ຊາວບ້ານໜອງຄ້າງບໍ່ຢາກຍ້າຍ
ຊາວບ້ານ ໜອງຄ້າງ ແຂວງ ຫົວພັນ ປ່ຽນໃຈ ບໍ່ຍອມ ຢ້າຍອອກ ຈາກເຂດ ທີ່ ທາງການ ຈະສ້າງ ສນາມບິນ ໃສ່.
-
ຈໍາປາທອງ
2015-01-26 -
-
-
Your browser doesn’t support HTML5 audio
ຊາວບ້ານ 130 ກວ່າ ຄອບຄົວ ຢູ່ ບ້ານ ໜອງຄ້າງ ເມືອງ ຊໍາເໜືອ ແຂວງ ຫົວພັນ ຊຶ່ງ ທາງການ ມີແຜນ ຈະໂຍກຍ້າຍ ໃຫ້ໄປຢູ່ ສະຖານທີ່ ໃໝ່ ຍ້ອນ ໂຄງການ ກໍ່ສ້າງ ສນາມບິນ ກວມເອົາ ນັ້ນ ຕັດສິນໃຈ ບໍ່ຍອມ ເວົ້າກັບ ທາງການ ທີ່ ຂໍໃຫ້ຍ້າຍ ໄປຢູ່ບ່ອນ ຈັດສັນ ໃຫ້ ໃໝ່ ຍ້ອນ ຊາວບ້ານ ພໍໃຈກັບ ການໃຊ້ ຊີວິດ ຢູ່ ບ້ານເກົ່າ ຂອງ ພວກຕົນ ແລະ ຢ້ານວ່າ ຫາກ ຍ້າຍໄປຢູ່ ບ່ອນໃໝ່ ແລ້ວ ອາຈ ລໍາບາກ. ດັ່ງ ເຈົ້າໜ້າທີ່ ເມືອງ ຊໍາເໜືອ ເວົ້າວ່າ:
"ແຕ່ໃດ ຈິດໃຈ ຂັ້ນເທິງ ຢາກໃຫ້ ຍ້າຍຢູ່ ແຕ່ວ່າ ໂຕນີ້ ຍັງຍາກ ນໍາພໍ່ແມ່ ປະຊາຊົນ ຍັງບໍ່ ເຫັນດີ ຍ້າຍນະ ເຊັ່ນວ່າ ປະຊາຊົນ ບໍ່ເຫັນດີ ໝົດບ້ານ ນີ້ແລ້ວ ບໍ່ຢາກຍ້າຍ ເພາະມັນ ບ້ານເກົ່າ ນີ້ມັນຢູ່ ເຢັນ ເປັນສຸຂ ແລ້ວ ໄປບ່ອນໃໝ່ ນີ້ຈັກສິ ແນວໃດ ນໍ".
ທ່ານກ່າວ ຕໍ່ໄປວ່າ ທີ່ ຜ່ານມາ ຊາວບ້ານ ໜອງຄ້າງ ຫລາຍຄົນ ພ້ອມທີ່ ຈະໂຍກຍ້າຍ ອອກໄປ ຈາກ ບ້ານ ນັ້ນແລ້ວ ເພາະ ເຫັນວ່າ ຈະບໍ່ສາມາດ ຫລີກລ້ຽງ ໄດ້. ແຕ່ມາເຖິງ ຕົ້ນປີ ນີ້ ໄດ້ປ່ຽນໃຈ ບໍ່ຢາກ ຍ້າຍອອກ ຊຶ່ງ ສາເຫດ ນຶ່ງ ອາດເປັນຍ້ອນ ເຣຶ່ອງ ຄ່າຊົດເຊີຍ ຄວາມ ເສັຍຫາຍ ທີ່ ທາງການ ຈະໃຫ້ ຊຶ່ງ ເປັນສິ່ງທີ່ ຊາວບ້ານ ນັ້ນ ຍັງບໍ່ຮູ້ ຄວາມ ຄືບໜ້າ ແລະ ລໍ ຄໍາຕອບ ມາດົນ ແລ້ວ.
ທ່ານວ່າ ການທີ່ ຊາວບ້ານ ບໍ່ຍອມ ຍ້າຍອອກ ໄປນັ້ນ ເຮັດໃຫ້ ໂຄງການ ສ້າງ ສນາມບິນ ໜອງຄ້າງ ຫລ້າຊ້າ ໄປ. ດັ່ງນັ້ນ ຈຶ່ງມີ ຄວາມ ຈໍາເປັນ ທີ່ ຈະຕ້ອງໄດ້ ຕົກລົງ ກັບ ປະຊາຊົນ ເພື່ອ ຫາຂໍ້ ສລຸບ ທີ່ເປັນໜ້າ ພໍໃຈ ນໍາກັນໄດ້.
ເອເຊັຽເສຣີ ພຍາຍາມ ຕິດຕໍ່ ໄປຍັງ ຫ້ອງວ່າການ ປົກຄອງ ເມືອງ ຊໍາເໜືອ ເພື່ອ ຂໍຮູ້ ກ່ຽວກັບ ຄວາມ ຄືບໜ້າ ໃນ ເຣຶ່ອງນີ້ ຕື່ມ ແຕ່ຍັງ ບໍ່ມີ ເຈົ້າໜ້າທີ່ ຄົນໃດ ສາມາດ ເວົ້າໄດ້ ເຖິງ ແມ່ນ ກ່ອນໜ້ານີ້ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສະຫວັດດິການ ສັງຄົມ ແຂວງ ຫົວພັນ ໄດ້ເວົ້າວ່າ ທາງການ ກໍາລັງ ຫາລື ເຣຶ່ອງ ຄ່າຊົດເຊີຍ ນັ້ນ ຢູ່ກໍຕາມ.
ເມື່ອ ເດືອນ ສິງຫາ ຂອງ ປີ ຜ່ານມາ ມີຂ່າວວ່າ ຣັຖບາລ ລາວ ສັ່ງໃຫ້ ໂຈະ ໂຄງການ ສ້າງ ສນາມບິນ ດັ່ງກ່າວ ຍ້ອນ ເຫັນວ່າ ສ້າງບໍ່ໄດ້ ມາຕຖານ ແຕ່ ຫລັງຈາກ ນັ້ນ ບໍ່ພໍ ເທົ່າໃດ ເດືອນ ກໍກັບມາ ສ້າງຕໍ່ ອີກ. ໂຄງການ ນີ້ແມ່ນ ບໍຣິສັດ ຮອງ ແອັງ ຍາລາຍ ຂອງ ວຽດນາມ ເປັນຜູ້ອອກ ທຶນສ້າງ ໃຫ້ ກ່ອນ 110 ກວ່າ ລ້ານ ໂດລາ ສະຫະຣັດ ແລ້ວ ຣັຖບາລ ລາວ ຈະ ຊໍາລະໜີ້ ໃຫ້ຄືນ ພາຍຫລັງ.