ຄົນງານລາວຢູ່ໄທຕ້ອງມີ ໜັງສື ຖືກຕ້ອງ

ຄົນງານລາວ ທີ່ບໍ່ມີ ໜັງສື ເຮັດວຽກ ຢ່າງຖຶກຕ້ອງ ໃນໄທ ຕ້ອງກັບຄືນ ປະເທດ ເພື່ອ ຈົດທະບຽນ ໃຫ້ຖືກຕ້ອງ

ແຮງງານລາວ ຮັບຟັງການອົບຮົມ ເຣື່ອງການເຂົ້າມາເຮັດວຽກໃນໄທ ໃຫ້ຖືກຕ້ອງຕາມກົມໝາຍ Screen captured from RFA VDO

ຄົນງານລາວໃນໄທ ທີ່ບໍ່ມີຫນັງສື ເຮັດວຽກແຕ່ມີຫນັງສືເດີນທາງ ຫລື Passport ນັ້ນຈະຕ້ອງກັບຄືນປະເທດ ເພື່ອຈົດທະບຽນແຮງງານ ໃຫ້ຖືກຕ້ອງ ຊຶ່ງຕ້ອງໃຊ້ເວລາປະມານ 90 ມື້ແລະໃນຣະຫວ່າງດໍາເນີນການຢູ່ນັ້ນ ຈະບໍ່ສາມາດກັບມາເຮັດວຽກ ໃນໄທໄດ້, ຖ້າບໍ່ດັ່ງນັ້ນ ຈະຖືກປັບໃຫມ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຕາມຄໍາເວົ້າຂອງທ່ານ ສຸຊິນ ພິ່ງປະເສິດ ປະທານບໍຣິສັດ ນໍາເຂົ້າແຮງງານຕໍ່ RFA ໃນມື້ວັນທີ  27 ທັນວາ ນີ້:

“ທ່ານວ່າຕາມທີ່ກົດໝາຍກໍານົດ ມັນບໍ່ທັນແລ້ວ ບໍ່ໝາຍເຖິງວ່າມັນກໍານົດຫານອະນຸໂລມ ເຖິງວັນທີ 31 ທັນວາ ນີ້ເພາະສະນັ້ນກຸ່ມທີ່ຍັງ ບໍ່ໄດ້ຈັບຄູ່ ກຸ່ມນີ້ບໍ່ສາມາດ ຢູ່ປະເທດໄທໄດ້ ຫຼືກກຸ່ມທີ່ເປັນຄົນລາວ ຫຼືກັມພູຊາ ທີ່ມີ passport ທ່ອງທ່ຽວເຂົ້າມາກໍບໍ່ ສາມາດເຮັດວຽກ ໄດ້ຕ້ອງກັບຄືນຢ່າງດຽວ.”

ທ່ານວ່າ ສໍາລັບຜູ້ທີ່ຈະຕ້ອງກັບຄືນປະເທດ ຂອງເຂົາເຈົ້າ ພາຍໃນວັນທີ່ 31 ທັນວານີ້ ມີຢູ່ 3 ກຸ່ມ ຄື:

-ກຸ່ມທີ່ບໍ່ມີຫນັງສືຫຍັງເລີຍ,

-ກຸ່ມທີ່ບໍ່ໄດ້ຂື້ນໃບຈັບຄູ່ ຫຼືຂື້ນທະບຽນກັບນາຍຈ້າງ ໂດຍມີນາຍຈ້າງເຊັນຮັບຮອງ.

-ແລະກຸ່ມທີ່ມີແຕ່ໜັງສື ເດີນທາງ ເຂົ້າມາແບບນັກທ່ອງທ່ຽວ ແຕ່ລັກເຮັດວຽກ.

ຫາກຄົນງານລາວທັງ 3 ກຸ່ມນີ້ຍັງບໍ່ກັບ, ທັງຄົນລາວແລະນາຍຈ້າງ ຈະຖືກດໍາເນີນຄະດີ ຕາມກົດຫມາຍແຮງງານ ສະບັບໃໝ່ຂອງໄທ ຄື; ປັບໃຫມ 4 ແສນ ຫາ 8 ແສນບາດ. ສ່ວນໃນຂັ້ນຕອນ ການດໍາເນີນການ ຂອງຄົນງານທັງ 3 ກຸ່ມທີ່ຈະຕ້ອງກັບ ປະເທດນັ້ນ ທ່ານ ສຸຊິນ ວ່າຕ້ອງໃຊ້ເວລາ 90 ມື້ ໃນການດໍາເນີນການ ຍ້ອນມີຫລາຍຂັ້ນຕອນ ຄື: ຄົນງານຕ້ອງ ໄປຂື້ນທະບຽນ ເປັນແຮງງານທີ່ ກົມຈັດຫາງານ ໃນແຂວງຂອງຕົນເສັຍກ່ອນ ຈາກນັ້ນກໍໄປຂຶ້ນທະບຽນ MOU ເພື່ອວ່າຜູ້ໃດບໍ່ມີນາຍຈ້າງ ທາງກົມຈະເປັນຜູ້ຫາໃຫ້ ສໍາລັບຜູ້ທີ່ມີນາຍຈ້າງ ຢູ່ໄທ ແລ້ວນັ້ນຕ້ອງເອົາໜັງສືຮັບຮອງ ຈາກນາຍຈ້າງ ແຈ້ງຕໍ່ເຈົ້າໜ້າທີ່ລາວ ເພື່ອດໍາເນີນການຕາມຂັ້ນຕອນ.

ກ່ຽວກັບເຣື້ອງນີ້ທາງ RFA ໄດ້ຕິດຕໍ່ ໄປຍັງກະຊວງແຮງງານຂອງລາວ ແຕ່ເຈົ້າໜ້າທີ່ ບໍ່ສດວກໃຫ້ຄໍາເຫັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org