ການຣາຍງານຊັພສິນຂອງ ຣັຖກອນ

ຫລາຍ ຫ້ອງການ ຂອງ ຣັຖບານ ຍັງບໍ່ໄດ້ ຮັບໃບແຈ້ງ ຊັພສີນ ທັ້ງໆທີ່ ຣັຖບານ ປະກາດ ວ່າວັນ ກໍານົດການ ຄື 28 ກຸມພາ 2014.

ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ RFA/LX

 

ເມຶ່ອມໍ່ໆມານີ້ອົງການກວດກາແຫ່ງຣັຖ ຊື່ງເປັນອົງການ ທີ່ຫາກໍຕັ້ງຂຶ້ນໃຫມ່ ຊຶ່ງມີຍານາງ ວຽງທອງ ສີພັນດອນ ເປັນຫົວຫນ້າໄດ້ປະກາດໃຫ້ ພະນັກງານຣັຖທຸກຄົນ ແຈ້ງຊັພສິນຂອງຕົນໃຫ້ທາງການຮູ້ບໍ່ວ່າ ຈະເປັນເງິນສົດ ສິນຊັພຫລືມູນຄ່າຈາກການລົງທຶນປະເພດຕ່າງໆ.

ການກະທຳດັ່ງກ່າວຂອງຣັຖບານກໍເພື່ອປ້ອງກັນ ແລະປາບປາມ ການສໍ້ຣາສບັງຫລວງໃນຖັນແຖວ ເຈົ້າຫນ້າທີ່ຣັຖເພື່ອຢາກຮູ້ແລະກວດກາ ທີ່ໄປທີ່ມາຂອງຊັພສິນ ຂອງເຈົ້າຫນ້າທີ່ຣັຖ.

ການປະກາດດັ່ງກ່າວ ທາງການໄດ້ກຳນົດໃຫ້ພະນັກງານຣັຖຂັ້ນແຂວງ ຂັ້ນເມືອງແລະຂັ້ນສູນກາງ ແຈ້ງຊັພສີນຂອງຕົນບໍ່ໃຫ້ກາຍທ້າຍເດືອນ ກຸມພາປີ2014 ນີ້. ແຕ່ໃນສະພາບ ຄວາມເປັນຈິງແລ້ວ ຫລາຍພາກສ່ວນ ຂອງທາງການລາວ ຍັງບໍ່ໄດ້ຮັບ ໃບແຈ້ງການ ຫລື FORM ດັ່ງກ່າວ ຈາກທາງການເລີຍ. ຮ້າຍໄປກວ່ານັ້ນ ຫລາຍພາກສ່ວນຍັງບໍ່ຮູ້ວ່າຕົນຈະໄດ້ແຈ້ງຊັພສິນ ທີ່ຕົນມີຢູ່. ດັ່ງເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ:

"ຍັງບໍ່ເຫັນຍັງບໍ່ຮູ້ໃດນີ້ຫນ່າ ຂອງກົມກວດກາ".

ທ່ານວ່າ ເປັນໄດ້ທີ່ວ່າ ທາງການລາວ ອາດຈະບໍ່ທັນເຮັດວຽກກ່ຽວກັບເຣື້ອງນີ້ຢ່າງຈີງຈັງເທື່ອ ຫລືອາດເປັນການຈົງໃຈເຮັດໃຫ້ພນັກງານຣັຖ ແຈ້ງຊັພສິນຂອງຕົນບໍ່ທັນຕາມກຳນົດເວລາ ທີ່ທາງການໄດ້ວາງໃວ້ຄືທ້າຍເດືອນກຸມພາ ປີ 2014 ຫລືໃນອາທິດຫນ້ານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org