ ກັບ ເຈົ້າໜ້າທີ່ ຣະດັບສູງ ທັງຂອງ ປະເທສລາວ ແລະ ປະເທສ ວຽດນາມ.