ຊາວລາວວ່າຂາດຣາຍໄດ້ ຈ່າຍນໍ້າ ຈ່າຍໄຟບໍ່ທັນ
2021.04.27

ພາຍຫຼັງທີ່ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຫຼາຍຂຶ້ນ ຈຶ່ງເຮັດໃຫ້ຣັຖບານ ສັ່ງປິດການເຂົ້າ-ອອກ ຣະຫວ່າງ ແຂວງຫາ ແຂວງ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຣະບາດ ເປັນວົງກວ້າງ ແລະ ຂໍຄວາມຮ່ວມມືຈາກ ປະຊາຊົນ ໃຫ້ພາກັນຢູ່ເຮືອນ ເພື່ອຫຼຸດຜ່ອນຄວາມສ່ຽງ.
ກ່ຽວກັບເຣື່ອງນີ້ ຊາວລາວຫຼາຍຄົນ ຢາກໃຫ້ທາງຣັຖບານ ຊ່ອຍຫຼຸດຄ່ານໍ້າ ຄ່າໄຟ ໃນໄລຍະທີ່ປິດການເຂົ້າ-ອອກເມືອງນີ້ນໍາດ້ວຍ ເນື່ອງຈາກຕ້ອງຢູ່ແຕ່ເຮືອນ ເຊິ່ງແນ່ນອນວ່າ ຄ່ານໍ້າໄຟຟ້າ ກໍຕ້ອງເພີ່ມຂຶ້ນ ຫຼາຍກວ່າເກົ່າ, ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ເມສາ ນີ້ວ່າ:
“ປີນີ້ ຖືວ່າຣະບາດຫຼາຍ ໂດຍລວມແລ້ວ ປະຊາຊົນທົ່ວໄປ ເຂົ້າກໍມີການຢ້ານກົວ ເຂົາເຈົ້າກໍຕື່ນຕົວ ເກັບຕົວຢູ່ບ້ານຢູ່ເຮືອນແຫຼະ ກໍຢາກໃຫ້ທາງວິຊາການ ທາງໄຟຟ້າຫັ້ນແຫຼະ ບວກລົບຄູນຫານ ຄວນຫຼຸດສໍ່າໃດ ແນວໃດມັນເໝາະສົມ ມັນສົມຄວນ ຫຼຸດຜ່ອນໄດ້ ສໍ່າໃດ ປະຊາຊົນເຮົາກະພໍໃຈ.”
ຊາວລາວອີກທ່ານນຶ່ງ ກໍເວົ້າວ່າ ເຣື່ອງການຫຼຸດ ຄ່ານໍ້າຄ່າໄຟ ເປັນເຣື່ອງທີ່ທາງການ ຄວນພິຈາຣະນາ ໃນການຊ່ອຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ໃນໄລຍະໂຄວິດ-19 ຣະບາດເພາະໄລຍະ ທີ່ກັກໂຕຢູ່ເຮືອນຫຼາຍຄອບຄົວບໍ່ໄດ້ອອກ ໄປທໍາມາຫາກິນ ແຕ່ຕ້ອງ ໃຊ້ນໍ້າໃຊ້ໄຟ ຫຼາຍຂຶ້ນ:
“ກໍຫຼຸດໄດ້ ກະໃຫ້ໂຕເລຂມັນຕໍ່າລົງ ກະໄຄແນ່ ເພາະວ່າຊ້ວງເກັບໂຕນີ້ ແຫ່ງໃຊ້ຫຼາຍແຫຼ້ວ ຣະບົບໄຟ ເດັກນ້ອຍກະບໍ່ໄດ້ໄປຮໍ່າ ໄປຮຽນ ເຂົ້າຫ້ອງແອ ຫ້ອງຫຍັງ ພັດລົມນີ້ເລີຍເດ້ ຄົນເຖົ້າຄົນແກ່ກໍໄດ້ໃຊ້.”
ຊາວລາວ ອີກທ່ານນຶ່ງ ກໍເວົ້າວ່າ ຕົນເອງກໍເຫັນດີ ກັບຫຼາຍຄົນ ຖ້າຫາກປິດເມືອງຫຼາຍເດືອນ ກໍຢາກໃຫ້ທາງການ ຊ່ອຍຫຼຸດຄ່ານໍ້າ ຄ່າໄຟລົງແດ່:
“ກະເບິ່ງໄປຕາມສະພາບການ ຂອງພຍາດ ພະຫຍັງນີ້ແຫຼະ ມັນເປັນຫຼາຍເດືອນບໍ ຄັນສົມມຸດເດືອນນຶ່ງ ສອງເດືອນນີ້ ກະໃຫ້ເພິ່ນ ນະໂຍບາຍໃຫ້ຫັ້ນແຫຼະ ກະເພິ່ນຫຼຸດຜ່ອນລົງ.”
