ລາຄາ ນ້ຳມັນຂຶ້ນ ເກີດຜົລ ກະທົບໜັກ

ລາຄານ້ຳມັນແພງ ເຮັດໃຫ້ ລາຄາສິນຄ້າ ເພີ່ມຂຶ້ນ ຫຼື ຄ່າຄອງຊີບເພີ່ມຂຶ້ນ ຈົນບາງຄົນ ທີ່ມາຢູ່ນະຄອນຫລວງວຽງຈັນ ຕ້ອງໄດ້ຕັດສິນໃຈ ກັບຄືນເມືອ ຢູ່ບ້ານຢູ່ຕ່າງແຂວງ ເນື່ອງຈາກ ຄ່າຄອງຊີບ ໃນນະຄອນຫຼວງແພງຂຶ້ນ ຕາມລາຄານ້ຳມັນ.

ການຄ້າຂາຍ ແລະ ການໃຊ້ຊີວິຕ ຂອງປະຊາຊົນລາວ ໃນເວລາ ການແຜ່ຣະບາດ ຂອງໂຄວິດ-19 ແລະ ລາຄາສິນຄ້າ ມີການປ່ຽນແປງ, ທີ່ນະຄອນຫຼວງວຽງຈັນ ໃນເດືອນມິຖຸນາ 2021. RFA

ທາ​ການລາວ ໄດ້ປະກາດຂຶ້ນນ້ຳມັນ ເຊື້ອໄຟ 6 ຄັ້ງແລ້ວ ນັບແຕ່ເດືອນມົກກະຣາ 2022 ຈົນມາ ປັດຈຸບັນ ຊຶ່ງມັນສົ່ງຜົກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ໂດຍສະເພາະ ຜູ້ທີ່ມີລາຍໄດ້ໜ້ອຍ ແລະ ບາງຄົນ ທີ່ມາຢູ່ນະຄອນຫລວງວຽງຈັນ ຕ້ອງໄດ້ກັບຄືນໄປຢູ່ບ້ານ ທີ່ຢູ່ຕ່າງແຂວງ.

ລາ​ຄານ້ຳມັນໃນປີ 2021:

  • ແອັດ​ຊັງພິເສດ 13,560 ກີບ ຕໍ່ລິດ
  • ແອັດ​ຊັງທຳມະດາ 12,230 ກີບ ຕໍ່ລິດ
  • ກາ​ຊວນ 10,420 ກີບ ຕໍ່ລິດ

ລາ​ຄານ້ຳມັນ ທີ່ປະກາດຂຶ້ນໃນວັນທີ 10 ມີນາ 2022:

  • ແອັດ​ຊັງພິເສດ 18,640 ກີບ ຕໍ່ລິດ
  • ແອັດ​ຊັງທຳມະດາ 16,380 ກີບ ຕໍ່ລິດ
  • ກາ​ຊວນ 14,510 ກີບ ຕໍ່ລິດ

ແຕ່​ປີ 2021- ວັນທີ 10 ມີນາ 2022, ສະເພາະຢູ່ນະຄອນຫລວງວຽງຈັນ ລາຄານ້ຳມັນຂຶ້ນໂດຍເລັ່ຽ ຄື ແອັດຊັງພິເສດລາຄາເພີ່ມຂຶ້ນ 5,080 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນ 4,150 ກີບ ຕໍ່ລິດ, ກະຊວນ ຂຶ້ນ 4,090 ກີບ ຕໍ່ລິດ. ແຕ່ ຢູ່ຕ່າງແຂວງໂຕເລກລາຄາ ຈະມີການຫຼຸດລື່ນກັນໜ້ອຍນຶ່ງ ຕາມອັດຕຣາລາຄາຢູ່ຕ່າງແຂວງ

ພະ​ນັກງານຄົນນຶ່ງ ທີ່ເຮັດວຽກຢູ່ບໍຣິສັດ ເອກຊົນແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ໃຫ້ສັມພາດວ່າ ແຕ່ກ່ອນໃສ່ນ້ຳມັນ​​ຄັ້ງນຶ່ງ 30,000 ກີບ, ປັດຈຸບັນ ຕ້ອງໃສ່ 35,000 ກີບ ຕໍ່ຄັ້ງ ໃນຂະນະທີ່ໄຂ່ໄກ່ ຈາກທີ່ເຄີຍຊື້ໜ່ວຍລະ 1,000 ກີບ ແຕ່ ປັດຈຸບັນ ໜ່ວຍລະ 1,500-2,000 ກີບ.

ພ​ະນັກງານບໍຣິສັດ ກ່າວວ່າ:

ປະຢັດເນາະດຽວນີ້ ຊິໄດ້ໃສ່ສອງເທື່ອຫັ້ນແຫຼະ ຈາກປົກກະຕິ 30,000 ກີບ ຕໍ່ຄັ້ງ ແຕ່ບາດນີ້ ກະໄດ້ໃສ່ 35,000 ຕໍ່ຄັ້ງ ອາທິດນຶ່ງກະຊິແມ່ນໃສ່ສອງເທື່ອ.”

ພະ​ນັກງານ ກ່າວຕື່ມອີກວ່າ:

ຄັນວ່າໄປກິນເຝີ ຖ້ວຍນ້ອຍກະຖ້ວຍລະ 20,000 ກີບ ແຕ່ກ່ອນ ຖ້ວຍນຶ່ງ 15,000 ກີບ. ໄຂ່ໄກ່ ແຕ່ໜ່ວຍລະ 1,000 ກີບ ແຕ່ປັດຈຸບັນ ໜ່ວຍລະ 1,500-2,000 ກີບ.”  

