ເມືອງນານນັກຮຽນລົ້ນຫ້ອງ
2016.08.28
ໂຮງຮຽນ ມັທຍົມ ແຕ່ລະແຫ່ງ ຢູ່ເມືອງນານ ແຂວງ ຫຼວງພຣະບາງ ປະສົບ ບັນຫາ ຫ້ອງຮຽນ ແອອັດ, ມີນັກຮຽນ ຫຼາຍ ເກີນກໍານົດ ໃນແຕ່ລະ ຫ້ອງຮຽນ ທີ່ ແຄບແອອັດ, ນອກນັ້ນ ໂຮງຮຽນ ມັທຍົມ ແຕ່ລະແຫ່ງ ຍັງບໍ່ມີ ຫໍພັກ ສໍາລັບ ນັກຮຽນ ທີ່ມາຈາກ ເຂດຫ່າງໄກ ເຮັດໃຫ້ ຄຣູ ແລະ ນັກຮຽນ ຕ້ອງໄດ້ປຸກ ເຮືອນນ້ອຍ ຢູ່ໃນ ບໍຣິເວນ ໂຮງຮຽນ ນັ້ນເພື່ອ ພັກອາສັຍ ຊົ່ວຄາວ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຜແນກສຶກສາ ທ້ອງຖິ່ນ ທ່ານນຶ່ງ ຕໍ່ RFA ໃນວັນທີ 26 ສິງຫາ ນີ້:
"ເອີ ຂາດແຄນນີ້ກໍ່ມີຢູ່ ມີຫັ້ນແມ່ນ ເຣື່ອງພື້ນຖານ ໂຄງຮ່າງ ເນາະ ຫ້ອງຮຽນນັ້ນ ບາງບ່ອນ ກໍຍັງແອອັດ ນັກຮຽນຫຼາຍ ແລ້ວຫ້ອງຮຽນ ຄັບແຄບ ສ່ວນຫຼາຍ ກໍ່ເປັນມໍປາຍ ພິເສດ ແມ່ນຫໍພັກ ທີ່ວ່າ ນັກຮຽນເຮົາ ນັ້ນ ມັທຍົມ ສົມບູນນີ້ ມັນມີ ໜ້ອຍແຫ່ງ ແຕ່ວ່າບັນດາ ບ້ານເນາະ ມັນມີຫຼາຍ ມາແຕ່ເຂດ ຫ່າງໄກ ມາຢູ່ແລ້ວ ຈະບໍ່ມີ ຫໍພັກຢູ່ ນັກຮຽນ ກັບຄຣູ ທີ່ມາສອນນັ້ນ ບໍ່ມີບ່ອນພັກ".
ປັດຈຸບັນ ຢູ່ເມືອງນານ ແຂວງຫຼວງພຣະບາງ ມີໂຮງຮຽນ ມັທຍົມ ທັງໝົດ 8 ແຫ່ງ ສໍາລັບ 8 ບ້ານ, ມີນັກຮຽນ ປະມານ 200 ປາຍຄົນ. ເວົ້າສະເພາະ ໂຮງຮຽນ ມັທຍົມ ທີ່ມີຫໍພັກ ໃຫ້ນັກຮຽນ ແລະ ຄຣູນັ້ນ ມີພຽງແຫ່ງດຽວ ຄື: ໂຮງຮຽນ ມັທຍົມສົມບູນ ຢູ່ເທສບານ ເມືອງ ນານ ເທົ່ານັ້ນ.
ປັຈຈຸບັນນີ້ ທາງເມືອງນານ ກໍກໍາລັງເລັ່ງ ປັບປງ ແລະ ສ້ອມແປງ ອາຄານຮຽນ ທີ່ ຖືກນໍ້າຖ້ວມ ນັ້ນຢູ່ ເພື່ອໃຫ້ທັນ ກັບການເປີດ ສົກ ຮຽນໃໝ່ ໃນ ວັນທີ 1 ກັນຍາ ນີ້.