ນອກຈາກການ ຫຼຸດຄ່ານໍ້າຄ່າໄຟ ແລ້ວນັ້ນ ທາງດ້ານຜູ້ປະກອບການ ຫຼາຍຄົນ ກໍຢາກໃຫ້ທາງການ ຫຼຸດຜ່ອນ ພາສີອາກອນ ຄ່າກູ້ຢືມ ໜີ້ສິນຈາກທະນາຄານ ຫຼືຊ່ອຍຍືດໄລຍະເວລາ ໃນການຈ່າຍດອກເບັ້ຍ ອອກໄປ ເພາະຫຼາຍຄົນ ໄດ້ຮັບຜົລກະທົບ ເຣື່ອງຣາຍໄດ້, ດັ່ງຜູ້ປະກອບການ ທ່ານນຶ່ງ ກ່າວວ່າ:
“ຄັນຫຼຸດໄດ້ກະດີເພາະວ່າ ຫົວໜ່ວຍທຸຣະກິຈ ເຮົານິ່ມັນກະຕາມໆກັນໄປຫັ້ນແຫຼະ ມັນສົ່ງຜົລກະທົບ ຕໍ່ເສຖກິຈແດ່ ໄປໃສມາໃສ ກໍຍາກ ເດືອນສາມ ເພິ່ນເລີ່ມເກັບເນາະ ເປັນໄປໄດ້ ກະເດືອນ 5 ເດືອນ 6 ກະແຫ່ງດີ ຍືດເວລາໄປ ອີກກ່ອນ.”
ຂນະທີ່ ຜູ້ປະກອບການອີກທ່ານນຶ່ງ ເວົ້າວ່າຫຼາຍຄົນ ກໍໂອ້ລົມກັນຢູ່ ໃນເຣື່ອງການຫຼຸດ ພາສີອາກອນ ວ່າຢາກໃຫ້ທາງການຊ່ອຍ ເຫຼືອແນວໃດ ເພາະໃຜໆກໍໄດ້ຮັບຜົລກະທົບ ໃນໄລຍະ ໂຄວິດ-19 ຣະບາດ:
“ເຣື່ອງນີ້ ກະຢາກໃຫ້ມີແຫຼະ ກະຍັງລົມກັນຢູ່ ໄດ້ເວົ້າກັບສະມາຄົມ ຮ້ານອາຫານຢູ່ ໂຮງແຮມຢູ່ ກະບໍ່ມີຄົນ ມື້ຄືນກະມີແຕ່ຜູ້ດຽວ ກະປິດໄວຂຶ້ນ ຈະເຮັດຈັ່ງໃດ ເຮົາກະບໍ່ຮູ້ຈັກ.”
ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ກ່ຽວກັບການຫຼຸດຄ່ານໍ້າ ຄ່າໄຟນີ້ ກໍເຫັນ ທາງການມີແຜນ ນະໂຍບາຍ ຢູ່ໃນປີ 2021 ນີ້ຢູ່, ດັ່ງທ່ານກ່າວວ່າ:
“ໂອປີນີ້ ເຂົາກະຢາກໃຫ້ເປັນ ນະໂຍບາຍຄືເກົ່າ ມັນເປັນປະຈໍາປີເນາະ ມີນະໂຍບາຍຢູ່, ແຕ່ວ່າເຂົາຍັງບໍ່ທັນ ແຈ້ງອອກມາ ປີກາຍ ເພິ່ນກະໃຫ້ແດ່ ປະມານ 5-10 ເປີເຊັນ ນີ້ແຫຼະ.”
ສໍາລັບເຣື່ອງການຫຼຸດຜ່ອນ ພາສີອາກອນ ແລະດອກເບັ້ຍ ທະນາຄານນັ້ນ ກໍຕ້ອງລໍຖ້າຣັຖບານ ແຈ້ງການ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ດ້ານເສຖກິຈ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:
“ກ່ຽວກັບໂຕພາສີອາກອນນີ້ ພວກເຮົາກະຍັງບໍ່ທັນຮູ້ເທື່ອ ວ່າທາງກະຊວງການເງິນ ເພິ່ນມີແຜນແນວໃດ ຄັນເຣື່ອງນະໂຍບາຍ ມັນກະຊິິມີຫັ້ນແຫຼະ ຖ້າເພິ່ນຈະປະກາດ ເປັນທາງການ ມື້ໃດ ມື້ນຶ່ງຫັ້ນແຫຼະ.”
ເມື່ອປີກາຍ ຣັຖບານລາວ ກໍມີການຫຼຸດຄ່ານໍ້າຄ່າໄຟຟ້າ ໃຫ້ກັບ ປະຊາຊົນ ໃນໄລຍະທີ່ເກີດການຣະບາດ ຂອງເຊື້ອ ໂຄວິດ-19 ປະມານ 5% ຕໍ່ຄອບຄົວ ຈົນຮອດທ້າຍປີ 2020. ນອກຈາກນີ້ ທະນາຄານກາງ ກໍມີການຍົກເວັ້ນ ພາສີອາກອນ ໃຫ້ກັບຜູ້ ປະກອບການ ທີ່ໄດ້ຮັບ ຜົລກະທົບ ຈາກໂຄວິດ-19 ເປັນໄລຍະເວລາ 3 ເດືອນ ນໍາດ້ວຍ.