ຝຣັ່ງເສດຈະສ້າງເຂື່ອນໄຟຟ້າ ໃນລາວ

ສິດນີ
2014.05.29
f-default ຝຣັ່ງເສດຈະສ້າງເຂື່ອນໄຟຟ້າ ໃນລາວ
RFA

 

ບໍຣິສັດ ພລັງງານ VELCAN ທີ່ ມີ ສຳນັກງານ ຢູ່ ປະເທດ ຝຣັ່ງເສດ ໄດ້ ລົງນາມ ກັບ ຣັຖບານ ລາວ ໃນການ ສ້າງເຂຶ່່ອນ ໄຟຟ້າ ຂນາດນ້ອຍ 2 ແຫ່ງ ໃນລາວ ຮ່ວມພລັງ ການຜລິດ ປະມານ 93 ເມັກກາວັດ.

ບໍຣິສັດ ພລັງງານ ແວວກັນ ຮ່ວມກັບ ບໍຣິສັດ ລູກ LAO HYDRO INVEST MENT ໄດ້ລົງນາມ ກັບ ຣັຖບານລາວ ໃນ ວັນທີ 23 ພຶສພາ ປິ ນີ້ ເພື່ອສ້າງ ເຂຶ່ອນ ໄຟຟ້າ ສອງແຫ່ງ ໃນລາວ ຄື ເຂຶ່ອນນ້ຳພວນ ທີ່ ແຂວງ ໄຊສົມບູນ ແລະ ເຂື່ອນ ນ້ຳອ່າງ ຫລື ອັ່ງ ທີ່ ແຂວງ ອັດຕະປື.

ເຂື່ອນ ນ້ຳພວນ ທີ່ ແຂວງ ໄຊສົມບູນ ຖ້າສ້າງແລ້ວ ສາມາດຜລິດ ກະແສ ໄຟຟ້າໄດ້ ປະມານ 52 ເມັກກາວັດ ຈະລົງທຶນ ໃນການ ກໍ່ສ້າງ ປະມານ 80 ລ້ານ ໂດລາ ສຳລັບ ເຂື່ອນ ນ້່ຳອ່າງ ທີ່ ແຂວງ ອັດຕະປື ສາມາດ ຜລິດ ກະແສ ໄຟຟ້າໄດ້ 41 ເມັກກາວັດ ຈະລົງທຶນ ໃນການ ກໍ່ສ້າງ ປະມານ 70 ລ້ານ ໂດລາ. ໂຄງການ ທັງສອງ ໂຄງການ ນີ້ ຮ່ວມຫຸ້ນ ໂດຍ ບໍຣິສັດ ECI 25 ສ່ວນຮ້ອຍ ແລະ ໄຟຟ້າ ສ່ວນໃຫຍ່ ຈະຂາຍໃຫ້ ຣັຖວິສາຫະກິດ ໄຟຟ້າ ລາວ ເພື່ອໃຊ້ ພາຍໃນ ປະເທດ.

ໂຄງການ ເຂື່ອນ ສອງ ແຫ່ງ ຂອງ ບໍຣິສັດ ຝຣັ່ງເສດ ໃນລາວ ນີ້ ເປັນໂຄງການ ເຂື່ອນ ນ້ຳລິນ ດັ່ງນັ້ນ ຈະບໍ່ສົ່ງ ຜົລກະທົບ ຕໍ່ ສີ່ງແວດລ້ອມ ແລະ ຣະບົບ ນິເວດ ຊິວິດ ການ ເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຫລາຍ ປານໃດ ແລະ ກໍບໍ່ມີ ການໂຍກຍ້າຍ ຊາວບ້ານ ເປັນ ໂຄງການ ພັທນາ ທີ່ ຍືນຍົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.