ພະ​ນັກງານໂຮງແຮມຄົນນຶ່ງ ໃຫ້ສັມພາດຕໍ່ເອເຊັຽເສຣີ ວ່າ ຈາກທີ່ເຄີຍໃສ່ນ້ຳມັນ 170,000 ກີບ ຕໍ່ເດືອນ ແຕ່ປັດຈຸບັນປະມານ 340,000 ກີບ ຕໍ່ເດືອນ ໃນຂະນະທີ່ ຄ່າເຊົ່າບ້ານ ແລະ ຄ່າອາຫານການກິນກໍສູງຂຶ້ນ. ສຸດທ້າຍ ລາວໄດ້ຕັດສິນໃຈ ຈະກັບຄືນໄປຢູ່ບ້ານທີ່ຢູ່ຕ່າງແຂວງ.

ພະ​ນັກງານໂຮງແຮມ:

ເວລາໄປວຽກໄດ້ຍ່າງເອົາໄດ໋ ເພາະວ່າ ເຄື່ອງຂອງອີ່ຫຍັງມັນຂຶ້ນ ເປັນເຂົ້າ ເປັນນ້ຳ ເປັນຜັກເປັນຫຍັງ ເຂົາກະຂຶ້ນ. ລາຄາເຂົ້າຈາກ 70,000 ກີບ ຕໍ່ໝື່ນ ຖືວ່າເຂົ້າບໍ່ງາມ ຂຶ້ນມາເປັນ 85,000 ກີບ ຫຼື 90,000 ກີບລະ.”

ພະ​ນັກງານໂຮງແຮມ:

ປີກາຍນ້ອງທຽວແຕ່ໂພນປ່າເປົ້າ ເດືອນນຶ່ງ ປະມານ 170,000 ກີບ ແຕ່ປັດຈຸບັນ ເດືອນນຶ່ງປະມານ 340,000 ກີບ. ຄິດໜັກແຮງລະ ກະຮູ້ແລ້ວວ່າ ຊິຢູ່ບໍ່ໄດ້ລະຫຼະ ກະທາງໂຮງແຮກະຊິບໍ່ຈ້າງແດ່ ຊິກັບເມືອຢູ່ໃຕ້ລະຫຼະ ເພາະວ່າ ມັນໜັກຫຼາຍ.”   

ປະ​ຊາຊົນບາງຄົນ ກໍໄດ້ຈອດຣົໄວ້ ແລະ ບໍ່ຂີ່ໄປໃສ ຍ້ອນວ່າ ທົນກັບລາຄານ້ຳມັນບໍ່ໄຫວ.

ປະ​ຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ເຣື່ອງບັນຫານ້ຳມັນແພງຢູ່ບ້ານເຮົານີ້ ໂອກໍມີບັນຫາໃດເນາະ ເວັ້ນເສັຽແຕ່ຜູ້ມີເງິນມີທອງ ຜູ້ມີຣົຖກໍບໍ່ໄດ້ໃສ່ວ່າຊັ້ນຊະ ນ້ຳມັນ ມັນກະບໍ່ພໍພຽງໃນປັດຈຸບັນນີ້ ບາງຄົນກະຈອດຣົໄວ້ ເວັ້ນເສັຽແຕ່ວ່າ ຜູ້ທີ່ວ່າມີການຄ້າການຂາຍ ຜູ້ມີເງິນມີທອງ ກະພໍໄດ້ໃສ່.”   

ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ ອີງ​ໃສ່ກົນ​ໄກ​ຕ​ລາດ​ໂລກ, ເຈົ້າ​ໜ້າ​ທີ່​ກົມ​ການ​ຄ້າ​ພາຍ​ໃນ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ ຕໍ່​ເອ​ເຊັຽ​ເສ​ຣີ ທີ່​ຜ່ານ​ມາ ວ່າ:

ແມ່ນເພາະວ່າລາຄາເຮົາປັບ ມັນກໍອີງຕາມລາດໂລກຢູ່ແລ້ວ ໂຕນີ້ ຜ່ານມາ ເຮົາກະມີການຄັງແຮ ຊ້ວງໃດມັນຂຶ້ນຫຼາຍໆ ຣັບານກໍເອົາຄັງແຮ ມານ້ຳໃຊ້ ໂຕນີ້ແຕ່ລະຄັ້ງ ກໍບໍ່ຄືກັນ ມັນແລ້ວ ແຕ່ວ່າ ລາຄາມັນຂຶ້ນໜ້ອຍ ຂຶ້ນຫຼາຍ ໂຕນີ້ ເຮົາບໍ່ມີເປັນຫຼັກການຕາຍໂຕໄວໃນນັ້ນ ມັນຂຶ້ນກັບໂຕເລກທີ່ວ່າ ມັນ ເໜັງຕີງ ແຕ່ລະຄັ້ງ.

ທ່ານ ກ່າວ​ຕື່ມ​ອີກວ່າ: ທາງ​ການ​ລາວ ໄດ້​ກຳ​ນົດ ໃຫ້​ນຳ​ມັນ​ເປັນ​ສິນ​ຄ້າ​ຄວບ​ຄຸມ ເນື່ອງ​ຈາກ​ເປັນ​ສິນ​ຄ້າ​ທີ່​ຈຳ​ເປັນຕໍ່​ການ​ດຳ​ລົງ​ຊີ​ວິດ ມີ​ຄວາມ​ສຳ​ຄັນ​ໃນ​ການ​ ຜ​ລິດ​ສິນ​ຄ້າ ແລະ ບໍ​ຣິ​ການ ແລະ ສິນ​ຄ້າ​ທີ່​ມີ​ລາ​ຄາ​ປ່ຽນ​ແປງໄປ​ຕາມ​ຕ​ລາດ​ໂລກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org