ຂ.ຫົວພັນຫຼາຍບ້ານຂາດ ນໍ້າໃຊ້

ຈໍາປາທອງ
2016.06.20
F-Houaphanh ແຂວງຫົວພັນ
RFA

ປະຊາຊົນ 108 ບ້ານ ຢູ່ ແຂວງຫົວພັນ ບໍ່ມີ ນ້ຳສະອາດ ໃຊ້ພຽງພໍ ຍ້ອນພັຍ ແຫ້ງແລ້ງ, ນ້ຳຫ້ວຍ ບົກແຫ້ງ ແລະ ເຄື່ອງຈັກ ສູບນໍ້າ ຈາກ ຫ້ວຍ ກໍເປ່ເພ, ບໍ່ມີ  ງົບປະມານ ສ້ອມແປງ. ດັ່ງ ເຈົ້າໜ້າທີ່ ຜແນກ ນ້ຳສະອາດ ແຂວງຫົວພັນ ເວົ້າກັບ RFA ໃນ ວັນທີ 17 ມິຖຸນາ ວ່າ:

"ຫຼາຍບ້ານ ຂອງແຕ່ລະເມືອງ ກໍຍັງບໍ່ ພຽງພໍເທື່ອ ມັນມີແລ້ວ ແຕ່ມັນ ບໍ່ພໍໃຊ້ ອັນນະ ສ່ວນຫຼາຍ ກໍເປັນ ນໍ້າບົກແຫ້ງ ອີກອັນນຶ່ງ ມັນກໍຖື ວ່າບໍ່ໄດ້ ຊົມໃຊ້ ບ້ານ ທີ່ມີແລ້ວ ແຕ່ເປ່ເພ ບໍ່ໄດ້ຊົມໃຊ້ ນີ້ກໍມີຢູ່ 108 ບ້ານ ສ່ວນຫຼາຍ ສ່ວນນຶ່ງ ກໍເປັນເພາະ ພັຍທັມຊາດ ສ່ວນນຶ່ງ ກໍເປັນການ ຄຸ້ມຄອງ ປົກປັກ ຮັກສາເດ".

ນາງ ເວົ້າຕື່ມວ່າ ການຕັດໄມ້ ທຳລາຍປ່າ ການຈູດປ່າ ເຮັດໄຮ່ ເປັນສ່ວນນຶ່ງ ທີ່ເຮັດໃຫ້ນ້ຳ ໃນຫ້ວຍ ບໍ່ພຽງພໍໃຊ້ ແລະ ນ້ຳ ໃນອ່າງເກັບ ນ້ຳທີ່ສູບ ມາກັກໄວ້ ກໍບໍ່ມີ ພຽງພໍ, ເຖິງຈະມີ ຊາວບ້ານ ຈຳນວນນຶ່ງ ມີຈັກສູບນ້ຳ ຈາກຫ້ວຍຂຶ້ນມາ ໃຊ້ເອງ ກໍຕາມ. ສຳລັບ ງົບປະມານ ຂອງຣັຖ ແລະ ແຫລ່ງທຶນ ຊ່ວຍເຫລືອ ຈາກ ພາຍນອກ ເພື່ອໃຊ້ ເຂົ້າໃນການ ຈັດຫາ ນ້ຳສະອາດ ຊຶ່ງ ທາງແຂວງ ໄດ້ແນະນຳ ໃຫ້ ຊາວບ້ານ ຕົ້ມນ້ຳ ໃຫ້ສຸກ ກ່ອນນຳ ມາດື່ມມາກິນ ນັ້ນ ນາງເວົ້າວ່າ ບໍ່ພຽງພໍ:

"ຊ່ວງສອງສາມປີກ່ອນ ມັນມີແທ້ ມັນຈະມີ ຫລາຍອົງການ ນະ ອັນມີ ຢູນີເຊຟ ໂຄງການ ສີດາ ກາແດງ ສ່ວນຫລາຍ ອັນຫລາຍປີ ມານີ້ ກໍມີແຕ່ ພາກຣັຖບາລ ມັນຈະບໍ່ໄດ້ ຫລາຍນະ ມັນກໍຈະມີ ປີນຶ່ງ ແຕ່ສອງສາມບ້ານ".

ນາງເວົ້າວ່າ ສຳລັບ ແຂວງຫົວພັນ ທີ່ມີເປົ້າໝາຍ ຫລຸດຜ່ອນ ຄວາມທຸກຍາກ ພາຍໃນປີ 2020 ນັ້ນ ໝາຍຄວາມວ່າ ປະຊາຊົນ ທົ່ວແຂວງ ຕ້ອງມີ ນ້ຳສະອາດ ໃຊ້ 95% ຊຶ່ງ ປັດຈຸບັນ ມີໃຊ້ແລ້ວ 86%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.