4 ປະເທດແມ່ນໍ້າຂອງຮ່ວມມື ການເດີນ ຣົດໄຟ
2013.12.13
4 ປະເທດ ອານຸພູມີພາກ ແມ່ນໍ້າຂອງ ຫລື GMS ອັນມີ ລາວ ກໍາພູຊາ ພະມ້າ ແລະຈີນ ໄດ້ລົງນາມໃນເອກສານ ບັນທຶກຄວາມເຂົ້າໃຈ MOU ເມື່ອວັນພຸດ ວັນທີ່ 11 ທັນວາ ໃນກອງປະຊຸມຣະດັບຣັຖມົນຕຣີ ຄັ້ງທີ 19 ທີ່ນະຄອນຫລວງວຽງຈັນ ເພື່ອເພີ້ມການເຊື່ອມຕໍ່ທາງຣົດ ໄຟ ໃນການເດີນທາງ ແລະຂົນສົ່ງຂ້າມແດນໃຫ້ມີຄວາມສະດວກຂຶ້ນ. ຕາມລາຍງານໜັງສືພິມ ບາງກອກໂພສ.
ລາຍງານວ່າ ສ່ວນຝ່າຍໄທນັ້ນ ຈະລົງນາມ MOU ສໍາລັບສະມາຄົມທາງຣົດໄຟ ອານຸພູມີພາຄ ຫລື GMRA ຢູ່ທີ່ບາງກອກ ແລະວຽດນາມ ກໍາລັງຕຽມເອກສານ ເພື່ອການເຫັນດີຈາກຣັຖບານ.
ລາຍງານວ່າ ສະມາຄົມທາງຣົດໄຟ ອານຸພູມີພາກ ຫລື GMRA ຈະມີຫ້ອງການຢູ່ບ່ອນດຽວກັບ ຫ້ອງການ ຂອງທະນາຄານ ພັທນາ ເອເຊັຽ ໃນສອງປີທໍາອິດ ໂດຍມີພາລະກິຈເຮັດໃຫ້ບັນດາປະເທດອານຸພູມີພາກມີທາງລົດໄຟເຊື່ອມຕໍ່ກັນ.
ທ່ານ Steffen Groff ຮອງປະທານທະນາຄານ ເອດີບີ ກ່າວວ່າ ກອງປະຊຸມໃນວັນພຸດນີ້ ໄດ້ສຸມໃສ່ໂຄງການໃໝ່ຂອງ GMS ໃນນັ້ນ ກໍມີ ໂຄງການພັທນາໂຕເມືອງທີ່ຕັ້ງຢູ່ ຕາມແລວຂົນສົ່ງ ໂຄງການສ້າງສາຍສົ່ງ ໄຟຟ້າອານຸພູມີພາກ, ຕັ້ງໂຄງການທ່ອງທ່ຽວ ແບບຍືນຍົງ, ຊຸກຍູ້ ການວາງແຜນແລະຄຸ້ມຄອງ ສະພາບແວດລ້ອມ, ແລະສ້າງຊັພຍາກອນມະນຸດ ໃຫ້ມີຄວາມສາມາດ. ໂຄງການດັ່ງກ່າວມີຄວາມຈໍາເປັນສໍາລັບ ບັນດາປະເທດ ອານຸພູມີພາກ ແມ່ນໍ້າຂອງ ເພື່ອປ່ຽນແລວຂົນສົ່ງ ເປັນແລວເສຖກິດ ແລະຣັບປະກັນການພັທນາ ທີ່ຍືນຍົງໃນອະນາຄົດ.