ອາກອນນໍາໃຊ້ເນັຕຢູ່ລາວ ແພງ

ສະມາຄົມ ໄອຊີທີ ລາວ ສເນີໃຫ້ ຣັຖບາລ ຫລຸດຄ່າ ອາກອນ ຈາກຜູ້ໃຊ້ ອິນເຕິເນັດ ເພາະເຫັນວ່າ ຢູ່ລາວ ຄ່າໃຊ້ ອິນເຕິເນັດ ແພງກວ່າ ປະເທດ ເພື່ອນບ້ານ.

ໃຈກາງ ນະຄອນຫລວງ ວຽງຈັນ RFA

ປັດຈຸບັນ ຄ່າ ບໍຣິການ ອິນເຕິເນັດ ຢູ່ ສປປລາວ ແພງ ເມື່ອທຽບໃສ່ ປະເທສ ເພື່ອນບ້ານ, ຊຶ່ງທາງ ສະມາຄົມ ໄອຊີທີ ລາວ ຈຶ່ງໄດ້ ສເນີໃຫ້ ຣັຖບາລ ຫລຸດຄ່າ ເກັບອາກອນ ນໍາໃຊ້ ອິນເຕິເນັດ ນັ້ນລົງ 10% ແລະ ຍັງເປັນການ ຊຸກຍູ້ ໃຫ້ ປະຊາຊົນ ໄດ້ຮັບຂ່າວສານ ຜ່ານທາງ ອິນເຕິເນັດ ໄດ້ຫຼາຍຂຶ້ນ ຊຶ່ງ ຂນະນີ້ ຢູ່ໃນຣະຫວ່າງ ການສເນີ.

ກ່ຽວກັບເຣຶ່ອງນີ້ ປະຊາຊົນ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ເວົ້າຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 26 ກັນຍາ ນີ້ວ່າ ການຫລຸດຄ່າ ອາກອນ ຈາກຜູ້ໃຊ້ ອິນເຕິເນັດ ຈະເປັນປໂຍດ ແກ່ປະຊາຊົນ ຮວມທັງ ເດັກນ້ອຍ ນັກຮຽນ ໃນ ເຂດຫ່າງໄກ ທີ່ໃຊ້ ອິນເຕິເນັດ ເພື່ອ ການສຶກສາ ຄົ້ນຄວ້າ ແລະ ຮັບຂ່າວສານ ໄດ້ຫຼາຍຂຶ້ນ:

"ໂອກໍດີແລ້ວຫວະ ໃຫ້ນັກຮຽນ ຄົ້ນຫາຂໍ້ມູນ ຂ່າວສານ ໃນ ອິນເຕິເນັດ ເນາະ ດຽວນີ້ ເດັກນ້ອຍດຽວນີ້ ເຂົາໃຊ້ ແຕ່ ອິນເທິເນັດ ເປັນ ສ່ວນຫຼາຍ ຢູ່ບ້ານນີ້ ກໍເລີ້ມ ພັທນາແລ້ວ ດູຢູທູບ ຄົ້ນຫາ ຂ່າວສານ ເຣຶ່ອງການ ໃຊ້ຊີວິດ ປະຈໍາວັນ ຂອງ ແຕ່ລະຄົນນໍ".

ແລະ ຊາວນະຄອນຫລວງ ວຽງຈັນ ທີ່ໃຊ້ ອິນເຕິເນັດ ຂາຍເຄື່ອງຂອງ ແລະ ໂຄສະນາ ຮ້ານຄ້າ ຜ່ານເຟສບຸກ ກໍເວົ້າວ່າ ຫາກ ທາງການ ປັບຄ່າໃຊ້ ອິນເຕິເນັດ ລົງ ກໍຈະເປັນ ການດີ ແລະ ຕ້ອງການ ໃຫ້ປັບປຸງ ຄວາມໄວ ຂອງ ອິນເທິເນັດ ຂຶ້ນຕື່ມ:

"ກໍໜ້າຈະລົດແດ່ ເພາະວ່າ ຍັງຄ່າໂທ ເຮົາ ມັນກໍແພງ ແລ້ວ ໂຫລດຫຍັງ ກໍຊ້າ ແມ່ນຂນາດວ່າ ຢູ່ໃກໆອັນຫລັກ ອິນເຕິເນັດ ກໍຍັງຊ້າ ຍັງຂັດຂ້ອງຢູ່ ບາງເທຶື່ອ ກໍເຫລັ້ນບໍ່ໄດ້ ແລ້ວມາ ຕັດເງິນໄປ ຊື່ໆ".

ທາງການ ສປປລາວ ກໍານົດໃນປີ 2005 ວ່າ ອິນເຕິເນັດ ເປັນສິນຄ້າ ຟຸມເຟືອຍ ແຕ່ເມື່ອ ທາງ ສະມາຄົມ ໄອຊີທີ ເບິ່ງ ສະພາບຄວາມ ເປັນຈິງແລ້ວ ພົບວ່າ ອິນເຕິເນັດ ບໍ່ແມ່ນສິນຄ້າ ຟຸມເຟືອຍ ຍ້ອນ ປະຊາຊົນ ທຸກເພດວັຍ ລ້ວນແລ້ວແຕ່ ພາກັນໃຊ້ ທັງນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org