ລາວ-ວຽດນາມຈະປາບ ໄມ້ເຖື່ອນ

ມະນີຈັນ
2015.08.20
F-logs ການຕັດໄມ້ ແບບຜິດ ກົດໝາຍ ຢູ່ລາວ ແລ້ວສົ່ງໄປ ປະເທດ ວຽດນາມ
RFA

ການຕັດໄມ້ ທີ່ ຜິດ ກົດໝາຍ ຢູ່ລາວ ແລ້ວ ສົ່ງໄປ ປະເທດ ວຽດນາມ, ເປັນສິ່ງ ທີ່ທ້າທາຍ ສໍາລັບ ເຈົ້າໜ້າທີ່ ຂອງ ທັງສອງ ປະເທດ ເຖີງວ່າ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ທັງສອງຝ່າຍ ໄດ້ ພຍາຍາມ ຮ່ວມມືກັນ ສະກັດກັ້ນ ກໍຕາມ.

ໃນ ວັນທີ 11 ສິງຫາ ຜ່ານມານີ້ ກົມກວດກາ ໄມ້ລາວ ແລະ ກົມ ປ້ອງກັນ ປ່າໄມ້ ວຽດນາມ, ໄດ້ມີຂໍ້ ຕົກລົງ ຮ່ວມ ກັນ 11 ຂໍ້, ຊຶ່ງ ຖືເປັນແຜນ ປະຕິບັດ ງານ ຮ່ວມກັນ.

ທ່ານ ທອງພັນ ລັດຕະນະລັງສີ ຮອງ ຫົວໜ້າ ກົມກວດກາ ປ່າໄມ້, ກະຊວງ ກະສິກັມ ແລະ ປ່າໄມ້ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ອັນນີ້ ພວກເຮົາ ກໍເພື່ອ ມາສ້າງແຜນ ຈັດຕັ້ງ ປະຕິບັດ ຮ່ວມກັນ ໃນ ແຕ່ລະປີ, ອັນໃດ ທີ່ ພວກເຮົາ ເຮັດໄດ້ ອັນໃດ ທີ່ ທາງ ວຽດນາມ ເຮັດໄດ້ ແລະ ພວກເຮົາ ກໍມາ ແລກປ່ຽນ ກັນ. ໃນ ແຕ່ລະປີ. ພວກເຮົາ ກໍໄດ້ ວາງແຜນ ຈັດຕັ້ງ ປະຕິບັດ ຮ່ວມກັນ ປີນີ້ ພວກເຮົາ ກໍໄດ້ບັນລຸ.

ໃນນັ້ນ ວຽກງານ ທີ່ ສໍາຄັນ ຄື, ການບັງຄັບ ໃຊ້ ກົດໝາຍ ໃນການ ສະກັດກັ້ນ ການຄ້າ ຂາຍໄມ້ ທີ່ ຜິດ ກົດໝາຍ, ໂດຍໃຫ້ ເຈົ້າໜ້າທີ່ ປະຕິບັດ ກົດໝາຍ ເຂົ້າມາ ມີ ບົດບາດ ເປັນຕົ້ນແມ່ນ ເຈົ້າໜ້າທີ່ ຕໍາຣວດ, ພາສີ ແລະ ທະຫານ.

ນອກຈາກ ນັ້ນ ທັງສອງ ກົມ ຍັງໄດ້ ຊຸກຍູ້ ໃຫ້ ແຂວງ ທີ່ ມີຊາຍແດນ ຕິດກັນ, ຣະຫວ່າງ ລາວ ແລະ ວຽດນາມ ເຊັນ ບົດບັນທຶກ ຮ່ວມມື ກັນ ໃນ ວຽກງານ ປ່າໄມ້ ແລະ ສັດນໍ້າ ສັດປ່າ, ຊຶ່ງ ທັງສອງ ຝ່າຍ ມີແຜນຈະ ປະຕິບັດ ໃຫ້ໄດ້ 10 ແຂວງ ແລະ ທີ່ຜ່ານມາ ກໍ ປະຕິບັດ ໄດ້ ສອງ ແຂວງ ແລ້ວ ຄື, ຫົວພັນ ຂອງ ລາວ ກັບ ແທງຮົວ ຂອງ ວຽດນາມ, ບໍຣິຄໍາໄຊ ກັບ ຮາຕິງ.

ເຖີງຢ່າງໃດ ກໍດີ, ການ ຕັດໄມ້ ສົ່ງອອກໄປ ປະເທດ ວຽດນາມ ຍັງມີ ຢ່າງ ແຜ່ຫຼາຍ ໃນ ປະເທດລາວ ເຖິງວ່າ ຣັຖບານ ລາວ ຈະມີ ຄໍາສັ່ງ ໃຫ້ຢຸດ ສົ່ງໄມ້ທ່ອນ ອອກ ກໍຕາມ ຍ້ອນວ່າ ມີຄອບຄົວ ຂອງ ການນໍາ ຂອງ ລາວ ບາງທ່ານ ເຂົ້າໄປ ກ່ຽວພັນ ໃນເລື້ອງນີ້, ໂດຍສະເພາະ ຢູ່ ແຂວງ ພາກໃຕ້ ຂອງລາວ ແລະ ເຈົ້າໜ້າທີ່ ຕໍາຣວດ ກໍບໍ່ ສາມາດ ສະກັດກັ້ນ ໄດ້. ອີງຕາມ ການບອກເລົ່າ ຂອງ ປະຊາຊົນ ຜູ້ນຶ່ງ ທີ່ເຄີຍ ເຮັດວຽກ ຢູ່ ໃນເຂດ ສໍາປະທານ ຕັດໄມ້ ຢູ່ ແຂວງ ອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.