ຣາຄານໍ້າມັນ ຂຶ້ນອີກ ພາຍຫຼັງ ຄວບຄຸມຣາຄາ
2018.05.30
ຣາຄານໍ້າມັນຂຶ້ນອີກ ຫຼັງຈາກ ນຶ່ງສັປດາ ທີ່ຣັຖບານ ອອກມະຕິ ຄໍ້າຈຸນ ຣາຄານໍ້າມັນ ໃນມື້ວັນທີ 18 ພຶສພາ ທີ່ຜ່ານມາ ແຕ່ກໍບໍ່ສາມາດ ດໍາເນີນໄດ້ຕໍ່ໄປ ເນື່ອງຈາກວ່າ ຣາຄານໍ້າມັນ ໃນຕລາດໂລກ ສູງຂຶ້ນ, ດັ່ງເຈົ້າໜ້າທີ່ ກະຊວງອຸດສະຫະກັມ ແລະ ການຄ້າ ເວົ້າວ່າ:
“ນໍ້າມັນຂຶ້ນຕົວຫລາຍ ແລະ ກໍເລີຍເຂົາຕ້ອງໄດ້ປັບ ເພາະວ່າ ທາງຜູ້ປະກອບການ ເຂົາທັກທວງມາ ແລະ ເຮົາໄລ່ເຣື້ອງຣາຄາ ໂຄງສ້າງໃໝ່ ມັນກໍເລີຍເພີ້ມຂຶ້ນ ເຮົາກໍເລີຍ ຕ້ອງປັບຂຶ້ນໃຫ້ເຂົາ ມັນເກີນຂີດ ຄວາມສາມາດ ຂອງອັນນັ້ນລະ ເພິ່ນຕ້ອງໄດ້ປັບຂຶ້ນ ເພາະວ່າ ມັນສູງຫລາຍ ແຕ່ວ່າ ຕອນນີ້ ມັນກໍຄົງຕົວຢູ່ ໃນຊ່ວງນີ້.”
ທ່ານກ່າວຕື່ມວ່າ ຣາຄານໍ້າມັນ ຕລາດໂລກ ປັບຕົວສູງຂຶ້ນ ຄັ້ງນີ້ ສົ່ງຜົນເຮັດໃຫ້ ປໍ້ານໍ້າມັນຍ່ອຍ ຕ້ອງຂຶ້ນຣາຄາໄປນໍາ ເປັນຕົ້ນ ນໍ້າມັນ ແອັດຊັງ ພິເສດ ຣາຄາ 10,510 ກີບ ຕໍ່ລິດ, ແອັດຊັງ ທັມມະດາ 9,370 ກີບ ຕໍ່ລິດ ແລະ ນໍ້າມັນກາຊວນ 8,400 ກີບ ຕໍ່ລິດ. ຫາກ ປຽບທຽບ ຣາຄານໍ້າມັນ ແອັດຊັງພິເສດ ໃນຕລາດເອເຊັຽ ຂະນະນີ້ ຖືວ່າ ລາວ ມີຣາຄາແພງ ເປັນອັນດັບ 2, ຮອງຈາກປະເທດສິງກະໂປ. ສາເຫດ ກໍຄື ເປັນເພາະ ລາວຕ້ອງເກັບພາສີ ນໍ້າມັນຫຼາຍ ແລະ ນໍ້າມັນ ສ່ວນຫຼາຍ 100 ສ່ວນຮ້ອຍ ແມ່ນນໍາເຂົ້າ ຈາກຕ່າງປະເທດ.
ເຖິງຢ່າງໃດກໍຕາມ, ເພື່ອຮັກສາຣາຄານໍ້າມັນ ໃນປະເທດ ບໍ່ໃຫ້ສູງຂຶ້ນ ຕາມຣາຄາຕລາດໂລກ ແລະ ສົ່ງຜົລກະທົບ ຕໍ່ປະຊາຊົນ ຣັຖບານ ໄດ້ຕັ້ງ ຂໍ້ກໍານົດ ຣາຄານໍ້າມັນ ບໍ່ໃຫ້ເກີນເພດານ ເປັນຕົ້ນ ນໍ້າມັນແອັດຊັງພິເສດ ບໍ່ໃຫ້ເກີນ 12,000 ກີບ ຕໍ່ລິດ, ແອັດຊັງທັມມະດາ 11,000 ກີບ ຕໍ່ລິດ ແລະນໍ້າມັນ ກາຊວນ 10,000 ກີບ ຕໍ່ລິດ.